ພຣະເຈົ້າຊົງເອີ້ນໂມເຊໃຫ້ປົດປ່ອຍປະຊາຊົນຂອງພຣະອົງ

ປະ­ຊາ­ຊົນອິດສະຣາເອນຕົກເປັນທາດໃນປະ­ເທດເອຢິບ

ເມື່ອເວ­ລາຜ່ານໄປ ໂຢເຊັບກັບພວກອ້າຍນ້ອງ ແລະ ບັນ­ດາຄົນໃນລຸ່ນດຽວກັນກໍໄດ້ຕາຍໄປ ແຕ່ເນື່ອງຈາກວ່າເຊື້ອ­ສາຍຂອງອິດສະຣາເອນໃນລຸ່ນຕໍ່ມາມີລູກຫຼາຍຈົນນັບມື້ນັບຫຼາຍຂຶ້ນ ແລະ ທັງມີກຳ­ລັງພົນເຂັ້ມແຂງ. ສະ­ນັ້ນ ພວກເຂົາຈຶ່ງກະ­ຈັດ­ກະ­ຈາຍກັນຢູ່ເຕັມໄປທົ່ວດິນ­ແດນຂອງປະ­ເທດເອຢິບ. ປະ­ຊາ­ຊົນອິດສະຣາເອນໄດ້ຮັກ­ສາພວກເຂົາໄວ້ໃຫ້ເປັນເຊື້ອຊາດທີ່ໂດດເດັ່ນ ໂດຍບໍ່ມີສິ່ງໃດທີ່ຮ່ວມກັບຄົນເອຢິບທັງທາງດ້ານປະ­ເພ­ນີ ຫຼືສາສະໜາ. ຕໍ່ມາ ໄດ້ມີກະ­ສັດອົງໃໝ່ຂຶ້ນມາປົກ­ຄອງປະ­ເທດເອຢິບ ແລະ ເພິ່ນໄດ້ຍິນເລື່ອງຂອງໂຢເຊັບ ແຕ່ປະ­ຕິ­ເສດບໍ່ຢາກຮູ້ເລື່ອງຫຍັງກ່ຽວກັບໂຢເຊັບ. ຈຳ­ນວນຕົວເລກຂອງປະ­ຊາ­ຊົນອິດສະຣາເອນກໍເພີ່ມຂຶ້ນເລື້ອຍໆ ຈົນຕອນນີ້ໄດ້ກົດດັນຄວາມຢ້ານຂອງກະ­ສັດ ແລະ ປະ­ຊາ­ຊົນເອຢິບ.

ແລ້ວກະ­ສັດເອຢິບຈຶ່ງໄດ້ປະ­ກາດຕໍ່ປະ­ຊາ­ຊົນຂອງເພິ່ນວ່າ: "ເບິ່ງ­ດູ! ຄົນອິດສະຣາເອນນັບມື້ນັບຫຼາຍຂຶ້ນ ແລະ ມີກຳ­ລັງພົນເຂັ້ມ­ແຂງ ເຊິ່ງພວກເຂົາຈະຂົ່ມ­ຂູ່ພວກເຮົາ. ໃນກໍ­ລະ­ນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດ­ຕູ ແລະ ຫັນມາຕໍ່­ສູ້ພວກເຮົາ ແລະ ອອກໄປຈາກປະເທດ. ບັດນີ້ ພວກເຮົາຕ້ອງຫາວິ­ທີກຳ­ຈັດຄົນພວກນີ້ບໍ່ໃຫ້ຫຼາຍຂຶ້ນ."

ສະ­ນັ້ນ ກະ­ສັດເອຢິບຈຶ່ງໄດ້ວາງແຜນ­ການສັ່ງໃຫ້ປະ­ຊາ­ຊົນຂອງເພິ່ນຈັດຕັ້ງຄົນໄປຄຸມປະ­ຊາ­ຊົນອິດສະຣາເອນໃຫ້ສ້າງເມືອງຕ່າງໆເພື່ອເປັນສາງໄວ້ເຂົ້າ ແລະ ຄວບຄຸມບັງ­ຄັບໃຫ້ປະ­ຊາ­ຊົນອິດສະຣາເອນເຮັດວຽກໜັກຈົນໝົດເຫື່ອ­ແຮງ ແລະ ໝົດກຳ­ລັງໃຈ. ນອກ­ຈາກນີ້ ຊາວເອຍິບຍັງໄດ້ບັງ­ຄັບໃຫ້ປະ­ຊາ­ຊົນອິດສະຣາເອນເຮັດວຽກຢ່າງຂ້າທາດເຊັ່ນ: ໃຫ້ເຜົາດິນ­ຈີ່, ເຮັດວຽກກໍ່­ສ້າງ ແລະ ເຮັດວຽກໜັກທຸກຊະ­ນິດຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາ­ປານີແຕ່ຢ່າງ­ໃດເລີຍ.

ເຖິງແມ່ນວ່າ ປະ­ຊາ­ຊົນເອຢິບຈະຂົ່ມເຫັງປະ­ຊາ­ຊົນອິດສະຣາເອນໜັກປານ­ໃດກໍຕາມ ແຕ່ຈຳ­ນວນປະ­ຊາ­ຊົນອິດສະຣາເອນກໍຍິ່ງເພີ່ມທະ­ວີ­ຄູນຫຼາຍຍິ່ງຂຶ້ນ ແລະ ກະ­ຈັດ­ກະ­ຈາຍໄປທົ່ວປະເທດ.

ເມື່ອກະ­ສັດເອຢີບເຫັນວ່າ­ການເຮັດວຽກໜັກບໍ່ສາ­ມາດເຮັດໃຫ້ຈໍານວນຂອງພວກເຂົາຫຼຸດລົງ. ດັ່ງ­ນັ້ນ ເພິ່ນຈຶ່ງວາງແຜນ­ການໃໝ່ອີກ. ໃນຂະ­ນະນີ້ ໄດ້ມີການອອກຄຳສັ່ງໄປຍັງໝໍຕຳ­ແຍ(ໝໍຊ່ວຍຄອດລູກ) ເພື່ອໃຫ້ຂ້າເດັກ­ນ້ອຍຜູ້ຊາຍທີ່ເກີດຈາກປະ­ຊາ­ຊົນອິດສະຣາເອນ. ແຕ່ພວກໝໍຕຳ­ແຍຢຳເກງພຣະເຈົ້າ ແລະ ບໍ່ກ້າທີ່ຈະເຮັດຕາມຄຳສັ່ງອັນໂຫດ­ຮ້າຍຂອງກະ­ສັດເອຢິບ.

ເມື່ອກະ­ສັດເອຢິບເຫັນວ່າແຜນ­ການຂອງເພິ່ນທີ່ຈະກຳ­ຈັດປະ­ຊາ­ຊົນອິດສະຣາເອນໃຫ້ໜ້ອຍລົງນັ້ນບໍ່ສຳ­ເລັດ ກະ­ສັດເອຢິບຈຶ່ງໄດ້ອອກຄຳສັ່ງແກ່ປະ­ຊາ­ຊົນຂອງເພິ່ນວ່າ: "ລູກຜູ້ຊາຍທຸກໆຄົນຂອງປະ­ຊາ­ຊົນອິດສະຣາເອນທີ່ເກີດໃໝ່ ໃຫ້ເອົາໄປຖິ້ມລົງທີ່ແມ່­ນ້ຳນິນ ແຕ່ລູກຜູ້­ຍິງຈົ່ງປະໄວ້ໃຫ້ມີຊີ­ວິດຢູ່..."

ເຊື້ອ­ສາຍຂອງອິດສະຣາເອນ

ເມື່ອພຣະເຈົ້າປ່ຽນຊື່ໃໝ່ໃຫ້ຢາໂຄບວ່າ "ອິດສະຣາເອນ" ເຊື້ອ­ສາຍຂອງເພິ່ນຈຶ່ງຖືກເອີ້ນກັນວ່າ "ປະ­ຊາ­ຊົນອິດສະຣາເອນ." ນອກ­ຈາກນີ້ ປະ­ຊາ­ຊົນອິດສະຣາເອນຍັງມີອີກຊື່ໜຶ່ງວ່າ "ຄົນເຮັບເຣີ." ເຊິ່ງຊື່ເຮັບເຣີມາຈາກຊື່ຂອງເອເບີ ເພິ່ນເປັນເຊື້ອ­ສາຍຂອງເຊມລູກຂອງໂນອາ. (ປະ­ຖົມມະການ 9:18; 10:21; 14:13) ອັບຣາຮາມເປັນຄົນເຮັບເຣີ ເພາະເປັນເຊື້ອ­ສາຍຂອງເຊມຜ່ານທາງເອເບີ. (ປະ­ຖົມມະການ 11:10-26; 14:13) ດັ່ງ­ນັ້ນ ເຊື້ອ­ສາຍຂອງອັບຣາຮາມກໍເປັນຄົນເຮັບເຣີເຊັ່ນກັນ.

ການຕໍ່­ສູ້ກັນລະ­ຫວ່າງພຣະເຈົ້າ ແລະ ຊາຕານ

ຊາຕານໄດ້ຊັກນຳໃຫ້ກະ­ສັດເອຢິບອົງໃໝ່ບັງ­ຄັບປະ­ຊາ­ຊົນອິດສະຣາເອນເປັນຂ້າທາດ ແລະ ທໍາລາຍເດັກ­ນ້ອຍຜູ້ຊາຍທີ່ເກີດໃຫມ່ ເພາະຊາຕານຮູ້ດີວ່າ ພຣະເຈົ້າໄດ້ຊົງສັນ­ຍາວ່າຈະສົ່ງພຣະບຸດຂອງພຣະອົງມາເກີດຈາກເຊື້ອ­ສາຍຂອງປະ­ຊາ­ຊົນອິດສະຣາເອນ ເພື່ອມາເປັນພຣະຜູ້ໄຖ່ບາບຂອງມະ­ນຸດທົ່ວໂລກ. ດັ່ງ­ນັ້ນ ຊາຕານຈຶ່ງປາ­ຖະ­ໜາທີ່ຈະທຳ­ລາຍເດັກ­ນ້ອຍຜູ້ຊາຍຂອງປະ­ຊາ­ຊົນອິດສະຣາເອນ ເພື່ອວ່າຈະບໍ່ໃຫ້ມີພຣະຜູ້ໄຖ່ບາບເກີດຂຶ້ນມາເລີຍ ແລະ ຫວັງວ່າຈະເອົາຊະ­ນະແຜນ­ການຂອງພຣະເຈົ້າໄດ້. (ຈາກປື້ມຮຽນພຣະຄຳພີ ໜ້າ 56)

ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບ­ພະ­ຍົບ 1:6-22.

ອ້າງອີງຈາກປຶ້ມ "Patriarchs and prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ການເກີດຂອງໂມເຊ

ໃນຂະ­ນະທີ່ຄຳສັ່ງຂອງກະ­ສັດຍັງຄົງດຳ­ເນີນໄປຢູ່ນັ້ນ ກໍໄດ້ມີຄອບ­ຄົວຊາວອິດສະຣາເອນຄອບ­ຄົວໜຶ່ງທີ່ຜູ້ເປັນແມ່ໄດ້ຖື­ພາ ແລະ ອອກ­ລູກມາເປັນຜູ້ຊາຍ. ຜູ້ເປັນແມ່ຈຶ່ງໄດ້ເຊື່ອງລູກຊາຍຂອງນາງໄວ້ ເພາະຢ້ານວ່າຊາວເອຢິບຈະມາເອົາລູກຊາຍຂອງນາງໄປຖິ້ມລົງທີ່ແມ່­ນ້ຳນິນຕາມຄຳສັ່ງຂອງກະສັດ. ເມື່ອສາມເດືອນຜ່ານໄປ ນາງເຫັນວ່າຈະບໍ່ສາ­ມາດເຊື່ອງລູກຊາຍຂອງນາງໄວ້ໄດ້ອີກ. ສະ­ນັ້ນ ນາງຈຶ່ງເອົາໄມ້ມາສານເປັນອູ່ ແລະ ທາດ້ວຍຢາງໄມ້ເພື່ອເຮັດໃຫ້ມັນຟູ. ຈາກນັ້ນ ນາງກໍໄດ້ເອົາລູກຊາຍຂອງນາງວາງນອນລົງໃນອູ່ ແລະ ເອົາໄປປະໄວ້ທີ່ແຄມແມ່­ນ້ຳນິນບ່ອນທີ່ມີຫຍ້າແຄມຕາຝັງ. ແລ້ວຜູ້ເປັນເອື້ອຍຂອງເດັກຊາຍນັ້ນກໍຢືນເຝົ້າຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນກັບນ້ອງຊາຍຂອງຕົນ.

ຕໍ່ມາ ລູກສາວຂອງກະ­ສັດເອຢິບກໍໄດ້ລົງມາອາບ­ນ້ຳ ແລະ ພວກສາວຮັບໃຊ້ກໍໄດ້ພາ­ກັນຍ່າງ­ເລາະຫຼິ້ນຢູ່ຕາມແຄມຝັງ. ໃນຂະ­ນະທີ່ລູກສາວຂອງກະ­ສັດເອຢິບກຳ­ລັງອາບ­ນ້ຳຢູ່ນັ້ນ ນາງກໍໄດ້ຫຼຽວເຫັນອູ່ລອຍມາຕິດຢູ່ກາງພຸ່ມຫຍ້າ. ດ້ວຍຄວາມຢາກຮູ້ຢາກເຫັນ, ນາງຈຶ່ງບອກສາວຮັບໃຊ້ໄປເອົາອູ່ນັ້ນມາເບິ່ງ. ເມື່ອເປີດເບິ່ງໃນອູ່ ກໍເຫັນເດັກ­ນ້ອຍຜູ້ຊາຍຮ້ອງ­ໄຫ້ຢູ່ ລູກສາວຂອງກະ­ສັດເອຢິບຈຶ່ງເກີດມີຄວາມສົງ­ສານ ແລະ ຮູ້ວ່າເດັກ­ນ້ອຍຄົນນີ້ແມ່ນລູກຂອງຄົນອິດສະຣາເອນ.

ໃນທັນ­ໃດນັ້ນ ຜູ້ເປັນເອື້ອຍຂອງເດັກ­ນ້ອຍກໍຟ້າວເຂົ້າມາຫາລູກສາວຂອງກະ­ສັດເອຢິບ ແລະ ຖາມວ່າ: "ຢາກໃຫ້ຂ້າ­ນ້ອຍໄປຫາຜູ້­ຍິງຄົນອິດສະຣາເອນມາລ້ຽງເດັກ­ນ້ອຍໃຫ້ ຫຼືບໍ?"

ລູກສາວຂອງກະ­ສັດເອຢິບຕອບວ່າ: "ຈົ່ງໄປຫາໃຫ້ແດ່."ດັ່ງ­ນັ້ນ ຜູ້ເປັນເອື້ອຍຂອງເດັກ­ນ້ອຍຈຶ່ງໄປເອີ້ນເອົາແມ່.

ແລ້ວລູກສາວຂອງກະ­ສັດເອຢິບຈຶ່ງໄດ້ສັ່ງຜູ້­ຍິງນັ້ນວ່າ: "ຈົ່ງເອົາເດັກ­ນ້ອຍຄົນນີ້ໄປລ້ຽງໄວ້ໃຫ້ຂ້ອຍ ແລ້ວຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ." ສະ­ນັ້ນ ນາງຈຶ່ງຮັບເອົາເດັກ­ນ້ອຍຜູ້ນີ້ໄປລ້ຽງໄວ້ເປັນເວ­ລາຫຼາຍປີ. ເມື່ອເດັກ­ນ້ອຍນັ້ນໃຫຍ່ຂຶ້ນແດ່ແລ້ວ ແມ່­ລ້ຽງກໍໄດ້ນຳເດັກ­ນ້ອຍມາມອບໃຫ້ລູກສາວຂອງກະ­ສັດເອຢິບ. ແລ້ວລູກສາວຂອງກະ­ສັດເອຢິບກໍໄດ້ຮັບເອົາເດັກ­ນ້ອຍນັ້ນມາລ້ຽງໄວ້ເປັນລູກຊາຍຂອງຕົນ ແລະ ຕັ້ງຊື່ໃຫ້ເດັກຊາຍນັ້ນວ່າ "ໂມເຊ."

ຄວາມສຳ­ຄັນຂອງການຮ່ຳ­ຮຽນຢູ່ໃນບ້ານ

ການຮ່ຳ­ຮຽນຂອງລູກແມ່ນເລີ່ມຕົ້ນຢູ່ໃນບ້ານ. ບ້ານຄືໂຮງ­ຮຽນຫຼັງທຳ­ອິດຂອງລູກ ແລະ ພໍ່ແມ່ເປັນຜູ້ໃຫ້­ການອົບ­ຮົມສັ່ງສອນ. ເດັກ­ນ້ອຍຈະຕ້ອງຮຽນຮູ້ເຖິງບົດ­ຮຽນທີ່ຈະຕິດໂຕພວກເຂົາໄປຕະ­ຫຼອດຊີ­ວິດເຊັ່ນ: ການໃຫ້ກຽດ, ການເຊື່ອຟັງ, ການເຄົາ­ລົບນັບ­ຖື, ການຮູ້­ຈັກບັງ­ຄັບໃຈຕົນເອງ ແລະ ອື່ນໆ... ການຮ່ຳ­ຮຽນຢູ່ໃນບ້ານເປັນອິດທິພົນໃນການຕັດ­ສິນໃຈຂອງລູກສຳ­ລັບເລືອກທີ່ຈະເຮັດສິ່ງທີ່ດີ ຫຼືສິ່ງທີ່ຊົ່ວ. ເຖິງແມ່ນວ່າ ອິດທິພົນໃນບ້ານຈະຄ່ອຍເປັນຄ່ອຍໄປ ແລະ ບໍ່ມີໃຜສັງ­ເກດເຫັນ. ແຕ່ຖ້າສັ່ງ­ສອນໃນທາງທີ່ຖືກ­ຕ້ອງແລ້ວ ພວກເຂົາຈະກາຍ­ເປັນຄົນທີ່ມີອິດທິພົນແຫ່ງຄວາມຈິງ ແລະ ຄວາມຊອບທຳ. ແຕ່ຖ້າ­ວ່າ ເດັກ­ນ້ອຍບໍ່ໄດ້ຮັບການສັ່ງ­ສອນໃນທາງທີ່ຖືກ­ຕ້ອງຈາກພໍ່ແມ່ແລ້ວ ຊາຕານກໍຈະສັ່ງ­ສອນເດັກ­ນ້ອຍໂດຍຜ່ານທາງຜູ້ໃດຜູ້ໜຶ່ງທີ່ມັນເລືອກ. ເພາະ­ສະ­ນັ້ນ ມັນເປັນສິ່ງສໍາຄັນທີ່ພໍ່ແມ່ຈະຕ້ອງສອນລູກຂອງຕົນຢູ່ທີ່ບ້ານໃນວິ­ທີທາງຂອງພຣະເຈົ້າ.

ການສອນເລື່ອງພຣະເຈົ້າ

ໃນຊ່ວງເວ­ລາທີ່ໂມເຊໄດ້ຮັບການລ້ຽງດູຈາກແມ່ທີ່­ແທ້ຈິງຂອງລາວນັ້ນ ແມ່ຂອງລາວກໍໄດ້ສອນກ່ຽວກັບເລື່ອງພຣະເຈົ້າ ແລະ ວິ­ທີການອະ­ທິ­ຖານຫາພຣະເຈົ້າຜູ້ຊົງເປັນຢູ່ເທິງຟ້າສະຫວັນ. ແມ່ຂອງລາວຍັງສອນອີກວ່າ ພຣະອົງຊົງເປັນພຣະເຈົ້າອົງດຽວເທົ່ານັ້ນທີ່ຊົງຮັບຟັງຄຳອ້ອນ­ວອນຂອງເຮົາ ແລະ ສາ­ມາດຊ່ວຍເຮົາໄດ້ທຸກເວ­ລາໃນຍາມທີ່ເຮົາເດືອດຮ້ອນ. ນອກ­ຈາກນີ້ ແມ່ຂອງໂມເຊຍັງໄດ້ໃຫ້ໂມເຊເຫັນເຖິງຄວາມໂງ່ງ່າວຂອງຄົນເອຢິບທີ່ນັບ­ຖືຮູບເຄົາຣົບຕ່າງໆ ແລະ ຂາບໄຫວ້ຮູບເຄົາຣົບເຫຼົ່າ­ນັ້ນອີກດ້ວຍ. ເປັນເວ­ລາຫຼາຍປີທີ່ໂມເຊໄດ້ຢູ່ກັບແມ່ຂອງລາວ ແລະ ແມ່ຂອງລາວກໍໄດ້ວາງຮາກຖານໃຫ້ລາວມີຄວາມ­ສັດຊື່ຕໍ່ພຣະເຈົ້າເມື່ອລາວຖືກນໍາເຂົ້າໄປຢູ່ໃນວັງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບ­ພະ­ຍົບ 2:1-10.

ອ້າງອີງຈາກປຶ້ມ "Patriarchs and prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ. 

ອ້າງອີງຈາກປຶ້ມ "Child Guidance" {ໜ້າ17.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ຊີ­ວິດຂອງໂມເຊຕົກຢູ່ໃນອັນ­ຕະ­ລາຍ

ຫຼັງຈາກທີ່ລູກສາວຂອງກະ­ສັດເອຢິບຮັບເອົາໂມເຊມາເປັນລູກຊາຍແລ້ວ ໂມເຊກໍໄດ້ຮັບການເບິ່ງ­ແຍງໃຫ້ເຕີບໃຫຍ່ເປັນຄົນເອຢິບ ແລະ ລາວກໍໄດ້ຮັບການສິດ­ສອນຮຽນຮູ້ໃນວິ­ຊາການທຸກຢ່າງຂອງຄົນເອຢິບ ຈົນໂມເຊກາຍ­ເປັນຄົນມີຄວາມສາ­ມາດໃນຄຳເວົ້າຈາ ແລະ ການກະທຳ. (ກິດ­ຈະ­ການ 7:22)

ພຣະເຈົ້າຊົງຈັດຕຽມແຜນ­ການ

ພຣະເຈົ້າຊົງມີແຜນ­ການທີ່ຈະໃຊ້ໂມເຊໃຫ້ນຳ­ພາປະ­ຊາ­ຊົນອິດສະຣາເອນອອກຈາກການເປັນຂ້າທາດໃນປະ­ເທດເອຢິບ. ພຣະເຈົ້າຊົງຮູ້ວ່າໂມເຊຈະປອດໄພໃນວັງຂອງກະ­ສັດເອຢິບຫຼາຍກວ່າຢູ່ບ່ອນອື່ນ ແລະ ພຣະອົງຍັງຊົງຮູ້ອີກວ່າ ໂມເຊຈະໄດ້ຮຽນຮູ້ຫຼາຍສິ່ງທີ່ຈຳ­ເປັນສຳ­ລັບລາວທີ່ຈະຕ້ອງຮຽນຮູ້ ເພື່ອຈະເຮັດພາ­ລະ­ກິດໃນຖາ­ນະເປັນຜູ້­ນຳປະ­ຊາ­ຊົນຂອງພຣະອົງຢູ່ໃນອະນາຄົດ.

ເມື່ອໂມເຊອາ­ຍຸ 40 ປີ, ເພິ່ນໄດ້ລະ­ນຶກເຖິງພຣະສັນ­ຍາຂອງພຣະເຈົ້າທີ່ໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບໃກ້ຈະສຳ­ເລັດແລ້ວ. ນີ້ແມ່ນພຣະສັນ­ຍາທີ່ໄດ້ມອບໃຫ້ແກ່ອັບຣາຮາມ “ເຊື້ອ­ສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງດິນ­ແດນໜຶ່ງ ແລະ ພວກເຂົາຈະຕົກເປັນທາດຮັບໃຊ້ຢູ່ໃນທີ່ນັ້ນ ແລະ ຈະຖືກກົດຂີ່ຢ່າງທາ­ລຸນເປັນເວ­ລາສີ່ຮ້ອຍປີ. ແຕ່ເຮົາຈະລົງ­ໂທດປະ­ເທດທີ່ປະ­ພຶດເຊັ່ນນັ້ນຕໍ່ພວກເຂົາ. ເມື່ອອອກໜີຈາກປະ­ເທດນັ້ນ­ແລ້ວ ພວກເຂົາຈະໄດ້ຊັບສົມ­ບັດຢ່າງຫຼວງ­ຫຼາຍໄປນຳ” (ປະ­ຖົມມະການ 15:13,14)

ສະ­ນັ້ນ ໂມເຊຈຶ່ງໄດ້ຕັດ­ສິນໃຈໄປຢ້ຽມ­ຢາມເບິ່ງຄວາມເປັນຢູ່ຂອງປະ­ຊາ­ຊົນອິດສະຣາເອນເຊິ່ງເປັນພີ່­ນ້ອງຮ່ວມຊາດດຽວກັນ. ໃນທີ່ນັ້ນ ໂມເຊໄດ້ເຫັນພວກເຂົາຖືກບັງ­ຄັບໃຫ້ເຮັດວຽກຢ່າງໜັກຫຼາຍ ແລະ ໄດ້ເຫັນຄົນເອຢິບຜູ້ໜຶ່ງຕົບຕີຄົນອິດສະຣາເອນ. ສະ­ນັ້ນ ໂມເຊຈຶ່ງເຂົ້າໄປຊ່ວຍຄົນອິດສະຣາເອນ ແລະ ຂ້າຄົນເອຢິບ ແລະ ຝັງສົບເຊື່ອງໄວ້ໃນດິນຊາຍ. ໂມເຊຄິດວ່າຄົນອິດສະຣາເອນຄົງຈະເຂົ້າ­ໃຈທີ່ພຣະເຈົ້າກຳ­ລັງໃຊ້ເພິ່ນມາປົດປ່ອຍພວກເຂົາໃຫ້ເປັນອິດ­ສະ­ລະ ແຕ່ພວກເຂົາຊ້ຳ­ພັດບໍ່ເຂົ້າ­ໃຈເພິ່ນ. 

ມື້­ຕໍ່­ມາ ໂມເຊໄດ້ໄປບ່ອນນັ້ນອີກ ແລະ ເທື່ອນີ້ເພິ່ນໄດ້ເຫັນຄົນອິດສະຣາເອນກຳ­ລັງຕີກັນຢູ່. ສະ­ນັ້ນ ໂມເຊຈຶ່ງເຂົ້າໄປຫ້າມ ແລະ ພະ­ຍາ­ຍາມໃຫ້ພວກເຂົາຄືນດີກັນ.

ແລ້ວໂມເຊກໍໄດ້ຖາມຄົນທີ່ເປັນຝ່າຍຜິດນັ້ນວ່າ: "ຊາຍເອີຍ! ພວກເຈົ້າເປັນພີ່­ນ້ອງກັນ ເປັນຫຍັງ ຈຶ່ງຕີຄົນຊາດດຽວກັນເຊັ່ນນີ້?"

ຊາຍຜູ້ທີ່ເປັນຝ່າຍຜິດຄົນນັ້ນໄດ້ຊຸກໂມເຊອອກ ແລະ ຖາມໂມເຊວ່າ: "ໃຜແຕ່ຕັ້ງເຈົ້າໃຫ້ເປັນນາຍຕັດ­ສິນຄວາມພວກຂ້ອຍ? ເຈົ້າຈະຂ້າຂ້ອຍເໝືອນໄດ້ຂ້າຄົນເອຢິບຜູ້ນັ້ນບໍ?"

ເມື່ອໂມເຊໄດ້ຍິນແນວນັ້ນ ເພິ່ນກໍຕົກ­ໃຈຢ່າງແຮງພ້ອມທັງຄິດຢູ່ໃນໃຈວ່າ: "ມີຜູ້ຮູ້ເຫັນໃນສິ່ງທີ່ເຮົາເຮັດນັ້ນແລ້ວ." ສະ­ນັ້ນ ໂມເຊຈຶ່ງໄດ້ໜີອອກໄປຈາກປະ­ເທດເອຢິບ.

ເລື່ອງທີ່ໂມເຊຂ້າຄົນເອຢິບນັ້ນ ກໍໄດ້ດັງໄປເຖິງຫູຂອງກະ­ສັດເອຢິບ. ກະ­ສັດຈື່ໄດ້ວ່າໂມເຊບໍ່ໄດ້ເປັນຄົນເອຢິບໂດຍກຳ­ເນີດ ແລະ ກະ­ສັດຢ້ານວ່າໂມເຊຈະເຮັດໃຫ້ເກີດຄວາມວຸ່ນ­ວາຍໃນລັດຖະບານ. ດັ່ງ­ນັ້ນ ກະ­ສັດຈຶ່ງຕັດ­ສິນໃຈທີ່ຈະຂ້າໂມເຊ ແຕ່ວ່າໂມເຊໄດ້ໜີໄປຍັງດິນ­ແດນມີດີອານແລ້ວ.

ມັນບໍ່ແມ່ນຄວາມຕ້ອງ­ການຂອງພຣະເຈົ້າທີ່ຈະປ່ອຍ­ປະຊາຊົນຂອງພຣະອົງດ້ວຍການເຮັດສົງ­ຄາມດັ່ງທີ່ໂມເຊຄິດ. ແຕ່ພຣະເຈົ້າໄດ້ວາງແຜນ­ການໄວ້ວ່າ ໂດຍພະລັງອໍານາດອັນຍິ່ງໃຫຍ່ຂອງພຣະອົງຈະໄດ້ຖວາຍກຽດໃຫ້ແດ່ພຣະອົງຢ່າງດຽວ. ໂມເຊບໍ່ໄດ້ກຽມພ້ອມສໍາລັບພາ­ລະ­ກິດວຽກງານທີ່ຍິ່ງໃຫຍ່ຂອງເພິ່ນ. ເພິ່ນຍັງຄົງຕ້ອງຮຽນຮູ້ບົດ­ຮຽນດຽວກັນຂອງຄວາມເຊື່ອທີ່ອັບຣາຮາມ ແລະ ຢາໂຄບໄດ້ຮັບການສິດສອນ. ບົດ­ຮຽນນີ້ກໍຄືວ່າ ເພິ່ນບໍ່ຄວນເພິ່ງພາໃນກຳ­ລັງ ຫຼືສະ­ຕິ­ປັນ­ຍາຂອງມະ­ນຸດ ແຕ່ວ່າເພິ່ງພາໃນຣິດອຳ­ນາດຂອງພຣະເຈົ້າ ເພາະພຣະອົງຈະເປັນຜູ້ທີ່ປະ­ຕິ­ບັດຕາມພຣະສັນ­ຍາຂອງພຣະອົງໃຫ້ສຳເລັດ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບ­ພະ­ຍົບ 2:11-15; ກິດ­ຈະ­ການ 7:21-29.

ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ພຣະເຈົ້າຊົງເອີ້ນໂມເຊ

ຫຼັງຈາກທີ່ໂມເຊໜີອອກມາຈາກປະ­ເທດເອຢິບແລ້ວ ເພິ່ນກໍໄດ້ເດີນ­ທາງມາຮອດດິນ­ແດນແຫ່ງໜຶ່ງທີ່ຊື່­ວ່າ “ມີດີອານ” ແລະ ເພິ່ນກໍໄດ້ອາໄສຢູ່ທີ່ນັ້ນ. ຢູ່ທີ່ນັ້ນ ໂມເຊກາຍ­ເປັນຄົນລ້ຽງແກະ ແລະ ແຕ່ງ­ງານກັບຍິງສາວຄົນມີດີອານ ແລະ ມີລູກຊາຍສອງຄົນ.

ໃນຂະ­ນະທີ່ລ້ຽງຝູງແກະຢູ່ທ່າມ­ກາງບັນ­ດາພູ­ເຂົາ ໂມເຊມີເວ­ລາຢູ່ກັບພຣະເຈົ້າເປັນສ່ວນຕົວ. ໂມເຊໄດ້ເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໃນທາງກົງ­ກັນ­ຂ້າມ ເພິ່ນກໍລະ­ນຶກໄດ້ວ່າ ພະຂອງຄົນເອຢິບບໍ່ມີພະ­ລັງອຳນາດ. ແລ້ວຄວາມພາກ­ພູມໃຈ ແລະ ການເພິ່ງພາໃນຕົວເອງ ແລະ ຜົນຂອງຄວາມຫຼູຫຼາໃນປະ­ເທດເອຢິບກໍໄດ້ຖືກນຳອອກໄປຈາກໂມເຊ. ໂມເຊເປັນຄົນມີຄວາມອົດ­ທົນ, ໜ້າເຄົາ­ລົບນັບ­ຖື ແລະ "ເປັນຄົນອ່ອນນ້ອມຖ່ອມ­ຕົວທີ່ສຸດກວ່າທຸກໆຄົນໃນເທິງແຜ່ນ­ດິນໂລກນີ້" ແລະ ເພິ່ນຍັງມີຄວາມເຊື່ອທີ່ເຂັ້ມ­ແຂງ. (ຈົດເຊັນບັນ­ຊີ 12:3) ຫຼາຍປີຜ່ານໄປ ໂມເຊກໍໄດ້ລະ­ນຶກເຖິງປະ­ຊາ­ຊົນອິດສະຣາເອນ ແລະ ເພິ່ນໄດ້ອະ­ທິ­ຖານເພື່ອພວກເຂົາທັງກາງ­ເວັນ ແລະ ກາງຄືນ. ຢູ່ໃນດິນ­ແດນມີດີອານນີ້ ພາຍໃຕ້ການດົນໃຈຂອງພຣະວິນຍານບໍຣິສຸດ ໂມເຊໄດ້ຂຽນໜັງ­ສືປະ­ຖົມມະການ. ຫຼາຍປີທີ່ໃຊ້ເວ­ລາຢູ່ໃນທະ­ເລ­ຊາຍໄດ້ເປັນພຣະພອນໃຫ້ແກ່ໂມເຊ.


ໃນລະ­ຫວ່າງທີ່ໂມເຊຢູ່ໃນດິນ­ແດນມີດີອານ ປະ­ຊາ­ຊົນອິດສະຣາເອນພາ­ກັນໂສກ­ເສົ້າໃຈຫຼາຍເພາະຍັງຕົກເປັນຂ້າທາດຢູ່. ພວກເຂົາຈຶ່ງຮ້ອງ­ໄຫ້ຄວນຄາງຂໍຄວາມຊ່ວຍ­ເຫຼືອຈາກພຣະເຈົ້າ. ສຽງຮ້ອງຂໍເພາະການທີ່ຕົກເປັນຂ້າທາດນີ້ ໄດ້ດັງຂຶ້ນໄປເຖິງພຣະເຈົ້າ. ພຣະເຈົ້າຊົງຮັບຟັງຄຳອະ­ທິ­ຖານຂອງພວກເຂົາ ແລະ ຊົງລະ­ນຶກເຖິງຄຳສັນ­ຍາຂອງພຣະອົງທີ່ໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ. ສະ­ນັ້ນ ພຣະອົງຈຶ່ງຊົງຫ່ວງໃຍພວກເຂົາ.

ມື້­ໜຶ່ງ ໂມເຊໄດ້ນຳ­ພາຝູງແກະໄປກິນຫຍ້າຢູ່ໃກ້ກັບພູ­ເຂົາຊີນາຍ "ພູ­ເຂົາຂອງພຣະເຈົ້າ" ໃນຂະ­ນະນັ້ນ ໂມເຊໄດ້ເຫັນແປວ­ໄຟຢູ່ໃນກາງພຸ່ມ­ໄມ້ ແຕ່ບໍ່ໄດ້ໄໝ້ພຸ່ມໄມ້.

ໂມເຊຄິດໃນໃຈວ່າ: "ບະ! ປະ­ຫຼາດແທ້ໆ ເປັນຫຍັງ ພຸ່ມ­ໄມ້ຈຶ່ງບໍ່ໄໝ້? ເຮົາຈະລອງເຂົ້າໄປໃກ້ໆເບິ່ງດຸ."

ລະ­ຫວ່າງທີ່ໂມເຊກຳ­ລັງຍ່າງເຂົ້າມາໃກ້ນັ້ນ ສຽງຂອງພຣະເຈົ້າກໍໄດ້ກ່າວອອກມາຈາກພຸ່ມ­ໄມ້ນັ້ນວ່າ: "ໂມເຊ! ໂມເຊເອີຍ!"

ໂມເຊຕອບວ່າ: "ໂດຍ! ຂ້າ­ນ້ອຍກຳ­ລັງຟັງຢູ່."

ພຣະເຈົ້າກ່າວວ່າ: “ຢ່າຫຍັບເຂົ້າມາໃກ້ອີກເປັນເດັດຂາດ. ຈົ່ງຖອດເກີບອອກສາ! ເພາະ­ວ່າ ເຈົ້າກຳ­ລັງຢືນຢູ່ທີ່ບ່ອນສັກສິດ. ເຮົາແມ່ນພຣະເຈົ້າຂອງບັນພະບູລຸດຂອງເຈົ້າ ພຣະເຈົ້າທີ່ອັບຣາຮາມ, ອີຊາກແລະ ຢາໂຄບນະມັດສະການ.” ສະ­ນັ້ນ ໂມເຊຈຶ່ງເອົາມືອັດໜ້າຂອງເພິ່ນໄວ້ ເພາະບໍ່ກ້າເບິ່ງພຣະເຈົ້າ.

ແລ້ວພຣະເຈົ້າຊົງກ່າວອີກວ່າ: “ເຮົາໄດ້ເຫັນປະ­ຊາ­ຊົນຂອງເຮົາຖືກກົດຂີ່ຢ່າງ­ໃດແລ້ວຢູ່ໃນປະ­ເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງ­ຫາເຮົາໃຫ້ຊ່ວຍກູ້ພວກເຂົາຈາກບັນ­ດານາຍຄຸມຂອງພວກເຂົາ. ເຮົາຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ. ສະ­ນັ້ນ ເຮົາຈຶ່ງລົງມາຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການທາ­ລຸນຂອງຊາວເອຢິບ; ເພື່ອນຳ­ພາພວກເຂົາໄປຍັງດິນ­ແດນທີ່ອຸ­ດົມ­ສົມ­ບູນ ແລະ ຮັ່ງ­ມີ ບ່ອນທີ່ຊາວການາອານ ແລະ ປະ­ຊາ­ຊົນອື່ນໆອາ­ໄສຢູ່ໃນເວ­ລານີ້... ບັດນີ້ ເຮົາຈະໃຊ້ເຈົ້າໄປຫາກະ­ສັດເອຢິບ ເພື່ອນຳ­ພາປະ­ຊາ­ຊົນຂອງເຮົາອອກໄປຈາກປະ­ເທດນັ້ນ.”

ແຕ່ໂມເຊໄດ້ຖາມພຣະເຈົ້າວ່າ: “ຂ້າ­ນ້ອຍເປັນມະ­ນຸດສາ­ມັນທຳມະດາ ຈະໄປຫາກະ­ສັດໄດ້ບໍ? ຂ້າ­ນ້ອຍຈະນຳ­ພາຊາວອິດສະຣາເອນອອກໄປຈາກປະ­ເທດເອຢິບໄດ້ຢ່າງ­ໃດ?.”

ພຣະເຈົ້າຊົງກ່າວຕໍ່ໂມເຊວ່າ: “ເຮົາຈະຢູ່ນຳເຈົ້າ… ເມື່ອເຈົ້ານຳ­ພາປະ­ຊາ­ຊົນຂອງເຮົາໄປຈາກປະ­ເທດເອຢິບແລ້ວ ພວກເຈົ້າຈະໄດ້ນະ­ມັດ­ສະ­ການເຮົາຢູ່ເທິງພູ­ເຂົານີ້.”

ໂມເຊໄດ້ຖາມພຣະເຈົ້າອີກວ່າ: “ເມື່ອຂ້າ­ນ້ອຍໄປຫາປະ­ຊາ­ຊົນອິດສະຣາເອນ ແລະ ບອກພວກເຂົາວ່າ ‘ພຣະເຈົ້າຂອງບັນພະບູລຸດຂອງພວກເຈົ້າ ໄດ້ສົ່ງຂ້ອຍມາຫາພວກເຈົ້າ’ ພວກເຂົາກໍຈະຖາມຂ້າ­ນ້ອຍວ່າ ‘ພຣະເຈົ້າອົງທີ່ໃຊ້ເຈົ້າມານັ້ນຊື່ຫຍັງ’ ແລ້ວຂ້າ­ນ້ອຍຈະຕອບພວກເຂົາວ່າຢ່າງ­ໃດ?”

ພຣະເຈົ້າກ່າວຕໍ່ໂມເຊວ່າ: “ເຈົ້າຈົ່ງບອກຊາວອິດສະຣາເອນວ່າ ພຣະເຈົ້າມີ­ນາມວ່າ ‘ເຮົາເປັນຜູ້ເຮົາເປັນ’… ຄືພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບນະ­ມັດ­ສະ­ການ ໃຊ້ຂ້ອຍມາຫາພວກເຈົ້າ…”

ພຣະເຈົ້າກ່າວອີກວ່າ: “ບັດນີ້ ເຈົ້າຈົ່ງໄປປະ­ຊຸມກັບບັນ­ດາຜູ້­ນຳຂອງຊົນຊາດອິດສະຣາເອນ ແລະ ບອກພວກເຂົາວ່າ ‘ເຮົາຕັດ­ສິນໃຈແລ້ວວ່າ ຈະນຳ­ພາພວກເຂົາອອກໄປຈາກປະ­ເທດເອຢິບ… ແລະ ເຮົາຈະນຳ­ພາພວກເຂົາເຂົ້າໄປຍັງດິນ­ແດນທີ່ອຸ­ດົມ­ສົມ­ບູນ ແລະ ຮັ່ງ­ມີຄື: ດິນ­ແດນຂອງຊາວການາອານ ແລະ ປະ­ຊາ­ຊົນອື່ນໆອາ­ໄສຢູ່ໃນເວ­ລານີ້'… ”

ພຣະເຈົ້າຊົງຮູ້ທຸກໆສິ່ງ

ກະ­ສັດເອຢິບລວມທັງປະ­ຊາ­ຊົນເອຢິບນະ­ມັດ­ສະ­ການສິ່ງທີ່ຖືກສ້າງຂຶ້ນມາ. ພວກເຂົານະ­ມັດ­ສະ­ການຫຼາຍຢ່າງທີ່ພວກເຂົານັບ­ຖືເປັນພະເຊັ່ນ: ແມ່­ນ້ຳນິນ, ດວງອາ­ທິດ, ດວງຈັນ ແລະ ສັດຕ່າງໆ. ດັ່ງ­ນັ້ນ ພຣະເຈົ້າຕ້ອງ­ການທີ່ຈະສອນພວກເຂົາໃຫ້ຮູ້ວ່າ ສິ່ງທີ່ພວກເຂົານັບ­ຖືເປັນພະທັງ­ຫຼາຍເຫຼົ່າ­ນັ້ນມັນເປັນພຽງພະທຽມເທັດ(ພະຈອມປອມ) ທີ່ບໍ່ມີປະ­ໂຫຍດ ແລະ ຊ່ວຍຫຍັງພວກເຂົາບໍ່ໄດ້ເລີຍ.(ຈາກປື້ມຮຽນພຣະຄຳພີ ໜ້າ58)

ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບ­ພະ­ຍົບ 2:15-25; 3:1-17.

ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ໂມເຊຂັດຄ້ານ

ພຣະເຈົ້າຊົງກ່າວຕໍ່ໂມເຊວ່າ: "ເຮົາຮູ້ແລ້ວວ່າ ກະ­ສັດເອຢິບຈະບໍ່ຍອມໃຫ້ພວກເຈົ້າໄປ ເວັ້ນໄວ້ແຕ່ລາວຈະຖືກບີບບັງ­ຄັບເທົ່ານັ້ນ. ແຕ່ເຮົາຈະໃຊ້ຣິດອຳ­ນາດຂອງເຮົາລົງ­ໂທດປະ­ເທດເອຢິບ ໂດຍເຮັດການອັດ­ສະ­ຈັນອັນໜ້າຢ້ານຢູ່ທີ່ນັ້ນ ແລ້ວລາວກໍຈະປ່ອຍພວກເຈົ້າໄປ. ເຮົາຈະເຮັດໃຫ້ປະ­ຊາ­ຊົນເອຢິບຢຳເກງປະ­ຊາ­ຊົນຂອງເຮົາ ເພື່ອວ່າເມື່ອພວກເຂົາອອກໄປນັ້ນ ພວກເຂົາຈະບໍ່ໄດ້ໜີໄປໂດຍມືເປົ່າ..."

ໂມເຊຖາມພຣະເຈົ້າວ່າ: “ແຕ່ຖ້າ­ວ່າ ປະ­ຊາ­ຊົນອິດສະຣາເອນບໍ່ເຊື່ອ ແລະ ທັງບໍ່ຟັງສິ່ງທີ່ຂ້າ­ນ້ອຍເວົ້າໄປນັ້ນ… ພຣະອົງຈະໃຫ້ຂ້າ­ນ້ອຍເຮັດຢ່າງ­ໃດ?”

ພຣະເຈົ້າຖາມໂມເຊວ່າ: “ແມ່ນຫຍັງ ທີ່ເຈົ້າກຳ­ລັງຖືຢູ່ນັ້ນ?.”

ໂມເຊຕອບພຣະເຈົ້າວ່າ: “ແມ່ນໄມ້ເທົ້າ.”

ແລ້ວພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊຖິ້ມໄມ້­ເທົ້າລົງ­ພື້ນດິນ ແລ້ວໄມ້­ເທົ້ານັ້ນກໍກາຍ­ເປັນງູທັນທີ. ເມື່ອໂມເຊເຫັນເຊັ່ນນັ້ນຈຶ່ງຕົກ­ໃຈຢ້ານ ແລະ ແລ່ນລົບໜີງູ. ແຕ່ພຣະເຈົ້າໄດ້ສັ່ງໃຫ້ໂມເຊໄປຈັບຫາງງູໄວ້ ແລ້ວໂມເຊຈຶ່ງກົ້ມລົງຈັບຫາງງູ ແລະ ງູນັ້ນກໍກາຍ­ເປັນໄມ້­ເທົ້າຄືເກົ່າ. ຈາກນັ້ນ ພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊສອດມືເຂົ້າໄປໃນເສື້ອ ແລ້ວໂມເຊກໍເຮັດຕາມທີ່ພຣະເຈົ້າບອກ ແລະ ເມື່ອໂມເຊຖອດມືອອກມາຈາກເສື້ອຂອງເພິ່ນນັ້ນ ມືຂອງເພິ່ນກໍກາຍ­ເປັນຂີ້­ທູດທັນທີ. ແລ້ວພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊສອດມືເຂົ້າໄປໃນເສື້ອຄືນ ແລ້ວໂມເຊກໍເຮັດຕາມ ແລະ ເມື່ອເພິ່ນຖອດມືອອກມາ ມືນັ້ນກໍກາຍ­ເປັນປົກກະຕິ.

ແລ້ວພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: “ຖ້າປະ­ຊາ­ຊົນອິດສະຣາເອນບໍ່ຍອມເຊື່ອຟັງເຈົ້າ ຫຼືບໍ່ຍອມເຊື່ອໃນການອັດ­ສະ­ຈັນເທື່ອທີໜຶ່ງແລ້ວ ການອັດ­ສະ­ຈັນຄັ້ງທີສອງນີ້ກໍຈະເຮັດໃຫ້ພວກເຂົາຍອມເຊື່ອ…”

ໂມເຊອອກມາຈາກປະ­ເທດເອຢິບເປັນເວ­ລາ 40 ປີ ພາ­ສາເອຢິບກໍລືມແດ່ແລ້ວ ເພິ່ນກໍເລີຍບໍ່ພ້ອມທີ່ຈະເວົ້າພາ­ສາເອຢິບ. ສະ­ນັ້ນ ໂມເຊຈຶ່ງກ່າວຕໍ່ພຣະເຈົ້າວ່າ: “ພຣະເຈົ້າເອີຍ! ຂໍຢ່າໃຊ້ຂ້າ­ນ້ອຍໄປເທາະ. ຂ້າ­ນ້ອຍເວົ້າບໍ່ເກັ່ງ ແລະ ເວົ້າຕິດໆ ຂັດໆ”

ແຕ່ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: “ເຈົ້າມີອ້າຍຄົນໜຶ່ງ ແລະ ລາວຊື່­ວ່າ ‘ອາໂຣນ’ ເຮົາຮູ້ວ່າລາວເປັນຄົນເວົ້າເກັ່ງ. ເວ­ລານີ້ລາວກຳ­ລັງອອກມາພົບເຈົ້າ ແລະ ລາວຈະດີ­ໃຈທີ່ສຸດເມື່ອໄດ້ພົບເຈົ້າ. ເຈົ້າຈົ່ງເວົ້າກັບລາວ ແລະ ບອກເລື່ອງຕ່າງໆນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າເວົ້າ ແລະ ທັງຈະບອກພວກເຈົ້າທັງສອງວ່າຄວນຈະເຮັດຢ່າງໃດ. ອາໂຣນຈະເປັນຄົນເວົ້າຕໍ່ປະ­ຊາ­ຊົນຕາງ­ໜ້າເຈົ້າ ສ່ວນເຈົ້ານັ້ນຈະເປັນເໜືອນພຣະເຈົ້າ ໂດຍບອກລາວວ່າຄວນຈະເວົ້າຫຍັງແດ່. ຈົ່ງຖືໄມ້­ເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດການອັດ­ສະ­ຈັນຕ່າງໆ.”

ຫຼັງຈາກນັ້ນ ໂມເຊກໍເດີນ­ທາງກັບເມືອຫາພໍ່­ເຖົ້າຂອງລາວ ແລະ ຂໍ­ອະ­ນຸ­ຍາດຈາກເພິ່ນໄປຢ້ຽມ­ຢາມພີ່­ນ້ອງຢູ່ປະ­ເທດເອຢິບ ແລ້ວພໍ່­ເຖົ້າຂອງໂມເຊກໍໄດ້ອະນຸດຍາດໃຫ້ໂມເຊກັບເມື່ອບ້ານພ້ອມທັງອວຍ­ພອນໃຫ້ເດີນ­ທາງໄປຢ່າງປອດໄພ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບ­ພະ­ຍົບ 3:19-21; 4:1-4,6-8,14-18.

ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.