ການເລີ່ມຕົ້ນຂອງໂລກຂອງພວກເຮົາ

ພຣະເຈົ້າຊົງສ້າງໂລກ

ກ່ອນທີ່ລູຊີເຟີກັບບັນ­ດາທູດສະ­ຫວັນທີ່ຕິດ­ຕາມລາວຈະຖືກຂັບໄລ່ອອກຈາກສະ­ຫວັນນັ້ນ ພຣະເຈົ້າພຣະບິ­ດາ ແລະ ພຣະເຈົ້າພຣະບຸດຊົງມີແຜນ­ການທີ່ຈະສ້າງໂລກຂອງພວກເຮົາ ແລະ ເມື່ອສົງ­ຄາມຢູ່ໃນສະ­ຫວັນໄດ້ສິ້ນສຸດລົງ ພຣະເຈົ້າພຣະບິ­ດາ ແລະ ພຣະເຈົ້າພຣະບຸດກໍໄດ້ກັບຄືນສູ່ແຜນ­ການຂອງພຣະອົງ ແລະ ບັນ­ດາທູດສະ­ຫວັນທັງ­ຫຼາຍກໍໄດ້ພາ­ກັນມາເບິ່ງແຜນ­ການສ້າງໂລກໃໝ່ຂອງພຣະເຈົ້າ.      

ພຣະເຈົ້າພຣະບຸດຊົງສ້າງໂລກໃຫ້ເຕັມໄປດ້ວຍສິ່ງທີ່ມີຊີ­ວິດ ແລະ ຊົງວາງດວງດາວຕ່າງໆໄວ້ຢູ່ເທິງທ້ອງຟ້າດ້ວຍຝີມືທີ່ລະ­ອຽດຢ່າງສວຍງາມ. ເທິງແຜ່ນ­ດິນໂລກ ພຣະເຈົ້າໄດ້ຕົບ­ແຕ່ງທຳມະຊາດໃຫ້ມີພູ­ຜາຕ່າງໆທີ່ສະລັບສັບຊ້ອນກັບແມ່­ນ້ຳ ແລະ ທະ­ເລທີ່ສວຍງາມ. ນອກຈາກນີ້ ຍັງໄດ້ສ້າງນ້ຳ­ພຸໃຫ້ໄຫຼໄປຕາມຮ່ອງພູ ແລະ ໃຫ້ແມ່­ນ້ຳໄຫຼຜ່າເນີນພູອີກດ້ວຍ. ສ່ວນແຜ່ນ­ດິນທີ່ຮາບພຽງນັ້ນ ພຣະເຈົ້າກໍໄດ້ຕົບ­ແຕ່ງໃຫ້ແຜ່ນດິນເຕັມໄປດ້ວຍຕົ້ນ­ໄມ້ ແລະ ດອກໄມ້ຕ່າງໆທີ່ສວຍງາມ ເຊິ່ງມີກິ່ນຫອມຢ່າງລະ­ອຽດອ່ອນ ແລະ ຍັງມີພືດພັນນາໆຊະ­ນິດອັນອຸ­ດົມສົມ­ບູນທີ່ຂຽວງາມອີກດ້ວຍ ເຊິ່ງມັນໄດ້ເຮັດໃຫ້ມີອາ­ກາດທີ່ບໍຣິສຸດ ສະ­ອາດ ສົດ­ໃສ ປອດ­ໂປ່ງ ແລະ ບໍ່ມີມົນລະພິດ. ທຸກໆສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມານັ້ນ ເພື່ອຈັດຕຽມໄວ້ສຳລັບສິ່ງທີ່ມີຊີ­ວິດທີ່ອາ­ໄສຢູ່ເທິງແຜ່ນ­ດິນໂລກ. ຫຼັງຈາກທີ່ພຣະເຈົ້າຊົງສ້າງໂລກໃຫ້ອຸ­ດົມ­ສົມ­ບູນໄປດ້ວຍສິ່ງທີ່ມີຊີ­ວິດທັງພືດ ແລະ ສັດດ້ວຍຄຳເວົ້າຂອງພຣະອົງແລ້ວ ບັນ­ດາທູດສະ­ຫວັນຕ່າງກໍພາກັນຊົມຊື່ນຍິນ­ດີເມື່ອໄດ້ເຫັນຜົນ­ງານການສ້າງໂລກອັນສຸດຍອດທີ່ສວຍງາມຂອງພຣະເຈົ້າ.        

ໃນການນິຣະມິດສ້າງໂລກນີ້ ມະ­ນຸດໄດ້ຖືກສ້າງຂຶ້ນມາເປັນພິ­ເສດກວ່າໝູ່ໃນບັນ­ດາສິ່ງທີ່ມີຊີ­ວິດທັງປວງ. ພຣະເຈົ້າຊົງກ່າວວ່າ: "ບັດນີ້ ເຮົາຈະສ້າງມະ­ນຸດໃຫ້ມີຮູບລັກ­ສະ­ນະຄືເຮົາ; ເຂົາຈະມີອຳ­ນາດເໜືອປາ, ນົກ, ສັດທັງໝົດ..." (ປະ­ຖົມມະການ 1:26) ມະ­ນຸດຄູ່ທຳ­ອິດທີ່ພຣະເຈົ້າໄດ້ສ້າງຂຶ້ນມາມີຊື່­ວ່າ “ອາດາມ” ແລະ “ເອວາ” (ປະ­ຖົມມະການ 3:20) ພຣະເຈົ້າໄດ້ສ້າງມະ­ນຸດຂຶ້ນມາຈາກຂີ້ດິນ ແລະ ແສງລັດສະ­ເໝີຂອງພຣະເຈົ້າໄດ້ເປັນເຄື່ອງ­ນຸ່ງຫົ່ມຂອງພວກເຂົາ. ພຣະເຈົ້າໄດ້ຈາ­ລຶກຂໍ້ພຣະບັນ­ຍັດຂອງພຣະອົງໄວ້ຢູ່ໃນຈິດ­ໃຈຂອງພວກເຂົາ ແລະ ໃຫ້ພວກເຂົາມີສະຕິປັນ­ຍາ, ມີຄວາມເຂົ້າ­ໃຈໃນເລື່ອງພຣະເຈົ້າ, ມີຄວາມຮັກທີ່ບໍຣິສຸດ, ຮູ້­ຈັກເບິ່ງ­ແຍງຕົວເອງ, ມີອິດ­ສະ­ລະໃນການຕັດ­ສິນໃຈເລືອກກະ­ທຳ ແລະ ໃຫ້ພວກເຂົາເປັນຜູ້ປົກ­ຄອງທຸກໆສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນມາຢູ່ໃນໂລກນີ້. "ດັ່ງ­ນັ້ນ ພຣະເຈົ້າຈຶ່ງສ້າງມະ­ນຸດໃຫ້ຄືພຣະອົງ. ພຣະອົງສ້າງເຂົາໃຫ້ເປັນຊາຍ ແລະ ຍິງ ແລ້ວກໍອວຍ­ພອນພວກເຂົາວ່າ: 'ຈົ່ງມີລູກ­ເຕົ້າໃຫ້ແຜ່­ຜາຍຂະ­ຫຍາຍທະ­ວີ­ຄູນຫຼາຍຂຶ້ນ ເພື່ອເຊື້ອ­ສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະ ປົກ­ຄອງທຸກສິ່ງເທິງແຜ່ນ­ດິນໂລກນີ້. ເຮົາໃຫ້ເຈົ້າມີອຳ­ນາດເໜືອປາ, ນົກ ແລະ ສັດ­ປ່າທຸກຊະນິດ. ເຮົາໃຫ້ພືດເປັນເມັດ ແລະ ໝາກໄມ້ທຸກຊະ­ນິດແກ່ເຈົ້າເປັນອາຫານ ແຕ່ສຳ­ລັບສັດ­ປ່າ ແລະ ນົກທຸກຊະ­ນິດນັ້ນ ເຮົາໃຫ້ຫຍ້າກັບພືດໃບຂຽວທັງໝົດເປັນອາຫານ.' " (ປະ­ຖົມມະການ 1:27-30).      

ມື້ທີ 1 ພຣະເຈົ້າຊົງນິຣະມິດສ້າງຄວາມສະ­ຫວ່າງ ແລະ ແຍກຄວາມສະ­ຫວ່າງອອກຈາກຄວາມມືດ. ພຣະອົງເອີ້ນຄວາມສະ­ຫວ່າງນັ້ນວ່າ "ກາງເວັນ" ແລະ ເອີ້ນຄວາມມືດນັ້ນວ່າ "ກາງຄືນ."      

ມື້ທີ 2 ພຣະເຈົ້າຊົງນິຣະມິດສ້າງວົງໂຄ້ງຂະ­ໜາດໃຫຍ່ ເພື່ອແຍກນ້ຳອອກຈາກກັນ ແລະ ຊົງເອີ້ນວົງໂຄ້ງທີ່­ຢູ່ເທິງນັ້ນວ່າ "ທ້ອງຟ້າ."      

ມື້ທີ 3 ພຣະເຈົ້າຊົງໃຫ້ນ້ຳທີ່­ຢູ່ລຸ່ມທ້ອງ­ຟ້າມາໂຮມກັນຢູ່ບ່ອນດຽວ ເພື່ອໃຫ້ພື້ນດິນແຫ້ງປາ­ກົດຂຶ້ນ. ພຣະເຈົ້າຊົງເອີ້ນພື້ນດິນແຫ້ງນັ້ນວ່າ "ແຜ່ນ­ດິນໂລກ" ແລະ ນ້ຳທີ່ມາໂຮມກັນນັ້ນວ່າ "ມະ­ຫາສະມຸດ." ນອກຈາກນີ້ ພຣະເຈົ້າຍັງໄດ້ສ້າງພືດພັນນາໆຊະ­ນິດຢູ່ເທິງແຜ່ນ­ດິນໂລກອີກດ້ວຍ.      

ມື້ທີ 4 ພຣະເຈົ້າຊົງນິຣະມິດສ້າງດວງຕາ­ເວັນ, ດວງຈັນ ແລະ ດວງດາວຕ່າງໆ ເພື່ອໃຫ້ສ່ອງແສງສະ­ຫວ່າງເທິງແຜ່ນ­ດິນໂລກ ແລະ ແຍກກາງ­ເວັນອອກຈາກກາງ­ຄືນ ພ້ອມທັງໃຫ້ເປັນເຄື່ອງ­ໝາຍກຳ­ນົດວັນ ເດືອນ ປີ ແລະ ລະ­ດູການ.     

ມື້ທີ 5 ພຣະເຈົ້າຊົງນິຣະມິດສ້າງສິ່ງທີ່ມີຊີ­ວິດຢູ່ໃນນ້ຳ ແລະ ໃຫ້ມີນົກບິນໄປມາໃນທ້ອງຟ້າ. ພຣະອົງຊົງອວຍ­ພອນໃຫ້ພວກມັນອອກແມ່ແຜ່ລູກທັງຢູ່ໃນນ້ຳ ແລະ ແຜ່ນ­ດິນໂລກ.      

ມື້ທີ 6 ພຣະເຈົ້າຊົງນິຣະມິດສ້າງສັດຕ່າງໆຄື: ສັດບ້ານ, ສັດ­ປ່າ ແລະ ສັດເລືອຄານເກີດຂຶ້ນທົ່ວແຜ່ນ­ດິນໂລກ. ນອກ­ຈາກນີ້ ພຣະອົງຍັງໄດ້ສ້າງຊາຍ ແລະ ຍິງ (ອາດາມ ແລະ ເອວາ) ໃຫ້ມີຮູບຮ່າງລັກ­ສະ­ນະຄືກັນກັບພຣະອົງ. ພຣະເຈົ້າຊົງອວຍ­ພອນພວກເຂົາ ແລະ ໃຫ້ພວກເຂົາປົກຄອງທຸກສິ່ງທີ່ມີຊີ­ວິດຢູ່ເທິງແຜ່ນ­ດິນໂລກ.      

ມື້ທີ 7 ພໍຮອດມື້­ນີ້ ທຸກສິ່ງທີ່ພຣະເຈົ້າຊົງສ້າງຢູ່ໃນໂລກກໍສຳເລັດ. ພຣະອົງຊົງຢຸດພັກກິດ­ຈະ­ການ, ຊົງອວຍພຣະພອນ ແລະ ຊົງຕັ້ງໃຫ້ມື້ທີເຈັດເປັນວັນສັກ­ສິດບໍຣິສຸດ.      

ທົ່ວທັງຈັກ­ກະ­ວານ ໂລກ ແລະ ສິ່ງທີ່ມີຊີ­ວິດທັງປວງຕ່າງກໍຖືກນິຣະມິດສ້າງຂຶ້ນມາຢ່າງໜ້າມະຫັດສະຈັນແຫ່ງຣິດອຳ­ນາດຂອງພຣະເຈົ້າ. "ພຣະເຈົ້າຊົມທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາແລ້ວ ກໍເຫັນວ່າດີຫຼາຍ" (ປະ­ຖົມມະການ 1:1-31).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 1:1-31; 2:1-3,21-23; 3:20.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 44.2-45.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ສວນເອເດນ

ຕໍ່ມາ ພຣະເຈົ້າຊົງສ້າງສວນແຫ່ງໜຶ່ງຂຶ້ນໃນເອເດນທາງທິດ­ຕາ­ເວັນ­ອອກ ເມື່ອສ້າງແລ້ວກໍຊົງເອົາມະນຸດທີ່ພຣະອົງໄດ້ປັ້ນນັ້ນມາອາ­ໄສຢູ່. ພຣະເຈົ້າໄດ້ເອີ້ນສວນແຫ່ງນີ້ວ່າ “ເອເດນ” ແລະ ພຣະອົງໄດ້ໃຫ້ມະ­ນຸດອາໄສຢູ່ໃນສວນເອເດນເຊິ່ງປຽບເໝືອນຄືບ້ານ ເພື່ອໃຫ້ມະນຸດເຝົ້າຮັກ­ສາ ແລະ ເບິ່ງ­ແຍງສວນ. ໃນສວນແຫ່ງນີ້ ມີຕົ້ນ­ໄມ້ທຸກຊະ­ນິດເກີດດອກອອກຜົນຢ່າງງົດງາມເປັນ­ຕາອອນຊອນ, ໝາກໄມ້ກໍເປັນຕາຢາກກິນ ແລະ ດອກໄມ້ຫຼາຍພັນຫຼາຍສີກໍໄດ້ສົ່ງກິ່ນຫອມໄປທົ່ວທຸກທິດ. ຢູ່ກາງສວນເອເດນຍັງມີຕົ້ນ­ໄມ້ທີ່ພິ­ເສດຢູ່ສອງຕົ້ນຄື “ຕົ້ນ­ໄມ້ທີ່ໃຫ້ຊີ­ວິດ” ແລະ “ຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວ.” ຕົ້ນ­ໄມ້ທີ່ໃຫ້ຊີ­ວິດນີ້ ເປັນ­ຕົ້ນໄມ້ທີ່ສວຍງາມຫຼາຍກວ່າໝູ່ທີ່­ຢູ່ໃນສວນ ແລະ ເປັນຕົ້ນໄມ້ທີ່ໃຫ້ຊີ­ວິດນິຣັນດອນ, ໝາກຂອງມັນຄືກັບວ່າ ເປັນສີທອງ ແລະ ສີເງິນ. ຕົ້ນ­ໄມ້ທີ່ໃຫ້ຊີ­ວິດນີ້ ກໍຢູ່ບໍ່ຫ່າງໄກຈາກຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວ. ນອກຈາກນີ້ ຍັງມີແມ່­ນ້ຳທີ່ສວຍງາມໄຫຼຜ່ານສວນເອເດນອີກດ້ວຍ. ສັດທຸກໆຊະ­ນິດທີ່ພຣະເຈົ້າໄດ້ສ້າງຂຶ້ນມາກໍບໍ່ມີພິດ, ບໍ່ໂຫດ­ຮ້າຍ, ບໍ່ຕໍ່­ສູ້ກັນ ແລະ ສາ­ມາດຫຼິ້ນຢູ່ນຳກັນໄດ້. ທຸກໆຢ່າງມີຄວາມສວຍງາມທີ່ສົມ­ບູນແບບ ແລະ ບໍ່ມີສິ່ງໃດທີ່ຂາດຕົກບົກພ່ອງ. ໂລກຂອງມະ­ນຸດຊ່າງສວຍງາມຢ່າງໜ້າອັດ­ສະ­ຈັນຫຼາຍ ມະ­ນຸດໄດ້ພົບສິ່ງໃໝ່ໆຢູ່ສະ­ເໝີທີ່ເຮັດໃຫ້ຈິດ­ໃຈຂອງພວກເຂົາເຕັມລົ້ນດ້ວຍຄວາມຮັກ ແລະ ຄວາມຊົມ­ຊື່ນຍິນ­ດີໃນພຣະເຈົ້າ. 

ໃນການນິຣະມິດສ້າງໂລກນີ້ ພຣະເຈົ້າຍັງໄດ້ຕັ້ງວັນພັກຜ່ອນໄວ້ສຳ­ລັບມະ­ນຸດ ເຊິ່ງເປັນມື້ທີເຈັດໃນການຊົງສ້າງໂລກ ແລະ ມື້ພັກ­ຜ່ອນນັ້ນຖືກເອີ້ນວ່າ ຊະ­ບາໂຕ. "ມື້ທີເຈັດ ສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳ­ເລັດ ແລະ ພຣະອົງໄດ້ຢຸດພັກກິດຈະການ. ພຣະເຈົ້າອວຍ­ພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນມື້ສັກ­ສິດບໍຣິສຸດ ເພາະຮອດມື້­ນີ້ ພຣະອົງສຳ­ເລັດການນິຣະມິດສ້າງ ແລະ ຢຸດກິດ­ຈະ­ການທັງສິ້ນ." ປະ­ຖົມມະການ 2:23. ພຣະເຈົ້າຊົງຕັ້ງມື້ທີເຈັດເປັນວັນຊະ­ບາໂຕໄວ້ໃນສັບປະດາ ເພື່ອໃຫ້ມະ­ນຸດໄດ້ຮັບການພັກ­ຜ່ອນຈາກວຽກງານຂອງເຂົາ ແລະ ໃຫ້ເຂົາໄດ້ມາເຂົ້າເຝົ້າພຣະເຈົ້າ. ວັນຊະ­ບາໂຕຍັງໄດ້ເຮັດໃຫ້ເຂົາລະ­ນຶກເຖິງພຣະເຈົ້າຂອງເຂົາຜູ້ຊົງສ້າງຈັກ­ກະ­ວານ, ໂລກ ແລະ ສັບ­ພະທຸກສິ່ງ. ນອກ­ຈາກນີ້ ຍັງໄດ້ເຕືອນຈິດ­ໃຈຂອງມະ­ນຸດໃຫ້ສຳ­ນຶກຢູ່ຕະ­ຫຼອດວ່າ ພຣະເຈົ້າຊົງເປັນພຣະຜູ້ສ້າງເຂົາ, ເຂົາເປັນຜົນ­ງານການສ້າງຂອງພຣະອົງ, ພຣະອົງຊົງເປັນຜູ້ປົກ­ຄອງເຂົາ ແລະ ເຂົາເປັນພົນ­ລະ­ເມືອງຂອງພຣະອົງ.       

ນອກ­ຈາກນີ້ ພຣະເຈົ້າຍັງໄດ້ໃຫ້ກົດຂໍ້ຫ້າມໄວ້ສຳ­ລັບມະ­ນຸດອີກດ້ວຍ "ເຈົ້າຈະກິນໝາກໄມ້ຈາກຕົ້ນ­ໄມ້ທຸກກົກໃດໆກໍ່ໄດ້ໃນສວນນີ້ ເວັ້ນໄວ້ແຕ່ໝາກໄມ້ຂອງຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວຕົ້ນນີ້. ຖ້າ­ວ່າເຈົ້າຂືນກິນເມື່ອໃດ ເຈົ້າຈະຕ້ອງຕາຍຢ່າງແນ່ນອນ." ປະ­ຖົມມະການ 2:16. ກົດຂໍ້ຫ້າມທີ່ບໍ່ອະນຸດຍາດໃຫ້ມະ­ນຸດກິນໝາກໄມ້ຈາກຕົ້ນໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວນີ້ ບໍ່ແມ່ນເພາະໝາກໄມ້ນັ້ນມີພິດ ແຕ່ກົດຂໍ້ຫ້າມນີ້ເປັນການ­ສະ­ແດງອອກເຖິງຄວາມຈົ່ງຮັກພັກ­ດີ, ການເຊື່ອຟັງ ແລະ ການຍອມ­ຮັບການປົກຄອງຂອງພຣະເຈົ້າຜູ້ຊົງເປັນພຣະຜູ້ສ້າງມະນຸດ. ເຖິງແມ່ນວ່າ ພຣະເຈົ້າຈະສ້າງມະ­ນຸດຂຶ້ນມາດ້ວຍຄວາມຮັກ ແລະ ໃຫ້ອິດ­ສະ­ລະໃນການຕັດ­ສິນໃຈເລືອກກະ­ທຳກໍຕາມ ເຊິ່ງມະ­ນຸດເລືອກຈະເຊື່ອຟັງ ຫຼື ບໍ່ເຊື່ອຟັງພຣະເຈົ້າກໍໄດ້ ແຕ່ພຣະອົງກໍປາຖະ­ໜາໃຫ້ມະ­ນຸດເຂົ້າເຝົ້າພຣະອົງດ້ວຍຄວາມເຕັມໃຈ ເຊິ່ງບໍ່ແມ່ນດ້ວຍການຖືກບັງ­ຄັບ ເພາະພຣະອົງບໍ່ໄດ້ສ້າງມະ­ນຸດຂຶ້ນມາເໝືອນຫຸ່ນຍົນ. ເພາະສະນັ້ນ ການຈະມີຊີ­ວິດນິຣັນກໍຕ້ອງມີການພິ­ສູດໃຫ້ເຫັນເຖິງການເຊື່ອຟັງສາກ່ອນ.      

ເມື່ອພຣະເຈົ້າຊົມທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາແລ້ວກໍພໍ­ໃຈຫຼາຍ ບັນ­ດາທູດສະ­ຫວັນທັງ­ຫຼາຍກໍໄດ້ໂຮຮ້ອງດ້ວຍຄວາມຊົມ­ຊື່ນຍິນ­ດີ ເພາະໂລກທີ່ສວຍງາມນີ້ໄດ້ຖືກສ້າງສຳ­ເລັດເປັນທີ່ສົມ­ບູນແບບແລ້ວ. 

ເປັນຫຍັງ ຈຶ່ງຊົງຫວງຫ້າມກິນໝາກໄມ້ຂອງຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວ?

ພຣະເຈົ້າຊົງສ້າງມະ­ນຸດໃຫ້ມີຮູບລັກ­ສະ­ນະຄືກັບພຣະອົງ ໂດຍປາສະຈາກຄວາມບາບ. ພຣະເຈົ້າຊົງມີພຣະປະ­ສົງໃຫ້ໂລກເຕັມໄປດ້ວຍມະ­ນຸດທີ່ບໍຣິສຸດ ເຊິ່ງຕ່ຳກວ່າທູດສະ­ຫວັນພຽງໜ້ອຍດຽວ. ແຕ່ກໍຕ້ອງພິສູດການເຊື່ອຟັງສາ­ກ່ອນ ເພາະພຣະບັນ­ຍັດຂອງພຣະເຈົ້າມີຄວາມສັກສິດເທົ່າທຽມກັນກັບພຣະອົງ ແລະ ພຣະເຈົ້າຈະບໍ່ຊົງຍອມໃຫ້ໂລກເຕັມໄປດ້ວຍຄົນທີ່ເບິ່ງຂ້າມພຣະບັນ­ຍັດຂອງພຣະອົງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 2:1-19

.ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 46.4-48.3, 52.3, 60.4} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ອາດາມ ແລະ ເອວາບໍ່ເຊື່ອຟັງພຣະເຈົ້າ

ຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວເຊິ່ງຢູ່ກາງສວນເອເດນນີ້ເປັນເຄື່ອງທົດສອບຄວາມຮັກຂອງມະ­ນຸດທີ່ມີຕໍ່ພຣະເຈົ້າ "ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນ­ຍັດຂອງເຮົາ" (ໂຢຮັນ 14:15). ນອກ­ຈາກນີ້ ພຣະເຈົ້າຍັງໄດ້ເປີດໂອ­ກາດໃຫ້ຊາຕານສາ­ມາດເຂົ້າມາທົດລອງມະ­ນຸດອີກດ້ວຍ ໂດຍຈະໃຫ້ຊາຕານ­ເຂົ້າຫາມະ­ນຸດໄດ້ສະເພາະຢູ່ຕົ້ນ­ໄມ້ທີ່ຊົງຫວງຫ້າມໄວ້ເທົ່ານັ້ນ. ຖ້າມະ­ນຸດສາ­ມາດທົນຕໍ່ການທົດລອງໄດ້ ພວກເຂົາກໍຈະຜ່ານພົ້ນພະ­ລັງອຳ­ນາດຂອງຊາຕານ ແລະ ຈະໄດ້ຊົມ­ຊື່ນຍິນ­ດີຢູ່ກັບພຣະເຈົ້າຕະ­ຫຼອດໄປ.        

ອາດາມ ແລະ ເອວາໄດ້ຮັບການຕັກ­ເຕືອນຫຼາຍໆຄັ້ງໃຫ້ລະ­ວັງສັດ­ຕູຂອງພຣະເຈົ້າ ແລະ ຢ່າປະ­ໝາດຕໍ່ກົນອຸ­ບາຍຂອງພວກມັນ ເພາະຍ້ອນການບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້ານີ້ແຫລະ! ຈຶ່ງເຮັດໃຫ້ພວກມັນຕົກ­ລົງສູ່ຄວາມບາບ.  ສະ­ນັ້ນ ຈຶ່ງເປັນເລື່ອງສຳ­ຄັນຫຼາຍທີ່ອາດາມ ແລະ ເອວາຈຳ­ເປັນຕ້ອງເຊື່ອຟັງຄຳສັ່ງຂອງພຣະເຈົ້າ. ນອກ­ຈາກນີ້ ທູດສະຫວັນຍັງໄດ້ເຕືອນພວກເຂົາວ່າ: “ເມື່ອເຮັດກິດ­ຈະ­ກຳການງານປະ­ຈຳວັນຢູ່ໃນສວນນັ້ນ ຈົ່ງລະ­ວັງຢ່າຫ່າງຈາກກັນ ເພາະຖ້າຢູ່ນຳກັນຈະສ່ຽງຕໍ່ການຖືກທົດລອງໜ້ອຍກວ່າການຢູ່ຄົນດຽວ.”

ແຕ່ມີມື້­ໜຶ່ງ ໃນຂະ­ນະທີ່ເອວາມ່ວນຢູ່ກັບກິດຈະກຳວຽກງານຂອງນາງຢູ່ນັ້ນ ນາງກໍໄດ້ຫ່າງຈາກອາດາມໂດຍບໍ່ຮູ້ຕົວ. ເມື່ອເອວາຮູ້­ສຶກວ່າຕົນເອງຢູ່ຄົນດຽວ ນາງກໍຮູ້­ສຶກຢ້ານເຖິງໄພອັນ­ຕະ­ລາຍ ແຕ່ວ່ານາງກໍບໍ່ໄດ້ສົນ­ໃຈຕໍ່ຄວາມຢ້ານນັ້ນ ໂດຍຖືວ່າຕົນເອງມີສະ­ຕິ­ປັນ­ຍາ, ມີກຳ­ລັງພຽງ­ພໍທີ່ຈະຈຳ­ແນກຄວາມຊົ່ວອອກໄດ້ ແລະ ສາມາດຕໍ່­ຕ້ານມັນໄດ້. ສະ­ນັ້ນ ເອວາຈຶ່ງໄດ້ເມີນເຊີຍຕໍ່ຄຳຕັກ­ເຕືອນຂອງທູດສະຫວັນ.      

ຈາກນັ້ນບໍ່ດົນ ເອວາໄດ້ແນມໄປເບິ່ງຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວ. ແລ້ວນາງກໍເກີດມີຄວາມຄິດສົງ­ໄສຂຶ້ນມາວ່າ: "ເປັນຫຍັງ ພຣະເຈົ້າຈຶ່ງຕ້ອງຫວງຫ້າມມັນໄວ້ຈາກພວກເຮົາ?"       

ໃນທັນ­ໃດນັ້ນ ເອວາກໍໄດ້ເຫັນສັດທີ່ມີຄວາມສວຍງາມຊະ­ນິດໜຶ່ງ ມັນມີປີກ ແລະ ເມື່ອມັນບິນໄປມາກໍຈະມີສີ­ສັນສະ­ຫວ່າງສົດ­ໃສຄືກັບທອງຄຳ. ມັນພັກຢູ່ເທິງກິ່ງກ້ານ­ຂອງຕົ້ນ­ໄມ້ທີ່ໃຫ້ຮູ້­ຈັກຄວາມດີ ແລະ ຄວາມຊົ່ວ. ມັນໄດ້ວາງ­ທ່າທາງທີ່ມີຄວາມ­ສຸກຫຼາຍກັບໝາກໄມ້ອັນເປັນ­ຕາອອນຊອນຢາກກິນ. ສັດຊະ­ນິດນີ້ເຊິ່ງປັດ­ຈຸ­ບັນມະນຸດເອີ້ນວ່າ: ‘ງູ’        

ງູໄດ້ປາ­ກົດໃຫ້ເອວາເຫັນ ແລະ ກ່າວວ່າ: "ແມ່ນບໍ! ທີ່ພຣະເຈົ້າສັ່ງຫ້າມພວກເຈົ້າວ່າ ບໍ່ໃຫ້ກິນໝາກໄມ້ໃດໆໃນສວນນີ້?" ເອວາປະ­ຫຼາດໃຈຫຼາຍທີ່ເຫັນງູເວົ້າໄດ້ ແລະ ງູກໍໄດ້ເວົ້າຍົກ­ຍ້ອງຄວາມງາມຂອງນາງໂດຍໃຊ້ສຽງທີ່ມ່ວນອອນ­ຊອນຄືກັບດົນຕີ ສ່ວນເອວາກໍບໍ່ໄດ້ລະ­ນຶກເຖິງຄຳ­ເຕືອນຂອງທູດສະ­ຫວັນທີ່ໃຫ້ລະ­ວັງສັດ­ຕູຂອງພຣະເຈົ້າ.       

ເອວາຕອບງູວ່າ: “ໝາກໄມ້ທຸກກົກຢູ່ໃນສວນນີ້ພວກເຮົາກິນໄດ້ໝົດ. ເວັ້ນໄວ້ແຕ່ໝາກໄມ້ທີ່­ຢູ່ໃນກາງສວນນີ້ ພຣະເຈົ້າບອກພວກເຮົາບໍ່ໃຫ້ກິນ ຫຼື ແມ່ນແຕ່ແຕະ­ຕ້ອງມັນເປັນເດັດຂາດ. ຖ້າພວກເຮົາຂືນກິນເມື່ອໃດ ພວກເຮົາຈະຕາຍເມື່ອນັ້ນ.”        

ແຕ່ງູໄດ້ກ່າວວ່າ: “ບໍ່ເປັນ­ຄວາມຈິງດອກ! ເຈົ້າຈະບໍ່ຕາຍ. ພຣະເຈົ້າກ່າວເຊັ່ນນັ້ນ ເພາະພຣະອົງຮູ້ວ່າ ຖ້າເຈົ້າກິນໝາກໄມ້ນັ້ນເມື່ອໃດ ເຈົ້າກໍຈະເປັນເໝືອນພຣະເຈົ້າເມື່ອ­ນັ້ນ ເຈົ້າກໍຈະຮູ້­ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ.”        

ຊາຕານໄດ້ສິງໃນຮ່າງຂອງງູ ເພື່ອໃຊ້ງູໃນການສື່­ສານກັບເອວາ ແລະ ລໍ້ລວງນາງບໍ່ໃຫ້ເຊື່ອຟັງພຣະເຈົ້າ. "ຜູ້­ຍິງເຫັນວ່າ ຕົ້ນ­ໄມ້ນັ້ນຊ່າງງາມແທ້ ແລະ ໝາກໄມ້ກໍເປັນ­ຕາຢາກກິນອີຫຼີ! ທັງຄິດວ່າ ຖ້າຕົນສະຫຼາດຂຶ້ນອີກກໍຄົງດີຫຼາຍ. ດັ່ງ­ນັ້ນ ນາງຈຶ່ງປິດເອົາໝາກໄມ້ມາກິນ." ໃນຂະນະທີ່ເອວາກິນໝາກໄມ້ແລ້ວ ກໍມີຄວາມຮູ້­ສຶກຜິດປົກ­ກະ­ຕິຕາມຮ່າງກາຍຂອງນາງ ແລະ ນາງໄດ້ຈິດຕະນາການໄປວ່າຕົນເອງກຳ­ລັງເຂົ້າສູ່ສະ­ພາບທີ່ສູງຂຶ້ນກວ່າເກົ່າ. ໃນຂະ­ນະທີ່ເອວາຢູ່ໃນສະ­ພາບທີ່ແປກປະຫຼາດເຊັ່ນນີ້ ນາງກໍໄດ້ເອົາໝາກໄມ້ຫຼາຍໜ່ວຍມາໃຫ້ອາດາມ ແລະ ໄດ້ເລົ່າເຫດ­ການທີ່ເກີດຂຶ້ນທັງໝົດໃຫ້ລາວຟັງ.       

ໂອ! ອາດາມເສຍໃຈຫຼາຍທີ່ເອວາບໍ່ເຊື່ອຟັງພຣະເຈົ້າ ອາດາມຄິດເຖິງພຣະບັນ­ຍັດຂອງພຣະເຈົ້າທີ່ຊົງສັກ­ສິດເທົ່າທຽມກັນກັບພຣະອົງ ແລະ ເອວາຈະຕ້ອງຕາຍຍ້ອນການລ່ວງລະເມີດຂໍ້ຄຳສັ່ງຂອງພຣະເຈົ້າ. ຄວາມໂສກ­ເສົ້າໄດ້ປາ­ກົດຢູ່ທີ່ໃບໜ້າຂອງອາດາມ, ລາວເສຍໃຈຫຼາຍທີ່ໄດ້ລະ­ເລີຍໃນການເບິ່ງ­ແຍງເອວາ ຈົນມັນໄດ້ເກີດເຫດ­ການເຊັ່ນນີ້ຂຶ້ນ. ແລ້ວຈະເຮັດຢ່າງ­ໃດ? ຢູ່ໃນໃຈຂອງອາດາມເກີດມີການຕໍ່­ສູ້ກັນລະ­ຫວ່າງຄວາມຈົ່ງຮັກພັກ­ດີຂອງຕົນເອງທີ່ມີຕໍ່ພຣະເຈົ້າ ແລະ ຄວາມຜູກພັນຂອງຕົນເອງທີ່ມີຕໍ່ເອວາ. ແຕ່ອາດາມຮູ້­ສຶກວ່າຢູ່ໃນໃຈຂອງລາວຮັກເອວາຫຼາຍ ແລະ ທຳໃຈບໍ່ໄດ້ທີ່ຈະຕ້ອງສູນເສຍນາງໄປ. ສະ­ນັ້ນ ອາດາມຈຶ່ງໄດ້ຕັດ­ສິນໃຈວ່າຈະຮ່ວມຊາ­ຕາ­ກຳກັບເອວາ ໂດຍຄິດໄວ້ວ່າ: “ຖ້າເອວາຕາຍ ຕົນເອງກໍຈະຂໍຕາຍໄປນຳເຊັ່ນກັນ.” ແລ້ວອາດາມກໍໄດ້ໄຕ່­ຕອງເຖິງຄຳເວົ້າຂອງງູນັ້ນວ່າອາດຈະເປັນ­ຄວາມຈິງກໍໄດ້. ຈາກນັ້ນ ອາດາມກໍໄດ້ຈັບເອົາໝາກໄມ້ທີ່ພຣະເຈົ້າຊົງຫວງຫ້າມນັ້ນມາກິນທັນທີ.      

ໃນຂະ­ນະທີ່ອາດາມກິນໝາກໄມ້ແລ້ວ ລາວກໍຮູ້­ສຶກເຖິງຄວາມຜິດປົກ­ກະ­ຕິຢູ່ຕາມຮ່າງ­ກາຍຂອງຕົນເອງ. ແລ້ວບໍ່ດົນ ແສງລັດສະ­ເໝີທີ່ເປັນເຄື່ອງ­ນຸ່ງຫົ່ມຂອງອາດາມ ແລະ ເອວາກໍໄດ້ຫາຍໄປ, ຄວາມຮັກ ແລະ ສັນ­ຕິສຸກກໍໄດ້ຫາຍໄປເຊັ່ນກັນ. ພວກເຂົາເລີ່ມມີຄວາມຮູ້­ສຶກເຖິງຄວາມຜິດທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຮູ້ສຶກຢ້ານຕໍ່ອະ­ນາຄົດ. ແລ້ວຄວາມໂດດດຽວຝ່າຍຈິດວິນຍານກໍໄດ້ເຂົ້າມາແທນທີ່ ແລະ ມີຄວາມຢ້ານຕໍ່ການລົງ­ໂທດຂອງພຣະເຈົ້າ. ເມື່ອມີຄວາມເຂົ້າ­ໃຈ ແລະ ທັງຮູ້ວ່າຕົນເອງເປືອຍກາຍຢູ່, ພວກເຂົາກໍໄດ້ພາ­ກັນໄປເອົາໃບໄມ້ມາຫຍິບເຂົ້າ­ກັນ ເພື່ອປົກປິດຮ່າງ­ກາຍຂອງຕົນເອງໄວ້ ເພາະບໍ່ກ້າມາຢືນຢູ່ຕໍ່­ໜ້າບັນ­ດາທູດສະ­ຫວັນ ແລະ ພຣະເຈົ້າ.”   

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 3:1-7.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 48.4-57.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ແຜນ­ການໄຖ່ບາບ

ເຫດ­ການທີ່ມະ­ນຸດໄດ້ລ່ວງລະ­ເມີດກົດຂໍ້ຫ້າມຂອງພຣະເຈົ້ານັ້ນ ໄດ້ສ້າງຄວາມໂສກ­ເສົ້າທົ່ວທັງສະຫວັນ. ບັນ­ດາທູດສະ­ຫວັນໄດ້ພາ­ກັນຢຸດຮ້ອງ­ເພງ ແລະ ໄວ້­ອາ­ໄລໃຫ້ແກ່ມະ­ນຸດທີ່ໄດ້ປະ­ສົບກັບຄວາມພິນາດຍ້ອນການບໍ່ເຊື່ອຟັງນັ້ນ. ແລ້ວບັນ­ດາທູດສະ­ຫວັນທັງ­ຫຼາຍກໍລໍຖ້າເບິ່ງວ່າ ພຣະເຈົ້າຈະເຮັດຢ່າງ­ໃດຕໍ່ສິ່ງທີ່ມະ­ນຸດໄດ້ລ່ວງລະ­ເມີດຂໍ້ຄຳສັ່ງຂອງພຣະອົງ.       

ພຣະເຈົ້າຊົງເສຍໃຈຫຼາຍສຳ­ລັບມະ­ນຸດທີ່ຕົກລົງສູ່ຄວາມບາບ ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດນັ້ນ ພຣະອົງຊົງມີແຜນ­ການໄຖ່ບາບໃຫ້ມະ­ນຸດໄວ້ກ່ອນແລ້ວຖ້າ­ວ່າມະ­ນຸດເລືອກບໍ່ເຊື່ອຟັງພຣະອົງ. ແຜນ­ການຂອງພຣະເຈົ້າຄື "ລູກແກະຜູ້ຖືກຂ້າຕັ້ງ­ແຕ່ທຳ­ອິດສ້າງໂລກ". (ພຣະນິມິດ 13:8)      "

ດ້ວຍວ່າ ຄ່າຈ້າງຂອງຄວາມຜິດບາບຄືຄວາມຕາຍ" ສະນັ້ນ ເພື່ອປະຕິບັດຕາມຂໍ້ກໍານົດຂອງພຣະບັນ­ຍັດ ພຣະບຸດຂອງພຣະເຈົ້າຈະຕາຍແທນຄວາມບາບຂອງມະ­ນຸດ ເພາະພຣະບັນ­ຍັດຂອງພຣະເຈົ້າຊົງສັກ­ສິດເທົ່າທຽມກັນກັບພຣະອົງ ແລະ ບໍ່ສາ­ມາດປ່ຽນ­ແປງໄດ້ ແລະ ມີພຽງພຣະຜູ້ສ້າງມະ­ນຸດເທົ່ານັ້ນທີ່ມີອຳ­ນາດໄຖ່ຄວາມບາບຂອງມະນຸດໄດ້ ແລະ ໂດຍຜ່ານທາງພຣະບຸດເທົ່ານັ້ນທີ່ພຣະເຈົ້າໄດ້ເຮັດໃຫ້ມະ­ນຸດຄືນດີກັບພຣະອົງ (ໂຣມ 6:23). "ເພາະ­ວ່າ ພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະ­ທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງ­ໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບ­ຫາຍ ແຕ່ມີຊີ­ວິດອັນຕະ­ຫຼອດໄປເປັນ­ນິດ". (ໂຢຮັນ 3:16)

ໃນຕອນແລງມື້ນັ້ນ ພຣະເຈົ້າໄດ້ສະ­ເດັດມາຫາອາດາມ ແລະ ເອວາຢູ່ໃນສວນ ແລະ ແທນທີ່ພວກເຂົາຈະມາຕອ້ນຮັບພຣະອົງເໝືອນທຸກໆຄັ້ງຕອນທີ່ພວກເຂົາຍັງບໍຣິສຸດຢູ່ ແຕ່ພວກເຂົາຊ້ຳ­ພັດຢ້ານພຣະເຈົ້າ ແລະ ໄດ້ພາ­ກັນໄປຫຼົບລີ້ຊ່ອນຕົວຢູ່ທ່າມ­ກາງຕົ້ນ­ໄມ້ທັງ­ຫຼາຍເພື່ອໃຫ້ພົ້ນຈາກພຣະອົງ. ແລ້ວພຣະເຈົ້າກໍໄດ້ເອີ້ນຫາພວກເຂົາ ແລະ ຖາມເຖິງສິ່ງທີ່ພວກເຂົາໄດ້ກະ­ທຳຜິດນັ້ນ ແລະ ແທນທີ່ພວກເຂົາຈະສາ­ລະ­ພາບຄວາມຜິດຂອງພວກເຂົາ ແຕ່ພວກເຂົາຊ້ຳ­ພັດໂຍນຄວາມຜິດຂອງຕົນເອງນັ້ນໃສ່ກັນແລະກັນ ແລະ ແຖມຍັງໂຍນຄວາມຜິດຂອງພວກເຂົານັ້ນມາໃສ່ພຣະເຈົ້າອີກດ້ວຍ.         

ຂໍ້ແກ້ຕົວມີຈຸດເລີ່ມຕົ້ນມາຈາກຊາຕານ ເຊິ່ງມັນເປັນບິ­ດາແຫ່ງການຂີ້ຕົວະ. ເມື່ອອາດາມ ແລະ ເອວາຍອມເຊື່ອຟັງຊາຕານ ດັ່ງ­ນັ້ນ ທັງຄຳເວົ້າ ແລະ ການກະ­ທຳຈຶ່ງເຮັດເໝືອນກັນກັບມັນ. "ເມື່ອພວກເຈົ້າຍອມເປັນທາດເຊື່ອຟັງຜູ້ໃດ ພວກເຈົ້າກໍເປັນທາດຂອງນາຍທີ່ພວກເຈົ້າເຊື່ອຟັງນັ້ນ" (ໂຣມ 6:16). ແລ້ວຕຳ­ແໜ່ງຂອງອາດາມໃນການປົກ­ຄອງໂລກນີ້ຈຶ່ງຖືກຊາຕານປົກຄອງແທນທີ່.       

"ເຖິງແມ່ນວ່າ ພວກເຂົາໄດ້ເຮັດຜິດບາບຢ່າງໃຫຍ່ຫຼວງ ແຕ່ກໍຈະບໍ່ຖືກປະຖິ້ມໃຫ້ຊາຕານປົກ­ຄອງຢູ່ຝ່າຍດຽວ ພຣະບຸດຂອງພຣະເຈົ້າຍິນ­ດີທີ່ຈະໄຖ່ພວກເຂົາຄືນມາຈາກໂທດຂອງການລ່ວງລະ­ເມີດນັ້ນດ້ວຍຊີວິດຂອງພຣະອົງເອງ; ຈະໃຫ້ມີຊ່ວງເວ­ລາແຫ່ງພຣະກາລຸນາ ແລະ ໂດຍການກັບໃຈເຊື່ອໃນພຣະຜູ້ໄຖ່ ພວກເຂົາກໍຈະໄດ້ກັບມາເປັນລູກຂອງພຣະເຈົ້າອີກຄັ້ງ." PP 66.2.       

ໃນມື້ນັ້ນ ພຣະເຈົ້າໄດ້ປະ­ກາດການລົງ­ໂທດຂອງອາດາມ, ເອວາ ແລະ ຊາຕານ. (ທ່ານສາ­ມາດອ່ານເພີ່ມເຕີມໃນພຣະທຳປະ­ຖົມມະການ 3:14-19). ໂດຍການລ່ວງລະ­ເມີດຂໍ້ຄຳສັ່ງຂອງພຣະເຈົ້ານັ້ນ ອາດາມ ແລະ ເອວາໄດ້ສູນເສຍຊີ­ວິດນິຣັນ ສະ­ນັ້ນ ພວກເຂົາຈະຕ້ອງໄດ້ກັບຄືນໄປເປັນດິນ. "ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ" (ປະ­ຖົມມະການ 3:19). ອາດາມ ແລະ ເອວາຈະໄດ້ຮັບຄວາມ­ທຸກຍາກລຳ­ບາກ, ພົບກັບຄວາມຜິດຫວັງ, ຄວາມໂສກ­ເສົ້າ ແລະ ຄວາມ­ເຈັບປວດ ຈົນກວ່າຈະເຖິງແກ່ຄວາມຕາຍ. ນອກ­ຈາກນີ້ ພວກເຂົາຍັງຈະໄດ້ປະເຊີນກັບອຳນາດການປົກ­ຄອງຂອງຊາຕານອີກດ້ວຍ. ແຕ່ເຖິງຢ່າງ­ໃດກໍຕາມ ພວກເຂົາກໍຈະໄດ້ຮັບຄວາມລອດໂດຍຜ່ານທາງພຣະບຸດຂອງພຣະເຈົ້າ ແຕ່ຕ້ອງມີເງື່ອນ­ໄຂຄືການເຊື່ອຟັງ. ສ່ວນຊາຕານນັ້ນ ເຖິງແມ່ນວ່າຈະມີການຕໍ່­ສູ້ກັນລະ­ຫວ່າງມະ­ນຸດແລະຊາຕານ ແຕ່ອຳ­ນາດການປົກ­ຄອງຂອງມັນກໍຈະໄດ້ຮັບຄວາມພ່າຍແພ້ໃນທີ່ສຸດ. 

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 3:8-20.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 57.5-62.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ອາດາມ ແລະ ເອວາອອກຈາກສວນເອເດນ

­ຫຼັງຈາກທີ່ພຣະເຈົ້າໄດ້ປະ­ກາດການລົງ­ໂທດຂອງອາດາມ ແລະ ເອວາແລ້ວ ພວກເຂົາກໍບໍ່ໄດ້ຮັບອະ­ນຸ­ຍາດໃຫ້ອາ­ໄສຢູ່ໃນສວນເອເດນອີກຕໍ່ໄປ. "ຕໍ່ມາ ອົງພຣະຜູ້ເປັນເຈົ້າພຣະເຈົ້າໄດ້ໃຫ້ເສື້ອທີ່ເຮັດດ້ວຍໜັງສັດແກ່ອາດາມ ແລະ ເມຍຂອງລາວນຸ່ງ. ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ: 'ບັດນີ້ ມະ­ນຸດໄດ້ກາຍ­ເປັນເໝືອນຜູ້ໜຶ່ງຢູ່ໃນເຮົາ ແລະ ທັງຮູ້­ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ເຮົາຈະບໍ່ອະ­ນຸ­ຍາດໃຫ້ພວກເຂົາຢື້ມືໄປປິດເອົາໝາກໄມ້ຈາກຕົ້ນທີ່ໃຫ້ຊີ­ວິດມາກິນ ແລະ ມີຊີ­ວິດນິຣັນດອນ.' ສະ­ນັ້ນ ອົງພຣະຜູ້ເປັນເຈົ້າພຣະເຈົ້າຈຶ່ງຂັບໄລ່ພວກເຂົາໃຫ້ອອກໄປຈາກສວນເອເດນ ແລະ ໃຫ້ຂຸດດິນຟັນໄມ້ໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ" (ປະ­ຖົມມະການ 3:21,23). ອາດາມ ແລະ ເອວາເສຍໃຈຫຼາຍໃນສິ່ງທີ່ເກີດຂຶ້ນ ແລະ ກໍໂສກ­ເສົ້າເກີນຈະບັນລະຍາຍທີ່ຕ້ອງໄດ້ລາຈາກບ້ານອັນສວຍງາມຂອງພວກເຂົາ. 

"ຫຼັງຈາກອາດາມກັບເອວາເຮັດບາບແລ້ວ ກໍບໍ່ສາ­ມາດອາ­ໄສຢູ່ໃນສວນເອເດນອີກຕໍ່ໄປ. ເຂົາທັງສອງໄດ້ອ້ອນ­ວອນຂໍຮ້ອງທີ່ຈະຢູ່ໃນບ້ານສະ­ຖານແຫ່ງຄວາມບໍຣິສຸດສຸກສຳ­ບາຍຕໍ່ໄປ ເຂົາຍອມ­ຮັບວ່າໄດ້ສູນເສຍສິດ­ທິທີ່ຈະຄອບ­ຄອງບ່ອນ­ຢູ່ອັນສຸກໃຈ ແຕ່ກໍໄດ້ປະ­ຕິຍານວ່າ ຕໍ່ໄປຈະເຊື່ອຟັງພຣະເຈົ້າຢ່າງເຄັ່ງຄັດ. ແຕ່ເຂົາໄດ້ຮັບການຊີ້ແຈ້ງ­ວ່າ ຄວາມບາບໄດ້ເຮັດໃຫ້ສະພາບທຳມະຊາດຂອງເຂົາເສື່ອມໂຊມລົງແລ້ວ ເຊິ່ງເຮັດໃຫ້ພະ­ລັງໃນການຕໍ່­ຕ້ານຄວາມຊົ່ວຫຼຸດໜ້ອຍລົງ ແລະ ໄດ້ເປີດທາງໃຫ້ຊາຕານ­ເຂົ້າມາຫາພວກເຂົາໄດ້ງ່າຍຂຶ້ນ. ເຂົາໄດ້ຍອມຕໍ່ການທົດລອງເມື່ອຍັງບໍຣິສຸດຢູ່ນັ້ນ ແລະ ບັດນີ້ກຳ­ລັງໃນການຮັກ­ສາຄວາມສັດ­ຊື່ຈຶ່ງໜ້ອຍລົງເມື່ອເຂົາຢູ່ໃນສະ­ພາບທີ່ຮູ້­ສຶກຜິດຢູ່ຕະ­ຫຼອດເວລາ." PP 61.4.       

ເນື່ອງຈາກວ່າ ຊາຕານຫວັງຢາກໃຫ້ອາດາມ ແລະ ເອວາກິນໝາກໄມ້ແຫ່ງຊີ­ວິດ ແລະ ດຳ­ລົງຊີ­ວິດຢູ່ໃນຄວາມບາບຕະ­ຫຼອດໄປ ແລະ ທົນທຸກ­ທໍ­ລະ­ມານຕໍ່ໄປຈົນບໍ່ສິ້ນສຸດ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາໃຫ້ອອກໄປຈາກສວນເອເດນ ແລະ ໄດ້ສັ່ງທູດສະຫວັນມາເຝົ້າສວນເອເດນໄວ້ ເພື່ອປ້ອງກັນບໍ່ໃຫ້ມະ­ນຸດຄົນໃດເຂົ້າໄປໃກ້ຕົ້ນ­ໄມ້ແຫ່ງຊີວິດ.      

ແຕ່ພຣະເຈົ້າຍັງຄົງປອບໃຈອາດາມ ແລະ ເອວາຫຼາຍໆຄັ້ງໂດຍຜ່ານທາງບັນ­ດາທູດສະ­ຫວັນຂອງພຣະອົງກ່ຽວກັບແຜນ­ການໄຖ່ບາບ ແລະ ພຣະອົງຈະບໍ່ປະຖິ້ມພວກເຂົາໃຫ້ຊາຕານປົກ­ຄອງຢູ່ຝ່າຍດຽວ. ສ່ວນເສື້ອທີ່ເຮັດດ້ວຍໜັງສັດທີ່ພຣະເຈົ້າໄດ້ເອົາມາໃຫ້ພວກເຂົານຸ່ງກ່ອນທີ່ຈະອອກມາຈາກສວນເອເດນນັ້ນ ແມ່ນລູກແກະຂອງພຣະເຈົ້າທີ່ໄດ້ຖືກຂ້າແລ້ວ. ເສື້ອໜັງສັດຍັງໄດ້ສະ­ແດງໃຫ້ເຫັນອີກວ່າ ໂທດການຕາຍຂອງພວກເຂົາທີ່ບໍ່ເຊື່ອຟັງພຣະເຈົ້ານັ້ນ ມັນຖືກໂອນມາໃຫ້ລູກແກະຂອງພຣະເຈົ້າແລ້ວ. ດ້ວຍແຜນ­ການໄຖ່ບາບອັນປະ­ເສີດຂອງພຣະເຈົ້ານີ້ແຫລະ! ທີ່ຈະເຮັດໃຫ້ມະ­ນຸດໄດ້ມີໂອກາດກັບ­ເຂົ້າໄປໃນສວນເອເດນຂອງພຣະເຈົ້າອີກຄັ້ງ.      

ໃນຄວາມໂສກ­ເສົ້າເສຍໃຈທີ່ເກີນຈະພັນລະນາຂອງອາດາມ ແລະ ເອວານີ້ ພວກເຂົາຍັງໄດ້ອັດສະຈັນໃຈໃນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ ແລະ ມີຄວາມຫວັງໃນແຜນ­ການໄຖ່ບາບຂອງພຣະເຈົ້າອີກດ້ວຍ. ເມື່ອຄວາມບາບໄດ້ເຂົ້າມາໃນໂລກນີ້ແລ້ວ ໂລກກໍເລີ່ມມີການປ່ຽນ­ແປງໄປເຊັ່ນ: ອາ­ກາດທີ່ເຄີຍມີອຸນ­ຫະ­ພູມຢ່າງເໝາະສົມ ກໍມີຄວາມປ່ຽນ­ແປງໄປຕາມລະ­ດູການ, ດອກໄມ້ທີ່ອອກ­ດອກບານທີ່ສຸດແລ້ວ ກໍເລີ່ມມີການຫ່ຽວ­ແຫ້ງຕາຍ, ຕົ້ນ­ໄມ້ທີ່ໃຫຍ່ສູງແລ້ວ ກໍເລີ່ມມີໃບໄມ້ລົ່ນ, ໝາກໄມ້ທີ່ສຸກຫຼາຍແລ້ວ ກໍເລີ່ມມີການເນົ່າເປື່ອຍ, ສັດທັງ­ຫຼາຍກໍເລີ່ມເປັນສັດ­ຕູກັນ ແລະ ສັດບາງໂຕກໍເກີດມີພິດທີ່ຮ້າຍແຮງ. ສ່ວນຮ່າງກາຍຂອງມະ­ນຸດກໍເຊັ່ນດຽວກັນ ເລີ່ມເສື່ອມໂຊມລົງໄປຕາມກາ­ລະເວລາ. ຍ້ອນຄວາມບາບນີ້ເອງທີ່ເປັນ­ຕົ້ນເຫດຂອງຄວາມຕາຍ ເຊິ່ງສັບ­ພະສິ່ງທີ່ມີຊີ­ວິດທັງໝົດບໍ່ສາມາດຫຼີກໜີໄດ້. 

ສວນເອເດນຈະກັບມາອີກ

ຊາຕານໄດ້ຍາດຊິງອຳ­ນາດການປົກ­ຄອງໂລກທີ່ຊົງມອບໃຫ້ແກ່ອາດາມໃນຕອນທຳອິດ ແຕ່ພຣະບຸດຈະຊົງຊຳ­ລະໂທດຂອງຄວາມບາບໂດຍການເສຍ­ສະລະພຣະອົງເອງ ບໍ່ພຽງແຕ່ເປັນການໄຖ່ມະ­ນຸດເທົ່ານັ້ນ ແຕ່ຈະຊົງກອບກູ້ອຳ­ນາດການປົກ­ຄອງເຊິ່ງອາດາມໄດ້ເສຍໄປນັ້ນໃຫ້ກັບຄືນມາອີກດ້ວຍ. ທຸກສິ່ງທີ່ອາດາມຄົນທຳ­ອິດໄດ້ສູນເສຍໄປນັ້ນ ອາດາມຄົນ­ທີສອງຄືພຣະບຸດຈະເຮັດໃຫ້ຄືນສູ່ສະ­ພາບເດີມ.

ພຣະເຈົ້າປະ­ທານພຣະບຸດທີ່ຮັກຜູ້ຊົງສະ­ພາບເທົ່າທຽມກັນກັບພຣະອົງເອງມາເພື່ອແບກຮັບເອົາຄວາມບາບຂອງມະ­ນຸດ ຈຶ່ງເປີດຫົນທາງໃຫ້ມະ­ນຸດສາ­ມາດກັບຄືນດີກັບພຣະເຈົ້າໄດ້ ແລະ ຖືກນຳກັບມາຍັງສວນເອເດນອັນເປັນບ້ານຂອງມະ­ນຸດອີກຄັ້ງໜຶ່ງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 3:21-24.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 61.4-62.1, 67.1, 69.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ສັນ­ຍາລັກຂອງການຖວາຍລູກແກະ

ພຣະຄໍາພີກ່າວວ່າ ພຣະບຸດຂອງພຣະເຈົ້າຊົງເປັນ "ລູກແກະຜູ້ຖືກຂ້າຕັ້ງ­ແຕ່ທຳ­ອິດສ້າງໂລກ" (ພຣະນິມິດ 13:8). ພຣະເຈົ້າຊົງມີແຜນການໄຖ່ບາບມະ­ນຸດ ເຊິ່ງຈະມີຊ່ວງເວ­ລາແຫ່ງພຣະກາລຸນາຄື ພຣະອົງຈະປະ­ທານພຣະບຸດຂອງພຣະອົງມາຕາຍ ເພື່ອໄຖ່ບາບໃຫ້ແກ່ມະນຸດ. ພຣະເຈົ້າໄດ້ຈັດຕັ້ງລະ­ບົບການຖວາຍບູ­ຊາໄຖ່ບາບ ເຊິ່ງເປັນສັນ­ຍາລັກຂອງພຣະບຸດທີ່ຈະສະ­ເດັດມາໃນໂລກນີ້ ເພື່ອມາຕາຍໄຖ່ບາບໃຫ້ແກ່ມະນຸດ.      

"ພຣະເຈົ້າຊົງເປັນຜູ້ກຳ­ນົດລະ­ບົບການຖວາຍບູຊາ ເພື່ອເປັນເຄື່ອງເຕືອນສະ­ຕິອັນຖາ­ວອນໃຫ້ມະ­ນຸດຖ່ອມ­ຕົວຍອມ­ຮັບບາບທີ່ຕົນເອງໄດ້ເຮັດ ແລະ ເປັນການປະ­ກາດເຖິງຄວາມເຊື່ອໃນພຣະຜູ້ໄຖ່ທີ່ຊົງສັນ­ຍາໄວ້ນັ້ນ ສິ່ງເຫຼົ່ານີ້ມີໄວ້ເພື່ອດົນໃຈມະ­ນຸດຜູ້ຕົກສູ່ຄວາມບາບໃຫ້ສຳນຶກເຖິງຄວາມຈິງອັນໜັກແໜ້ນວ່າ ຄວາມບາບເປັນ­ຕົ້ນເຫດຂອງຄວາມຕາຍ."

ໃນຂະ­ນະທີ່ອາດາມ ແລະ ເອວາອາ­ໄສຢູ່ນອກສວນເອເດນນັ້ນ ພຣະເຈົ້າກໍໄດ້ບອກໃຫ້ພວກເຂົາຕັ້ງສະ­ຖານ­ທີ່ເຮັດພິ­ທີຖວາຍເຄື່ອງບູ­ຊາຂຶ້ນມາເປັນພິ­ເສດເພື່ອນະ­ມັດ­ສະ­ການພຣະອົງ. ພຣະເຈົ້າໄດ້ບອກໃຫ້ພວກເຂົາຈື່ໄວ້ວ່າ ຈະມີມື້­ໜຶ່ງທີ່ພຣະບຸດຂອງພຣະອົງຈະມາທີ່ນີ້ ເພື່ອຕາຍໄຖ່ບາບຂອງພວກເຂົາ ແລະ ເພື່ອວ່າ­ຄວາມບາບຂອງພວກເຂົາຈະໄດ້ຮັບການອະໄພ. ພວກເຂົາຈະຕ້ອງເອົາລູກແກະທີ່ສົມ­ບູນ, ມີສຸ­ຂະ­ພາບດີ, ບໍ່ມີຈຸດດ່າງພອຍ ແລະ ບໍ່ມີຕຳ­ໜິ ເຊິ່ງເປັນສັນ­ຍາລັກຂອງພຣະບຸດຜູ້ບໍຣິສຸດທີ່ບໍ່ມີຄວາມບາບ. ພວກເຂົາຈະຕ້ອງວາງມືຢູ່ເທິງໂຕແກະ, ຖ່ອມ­ຕົວລົງ ແລະ ສາ­ລະ­ພາບຄວາມບາບຂອງຕົນເອງທີ່ໄດ້ເຮັດຜິດໄປນັ້ນ ແລະ ຂໍການອະ­ໄພຄວາມບາບຈາກພຣະເຈົ້າ. ຖ້າພຣະເຈົ້າຊົງຍອມ­ຮັບການນະ­ມັດ­ສະ­ການຂອງພວກເຂົາ ແລະ ອະ­ໄພຄວາມບາບຂອງພວກເຂົາ ພຣະອົງກໍຈະສົ່ງໄຟລົງມາຈາກສະ­ຫວັນ ເພື່ອເຜົາໂຕແກະຢູ່ເທິງແທ່ນບູຊາຂອງພວກເຂົານັ້ນ.       

ເປັນຄັ້ງທຳ­ອິດທີ່ອາດາມ ແລະ ເອວາຂ້າສັດຖວາຍໃຫ້ພຣະເຈົ້າ ເພື່ອໄຖ່ບາບຂອງພວກເຂົາ. ພວກເຂົາເສຍໃຈຫຼາຍ, ທັງໂສກ­ເສົ້າ, ທໍລະ­ມານໃຈ, ຮ້ອງ­ໄຫ້ ແລະ ຕົວສັ່ນໃນຂະ­ນະທີ່ຂ້າສັດ ເຊິ່ງຊີ­ວິດຂອງສັດເຫຼົ່າ­ນັ້ນລ້ວນແຕ່ມາຈາກພຣະເຈົ້າ. ພາບການຕາຍນັ້ນໄດ້ເຮັດໃຫ້ພວກເຂົາຮູ້ວ່າ ຖ້າຫາກພວກເຂົາບໍ່ລ່ວງລະ­ເມີດຂໍ້ຄຳສັ່ງຂອງພຣະເຈົ້າຕັ້ງ­ແຕ່ທຳ­ອິດນັ້ນ ທັງຄົນ, ສັດ ແລະ ສິ່ງທີ່ມີຊີ­ວິດທັງປວງທີ່ພຣະເຈົ້າຊົງສ້າງຂຶ້ນມານັ້ນ ກໍຄົງຈະບໍ່ປະເຊີນກັບຄວາມຕາຍ. ນອກ­ຈາກນີ້ ຍັງເຮັດໃຫ້ພວກເຂົາໄດ້ຄຳນຶງເຖິງວ່າ ພຣະບັນ­ຍັດຂອງພຣະເຈົ້າຊົງສັກ­ສິດແທ້ຈິງ ແລະ ເຮັດໃຫ້ເຫັນເຖິງຄວາມຜິດ ແລະ ຜົນອັນຊົ່ວຮ້າຍຂອງຄວາມບາບ.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 68.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.