ທູດສະຫວັນຜູ້ທີ່ກະບົດຢູ່ໃນສະຫວັນ

ເປັນຫຍັງ?

ໃນສະ­ໄໝແຕ່ກ່ອນ ເມື່ອດົນນານມາແລ້ວ ມີພໍ່ຕູ້ ແລະ  ແມ່­ຕູ້ຄູ່ໜຶ່ງທີ່ເຖົ້າແກ່ຫຼາຍແລ້ວ. ອາ­ຍຸຂອງພວກເພິ່ນບໍ່ແມ່ນໜຶ່ງຮ້ອຍ ຫຼື ສອງຮ້ອຍປີ ແຕ່ແມ່ນອາ­ຍຸເກົ້າຮ້ອຍປີ. ພວກເຂົາໄດ້ສ້າງແທ່ນບູ­ຊາອັນໜຶ່ງຢູ່ໃກ້ກັບປະຕູຂອງສວນທີ່ສວຍງາມແຫ່ງໜຶ່ງ. ທຸກໆມື້ ພໍ່ຕູ້ ແລະ ແມ່­ຕູ້ ລວມທັງລູກຫຼານຫຼາຍໆຄົນຂອງພວກເຂົາກໍຈະຍ່າງຜ່ານໄປມາທີ່ແທ່ນບູຊາ ແລະ ແນມເບິ່ງຂ້າງໃນຂອງສວນທີ່ສວຍງາມ ເຊິ່ງຢູ່ໜ້າປະ­ຕູຂອງສວນແຫ່ງນັ້ນໄດ້ມີທູດສະ­ຫວັນຂອງພຣະເຈົ້າເຝົ້າຍາມຢູ່. ເມື່ອໃດທີ່ມີຄົນມາຢືນຢູ່ຕໍ່­ໜ້າປະ­ຕູຂອງສວນ ທູດສະ­ຫວັນຂອງພຣະເຈົ້າກໍຈະແກ່ວງດາບທີ່ລຸກເປັນແສງໄຟໄປມາທົ່ວທຸກທິດ ເພື່ອປ້ອງກັນບໍ່ໃຫ້ມະ­ນຸດຄົນໃດສາມາດເຂົ້າໄປໃນສວນນັ້ນໄດ້.

ລູກຫຼານໄດ້ຖາມຜູ້ທີ່ເປັນພໍ່ຕູ້ ແລະ ແມ່­ຕູ້ຂອງພວກເຂົາວ່າ: “ເປັນຫຍັງ ທູດສະ­ຫວັນຈຶ່ງແກ່ວງດາບໄປມາ ເພື່ອຫ້າມບໍ່ໃຫ້ພວກເຮົາເຂົ້າໄປໃນສວນ?”      

ພໍ່ຕູ້ຜູ້ທີ່ມີຊື່­ວ່າ ອາດາມ ແລະ ແມ່­ຕູ້ຜູ້ທີ່ມີຊື່­ວ່າ ເອວາ ໄດ້ຍິນຄຳຖາມເຫຼົ່ານີ້ມາຫຼາຍຄັ້ງ ແຕ່ທຸກໆຄັ້ງທີ່ພວກເພິ່ນໄດ້ຍິນຄຳຖາມຂອງລູກຫຼານຂຶ້ນມາເທື່ອໃດ ເພິ່ນກໍຈະມັກຕອບຄຳຖາມຂອງລູກຫຼານຢູ່ຕະຫຼອດ.

ພໍ່ຕູ້ອາດາມຕອບວ່າ: “ສວນແຫ່ງນີ້ມີຊື່­ວ່າ ເອເດນ ມັນເປັນສະ­ຖານ­ທີ່ທີ່ແມ່­ຕູ້ ແລະ ພໍ່ຕູ້ເຄີຍອາ­ໄສຢູ່. ຖ້າພວກລູກຫຼານຢາກຮູ້ ພໍ່ຕູ້ກໍຈະເລົ່າໃຫ້ຟັງ ແຕ່ກ່ອນທີ່ຈະເລົ່າເລື່ອງນີ້ ພໍ່ຕູ້ຢາກເລົ່າເລື່ອງໜຶ່ງໃຫ້ພວກລູກຫຼານຟັງສາກ່ອນ ມັນເປັນເລື່ອງທີ່ພໍ່ຕູ້ ແລະ ແມ່­ຕູ້ໄດ້ຮຽນຮູ້ມາເມື່ອພວກເຮົາອາ­ໄສຢູ່ໃນສວນທີ່ສວຍງາມແຫ່ງນີ້.”      

ລູກຫຼານຂອງພໍ່ຕູ້ອາດາມໄດ້ເວົ້າຂຶ້ນວ່າ: “ໂດຍ! ພວກເຮົາຢາກຟັງ.”      

ພໍ່ຕູ້ອາດາມເລົ່າວ່າ: “ກ່ອນທີ່ພວກເຮົາຈະມີຕົວຕົນຢູ່ນີ້ ໄດ້ມີພຣະເຈົ້າທີ່ເປັນຢູ່ແລ້ວໂດຍບໍ່ມີການເລີ່ມຕົ້ນ ພຣະອົງຊົງເປັນຢູ່ກ່ອນທຸກໆສິ່ງທີ່ຈະຖືກສ້າງຂຶ້ນ. (ເອຊາ­ຍາ 57:15) ພຣະອົງຊົງເປັນພຣະເຈົ້າສູງສຸດ, ບໍຣິສຸດ ແລະ ມີຊີ­ວິດຢູ່ຕະ­ຫຼອດໄປ. ມີພຣະເຈົ້າພຣະບິ­ດາ, ພຣະເຈົ້າພຣະບຸດ ແລະ ພຣະເຈົ້າພຣະວິນຍານບໍຣິສຸດ. (ມັດທາຍ 28:19) ພຣະອົງຊົງເປັນພຣະເຈົ້າອົງດຽວກັນທີ່ເຕັມລົ້ນດ້ວຍຄວາມຮັກ ແລະ ເປັນບໍ່ເກີດແຫ່ງຊີວິດ. ພຣະເຈົ້າຊົງເປັນພຣະຜູ້ສ້າງສະ­ຫວັນ, ຈັກ­ກະ­ວານ, ແລະ ໂລກກັບສິ່ງທີ່ມີຊີ­ວິດດ້ວຍຣິດອຳ­ນາດອັນຍິ່ງໃຫຍ່ຂອງພຣະອົງ. (ໂກໂລຊາຍ 1:16) ບັນ­ລັງຂອງພຣະອົງກໍຢູ່ເໜືອທຸກໆສິ່ງທີ່­ຢູ່ໃນສະຫວັນ.      

ສະ­ຫວັນເປັນສະ­ຖານ­ທີ່ບໍຣິສຸດທີ່ມີສັນ­ຕິສຸກ. ພຣະເຈົ້າຊົງເປັນຄວາມຮັກ ແລະ ດ້ວຍຄວາມຮັກ ພຣະອົງຈຶ່ງສ້າງທູດສະ­ຫວັນຂຶ້ນມາເພື່ອທີ່ຈະຮັກ ແລະ ໃຫ້ພວກເຂົາມີອິດ­ສະ­ລະໃນການເລືອກ ເພາະພຣະເຈົ້າຢາກໃຫ້ທູດສະ­ຫວັນຮັບໃຊ້ພຣະອົງດ້ວຍຄວາມຮັກເຊັ່ນ: ຮັກພຣະຜູ້ສ້າງ ແລະ ຮັກເຊິ່ງກັນ ແລະ ກັນ ເພື່ອຄວາມຮັກຂອງພຣະອົງນັ້ນຈະໄດ້ແຜ່ຂະຫຍາຍອອກໄປທົ່ວທັງສະຫວັນ. (1ໂຢຮັນ 4:8) ບັນ­ດາທູດສະຫວັນເປັນຈຳ­ນວນຫຼາຍລ້ານໆອົງໄດ້ພາ­ກັນຍົກ­ຍ້ອງຊົມ­ເຊີຍສິ່ງທີ່ໜ້າອັດ­ສະ­ຈັນທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ. ພວກເຂົາຮ້ອງ­ເພງສັນ­ລະ­ເສີນນະມັດ­ສະ­ການພຣະເຈົ້າດ້ວຍຄວາມຊົມ­ຊື່ນຍິນ­ດີ ເພາະຄວາມຮັກທີ່ພຣະເຈົ້າໄດ້ຊົງສ້າງພວກເຂົາຂຶ້ນມາ ແລະ ພຣະເຈົ້າຍັງໄດ້ສະ­ແດງໃຫ້ພວກເຂົາເຫັນເຖິງຣິດອຳ­ນາດອັນຍິ່ງໃຫຍ່ຂອງພຣະອົງ. (ເຮັບເຣີ 1:3) ສ່ວນທູດສະ­ຫວັນທີ່ພິ­ເສດຢືນຢູ່ທຸກໆຂ້າງບັນ­ລັງຂອງພຣະເຈົ້ານັ້ນກໍໄດ້ສົ່ງສຽງຮ້ອງຢູ່ຕະ­ຫຼອດອອກມາວ່າ: “ບໍຣິສຸດ, ບໍຣິສຸດ, ບໍຣິສຸດ ແມ່ນພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳ­ນາດຍິ່ງໃຫຍ່ ພຣະອົງທີ່ດຳ­ລົງຢູ່ໃນອະ­ດີດ, ດຳ­ລົງຢູ່ໃນປັດ­ຈຸ­ບັນ ແລະ ພຣະອົງທີ່ຈະສະ­ເດັດມາ.” (ພຣະນິ­ມິດ 4:8) ພຣະເຈົ້າຊົງຍິ່ງໃຫຍ່ ແລະ ເປັນທີ່ຍົກ­ຍ້ອງສັນ­ລະ­ເສີນຢ່າງສູງສຸດ. ກຽດສັກສີ ແລະ ຣິດອຳນາດກໍອ້ອມຮອບພຣະອົງເອົາໄວ້ ແລະ ທົ່ວທັງສະຫວັນກໍເຕັມໄປດ້ວຍພຣະສະ­ຫງ່າ­ຣາ­ສີຂອງພຣະອົງ.”       

ບໍ່ພຽງແຕ່ເລື່ອງຂອງພຣະເຈົ້າທີ່ພໍ່ຕູ້ອາດາມໄດ້ເລົ່າສູ່ລູກຫຼານຟັງເທົ່ານັ້ນ ແຕ່ເພິ່ນຍັງໄດ້ເລົ່າເຫດ­ການຕ່າງໆທີ່ເກີດຂຶ້ນຢູ່ໃນສວນເອເດນເຊັ່ນ: ການບໍ່ເຊື່ອຟັງພຣະເຈົ້າ, ການຖືກຂັບໄລ່ອອກຈາກສວນເອເດນ ແລະ ເລື່ອງຄອບ­ຄົວຂອງເພິ່ນທີ່ແຕກແຍກກັນອີກດ້ວຍ ເຊິ່ງບົດຕໍ່ໆໄປນີ້ ເປັນເລື່ອງລາວທີ່ພໍ່ຕູ້ອາດາມ ແລະ ແມ່­ຕູ້ເອວາໄດ້ຮຽນຮູ້ ແລະ ໄດ້ປະ­ສົບມາ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 3:22-24.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 34.1-34.3; 62.2; 82.1} 

ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.ອ້າງອີງຈາກປຶ້ມ "About the Beginning of Things" ຂຽນໂດຍ ທ່ານ ນາງ G. S. Stump.


ລູຊີເຟີບໍ່ໄດ້ສຳ­ນຶກເຖິງພຣະຄຸນຂອງພຣະເຈົ້າ

ໃນການນະ­ມັດ­ສະ­ການພຣະເຈົ້າຢູ່ເທິງສະ­ຫວັນ ພຣະເຈົ້າໄດ້ສ້າງທູດສະ­ຫວັນທີ່ພິ­ເສດອົງໜຶ່ງໃຫ້ຢູ່ເໜືອທູດສະ­ຫວັນທັງໝົດ ແລະ ເປັນຜູ້ນຳພາບັນ­ດາທູດສະຫວັນທັງ­ຫຼາຍຮ້ອງ­ເພງສັນ­ລະ­ເສີນພຣະເຈົ້າ. ພຣະເຈົ້າໄດ້ແຕ່ງ­ຕັ້ງທູດສະ­ຫວັນທີ່ພິ­ເສດອົງນີ້ໃຫ້ມີຮູບຮ່າງທີ່ສະ­ຫງ່າງາມ, ມີຄວາມສະ­ຫຼາດຫຼັກ­ແຫຼມ ແລະ ເປັນຫົວ­ໜ້າຂອງບັນ­ດາທູດສະ­ຫວັນທັງ­ຫຼາຍທີ່­ຢູ່ໃນສະ­ຫວັນ ເຊິ່ງລາວມີຕຳ­ແໜ່ງຮອງຈາກພຣະເຈົ້າພຣະບຸດ. ຢູ່ໃນທ່າມ­ກາງບັນ­ດາທູດສະ­ຫວັນທັງ­ຫຼາຍ ທູດສະ­ຫວັນທີ່ພິ­ເສດອົງນີ້ແມ່ນມີຄວາມງົດງາມ ແລະ ມີແສງຫຼາຍກວ່າໝູ່ ເພາະ­ວ່າລາວເປັນທູດສະຫວັນທີ່ພິ­ເສດ ເຊິ່ງເປັນແບບຢ່າງເຖິງຄວາມຄົບຖ້ວນບໍ­ລິ­ບູນ. ທູດສະຫວັນທີ່ພິເສດອົງນີ້ມີຊື່­ວ່າ “ລູຊີເຟີ” ເຊິ່ງມີຄວາມໝາຍ­ວ່າ ດວງດາວສ່ອງໃສໃນຕອນເຊົ້າ.      

ເວ­ລາລູຊີເຟີຈະຍ່າງໄປໃສກໍຈະມີທູດສະ­ຫວັນທັງ­ຫຼາຍຮັກ ແລະ ຊົມ­ເຊີຍຍິນ­ດີຕໍ່ລາວໃນຖາ­ນະທີ່ເປັນຫົວ­ໜ້າທູດສະ­ຫວັນທີ່­ຢູ່ໃນສະຫວັນ. ລູຊີເຟີພາກ­ພູມໃຈຫຼາຍກັບຄວາມງາມຂອງຕົວເອງ ແລະ ລາວມັກຈະຖາມຕົນເອງຢູ່ຕະ­ຫຼອດວ່າ: “ເປັນຫຍັງ ພຣະເຈົ້າຈຶ່ງເລືອກຂ້ອຍໃຫ້ເປັນຫົວ­ໜ້າບັນ­ດາທູດສະ­ຫວັນທັງ­ຫຼາຍ? ມັນຕ້ອງເປັນເພາະຂ້ອຍດີກວ່າ ງາມກວ່າ ແລະ ສະ­ຫຼາດຫຼາຍກວ່າບັນ­ດາທູດສະ­ຫວັນອື່ນໆແຫລະ!” ລາວໃຊ້ເວ­ລາຄິດເລື່ອງນີ້ຢູ່ເລື້ອຍໆ ແລະ ກໍເພີ່ມທະ­ວີຂຶ້ນທຸກໆມື້ ຈົນເຮັດໃຫ້ຈິດໃຈຂອງລາວເລີ່ມຄ່ອຍໆມີການປ່ຽນ­ແປງໄປໃນທາງທີ່ຫຼົງຕົວເອງ ແລະ ລາວມັກອວດ­ອົງທະນົງຕົວເພາະຮູບຮ່າງອັນສະ­ຫງ່າງາມ ແລະ ຄວາມສະ­ຫຼຽວສະ­ຫຼາດຂອງລາວ.        

ມື້­ໜຶ່ງ ລູຊີເຟີໄດ້ເຫັນພຣະເຈົ້າພຣະບິ­ດາ ແລະ ພຣະເຈົ້າພຣະບຸດກຳ­ລັງມີປະ­ຊຸມກັນຢ່າງເປັນສ່ວນຕົວ ແຕ່ລູຊີເຟີບໍ່ມີສິດເຂົ້າຮ່ວມຢູ່ໃນການປະ­ຊຸມຂອງພຣະເຈົ້າ. ລູຊີເຟີເກີດມີຄວາມຄິດທີ່ສົງ­ໄສໃນພຣະເຈົ້າ ແລະ ຖາມໃຈຕົນເອງວ່າ: “ເປັນຫຍັງ ພຣະເຈົ້າຈຶ່ງບໍ່ໃຫ້ຂ້ອຍເຂົ້າຮ່ວມຢູ່ໃນການປະ­ຊຸມຂອງພຣະອົງ? ເປັນຫຍັງ ພຣະເຈົ້າພຣະບິ­ດາຈຶ່ງຕ້ອງປຶກສາກັບພຣະເຈົ້າພຣະບຸດແຕ່ບໍ່ແມ່ນຂ້ອຍ? ທັງໆທີ່ຂ້ອຍກໍຢູ່ໃກ້­ຊິດພຣະເຈົ້າພຣະບຸດເໝືອນກັນ? ຂ້ອຍກໍດີເທົ່າກັນກັບພຣະເຈົ້າພຣະບຸດບໍ່ແມ່ນບໍ?” ຄວາມຄິດເຫຼົ່ານີ້ໄດ້ເຮັດໃຫ້ລູຊີເຟີເກີດມີຄວາມບໍ່ສະ­ບາຍໃຈ ແລະ ບໍ່ມີຄວາມສຸກ.

ເມື່ອເວ­ລາຜ່ານໄປ ຄວາມບໍ່ພໍ­ໃຈຂອງລູຊີເຟີກໍໄດ້ສະສົມເພີ່ມຂຶ້ນເລື້ອຍໆ ຈົນມັນໄດ້ເຮັດໃຫ້ລາວເກີດມີຈິດ­ໃຈທີ່ມີຄວາມອິດສາ. ດ້ວຍຄວາມທີ່ລູຊີເຟີມັກອວດອົງທະນົງຕົວ ແລະ ມີຈິດ­ໃຈທີ່ມີຄວາມອິດ­ສາຈຶ່ງໄດ້ເຮັດໃຫ້ລາວເກີດມີຄວາມຄິດບໍ່ພໍ­ໃຈໃນຖາ­ນະຕຳ­ແໜ່ງຂອງຕົນເອງ ແລ້ວລາວໄດ້ຕັດ­ສິນໃຈເຮັດຕາມທີ່ໃຈຂອງຕົນເອງມັກ.       

ຕໍ່ມາ ລູຊີເຟີກໍເລີ່ມຄອ່ຍໆປ່ອຍຕົວສະ­ແຫວງ­ຫາກຽດ ແລະ ການຍົກ­ຍ້ອງເທີດ­ທູນຂອງພຣະເຈົ້າມາໃສ່ຕົນເອງ. ລາວພະ­ຍາ­ຍາມເຮັດໃຫ້ບັນ­ດາທູດສະ­ຫວັນທັງ­ຫຼາຍຈົ່ງຮັກພັກ­ດີ ແລະ ຊື່­ສັດຕໍ່ຕົນເອງ ເພື່ອຢາກໃຫ້ຕົນເອງເທົ່າທຽມກັບພຣະເຈົ້າພຣະບຸດ ແລະ ເປັນເໝືອນພຣະເຈົ້າ. ແລ້ວສັນ­ຕິສຸກທີ່­ຢູ່ໃນສະ­ຫວັນກໍເລີ່ມມີການປ່ຽນ­ແປງເກີດຂຶ້ນ.        

ແຕ່ພຣະເຈົ້າຊົງຮູ້ຄວາມຄິດ ແລະ ການກະ­ທຳຂອງລູຊີເຟີ. ພຣະອົງບໍ່ຢາກໃຫ້ລາວມີຄວາມຄິດ ແລະ ການກະ­ທຳທີ່ຜິດ ເພາະພຣະອົງຊົງຮູ້ດີວ່າ­ຄວາມຄິດຂອງລູຊີເຟີ ແລະ ການກະ­ທຳຂອງລາວນັ້ນຈະນຳ­ໄປສູ່ການທຳລາຍ. ສະ­ນັ້ນ ພຣະເຈົ້າພຣະບຸດຈຶ່ງໄປລົມກັບລູຊີເຟີຫຼາຍໆຄັ້ງດ້ວຍຄວາມຮັກວ່າ: “ລູຊີເຟີເອີຍ! ພຣະເຈົ້າຊົງເປັນ­ຄວາມຮັກ ພຣະອົງເອງເປັນຜູ້ວາງກົດລະ­ບຽບຢູ່ໃນສະຫວັນ. ຖ້າ­ວ່າເຈົ້າເຮັດຜິດກົດລະ­ບຽບຢູ່ໃນສະ­ຫວັນກໍເທົ່າກັບວ່າ ເຈົ້າບໍ່ໃຫ້ກຽດພຣະເຈົ້າຂອງເຈົ້າ. ແຕ່ຖ້າ­ວ່າເຈົ້າຍັງຄົງດຳ­ເນີນຕໍ່­ສູ້ພຣະເຈົ້າ ເຈົ້າຈະບໍ່ມີຄວາມ­ສຸກ ແລະ ໃນທີ່ສຸດ ເຈົ້າກໍຈະຕາຍຈາກຜົນການກະ­ທຳຂອງໂຕເຈົ້າເອງ. ເຈົ້າມີອິດ­ສະ­ລະໃນການເລືອກວ່າຈະເອົາຊີ­ວິດ ຫຼື ຄວາມຕາຍ ແຕ່ພວກເຮົາຢາກໃຫ້ເຈົ້າເລືອກເອົາຊີ­ວິດທີ່ເຕັມໄປດ້ວຍຄວາມສຸກ.”      

ແຕ່ທຸກໆຄັ້ງ ລູຊີເຟີຈະກົ້ມລົງ ແລະ ກ່າວຕໍ່ພຣະເຈົ້າພຣະບຸດວ່າ: “ຂ້ານອ້ຍບໍ່ໄດ້ຕໍ່­ສູ້! ຂ້ານອ້ຍຈົ່ງຮັກພັກ­ດີຕໍ່ພຣະເຈົ້າ.”       

ເຖິງແມ່ນວ່າ ພຣະເຈົ້າພຣະບຸດຈະບອກລູຊີເຟີດ້ວຍຄວາມຮັກ ແລະ ຄວາມເມດຕາຢ່າງບໍ່ມີທີ່ສິ້ນສຸດກໍຕາມ ແຕ່ຢູ່ໃນໃຈຂອງລູຊີເຟີກໍຍັງບໍ່ຍົກເລີກຄວາມຄິດທີ່ຢາກໃຫ້ຕົນເອງເທົ່າທຽມກັບພຣະເຈົ້າພຣະບຸດ. ນອກ­ຈາກນີ້ ຄວາມອິດ­ສາຂອງລາວກໍຍັງໄດ້ເຮັດໃຫ້ລາວມີຄວາມຕັ້ງ­ໃຈຫຼາຍຍິ່ງຂຶ້ນທີ່ຢາກໄດ້ຕຳ­ແໜ່ງຂອງພຣະເຈົ້າພຣະບຸດ. ພຣະເຈົ້າຊົງຮູ້ວ່າລູຊີເຟີກຳ­ລັງໃຊ້ສະ­ຕິ­ປັນ­ຍາວາງແຜນ­ການເພື່ອຈຸດ­ປະ­ສົງນີ້. ກ່ອນທີ່ແຜນ­ການຂອງລາວຈະພັດ­ທະ­ນາຂຶ້ນໄປເລື້ອຍໆນັ້ນ ບັນ­ດາທູດສະຫວັນທຸກໆອົງທີ່­ຢູ່ໃນສະ­ຫວັນຈະຕ້ອງໄດ້ຮູ້ ແລະ ເຂົ້າ­ໃຈກ່ອນວ່າພຣະເຈົ້າຊົງເປັນ­ຄວາມຮັກ ແລະ ພຣະອົງຊົງເປັນທາງດຽວເທົ່ານັ້ນທີ່ເປັນທາງແຫ່ງຄວາມ­ສຸກທັງໝົດ. ດັ່ງ­ນັ້ນ ພຣະເຈົ້າຈຶ່ງໄດ້ຮຽກເອີ້ນບັນ­ດາທູດສະ­ຫວັນທັງຫຼາຍໃຫ້ມາປະ­ຊຸມກັນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາ­ຍາ 14:12-14.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 35.1-3; 36.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ການປະ­ຊຸມຄັ້ງຍິ່ງໃຫຍ່

ໃນມື້ທີ່ປະ­ຊຸມ ບັນ­ດາທູດສະ­ຫວັນຫຼາຍໆລ້ານອົງໄດ້ພາ­ກັນມາຢືນຢູ່ຕໍ່­ໜ້າບັນ­ລັງຂອງພຣະເຈົ້າ ພວກເຂົາຊົມ­ຊື່ນຍິນ­ດີທີ່ໄດ້ເຫັນພຣະເຈົ້າຊົງນັ່ງຢູ່ເທິງບັນ­ລັງອັນຍິ່ງໃຫຍ່ ແລະ ມີແສງລັດ­ສະ­ໝີສ່ອງອອກມາຈາກພຣະອົງ. ບັນ­ດາທູດສະ­ຫວັນໄດ້ພາ­ກັນກົ້ມຂາບລົງຕໍ່­ໜ້າບັນ­ລັງຂອງພຣະເຈົ້າ ແລະ ນະ­ມັດ­ສະ­ການພຣະອົງ. ແລ້ວພຣະເຈົ້າພຣະບິ­ດາກໍໄດ້ປະກາດຢູ່ຕໍ່­ຫນ້າທູດສະ­ຫວັນທັງ­ຫຼາຍວ່າ: "ເຮົາໄດ້ແຕ່ງ­ຕັ້ງພຣະບຸດໃຫ້ເທົ່າທຽມກັນກັບເຮົາ ແລະ ມີພຽງພຣະບຸດອົງດຽວເທົ່ານັ້ນທີ່ສາ­ມາດເຂົ້າຮ່ວມຢູ່ໃນແຜນ­ການພິ­ເສດໄດ້ຢ່າງສົມບູນ. ພຣະບຸດເປັນທີ່ປຶກສາອັນມະຫັດ­ສະ­ຈັນ ແລະ ຊົງເຮັດຕາມຄວາມຕ້ອງ­ການຂອງເຮົາໃນການຊົງສ້າງບັນ­ດາທູດສະ­ຫວັນທັງຫຼາຍ. ສະ­ນັ້ນ ຈຶ່ງສົມ­ຄວນໄດ້ຮັບຄວາມເຄົາລົບ ແລະ ຄວາມຈົ່ງຮັກພັກ­ດີເໝືອນກັນກັບເຮົາ. ນອກ­ຈາກນີ້ ເຮົາຍັງມີແຜນ­ການຊົງສ້າງໂລກກັບສິ່ງທີ່ມີຊີ­ວິດຂຶ້ນມາເປັນພິ­ເສດ ແລະ ພຣະບຸດຈະໄດ້ໃຊ້ຣິດອຳ­ນາດອັນຍິ່ງໃຫຍ່ສູງສຸດຂອງເຮົາເປັນຜູ້ຊົງສ້າງ.” 

ບັນ­ດາທູດສະ­ຫວັນເປັນຈຳ­ນວນຫຼາຍໆລ້ານອົງ ລວມທັງລູຊີເຟີໄດ້ພາ­ກັນຕື່ນ­ເຕັ້ນກ່ຽວກັບແຜນ­ການສ້າງໂລກໃໝ່. ພວກເຂົາໄດ້ກົ້ມລົງຖວາຍກຽດພຣະເຈົ້າພ້ອມທັງຍອມ­ຮັບຕຳ­ແໜ່ງຂອງພຣະເຈົ້າພຣະບຸດ ແລະ ພາກັນຮ້ອງ­ເພງຍົກ­ຍ້ອງສັນ­ລະ­ເສີນພຣະເຈົ້າດ້ວຍຄວາມຊົມ­ຊື່ນຍິນ­ດີກັບແຜນ­ການໃໝ່ອັນຍິ່ງໃຫຍ່ຂອງພຣະອົງ. ແຕ່ຢູ່ໃນໃຈຂອງລູຊີເຟີຊ້ຳ­ພັດມີການຕໍ່­ສູ້ກັນຢ່າງຮຸນແຮງລະຫວ່າງຄວາມຈິງ ຄວາມຍຸຕິທຳ ຄວາມຈົ່ງຮັກພັກ­ດີ ແລະ ຄວາມອິດສາ. ໃນຂະ­ນະທີ່ບັນ­ດາທູດສະ­ຫວັນເປັ່ງສຽງຮ້ອງ­ເພງສັນ­ລະ­ເສີນພຣະເຈົ້າຢ່າງມ່ວນອອນຊອນທົ່ວທັງສະຫວັນຢູ່ນັ້ນ ແຜນ­ການຊົ່ວຮ້າຍທີ່­ຢູ່ໃນໃຈຂອງລູຊີເຟີເບິ່ງຄືວ່າຈະຢຸດໄປຊົ່ວຄາວ. ແຕ່ແລ້ວບໍ່ດົນ ຄວາມອວດ­ອົງທະນົງຕົວໃນຕຳ­ແໜ່ງຂອງຕົນເອງ ແລະ ຄວາມຮູ້­ສຶກທີ່ຢາກເປັນໃຫຍ່ຢູ່ໃນສະ­ຫວັນກໍໄດ້ກັບ­ເຂົ້າມາຢູ່ໃນໃຈຂອງລູຊີເຟີອີກຄັ້ງ.     

ລູຊີເຟີໄດ້ອອກມາຈາກທີ່ປະ­ຊຸມດ້ວຍຄວາມບໍ່ພໍ­ໃຈ ແລະ ຖາມຕົນເອງວ່າ: “ເປັນຫຍັງ ພຣະເຈົ້າພຣະບຸດຈຶ່ງໄດ້ຮັບຕຳ­ແໜ່ງສູງສຸດ ແລະ ມີກຽດ­ຕິ­ຍົດເໜືອກວ່າຂ້ອຍ?” ດ້ວຍຄວາມອິດ­ສາ, ລູຊີເຟີຈຶ່ງໄດ້ເວົ້າກັບຕົນເອງອີກວ່າ: “ຂ້ອຍຈະເຮັດໃຫ້ໂຕຂອງຂ້ອຍເທົ່າທຽມກັບພຣະເຈົ້າພຣະບຸດໃຫ້ໄດ້ ເພາະ­ວ່າຂ້ອຍກໍງາມ ແລະ ສະ­ຫຼາດເໝືອນກັນກັບພຣະເຈົ້າພຣະບຸດ ແລະ ຂ້ອຍກໍອາ­ໄສຢູ່ໃຕ້ແສງລັດ­ສະ­ໝີຂອງພຣະເຈົ້າພຣະບິ­ດາເໝືອນກັນ. ດັ່ງ­ນັ້ນ ທູດສະ­ຫວັນທັງ­ຫຼາຍກໍຄວນຈະນະມັດສະການຂ້ອຍເໝືອນກັນ.” ລູຊີເຟີຄິດແຕ່ເລື່ອງທີ່ອິດ­ສາພຣະເຈົ້າພຣະບຸດຫຼາຍ ຈົນມັນໄດ້ເຮັດໃຫ້ລາວລືມສຳ­ນຶກເຖິງພຣະຄຸນຂອງພຣະເຈົ້າ ແລ້ວລູຊີເຟີກໍໄດ້ຕັດ­ສິນໃຈທີ່ຈະໂຄ່ນລົ້ມບັນ­ລັງຂອງພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາ­ຍາ 14:12-14.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 36.2-3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ລູຊີເຟີຊັກຊວນທູດສະ­ຫວັນໄປໃນທາງທີ່ຜິດ

ລູຊີເຟີໄດ້ໄປຫາທູດສະ­ຫວັນຫຼາຍໆອົງ ແລະ ເວົ້າເລື່ອງທີ່ລາວບໍ່ພໍ­ໃຈພຣະເຈົ້ານັ້ນໃຫ້ທູດສະ­ຫວັນທັງ­ຫຼາຍຟັງແບບເປັນ­ຄວາມລັບ ເພື່ອໃຫ້ພວກເຂົາເກີດມີຄວາມລະແວງສົງ­ໄສ ແລະ ຮູ້­ສຶກບໍ່ພໍ­ໃຈເໝືອນກັນກັບລາວ. ລູຊີເຟີກ່າວວ່າ: “ກົດລະ­ບຽບທີ່ພຣະເຈົ້າຊົງໃຊ້ປົກ­ຄອງບັນ­ດາທູດສະ­ຫວັນນັ້ນເປັນທີ່ໜ້າສົງ­ໄສ ແລະ ກົດລະບຽບເຫຼົ່ານີ້ອາດຈະເໝາະກັບຜູ້ທີ່ອາ­ໄສຢູ່ໃນໂລກຕ່າງໆ ແຕ່ທູດສະ­ຫວັນໄດ້ຮັບກຽດສູງກວ່າ ແລະ ມີສະ­ຕິ­ປັນ­ຍາພຽງ­ພໍທີ່ຈະບໍ່ຫຼົງຜິດ. ສະ­ນັ້ນ ຈຶ່ງບໍ່ຈຳ­ເປັນຕ້ອງມີກົດລະບຽບເຫຼົ່ານີ້ກໍໄດ້; ຄວາມຄິດຂອງບັນ­ດາທູດສະຫວັນນັ້ນບໍຣິສຸດ ແລະ ບໍ່ອາດຈະເຮັດໃຫ້ພຣະເຈົ້າເສຍກຽດ..." ລູຊີເຟີຍັງອ້າງອີກວ່າ ຕົນເອງມີຖາ­ນະເທົ່າທຽມກັບພຣະບຸດ ສະນັ້ນ ພຣະເຈົ້າຈຶ່ງຕ້ອງປະ­ກາດເຖິງຕຳແໜ່ງທີ່­ແທ້ຈິງຂອງພຣະບຸດ ຄືຕຳ­ແໜ່ງທີ່ພຣະອົງຊົງມີຕັ້ງ­ແຕ່ປະ­ຖົມມະການ. ລູຊີເຟີໄດ້ສ້າງເລື່ອງບໍ່ຈິງຂຶ້ນມາເພື່ອເຮັດໃຫ້ບັນ­ດາທູດສະ­ຫວັນຮູ້­ສຶກວ່າ ພຣະເຈົ້າບໍ່ຍຸຕິທຳໃນການປົກ­ຄອງຂອງພຣະອົງ ແລະ ການທີ່ພຣະບຸດໄດ້ຮັບກຽດເທົ່າທຽມກັບພຣະບິ­ດານັ້ນ ມັນບໍ່ຍຸ­ຕິທຳສຳ­ລັບລາວ ທັງໆທີ່ລາວກໍເປັນຜູ້ທີ່ຄວນໄດ້ຮັບຄວາມເຄົາ­ລົບຢຳເກງເຊັ່ນກັນ. ແຕ່ຄວາມຈິງແລ້ວ ລູຊີເຟີອິດ­ສາພຣະບຸດຂອງພຣະເຈົ້າ ລາວຢາກໄດ້ຕຳ­ແໜ່ງຂອງພຣະອົງ, ຢາກເທົ່າທຽມກັບພຣະອົງ ແລະ ຢາກເປັນເໝືອນພຣະເຈົ້າ.      

 ຄຳເວົ້າຂອງລູຊີເຟີໄດ້ເຮັດໃຫ້ທູດສະ­ຫວັນບາງອົງຫຼົງເຊື່ອ ແລະ ບາງທູດສະ­ຫວັນກໍບໍ່ເຊື່ອ. ແລ້ວຄວາມບໍ່ພໍ­ໃຈນັ້ນກໍໄດ້ຄ່ອຍໆລຸກ­ລາມເຂົ້າໄປໃນໃຈຂອງທູດສະ­ຫວັນທີ່ຫຼົງເຊື່ອນັ້ນໂດຍບໍ່ທັນໄດ້ຮູ້­ສຶກຕົວ. ເມື່ອເກີດຄວາມບໍ່ພໍ­ໃຈຂຶ້ນມາແລ້ວກໍໄດ້ກາຍ­ເປັນຄວາມກຽດຊັງ ແລະ ສິ່ງທີ່ຕາມມາກໍຄືຄວາມຊົ່ວຮ້າຍແຜ່ກະ­ຈາຍອອກໄປທົ່ວທັງສະຫວັນ. ບັນ­ດາທູດສະ­ຫວັນທີ່ຫຼົງເຊື່ອຄຳເວົ້າຂອງລູຊີເຟີກໍໄດ້ພາ­ກັນຮູ້­ສຶກບໍ່ພໍ­ໃຈ ແລະ ເລີ່ມມີການຄັດ­ຄ້ານຕໍ່ຄຳສັ່ງຂອງພຣະເຈົ້າພຣະບິ­ດາໃນການຍົກ­ຍ້ອງພຣະເຈົ້າພຣະບຸດ. ພວກເຂົາໄດ້ພາ­ກັນເຫັນພ້ອມທີ່ຈະສະ­ໜັບ­ສະ­ໜູນການຮຽກ­ຮ້ອງຂອງລູຊີເຟີໃຫ້ມີອຳ­ນາດເທົ່າທຽມກັບພຣະເຈົ້າພຣະບຸດ.

ແຜນ­ການຂອງລູຊີເຟີ

ຄວາມຈິງແລ້ວ ລູຊີເຟີຢາກໃຫ້ບັນ­ດາທູດສະ­ຫວັນຮູ້­ສຶກບໍ່ພໍ­ໃຈເໝືອນກັບລາວກ່ຽວກັບກົດລະ­ບຽບ ແລະ ການປົກ­ຄອງຂອງພຣະເຈົ້າທີ່­ຢູ່ໃນສະ­ຫວັນ ເພື່ອຈະໄດ້ໃຫ້ບັນ­ດາທູດສະຫວັນລະ­ບາຍຄວາມຮູ້­ສຶກທີ່ບໍ່ພໍ­ໃຈນັ້ນອອກມາ ແລະ ເມື່ອໄດ້ໂອ­ກາດອັນເໝາະສົມແລ້ວ ລູຊີເຟີກໍຈະອ້າງຖ້ອຍຄຳຂອງບັນ­ດາທູດສະ­ຫວັນເຫຼົ່າ­ນັ້ນອອກມາເປັນຫຼັກຖານວ່າ ພວກເຂົາບໍ່ເຫັນດີນຳກັບການປົກ­ຄອງຂອງພຣະເຈົ້າທັງໝົດ.

ບັນ­ດາທູດສະ­ຫວັນທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າເຫັນວ່າ ການແຕກແຍກກັນນັ້ນມີແຕ່ຈະເກີດຜົນຮ້າຍຕາມມາ ພວກເຂົາຈຶ່ງໄປອ້ອນ­ວອນຕໍ່ລູຊີເຟີ ແລະ ທູດສະ­ຫວັນທີ່ກຳ­ລັງບໍ່ພໍ­ໃຈຢູ່ນັ້ນວ່າ: “ຄຳສັ່ງຂອງພຣະເຈົ້ານັ້ນຍຸຕິທຳ ພຣະເຈົ້າພຣະບຸດຊົງເປັນໜຶ່ງດຽວກັບພຣະເຈົ້າພຣະບິ­ດາກ່ອນທີ່ບັນ­ດາທູດສະ­ຫວັນທັງ­ຫຼາຍຈະຖືກສ້າງຂຶ້ນມາ. ພຣະອົງຊົງເຕັມລົ້ນດ້ວຍຄວາມຮັກ ແລະ ຄວາມເມດຕາຕໍ່ຜູ້ທີ່­ຢູ່ພາຍໃຕ້ການປົກ­ຄອງຂອງພຣະອົງ. ບັນດາທູດສະ­ຫວັນເປັນຈຳ­ນວນຫຼວງຫຼາຍທັງໝົດມີຄວາມສາ­ມັກ­ຄີປອງດອງກັນມາຕະຫຼອດ. ແຕ່ເປັນຫຍັງ ດຽວ­ນີ້ຈຶ່ງມີການແຕກແຍກກັນຊັ້ນນະ!”        

ແຕ່ລູຊີເຟີປະ­ຕິ­ເສດຄຳອ້ອນ­ວອນຂອງທູດສະ­ຫວັນທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າ ແລະ ລາວໄດ້ກ່າວວ່າ: “ຂ້ອຍມີຄວາມຈົ່ງຮັກພັກ­ດີຕໍ່ພຣະເຈົ້າຢ່າງສົມ­ບູນ ຂ້ອຍເຮັດໄປເພື່ອຄວາມໝັ້ນ­ຄົງແຫ່ງການປົກ­ຄອງຂອງພຣະເຈົ້າ.” ແຕ່ຄວາມຈິງແລ້ວ ລູຊີເຟີພະ­ຍາ­ຍາມພັກດັນໃຫ້ມີການປ່ຽນແປງກົດລະ­ບຽບການປົກ­ຄອງຂອງພຣະເຈົ້າໃນສະຫວັນ.       

ພຣະເຈົ້າໄດ້ຕັກ­ເຕືອນລູຊີເຟີດ້ວຍຄວາມຮັກ ແລະ ຄວາມເມດຕາອັນບໍ່ມີທີ່ສິ້ນສຸດຂອງພຣະອົງຫຼາຍໆຄັ້ງ ເພື່ອຊ່ວຍໃຫ້ລູຊີເຟີສຳ­ນຶກຜິດ ແລະ ເລືອກເດີນໃນທາງທີ່ຖືກຕ້ອງ. ສ່ວນລູຊີເຟີນັ້ນຮູ້ວ່າ ພຣະເຈົ້າຊົງມີຄວາມຍຸ­ຕິທຳໃນການວາງກົດລະ­ບຽບທີ່­ຢູ່ໃນສະ­ຫວັນທັງໝົດ ແລະ ລາວເກືອບຈະສຳ­ນຶກຜິດຢູ່ແລ້ວ ແຕ່ຄວາມຍິ່ງຈອງ­ຫອງ ແລະ ຄວາມມັກໃຫຍ່­ໄຝ່­ສູງໄດ້ຫ້າມລາວໄວ້. ລູຊີເຟີຈຶ່ງມີຄວາມຮູ້­ສຶກວ່າ ເປັນການລົດຕົວເກີນໄປສຳ­ລັບຜູ້ທີ່ມີກຽດ ແລະ ມີຊື່ສຽງຄືລາວທີ່ຈະຍອມ­ຮັບສາ­ລະ­ພາບວ່າ ຕົວເອງຜິດທີ່ມີຄວາມໄຝ່ຝັນຢາກເປັນເໝືອນພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາ­ຍາ 14:12-14.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 37.1-42.1; 69.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເກີດການປະ­ຕິ­ວັດໃນສະ­ຫວັນ

ໃນທີ່ສຸດ ລູຊີເຟີກໍໄດ້ປະ­ກາດຢູ່ຕໍ່­ໜ້າບັນ­ດາທູດສະ­ຫວັນທັງ­ຫຼາຍວ່າ: “ການທີ່ພຣະເຈົ້າພຣະບຸດໄດ້ຮັບຕຳ­ແໜ່ງສູງສຸດນັ້ນ ມັນບໍ່ຍຸ­ຕິທຳສຳລັບຂ້ອຍ ແລະ ທູດສະ­ຫວັນທັງຫຼາຍ. ຂ້ອຍຕັ້ງ­ໃຈແລ້ວວ່າຈະບໍ່ຍອມຈຳ­ນົນ ແລະ ບໍ່ຍອມ­ຮັບວ່າພຣະເຈົ້າພຣະບຸດມີຕຳ­ແໜ່ງສູງສຸດ. ຂ້ອຍຈະຍາດຊິງເອົາກຽດ­ຕິ­ຍົດທີ່ຂ້ອຍຄິດວ່າຂ້ອຍສົມ­ຄວນໄດ້ຮັບນັ້ນມາໃຫ້ໄດ້ ແລະ ຂ້ອຍຈະປົກ­ຄອງຜູ້ທີ່ຕິດ­ຕາມຂ້ອຍ. ຖ້າບັນ­ດາທູດສະ­ຫວັນທີ່ຢືນຢັນຈະໄປກັບຂ້ອຍ ທຸກໆຄົນກໍຈະໄດ້ດັ່ງໃຈປາ­ຖະ­ໜາທຸກຢ່າງ. ຂ້ອຍສັນ­ຍາວ່າຈະມີການປົກ­ຄອງແບບໃໝ່ທີ່ດີກວ່ານີ້ ເຊິ່ງທຸກໆຄົນຈະເພິງພໍໃຈກັບອິດ­ສະ­ລະພາບ.”        

ບັນ­ດາທູດສະ­ຫວັນທີ່ເຊື່ອວ່າພຣະເຈົ້າຍຸຕິທຳນັ້ນ ພວກເຂົາບໍ່ໄດ້ເຊື່ອຟັງຄຳເວົ້າຂອງລູຊີເຟີ ແຕ່ທູດສະ­ຫວັນທີ່ຫຼົງເຊື່ອຄຳເວົ້າຂອງລູຊີເຟີ ພວກເຂົາໄດ້ເວົ້າອອກມາວ່າ: "ພວກເຮົາຈະຍອມ­ຮັບລູຊີເຟີເປັນຜູ້ນຳ."         

ລູຊີເຟີເກີດມີຄວາມຫຼົງຕົວເອງຂຶ້ນມາທັນ­ທີເມື່ອບັນ­ດາທູດສະຫວັນຈຳ­ນວນຫຼາຍໄດ້ຫຼົງເຊື່ອຄຳເວົ້າຂອງລາວ. ລູຊີເຟີຈຶ່ງຫວັງຢາກໄດ້ບັນ­ດາທູດສະຫວັນທັງໝົດມາຢູ່ຝ່າຍຂອງລາວ ແລະ ປາຖະ­ໜາທີ່ຈະເທົ່າທຽມກັບພຣະເຈົ້າ ແລະ ໃຫ້ບັນ­ດາທູດສະ­ຫວັນທັງຫຼາຍມາຢູ່ພາຍໃຕ້ອຳ­ນາດການປົກ­ຄອງຂອງລາວ.

ແຕ່ບັນ­ດາທູດສະ­ຫວັນທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າຍັງຄົງອ້ອນ­ວອນຕໍ່ທູດສະ­ຫວັນທີ່ຕິດ­ຕາມລູຊີເຟີນັ້ນວ່າ: “ບໍ່ຕ້ອງໄປຟັງຄຳເວົ້າທີ່ບໍ່ແມ່ນຄວາມຈິງຂອງລູຊີເຟີ. ພວກເຈົ້າຈົ່ງຮີບເຂົ້າເຝົ້າພຣະເຈົ້າ ແລະ ສາລະພາບຄວາມຜິດຂອງຕົນເອງທີ່ຄິດສົງ­ໄສ ແລະ ບໍ່ພໍ­ໃຈໃນພຣະອົງເຖີດ! ຖ້າພວກເຈົ້າບໍ່ເຮັດດັ່ງ­ນັ້ນແລ້ວ ຜົນຮ້າຍທີ່ຫຼີກໜີບໍ່ໄດ້ກໍຈະຕາມມາ ເພາະບໍ່ມີທູດສະ­ຫວັນອົງໃດທີ່ສາ­ມາດຕໍ່­ຕ້ານການປົກ­ຄອງຂອງພຣະເຈົ້າ ເຊິ່ງມີຄວາມສັກ­ສິດເທົ່າທຽມກັບພຣະອົງ.”        

ທູດສະ­ຫວັນທີ່ຕິດ­ຕາມລູຊີເຟີຫຼາຍອົງໄດ້ເຊື່ອຟັງຄຳແນະ­ນຳຂອງບັນ­ດາທູດສະ­ຫວັນທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າທີ່ວ່າ ໃຫ້ສາ­ລະ­ພາບຄວາມບໍ່ພໍ­ໃຈ ແລະ ສະ­ແຫວງ­ຫາທາງໃຫ້ເປັນທີ່ພໍພຣະໄທຂອງພຣະເຈົ້າອີກຄັ້ງ. ແຕ່ລູຊີເຟີໄດ້ກ່າວຖ້ອຍຄຳທີ່ບໍ່ແມ່ນຄວາມຈິງວ່າ: “ຂ້ອຍຮູ້­ຈັກກົດລະ­ບຽບການປົກ­ຄອງຂອງພຣະເຈົ້າດີ ແລະ ຂ້ອຍກໍຍັງຮູ້ອີກວ່າ ພຣະເຈົ້າຄົງຈະບໍ່ມີວັນໃຫ້ອະ­ໄພດອກ! ທູດສະ­ຫວັນທີ່ເຂົ້າຮ່ວມຢູ່ຝ່າຍຂ້ອຍນັ້ນໄດ້ອອກມາໄກເກີນກວ່າທີ່ຈະກັບໃຈໃໝ່ໄດ້. ເຖິງແມ່ນວ່າ ຖ້າໃຜຈະຍອມຈຳ­ນົນຕໍ່ອຳ­ນາດການປົກ­ຄອງຂອງພຣະເຈົ້າກໍຕາມ ຜູ້ນັ້ນກໍຈະຖືກປົດອອກຈາກຕຳ­ແໜ່ງ ແລະ ໄດ້ຮັບຄວາມໜ້າອັບອາຍ. ແຕ່ສຳ­ລັບຂ້ອຍນັ້ນຕັ້ງ­ໃຈແລ້ວວ່າ ຈະບໍ່ຍອມ­ຮັບອຳ­ນາດຂອງພຣະບຸດ” ລູຊີເຟີຍັງໄດ້ກ່າວອີກວ່າ: “ມີພຽງທາງດຽວເທົ່ານັ້ນສຳ­ລັບຂ້ອຍ ແລະ ທູດສະ­ຫວັນທັງ­ຫຼາຍທີ່ຕິດ­ຕາມຂ້ອຍ ຄືຈະຕ້ອງຢຶດ­ໝັ້ນໃນອິດ­ສະ­ລະ­ພາບ ແລະ ຍາດຊິງຕຳແໜ່ງສູງສຸດນັ້ນມາໃຫ້ໄດ້.” ຄຳເວົ້າຂອງລູຊີເຟີໄດ້ເຮັດໃຫ້ບັນດາທູດສະ­ຫວັນທີ່ຕິດ­ຕາມລາວນັ້ນ ເກີດມີຄວາມຍິ່ງຈອງ­ຫອງ, ມີຄວາມຈົ່ງຮັກພັກດີຕໍ່ລູຊີເຟີໃນຖາ­ນະທີ່ເປັນຜູ້­ນຳ ແລະ ມີຄວາມປາ­ຖະ­ໜາໃນອິດສະລະ­ພາບທີ່ບໍ່ມີຂອບເຂດ. ສິ່ງເຫຼົ່ານີ້ໄດ້ຄວບຄຸມຈິດ­ໃຈຂອງພວກເຂົາຈົນປະ­ຕິ­ເສດຄຳອອ້ນວອນຂອງບັນ­ດາທູດສະ­ຫວັນທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາ­ຍາ 14:12-14.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 39.2-40.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເກີດມີສົງ­ຄາມຢູ່ໃນສະ­ຫວັນ

ພຣະເຈົ້າຊົງເສຍໃຈຫຼາຍຕໍ່ລູຊີເຟີກັບທູດສະ­ຫວັນທີ່ຕິດ­ຕາມລູຊີເຟີນັ້ນເລືອກເດີນໃນທາງທີ່ຜິດ. ສະ­ນັ້ນ ພຣະເຈົ້າຈຶ່ງຍອມໃຫ້ລູຊີເຟີສະ­ແດງການຄັດ­ຄ້ານຕໍ່ໄປຈົນເກີດການປະ­ຕິ­ວັດຢ່າງເຕັມຮູບແບບ ເພາະຈຳ­ເປັນທີ່ຈະຕ້ອງປ່ອຍໃຫ້ແຜນ­ການຂອງລູຊີເຟີດຳ­ເນີນຕໍ່ໄປຈົນເຖິງທີ່ສຸດ ເພື່ອທຸກໆຄົນຈະໄດ້ເຫັນເຖິງທາດແທ້ຂອງລູຊີເຟີວ່າຈະນຳ­ໄປສູ່ທິດທາງໃດໃນຖາ­ນະທີ່ເປັນຜູ້ນຳ. ຈາກນັ້ນ ກໍໄດ້ມີການປະທ້ວງກັນເກີດຂຶ້ນຢ່າງຮຸນແຮງຢູ່ໃນສະ­ຫວັນ ໂດຍລູຊີເຟີເປັນຜູ້­ນຳພາບັນ­ດາທູດສະ­ຫວັນທີ່ເຊື່ອຟັງລາວນັ້ນໃຫ້ຄັດ­ຄ້ານຕໍ່ພຣະເຈົ້າ. ຕໍ່ມາ ກໍໄດ້ມີເສິກສົງ­ຄາມເກີດຂຶ້ນລະຫວ່າງຝ່າຍພຣະເຈົ້າ ແລະ ຝ່າຍລູຊີເຟີ. ສົງ­ຄາມທີ່ໄດ້ເກີດຂຶ້ນຢູ່ໃນສະ­ຫວັນນັ້ນ ບໍ່ຮູ້ວ່າໃຊ້ເວ­ລາດົນປານ­ໃດເພື່ອຈະສິ້ນສຸດລົງ. ແຕ່ວ່າຝ່າຍລູຊີເຟີນັ້ນໄດ້ພາຍແພ້. ສະ­ນັ້ນ ພຣະເຈົ້າຈຶ່ງບໍ່ອະ­ນຸ­ຍາດໃຫ້ພວກເຂົາອາໄສຢູ່ໃນສະ­ຫວັນອີກຕໍ່ໄປ.

ເມື່ອລູຊີເຟີ ແລະ ທູດສະ­ຫວັນທີ່ຕິດ­ຕາມລາວນັ້ນຮູ້ວ່າ ພວກເຂົາບໍ່ສາ­ມາດເປັນໃຫຍ່ຢູ່ໃນສະ­ຫວັນໄດ້ອີກແລ້ວ. ສະ­ນັ້ນ ພວກເຂົາຈຶ່ງອອກມາຈາກສະ­ຫວັນດ້ວຍຄວາມຄຽດແຄ້ນກຽດຊັງພຣະເຈົ້າ. ລູຊີເຟີ ເຊິ່ງມີຄວາມໝາຍ­ວ່າ: “ດວງດາວສ່ອງໃສໃນຕອນເຊົ້າ.” ຈຶ່ງໄດ້ກາຍ­ເປັນທູດສະ­ຫວັນທີ່ຊົ່ວຮ້າຍເຊິ່ງເປັນທີ່ເອີ້ນກັນວ່າ: “ຊາຕານ.” ສ່ວນບັນ­ດາທູດສະ­ຫວັນທີ່ຕິດ­ຕາມລູຊີເຟີນັ້ນກໍໄດ້ກາຍ­ເປັນທີ່ເອີ້ນກັນວ່າ: “ພວກຜີປີສາດ.”

ໃນທີ່ສຸດ ຢູ່ໃນສະ­ຫວັນກໍໄດ້ກັບມາມີສັນ­ຕິສຸກອີກຄືເກົ່າ ແຕ່ຢູ່ໃນໃຈຂອງບັນ­ດາທູດສະ­ຫວັນທັງ­ຫຼາຍກໍຍັງມີຄວາມຮູ້­ສຶກໂສກ­ເສົ້າກັບເຫດການທີ່ໄດ້ເກີດຂຶ້ນ. ນອກ­ຈາກນີ້ ທູດສະ­ຫວັນບາງອົງກໍຍັງຮູ້­ສຶກເສຍໃຈທີ່ເຫັນເພື່ອນຂອງຕົນຖືກຂັບໄລ່ອອກຈາກສະ­ຫວັນຍ້ອນການທີ່ໄດ້ຕໍ່­ສູ້ພຣະເຈົ້າ. ພຣະເຈົ້າກໍເສຍໃຈເຊັ່ນກັນທີ່ໄດ້ສູນເສຍລູຊີເຟີ ແລະ ທູດສະຫວັນທີ່ຫຼົງຜິດນັ້ນ ແຕ່ພຣະເຈົ້າກໍບໍ່ທຳ­ລາຍພວກເຂົາທັນ­ທີ ເພາະວ່າໂລກກັບສິ່ງທີ່ມີຊີ­ວິດທີ່ກຳ­ລັງຈະຖືກສ້າງຂຶ້ນມານີ້ ແລະ ບັນ­ດາທູດສະ­ຫວັນທີ່ອາ­ໄສຢູ່ໃນສະ­ຫວັນນັ້ນຍັງບໍ່ພ້ອມທີ່ຈະເຂົ້າ­ໃຈຜົນຂອງຄວາມຜິດເທື່ອ. ແຕ່ຖ້າ­ວ່າ ພຣະເຈົ້າຊົງທຳ­ລາຍລູຊີເຟີ ແລະ ທູດສະຫວັນທີ່ຫຼົງຜິດນັ້ນທັນ­ທີ ໝົດທຸກຄົນກໍຈະບໍ່ໄດ້ເຫັນ ຫຼື ເຂົ້າ­ໃຈວ່າເປັນການຍຸຕິທຳ ແລະ ພວກເຂົາກໍຈະຮັບໃຊ້ພຣະອົງດ້ວຍຄວາມຢ້ານ ແທນການຮັບໃຊ້ພຣະອົງດ້ວຍຄວາມຮັກ. ເນື່ອງຈາກວ່າ ພຣະເຈົ້າຊົງຍອມ­ຮັບໄດ້ສະ­ເພາະການຮັບໃຊ້ທີ່ເຮັດດ້ວຍຄວາມຮັກເທົ່ານັ້ນ. ສະ­ນັ້ນ ຄວາມຈົ່ງຮັກພັກ­ດີຈະຕ້ອງຢູ່ເທິງພື້ນ­ຖານຂອງຄວາມໝັ້ນໃຈໃນຄວາມຍຸ­ຕິທຳ ແລະ ຄວາມເມດຕາຂອງພຣະເຈົ້າ ເພື່ອບັນ­ດາຜູ້ທີ່ພຣະເຈົ້າຊົງສ້າງຂຶ້ນມານັ້ນຈະໄດ້ຮູ້­ຈັກຢ່າງແຈ່ມແຈ້ງເຖິງການປົກຄອງຂອງພຣະເຈົ້າ ແລະ ຈະບໍ່ມີໃຜອາດສົງ­ໄສຄວາມຍຸຕິທຳ ຄວາມເມດຕາ ແລະ ພຣະບັນ­ຍັດຂອງພຣະອົງທີ່ບໍ່ສາ­ມາດປ່ຽນ­ແປງໄດ້ ເພາະທຸກໆສິ່ງທີ່ພຣະເຈົ້າໄດ້ກະທຳນັ້ນກໍຍຸ­ຕິທຳທັງໝົດ ແລະ ມີຄວາມເມດຕາໃນການກະ­ທຳທຸກໆຢ່າງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 12:7.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 39.2-42.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.