ອ້າຍນ້ອງທີ່ມີຄວາມເຊື່ອທີ່ແຕກຕ່າງກັນ

ອາດາມ ແລະ ເອວາໄດ້ອາ­ໄສຢູ່ບໍ່ຫ່າງໄກຈາກສວນເອເດນ. ຈາກນັ້ນ ເອວາກໍໄດ້ເກີດລູກຊາຍຄົນໜຶ່ງ. ພວກເຂົາຮັກລູກຊາຍຂອງພວກເຂົາຫຼາຍ ແລະ ໃສ່ຊື່ໃຫ້ລູກຊາຍວ່າ “ກາອິນ.” ຕໍ່ມາ ເອວາກໍໄດ້ລູກຊາຍຄົນ­ທີສອງອີກ ແລະ ໃສ່ຊື່ໃຫ້ລູກຊາຍວ່າ “ອາເບັນ.” ພວກເຂົາເບິ່ງ­ແຍງລູກຂອງພວກເຂົາດ້ວຍໃຈ­ຮ້ອນຮົນ ເພື່ອຢາກໃຫ້ເປັນໄປຕາມພຣະສັນ­ຍາຂອງພຣະເຈົ້າທີ່ວ່າ ຈະມີມື້­ໜຶ່ງທີ່ພຣະບຸດຂອງພຣະອົງຈະມາທີ່ນີ້ ເພື່ອຕາຍໄຖ່ຄວາມບາບຂອງພວກເຂົາ ແລະ ເພື່ອວ່າ­ຄວາມບາບຂອງພວກເຂົາຈະໄດ້ຮັບການອະໄພ. ຫຼັງຈາກນັ້ນ ພວກເຂົາກໍມີລູກອີກຫຼາຍຄົນ ແລະ ພວກເຂົາກໍໄດ້ພະ­ຍາ­ຍາມທີ່ຈະສອນລູກຂອງພວກເຂົາທັງໝົດໃຫ້ເຊື່ອຟັງ ແລະ ຮັກພຣະເຈົ້າ.     

ໃນຂະ­ນະທີ່ລູກຊາຍຂອງພວກເຂົາເຕີບໃຫຍ່ຂຶ້ນມາ ກາອິນ ແລະ ອາເບັນກໍມີນິ­ໄສທີ່ແຕກຕ່າງກັນຫຼາຍຄື: ກາອິນມັກເຮັດໄຮ່ເຮັດນາ ແລະ ອາເບັນມັກລ້ຽງສັດ. ແຕ່ພວກເຂົາທັງສອງຄົນກໍລຶ້ງເຄີຍກັບລະ­ບົບການຖວາຍບູ­ຊາທີ່ພຣະເຈົ້າຊົງກຳ­ນົດໄວ້ໃຫ້ນັ້ນ ເຊິ່ງເປັນເຄື່ອງ­ໝາຍທີ່ເລັ່ງເຖິງພຣະບຸດຂອງພຣະເຈົ້າທີ່ຈະມາຕາຍເພື່ອໄຖ່ຄວາມບາບຂອງມະນຸດ. ນອກ­ຈາກນີ້ ພວກເຂົາຍັງຮູ້ອີກວ່າ ການປະ­ຕິ­ບັດຕາມແຜນ­ການຖວາຍເຄື່ອງບູ­ຊາຍັງເປັນການ­ສະ­ແດງອອກເຖິງຄວາມເຊື່ອ ແລະ ຍອມຮັບການເພິ່ງພາໃນພຣະເຈົ້າພຽງຢ່າງດຽວ ເພື່ອທີ່ຈະຂໍການອະ­ໄພໃນຄວາມບາບຈາກພຣະອົງ.  

ເມື່ອກາອິນ ແລະ ອາເບັນໃຫຍ່ເປັນຊາຍໜຸ່ມແລ້ວ ອາດາມ ແລະ ເອວາກໍໄດ້ເຫັນຄວາມແຕກຕ່າງຂອງລູກຊາຍໃນການເປັນຊາຍໜຸ່ມຄື: ກາອິນມັກເພິ່ງພາໃນຕົນເອງ, ບໍ່ມັກຟັງຄວາມ, ເປັນຄົນມັກເຫັນ­ແກ່ໂຕ ແລະ ມັກໃຈຮ້ອນ. ສ່ວນອາເບັນນັ້ນ ລາວມີຈິດ­ໃຈທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າ ແລະ ມັກປະ­ຕິ­ບັດໃນສິ່ງທີ່ພຣະເຈົ້າພໍໃຈ.

ມື້­ໜຶ່ງ ກາອິນ ແລະ ອາເບັນກໍໄດ້ອອກໄປເຮັດພິ­ທີຖວາຍເຄື່ອງບູ­ຊາໃຫ້ພຣະເຈົ້າ. ເມື່ອໄປຮອດສະ­ຖານທີແລ້ວ ພວກເຂົາທັງສອງຄົນກໍໄດ້ພາ­ກັນສ້າງແທ່ນບູ­ຊາຂຶ້ນມາ. ອາເບັນກໍໄດ້ເອົາລູກແກະທີ່ສົມ­ບູນ, ມີສຸ­ຂະ­ພາບດີ, ບໍ່ມີຈຸດດ່າງພອຍ ແລະ ບໍ່ມີຕຳ­ໜິມາຖວາຍໃຫ້ພຣະເຈົ້າ ແຕ່ອາເບັນບໍ່ເຫັນກາອິນເອົາລູກແກະມາເລີຍ.      

ອາເບັນຈຶ່ງຖາມກາອິນວ່າ: “ອ້າຍກາອິນ! ເປັນຫຍັງ ອ້າຍຈຶ່ງບໍ່ເອົາລູກແກະມານຳ?”      

ກາອິນຕອບວ່າ: “ມື້­ນີ້ ອ້າຍຈະຖວາຍໝາກໄມ້ແທນລູກແກະ.”      

ອາເບັນເວົ້າຂຶ້ນວ່າ: “ອ້າຍກາອິນເອີຍ! ແຕ່ພຣະເຈົ້າບອກພວກເຮົາຖວາຍລູກແກະໃຫ້ພຣະອົງໄດ໋! ເພື່ອສະ­ແດງໃຫ້ເຫັນວ່າ ພວກເຮົາເຊື່ອວ່າລູກແກະແມ່ນເປັນຕົວແທນຂອງພຣະບຸດທີ່ຈະມາເປັນເຄື່ອງບູ­ຊາໄຖ່ບາບຂອງພວກເຮົາ.”      

ກາອິນເວົ້າຂຶ້ນວ່າ: “ນ້ອງອາເບັນ! ມັນບໍ່ຈຳ­ເປັນທີ່ເຮົາຈະຕ້ອງຖວາຍລູກແກະໃຫ້ພຣະເຈົ້າຢູ່ຕະ­ຫຼອດໄປດອກ!”      

ແຕ່ອາເບັນໄດ້ເວົ້າຂຶ້ນອີກວ່າ: “ການນຳເອົາໝາກໄມ້ມາຖວາຍໃຫ້ພຣະເຈົ້າເພື່ອຂອບ­ຄຸນພຣະເຈົ້ານັ້ນ ພວກເຮົາກໍສາ­ມາດນຳມາຖວາຍໃຫ້ພຣະເຈົ້າໄດ້. ແຕ່ພວກເຮົາຈະຕ້ອງເອົາລູກແກະທີ່ສົມ­ບູນມາເປັນເຄື່ອງບູຊາຖວາຍໃຫ້ພຣະເຈົ້ານຳເຊັ່ນກັນ ເພາະ­ວ່າເລືອດຂອງລູກແກະທີ່ຫຼັ່ງໄຫຼອອກມານັ້ນ ແມ່ນສຳ­ລັບຄວາມບາບຂອງພວກເຮົາຈະໄດ້ຮັບການອະໄພ. ສ່ວນເລືອດຂອງພຣະບຸດທີ່ຫຼັ່ງໄຫຼອອກມານັ້ນ ແມ່ນສຳ­ລັບຄວາມບາບຂອງຄົນທັງ­ຫຼາຍຈະໄດ້ຮັບການອະໄພ. ຖ້າບໍ່ມີການຫຼັ່ງໄຫຼຂອງເລືອດແລ້ວ ກໍຈະບໍ່ມີການລົບລ້າງຄວາມບາບ. ສະ­ນັ້ນ ພວກເຮົາຈະຕ້ອງນຳເອົາລູກແກະມາເປັນເຄື່ອງບູ­ຊາຖວາຍໃຫ້ພຣະເຈົ້າຢູ່ຕະ­ຫຼອດ ເພື່ອເປັນການ­ສະ­ແດງເຖິງຄວາມເຊື່ອໃນເລືອດຂອງພຣະບຸດຜູ້ທີ່ເປັນເຄື່ອງບູ­ຊາໄຖ່ບາບຂອງມະ­ນຸດທີ່ພຣະເຈົ້າໄດ້ສັນ­ຍາໄວ້ ເພື່ອໃຫ້ພວກເຮົາໄດ້ກັບຄືນໄປຫາພຣະເຈົ້າອີກຄັ້ງໜຶ່ງ.”        

ກາອິນໄດ້ເວົ້າຂຶ້ນວ່າ: “ນ້ອງອາເບັນ!  ເຈົ້າຄວນຈະເຊື່ອຟັງຂ້ອຍ ເພາະ­ວ່າເຈົ້າເປັນນ້ອງຂອງຂ້ອຍ. ການນຳເອົາເຄື່ອງມາຖວາຍໃຫ້ພຣະເຈົ້າ ມັນບໍ່ສຳ­ຄັນຫຍັງດອກ! ຖ້າ­ວ່າເຮົາຈະມີລູກແກະ ຫຼື ບໍ່ມີກໍຕາມ.”     

ແລ້ວກາອິນ ແລະ ອາເບັນກໍໄດ້ພາ­ກັນຄອຍຖ້າພຣະເຈົ້າສະ­ແດງການອັດ­ສະ­ຈັນ ເພື່ອຍອມ­ຮັບເຄື່ອງຖວາຍຂອງພວກເຂົາ. ໃນທັນ­ໃດນັ້ນ ກໍໄດ້ມີແສງໄຟຈາກທ້ອງຟ້າ­ລົງມາເຜົາເຄື່ອງຖວາຍບູ­ຊາຂອງອາເບັນຈົນໝົດສິ້ນ. ແຕ່ສຳ­ລັບກາອິນຊ້ຳ­ພັດບໍ່ມີສັນ­ຍານໃດໆທີ່ຈະສະ­ແດງວ່າພຣະເຈົ້າຊົງຍອມ­ຮັບເຄື່ອງຖວາຍບູ­ຊາຂອງລາວ. ເມື່ອກາອິນເຫັນວ່າ ພຣະເຈົ້າບໍ່ສົ່ງໄຟຈາກທ້ອງ­ຟ້າລົງມາເຜົາເຄື່ອງຖວາຍບູ­ຊາຂອງລາວ ລາວກໍຮູ້ສຶກບໍ່ພໍ­ໃຈໃນພຣະເຈົ້າທີ່ພຣະອົງບໍ່ຍອມ­ຮັບສິ່ງທີ່ລາວນຳມາຖວາຍ ແລະ ຢູ່ໃນໃຈຂອງກາອິນກໍມີຄວາມກຽດຊັງອາເບັນທີ່ເລືອກເຊື່ອຟັງພຣະເຈົ້າ ແລະ ບໍ່ໄດ້ເຮັດເໝືອນກັບລາວ.        

ພຣະເຈົ້າຊົງຮູ້ຄວາມຄິດ ແລະ ການກະ­ທຳຂອງກາອິນ. ພຣະອົງບໍ່ຢາກໃຫ້ລາວມີຄວາມຄິດ ແລະ ການກະ­ທຳທີ່ຜິດ. ເຖິງແມ່ນວ່າ ກາອິນຈະບໍ່ເຊື່ອຟັງ ແລະ ບໍ່ປະ­ຕິ­ບັດຕາມຄຳສັ່ງຂອງພຣະເຈົ້າກໍຕາມ ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາອັນບໍ່ມີທີ່ສິ້ນສຸດຂອງພຣະເຈົ້າ ພຣະອົງກໍຍັງຕ້ອງ­ການທີ່ຈະຊ່ວຍກາອິນໃຫ້ສຳ­ນຶກຜິດ ແລະ ເລືອກເດີນໃນທາງທີ່ຖືກຕ້ອງ.        

ແລ້ວພຣະເຈົ້າກໍກ່າວຕໍ່ກາອິນວ່າ: “ກາອິນເອີຍ! ເປັນຫຍັງ ເຈົ້າຈຶ່ງຄຽດແຄ້ນ ແລະ ໜ້າຕາບູດບຶ້ງ? ຖ້າເຈົ້າເຮັດໃນສິ່ງທີ່ຖືກ­ຕ້ອງ ເຈົ້າກໍຄວນຍິ້ມ­ແຍ້ມແຈ່ມໃສບໍ່ແມ່ນບໍ? ແຕ່ດ້ວຍວ່າເຈົ້າເຮັດໃນສິ່ງທີ່ບໍ່ຖືກ­ຕ້ອງ ຄວາມຜິດບາບກໍຈະຄອຍຖ້າຢູ່ທີ່ປະ­ຕູໃຈຂອງເຈົ້າ. ມັນຢາກປົກ­ຄອງເຈົ້າ ແຕ່ເຈົ້າຕ້ອງເອົາຊະ­ນະມັນໃຫ້ໄດ້.” ແຕ່ກາອິນກໍຍັງບໍ່ສຳ­ນຶກຜິດ ແລະ ບໍ່ຍອມກັບໃຈໃໝ່.

ແຜນ­ການຂອງຊາຕານ

ຊາຕານດີ­ໃຈຫຼາຍທີ່ແຜນ­ການຂອງມັນໄດ້ປະສົບຜົນສຳ­ເລັດໂດຍການລໍ້ລວງໃຫ້ອາດາມ ແລະ ເອວາບໍ່ເຊື່ອຟັງພຣະເຈົ້າ. ໃນເວ­ລານີ້ ຊາຕານ ແລະ ພັກພວກຂອງມັນກໍກຳ­ລັງຈະຫາໂອ­ກາດທີ່ຈະເຮັດໃຫ້ເຊື້ອສາຍຂອງອາດາມ ແລະ ເອວາບໍ່ເຊື່ອຟັງພຣະເຈົ້າເຊັ່ນກັນ. ພວກມັນກໍເລີຍເລີ່ມຕົ້ນທີ່ກາອິນ ແລະ ອາເບັນ ເພື່ອທີ່ຈະເຮັດໃຫ້ແຜນ­ການຂອງພຣະເຈົ້ານັ້ນເພພັງລົງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 4:1-7, ເຮັບເລີ 11:4.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 71.1-72.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.


ຄວາມຕາຍຄັ້ງທຳ­ອິດຂອງມະ­ນຸດ

ມີມື້­ໜຶ່ງ ກາອິນໄດ້ຊັກຊວນອາເບັນໄປຍ່າງຫຼິ້ນທີ່ທົ່ງນາ ກາອິນໄດ້ລົມກັບອາເບັນດ້ວຍຄວາມບໍ່ພໍ­ໃຈກ່ຽວກັບເລື່ອງພຣະເຈົ້າ.      

ກາອິນເວົ້າວ່າ: “ພຣະເຈົ້າບໍ່ຍຸ­ຕິທຳ ພຣະເຈົ້າຮັກເຈົ້າຫຼາຍກວ່າຂ້ອຍ.”      

ໃນໃຈຂອງກາອິນມີຄວາມອິດ­ສາກຽດຊັງອາເບັນຈຶ່ງໄດ້ເວົ້າຕໍ່ອີກວ່າ: “ເຈົ້າຄິດວ່າ ສິ່ງທີ່ເຈົ້າເຮັດມາຕະຫຼອດນັ້ນແມ່ນຖືກ­ຕ້ອງ ແຕ່ມັນບໍ່ຍຸຕິທຳທີ່ພຣະເຈົ້າຈະປະ­ຕິ­ເສດເຄື່ອງຖວາຍຂອງຂ້ອຍ ແລະ ຍອມ­ຮັບເຄື່ອງຖວາຍຂອງເຈົ້າ.” ກາອິນພະ­ຍາ­ຍາມຊັກຊວນໃຫ້ອາເບັນຖຽງກັນກັບຕົນໃນເລື່ອງພຣະເຈົ້າ.

ອາເບັນເວົ້າຂຶ້ນວ່າ: “ອ້າຍກາອິນເອີຍ! ພຣະເຈົ້າຊົງຮັກພວກເຮົາຫຼາຍ. ບໍ່ດັ່ງ­ນັ້ນ ພຣະເຈົ້າຈະບໍ່ຊົງປະ­ທານພຣະບຸດຂອງພຣະອົງຜູ້ບໍຣິສຸດໃຫ້ທົນທຸກທໍ­ລະມານມາຕາຍເພື່ອຮັບໂທດຄວາມບາບຂອງພວກເຮົາດອກ!”        

ເມື່ອກາອິນໄດ້ຍິນແນວນັ້ນກໍໃຈຮ້າຍເປັນຟືນເປັນໄຟ ແລະ ລາວກໍຮູ້ວ່າອາເບັນເປັນຝ່າຍຖືກ. ແຕ່ກາອິນຮູ້­ສຶກເຫຼືອ­ໃຈໃຫ້ອາເບັນນ້ອງຊາຍຂອງລາວ ເຊິ່ງທີ່ຜ່ານມາເຄີຍເຊື່ອຟັງລາວມາຕະ­ຫຼອດ ແຕ່ດຽວ­ນີ້ກ້າຂັດຂືນ, ບໍ່ເຫັນດີນຳ ແລະ ບໍ່ເຂົ້າຂ້າງລາວ. ດ້ວຍອາ­ລົມທີ່ໃຈ­ຮ້ອນຂອງກາອິນນັ້ນເອງ ລາວຈຶ່ງໄດ້ກະ­ໂດດໃສ່ອາເບັນ ແລະ ຂ້ານ້ອງຊາຍຂອງລາວ.        

ເລື່ອງອາເບັນຖືກຂ້ານັ້ນ ເປັນຕົວ­ຢ່າງຄັ້ງທຳ­ອິດຂອງຄວາມຄຽດແຄ້ນກຽດຊັງນັບຕັ້ງ­ແຕ່ທີ່ພຣະເຈົ້າໄດ້ກ່າວວ່າ: "ເຊື້ອ­ສາຍຂອງມຶງ ແລະ ຍິງນັ້ນຈະເປັນສັດ­ຕູຄູ່ອາຄາດກັນ..." ເຊິ່ງບອກໃຫ້ຮູ້ວ່າ ຈະມີການຕໍ່­ສູ້ກັນລະ­ຫວ່າງຊາຕານກັບພວກຜີປີ­ສາດພ້ອມດ້ວຍຜູ້ຄົນທີ່ຕິດຕາມມັນ ແລະ ພຣະເຈົ້າພ້ອມດ້ວຍຜູ້ຄົນທີ່ຕິດ­ຕາມພຣະອົງ. (ປະ­ຖົມມະການ 3:15)

ສາ­ເຫດການຕາຍ

ຄວາມບາບຂອງມະ­ນຸດເປັນສາ­ເຫດໃຫ້ຊາຕານມາຄວບຄຸມມະນຸດ ແຕ່ພຣະບຸດຈະຊົງຊ່ວຍໃຫ້ມະ­ນຸດສາ­ມາດປົດ­ແອກຂອງຊາຕານອອກໄດ້. ເມື່ອໃດທີ່ມີຄົນປະຖິ້ມທາງແຫ່ງຄວາມບາບ ໂດຍເຊື່ອໃນພຣະບຸດຜູ້ຊົງເປັນລູກແກະຂອງພຣະເຈົ້ານັ້ນ ຊາຕານກໍຈະເກີດຄວາມຄຽດແຄ້ນກຽດຊັງຂຶ້ນ... ຢູ່ບ່ອນໃດກໍຕາມທີ່ມີຄົນຢຶດໝັ້ນເພື່ອພິ­ສູດເຖິງຄວາມຊອບທຳແຫ່ງ ພຣະບັນ­ຍັດຂອງພຣະເຈົ້າແລ້ວ... ຊາຕານກັບພັກພວກຂອງມັນຈະຕໍ່ຕ້ານ ແລະ ຈະຊັກຊວນໃຫ້ຜູ້ຄົນທີ່ຕິດ­ຕາມມັນສ້າງຄວາມໂຫດ­ຮ້າຍຕໍ່ຜູ້ຄົນທີ່ຕິດ­ຕາມພຣະບຸດ.

ຫຼັງຈາກອາເບັນຕາຍແລ້ວ ກາອິນກໍໄດ້ແລ່ນໜີໄປພ້ອມທັງຮູ້­ສຶກຕົກ­ໃຈຫຼາຍກັບເຫດ­ການຕາຍຂອງນ້ອງຊາຍ ແລະ ນີ້ເປັນຄັ້ງທຳ­ອິດທີ່ລາວໄດ້ເຫັນຄົນຕາຍ ເພາະທີ່ຜ່ານມາລາວເຄີຍເຫັນແຕ່ສັດຕາຍແຕ່ບໍ່ເຄີຍເຫັນຄົນຕາຍ. ເມື່ອພຣະເຈົ້າຊົງເຫັນທຸກໆສິ່ງທີ່ເກີດຂຶ້ນ ແລະ ບໍ່ມີສິ່ງໃດທີ່ປິດບັງພຣະອົງໄວ້ໄດ້. ແລ້ວບໍ່ດົນ ກາອິນກໍໄດ້ຍິນສຽງຂອງພຣະເຈົ້າເອີ້ນລາວ.

ພຣະເຈົ້າໄດ້ກ່າວຕໍ່ກາອິນວ່າ: “ກາອິນເອີຍ! ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?”

ກາອິນລືມວ່າພຣະເຈົ້ານັ້ນຊົງຍິ່ງໃຫຍ່ ແລະ ພຣະອົງຊົງເຫັນທຸກໆສິ່ງ. ສະ­ນັ້ນ ລາວຈຶ່ງປິດບັງຄວາມຜິດທີ່­ຢູ່ໃນໃຈຂອງລາວ ແລະ ລາວຕອບພຣະເຈົ້າວ່າ: “ຂ້າຂ້ອຍບໍ່ຮູ້! ຂ້າຂ້ອຍເປັນຄົນເບິ່ງ­ແຍງນ້ອງຊາຍຊັ້ນບໍ?”

ແລ້ວພຣະເຈົ້າຖາມກາອິນວ່າ: “ເປັນຫຍັງ ເຈົ້າຈຶ່ງເຮັດເລື່ອງອັນໂຫດ­ຮ້າຍເຊັ່ນນີ້?” ພຣະເຈົ້າຊົງໃຫ້ໂອ­ກາດກາອິນ ເພື່ອໃຫ້ລາວຄິດເຖິງເຫດ­ການໆກະ­ທຳຜິດຂອງລາວ ແລະ ສາ­ລະ­ພາບຄວາມບາບຂອງລາວນັ້ນ. ແຕ່ກາອິນຊ້ຳ­ພັດບໍ່ຕອບຄຳຖາມຂອງພຣະເຈົ້າ ແລ້ວພຣະເຈົ້າກໍໄດ້ກ່າວຕໍ່ກາອິນອີກວ່າ: “ເຈົ້າຈະຖືກສາບແຊ່ງ ແລະ ຖືກຂັບໄລ່ໃຫ້ອອກຈາກທົ່ງນາແຫ່ງນີ້... ຖ້າເຈົ້າເຮັດໄຮ່ໄຖນາ ທີ່ດິນກໍບໍ່­ເກີດຜົນຫຍັງ ເຈົ້າຈະບໍ່ມີທີ່­ຢູ່ ແລະ ຈະພະ­ເນ­ຈອນໄປເທິງແຜ່ນ­ດິນໂລກ.”

ກາອິນຮູ້­ສຶກຢ້ານຈຶ່ງໄດ້ຂໍຮ້ອງຕໍ່ພຣະເຈົ້າວ່າ: “ໂທດນີ້ໜັກເກີນກວ່າທີ່ຂ້າ­ນ້ອຍຈະຮັບໄດ້ ພຣະເຈົ້າໄລ່ຂ້າ­ນ້ອຍໃຫ້ໜີຈາກບ່ອນທີ່ທຳມາຫາກິນ ແລະ ຫ່າງໄກຈາກພຣະອົງ. ຂ້າ­ນ້ອຍຈະເປັນຄົນຂາດທີ່ເພິ່ງ ແລະ ພະ­ເນ­ຈອນໄປເທິງແຜ່ນ­ດິນໂລກ ແລະ ຖ້າຜູ້ໃດພົບເຫັນກໍຈະສັງຫານຂ້ານ້ອຍ.”

ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ, ພຣະອົງຈຶ່ງໃຫ້ໂອກາດກາອິນສຳ­ນຶກຜິດ ແລະ ກັບໃຈໃໝ່ເຂົ້າມາຫາພຣະອົງ. ສະ­ນັ້ນ ພຣະເຈົ້າຈຶ່ງກ່າວຕໍ່ກາອິນວ່າ: “ເຮົາຈະເຮັດເຄື່ອງໝາຍເອົາໄວ້ໃນຕົວຂອງເຈົ້າ ເພື່ອວ່າຫາກຜູ້ໃດພົບເຫັນເຈົ້າກໍຈະບໍ່ຂ້າເຈົ້າ." ເຖິງແມ່ນວ່າ ພຣະເຈົ້າຈະຊົງໃຫ້ອະ­ໄພກາອິນ ແຕ່ກາອິນກໍບໍ່ໄດ້ສຳ­ນຶກຜິດໃນຄວາມບາບຂອງລາວ ແລະ ລາວຍັງໄດ້ໜີອອກໄປຈາກພໍ່ແມ່ຂອງລາວອີກດ້ວຍ.

ຊາຕານຄິດວ່າແຜນ­ການຂອງມັນໄດ້ສຳເລັດ

ຊາຕານດີ­ໃຈຫຼາຍທີ່ມັນສາ­ມາດເຮັດໃຫ້ກາອິນມີຄວາມຮູ້­ສຶກບໍ່ພໍ­ໃຈຕໍ່ພຣະເຈົ້າໄດ້. ນອກ­ຈາກນີ້ ຊາຕານຍັງໄດ້ຍົວະໃຫ້ກາອິນຂ້າອາເບັນດ້ວຍຄວາມທີ່ມີ­ໃຈຄຽດແຄ້ນ ແລະ ກຽດຊັງອີກດ້ວຍ. ເມື່ອຊາຕານເຫັນອາເບັນຕາຍ ແລະ ກາອິນກໍໄດ້ອອກໄປພະ­ເນ­ຈອນທົ່ວໂລກແລ້ວ ຊາຕານກໍດີ­ໃຈຫຼາຍ ແລະ ຄິດວ່າແຜນການຂອງພຣະເຈົ້ານັ້ນໄດ້ເພ­ພັງລົງແລ້ວ.

ອ້າງອີງຈາກພຣະທັມ ປະ­ຖົມມະການ 4:8-15.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 73.3-79.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເຊື້ອສາຍຂອງເຊດ ແລະ ກາອິນ

ອາດາມ ແລະ ເອວາເສຍໃຈຫຼາຍທີ່ຮູ້ວ່າ ກາອິນຂ້າອາເບັນ, ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມໂສກ­ເສົ້າໃນຜົນຂອງຄວາມບາບຂອງພວກເຂົາ ເໝືອນກັບວ່າມີມີດມາແທງຢູ່ໃນໃຈຂອງພວກເຂົາ. ເພາະກ່ອນໜ້ານີ້ ພວກເຂົາມີຄວາມຄາດຫວັງວ່າລູກຊາຍຂອງພວກເຂົາຈະແມ່ນພຣະບຸດຜູ້ທີ່ພຣະເຈົ້າໄດ້ສັນ­ຍາວ່າຈະປະ­ທານມາໃຫ້ພວກເຂົາ ເພື່ອເປັນເຄື່ອງບູ­ຊາໄຖ່ຄວາມບາບໃຫ້ແກ່ມະນຸດ. ແຕ່ວ່າລູກຊາຍຜູ້ທີໜຶ່ງ ກາອິນ ກໍບໍ່ແມ່ນ ແລະ ລູກຊາຍຄົນ­ທີສອງ ອາເບັນ ກໍບໍ່ແມ່ນເຊັ່ນກັນ; ເພາະໃນເຫດ­ການຕາຍຄັ້ງທຳ­ອິດຂອງມະ­ນຸດນັ້ນ ໄດ້ເຮັດໃຫ້ພວກເຂົາສູນເສຍລູກຊາຍທັງສອງຄົນໄປພ້ອມໆກັນຄື: ອາເບັນເສຍຊີ­ວິດ ແລະ ກາອິນກໍໄດ້ໜີໄປຈາກພວກເຂົາ. ຫຼັງຈາກນັ້ນມາ ຊີ­ວິດຂອງພວກເຂົາກໍມີແຕ່ຄວາມໂສກ­ເສົ້າທຸກໃຈ.       

ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ. ເມື່ອອາດາມອາ­ຍຸ 130 ປີ ພຣະເຈົ້າກໍປະ­ທານລູກຊາຍຄົນໜຶ່ງໃຫ້ເພິ່ນ ເພື່ອທົດແທນອາເບັນຜູ້ທີ່ກາອິນໄດ້ຂ້ານັ້ນ. ອາດາມ ແລະ ເອວາດີ­ໃຈຫຼາຍ ແລະ ພວກເຂົາໃສ່ຊື່ໃຫ້ລູກຊາຍວ່າ “ເຊດ.” ພວກເຂົາໄດ້ສອນໃຫ້ເຊດຮຽນຮູ້ເລື່ອງພຣະເຈົ້າ, ເຊື່ອຟັງ ແລະ ຮັບໃຊ້ພຣະເຈົ້າໂດຍການປະ­ຕິ­ບັດຕາມແບບ­ຢ່າງຂອງອາເບັນ. ຝ່າຍເຊດນັ້ນກໍເຊື່ອໃນພຣະສັນ­ຍາຂອງພຣະເຈົ້າທີ່ວ່າ ພຣະເຈົ້າຈະປະ­ທານພຣະບຸດຂອງພຣະອົງມາເປັນເຄື່ອງບູ­ຊາຕາຍເພື່ອໄຖ່ຄວາມບາບໃຫ້ມະນຸດ. ເຊດມີຈິດ­ໃຈທີ່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າ ແລະ ມັກປະ­ຕິ­ບັດໃນສິ່ງທີ່ພຣະເຈົ້າພໍ­ໃຈເຊັ່ນດຽວກັນກັບອາເບັນ. ຫຼັງຈາກທີ່ອາດາມ ແລະ ເອວາໄດ້ລູກຊາຍແລ້ວ ພຣະເຈົ້າກໍໄດ້ອວຍ­ພອນພວກເຂົາໃຫ້ມີລູກຍິງ ແລະ ລູກຊາຍຫຼາຍໆຄົນອີກດ້ວຍ.

ຫຼັງຈາກທີ່ລູກຫຼານຂອງພໍ່ຕູອາດາມໄດ້ຮຽນຮູ້ກ່ຽວກັບເລື່ອງຄວາມບາບ, ຄວາມຮັກຂອງພຣະເຈົ້າ ແລະ ຮູ້ປະ­ຫວັດຄອບ­ຄົວຂອງເພິ່ນແລ້ວ. ລູກຫຼານຫຼາຍຄົນກໍຈື່ຈຳໃນເລື່ອງທີ່ພວກເຂົາໄດ້ຟັງມານັ້ນ ແລ້ວພວກເຂົາກໍໄດ້ຢຶດໝັ້ນໃນການນະມັດສະການພຣະເຈົ້າ ແລະ ເມື່ອພວກເຂົາເຕີບໃຫຍ່ຂຶ້ນມາແລ້ວກໍເລືອກທີ່ຈະເຊື່ອຟັງ ແລະ ຮັກພຣະເຈົ້າ. ຝ່າຍພໍ່ຕູອາດາມນັ້ນເພິ່ນກໍໄດ້ເສຍຊີ­ວິດເມື່ອອາ­ຍຸ 930 ປີ.

ພໍ່ຕູ້ອາດາມມີອາ­ຍຸຢືນຍາວເກືອບຮອດພັນປີ ແຕ່ເພິ່ນໄດ້ເສຍຊີ­ວິດເມື່ອອາ­ຍຸໄດ້ 930 ປີ, ເພິ່ນມີລູກຊາຍຢູ່ໃນຄອບ­ຄົວຫຼາຍຄົນ. ແຕ່ໃນເລື່ອງຕໍ່ໄປນີ້ ພວກເຮົາຈະເນັ້ງເລື່ອງກ່ຽວກັບເຊື້ອ­ສາຍຂອງກາອິນ ແລະ ເຊດເທົ່ານັ້ນ.      

ພາຍ­ຫຼັງທີ່ກາອິນໄດ້ອອກໄປຈາກບ້ານຂອງພໍ່ແມ່ແລ້ວ ລາວກໍບໍ່ໄດ້ສົນ­ໃຈໃນພຣະເຈົ້າເລີຍ. ກາອິນໄດ້ເລືອກເຮັດໄຮ່­ນາເປັນອາ­ຊີບ ຈົນເຊື້ອ­ສາຍຂອງລາວໂດດເດັ່ນທາງດ້ານວັດ­ຖຸ ແລະ ໄດ້ກໍ່­ສ້າງເປັນເມືອງໜຶ່ງຂຶ້ນ. ພວກເຂົາສະ­ແຫວງ­ຫາແຕ່ຄວາມ­ສຸກ ແລະ ຂາບໄຫວ້ບູ­ຊາຮູບປັ້ນຕ່າງໆທີ່ຖືເປັນພຣະເຈົ້າຂອງພວກເຂົາທີ່­ຢູ່ໃນໂລກນີ້.        

ສ່ວນເຊື້ອ­ສາຍຂອງເຊດໄດ້ອາ­ໄສຢູ່ຕາມຮ່ອມພູ ແລະ ທົ່ງ­ພຽງ ເຊິ່ງບໍ່ຫ່າງໄກຈາກສວນເອເດນ ແລະ ພວກເຂົາຍັງຄົງນະ­ມັດ­ສະ­ການພຣະເຈົ້າຢ່າງບໍຣິສຸດ. ເປັນເວ­ລາດົນນານທີ່ເຊື້ອ­ສາຍຂອງກາອິນ ແລະ ເຊດບໍ່ໄດ້ມີການພົວ­ພັນເຊິ່ງກັນແລະ ກັນຢູ່ເທິງແຜ່ນ­ດິນໂລກນີ້ ຈຶ່ງເຫັນໄດ້ຢ່າງຈະ­ແຈ້ງເຖິງສອງກຸ່ມຄົນທີ່ຝ່າຍໜຶ່ງເລືອກນະ­ມັດ­ສະ­ການພຣະເຈົ້າ ແລະ ອີກຝ່າຍໜຶ່ງເລືອກເພິ່ງພາໃນຕົນເອງ.        

ເມື່ອເວ­ລາຜ່ານໄປ ເຊື້ອ­ສາຍຂອງການອິນກໍໄດ້ເລີ່ມແຜ່ຂະ­ຫຍາຍອອກໄປອາ­ໄສຢູ່ຕາມບ່ອນຕ່າງໆ ຫຼາຍຄອບ­ຄົວທີ່ເປັນເຊື້ອ­ສາຍຂອງການອິນກໍໄດ້ມາອາ­ໄສຢູ່ໃກ້ໆກັບພູພຽງ ແລະ ທົ່ງ­ພຽງ ເຊິ່ງເປັນບ່ອນ­ຢູ່ອາ­ໄສຂອງເຊື້ອ­ສາຍເຊດ ຈົນເຮັດໃຫ້ເຊື້ອ­ສາຍຂອງເຊດນັ້ນຕ້ອງໄດ້ຍົກຍ້າຍໄປອາ­ໄສຢູ່ເທິງພູ ເພາະພວກເຂົາບໍ່ຢາກໃຫ້ເຊື້ອ­ສາຍຂອງພວກເຂົາໄປພົວ­ພັນກັບເຊື້ອ­ສາຍຂອງກາອິນທີ່ເຮັດແຕ່ຄວາມບາບ ແລະ ບໍ່ນັບ­ຖືພຣະເຈົ້າ. ເມື່ອມະ­ນຸດເພີ່ມທະ­ວີຫຼາຍຂຶ້ນຢູ່ເທິງແຜ່ນ­ດິນໂລກ ເຊື້ອສາຍລູກຫຼານຂອງເຊດກໍຢາກໄປລອງຄົບຫາສະ­ມາ­ຄົມກັບເຊື້ອ­ສາຍລູກຫຼານຂອງກາອິນທີ່ອາ­ໄສຢູ່ທົ່ວພູພຽງ ແລະ ທົ່ງພຽງ. ແຕ່ໃນການຄົບຫາສະ­ມາ­ຄົມກັນນີ້ ເຮັດໃຫ້ເຊື້ອ­ສາຍລູກຫຼານຂອງເຊດຫຼົງສະເໜ່ຄວາມງາມຂອງຜູ້­ຍິງທີ່ເປັນເຊື້ອ­ສາຍຂອງກາອິນ ແລະ ໄດ້ໄປແຕ່ງ­ງານກັບພວກເຂົາ ຈົນເຮັດໃຫ້ພຣະເຈົ້າບໍ່ພໍພຣະໄທ(ບໍ່ພໍ­ໃຈ) ເພາະຜູ້ຄົນທີ່ນະມັດສະ­ການພຣະເຈົ້າຢ່າງຫຼວງຫຼາຍໄດ້ຖືກລໍ້ລວງໃຫ້ເຮັດຄວາມບາບ. ວັດ­ຖຸສິ່ງຂອງຢູ່ໃນໂລກນີ້ໄດ້ຈູງໃຈເຊື້ອ­ສາຍລູກຫຼານຂອງເຊດໃຫ້ຫຼົງໄຫຼໄປກັບມັນ ແລະ ເຮັດໃຫ້ພວກເຂົາສູນເສຍອຸ­ປະນິ­ໄສທີ່ບໍຣິສຸດອັນເປັນເອກກະລັກພິ­ເສດ. ເພາະການໄປຄົບຫາສະ­ມາ­ຄົມກັບຄົນທີ່ບໍ່ນັບ­ຖືພຣະເຈົ້ານີ້ເອງ ຈຶ່ງໄດ້ເຮັດໃຫ້ຈິດ­ໃຈ ແລະ ການກະ­ທຳກາຍ­ເປັນແບບດຽວກັນ.        

ແລ້ວບໍ່ດົນ ພວກເຂົາກໍໄດ້ປະ­ພຶດແຕ່ສິ່ງທີ່ບໍ່ດີ ຄວາມຄິດຊົ່ວຮ້າຍກໍບັງ­ຄັບຈິດ­ໃຈຂອງພວກເຂົາຢູ່ທຸກເວ­ລາ ແລະ ການຂ້າກັນກໍແຜ່ລາມໄປທົ່ວທຸກບ່ອນ. ພວກເຂົາໄດ້ປະ­ພຶດເໝືອນກັບກາອິນທີ່ປັກໃຈຢູ່ກັບຄວາມ­ສຸກ ແລະ ຄວາມຈະ­ເລີນຝ່າຍໂລກ. ພວກເຂົາເຮັດໃນສິ່ງທີ່ບໍ່ເປັນປະ­ໂຫຍດ ແລະ ຈິດ­ໃຈຂອງພວກເຂົາກໍມືດມົວໄປ. ພວກເຂົາບໍ່ໄດ້ສົນ­ໃຈ ແລະ ບໍ່ໄດ້ຖວາຍກຽດໃຫ້ພຣະເຈົ້າໃຫ້ສົມກັນກັບທີ່ຊົງເປັນພຣະເຈົ້າຂອງພວກເຂົາ. ເມື່ອພຣະເຈົ້າຊົງເຫັນເຊັ່ນນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາເຮັດຕາມ­ໃຈປາຖະ­ໜາຊົ່ວຮ້າຍຂອງພວກເຂົາ. ແລ້ວຄວາມບາບກໍໄດ້ແຜ່ຂະ­ຫຍາຍອອກໄປທົ່ວໂລກເໝືອນກັນກັບໂຣກລະ­ບາດຢ່າງຮ້າຍແຮງທີ່ສຸດ.      

ຫຼາຍໆຄົນຢູ່ໃນໂລກນີ້ ໄດ້ຮູ້ເລື່ອງພຣະເຈົ້າ ແລະ ຮູ້ກ່ຽວກັບສວນເອເດນ ພວກເຂົາເຫັນສວນເອເດນ ແລະ ເຫັນທູດສະ­ຫວັນປົກປັກຮັກສາສວນເອເດນຢູ່ ແຕ່ວ່າຄົນສ່ວນຫຼາຍເລືອກທີ່ຈະບໍ່ເຊື່ອຟັງ ແລະ ຕໍ່­ຕ້ານພຣະເຈົ້າ.  

ແຜນ­ການຂອງຊາຕານ

ຊາຕານດີ­ໃຈຫຼາຍທີ່ເຫັນມະ­ນຸດບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ເຮັດຕາມຄຳສັ່ງຂອງພຣະອົງ. ມັນດີ­ໃຈທີ່ເຫັນຄົນສ່ວນໜ້ອຍນະ­ມັດ­ສະ­ການພຣະເຈົ້າ ແລະ ຄົນຫຼວງຫຼາຍເລືອກທີ່ຈະເຮັດຕາມ­ໃຈປາຖະ­ໜາຊົ່ວຮ້າຍຂອງພວກເຂົາ. ຊາຕານຍິ້ມດີ­ໃຈ ແລະ ຄິດວ່າແຜນ­ການຂອງມັນທີ່ຈະທຳ­ລາຍໂລກ ແລະ ມະ­ນຸດທີ່ພຣະເຈົ້າຊົງສ້າງຂຶ້ນມານັ້ນ ໄດ້ພັດ­ທະ­ນາຫຼາຍຂຶ້ນແລ້ວ.

“ຢ່າດຳ­ເນີນຊີ­ວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນ­ແປງຈິດ­ໃຈ ແລ້ວອຸ­ປະນິ­ໄສຂອງພວກເຈົ້າຈິ່ງຈະປ່ຽນໃໝ່ ເພື່ອເຈົ້າທັງ­ຫລາຍຈະໄດ້ຮູ້ນ້ຳພຣະ­ໄທຂອງພຣະ­ເຈົ້າ ຈະໄດ້ຮູ້­ວ່າອັນ­ໃດດີ ອັນ­ໃດເປັນທີ່ຊອບພຣະ­ໄທພຣະ­ເຈົ້າ, ແລະອັນ­ໃດດີທີ່ສຸດ” (ໂຣມ 12:2).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 4:25; 5:3-5; 6:1-7.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ຄວາມເຊື່ອທີ່ມີການປະຕິບັດແຕກຕ່າງກັນ

ເພາະ­ວ່າ ອາເບັນມີຄວາມເຊື່ອໃນພຣະເຈົ້າ ລາວຈຶ່ງໄດ້ນຳເອົາເຄື່ອງບູ­ຊາອັນຖືກ­ຕ້ອງກວ່າເຄື່ອງບູ­ຊາຂອງກາອິນມາຖວາຍໃຫ້ພຣະເຈົ້າ. ອາເບັນຮູ້ເຖິງຫຼັກ­ການສຳ­ຄັນໆຂອງການຊົງໄຖ່ບາບ ລາວເຫັນວ່າຕົນເອງເປັນຄົນບາບ ແລະ ຄວາມບາບຂອງລາວພ້ອມກັບຄວາມຕາຍອັນເປັນໂທດຂອງຄວາມບາບນັ້ນ ກຳ­ລັງຂັ້ນກາງຢູ່ລະ­ຫວ່າງລາວກັບພຣະເຈົ້າ. ລາວນຳເອົາຊີ­ວິດຂອງສັດອັນເປັນເຫຍື່ອທີ່ຕ້ອງຖືກຂ້າບູຊານັ້ນມາຖວາຍ ເຊິ່ງເປັນການຍອມ­ຮັບຄວາມສັກ­ສິດຂອງພຣະບັນ­ຍັດທີ່ຖືກລ່ວງລະ­ເມີດນັ້ນ. ເລືອດແກະທີ່ໄຫຼອອກໄດ້ສະ­ແດງເຖິງພຣະບຸດທີ່ຈະຊົງເສຍຊີ­ວິດເທິງໄມ້ກາງແຂນແຫ່ງຄາວາລີຢູ່ໃນອະນາຄົດ. ລາວວາງ­ໃຈໃນພຣະບຸດທີ່ຈະຊົງໃຫ້ລາວຄືນດີກັບພຣະເຈົ້າ ແລະ ໄດ້ຮັບການຢືນ­ຢັນວ່າຕົນເອງເປັນຄົນຊອບທຳ ແລະ ພຣະເຈົ້າຊົງຍອມ­ຮັບເຄື່ອງຖວາຍບູ­ຊານັ້ນ.

ໃນທາງກົງກັນຂ້າມ ກາອິນເຂົ້າເຝົ້າພຣະເຈົ້າພ້ອມທັງຈົ່ມໄປນຳ ໂດຍຢູ່ໃນໃຈບໍ່ເຊື່ອໃນພຣະສັນ­ຍາການເສຍຊີ­ວິດຂອງພຣະບຸດ ຫຼື ຄວາມຈຳ­ເປັນທີ່ລາວຈະຕ້ອງຖວາຍບູ­ຊາ. ໃນຂະ­ນະທີ່ນຳເອົາເຄື່ອງບູຊາມາຖວາຍ, ກາອິນກໍບໍ່ຮູ້ສຶກເສຍໃຈໃນຄວາມຜິດບາບ ລາວເຊື່ອຟັງໃນການສ້າງແທ່ນບູ­ຊາກັບການນຳເຄື່ອງມາຖວາຍ ແຕ່ເປັນການເຊື່ອຟັງພຽງສ່ວນໜຶ່ງເທົ່ານັ້ນ ສ່ວນທີ່ສຳ­ຄັນເຊິ່ງສະ­ແດງເຖິງການຍອມ­ຮັບວ່າຕົນເອງຕ້ອງ­ການພຣະຜູ້ໄຖ່ບາບນັ້ນ ລາວບໍ່ໄດ້ເຮັດ.

ກາອິນເລືອກທີ່ຈະເພິ່ງພາໃນຕົນເອງ ລາວຈະມາຫາພຣະເຈົ້າດ້ວຍຄຸນຄວາມດີຂອງຕົນເອງ ແລະ ຈະບໍ່ນຳເອົາລູກແກະທີ່ຫຼັ່ງໄຫຼດ້ວຍເລືອດມາເປັນເຄື່ອງບູ­ຊາ ແຕ່ຈະນຳເອົາຜົນໝາກໄມ້ຈາກແຮງງານຂອງລາວເອງມາຖວາຍ ເໝືອນກັບວ່າໄດ້ເຮັດສິ່ງທີ່ພຣະເຈົ້າຊົງພໍພຣະໄທ(ພໍ­ໃຈ) ໂດຍຫວັງວ່າຈະເຮັດໃຫ້ພຣະອົງຍອມ­ຮັບລາວຫຼາຍຍິ່ງຂຶ້ນ.    

ກາອິນ ແລະ ອາເບັນເປັນຕົວແທນຂອງຄົນສອງຈຳ­ພວກທີ່ມີຄວາມເຊື່ອຢູ່ໃນໂລກນີ້. ກຸ່ມໜຶ່ງວາງ­ໃຈໃນເຄື່ອງບູ­ຊາໄຖ່ບາບທີ່ພຣະເຈົ້າຊົງກຳ­ນົດໄວ້ຄື: “ການຕາຍຂອງພຣະເຢຊູເປັນເຄື່ອງ­ໝາຍຂອງການໄຖ່ບາບໃຫ້ແກ່ມະ­ນຸດ” ແຕ່ອີກກຸ່ມໜຶ່ງເລືອກທີ່ຈະເພິ່ງພາໃນບຸນກຸ­ສົນກັບເຄື່ອງຖວາຍ ແລະ ຄວາມສາ­ມາດຂອງຕົນເອງ.        

ຄົນສ່ວນຫຼາຍແມ່ນມີຄວາມເຊື່ອທີ່ແຕກຕ່າງກັນ ແລະ ສາ­ສະ­ໜາທີ່ຄົນທັງ­ຫຼາຍມີຄວາມເຊື່ອນັ້ນ ສ່ວນຫຼາຍແມ່ນຂຶ້ນຢູ່ໃນລະ­ບົບຫຼັກ­ການອັນດຽວກັນທີ່ວ່າ ມະ­ນຸດສາ­ມາດເພິ່ງພາຄວາມ­ພຽນພະ­ຍາ­ຍາມຂອງຕົນເອງ ເພື່ອຈະໃຫ້ໄດ້ມາເຊິ່ງຄວາມລອດພົ້ນ ດັ່ງສຸ­ພາ­ສິດທີ່ວ່າ: "ຕົນເປັນທີ່ເພິ່ງຂອງຕົນ"       

ແຕ່ວ່າ­ການເພິ່ງພາໃນຕົນເອງໂດຍສະ­ແຫວງ­ຫາບຸນ, ປະ­ຕິ­ບັດຕາມສິນທຳ ແລະ ພະ­ຍາ­ຍາມເປັນຄົນດີນັ້ນ. ສິ່ງເຫຼົ່ານີ້ ມັນບໍ່ສາ­ມາດພາ­ໃຫ້ຕົນເອງລອດພົ້ນຈາກຄວາມບາບ ແລະ ບໍ່ສາ­ມາດຂຶ້ນໄປສະ­ຫວັນໄດ້. ເນື່ອງຈາກວ່າ "ມະ­ນຸດບໍ່ມີພະ­ລັງອຳ­ນາດໃນຕົວເອງທີ່ຈະເສີມສ້າງຊີ­ວິດໃຫ້ດີຂຶ້ນມາໃໝ່ໄດ້ ແລະ ທຳມະຊາດຂອງມະ­ນຸດກໍບໍ່ໄດ້ມີແນວໂນ້ມອ່ຽງໄປຫາພຣະເຈົ້າເບື້ອງເທິງ ແຕ່ມີແນວໂນ້ມລົງໄປຫາຊາຕານເບື້ອງລຸ່ມ."      

ເສັ້ນ­ທາງເດີນຂອງມະ­ນຸດສ່ວນຫຼາຍທີ່­ຢູ່ໃນໂລກນີ້ແມ່ນຄືກັນໝົດ. ພວກເຂົາດິ້ນລົນເຮັດວຽກໜັກເພື່ອຈະປະ­ສົບຜົນ­ສຳ­ເລັດ ແລະ ຢາກຮັ່ງມີຄືກັບຄົນອື່ນໆ. ພວກເຂົາໃຊ້ຊີ­ວິດຢູ່ໃນຄວາມມືດມົນ, ຄວາມໂສກເສົ້າ, ຄວາມວິ­ຕົກກັງ­ວົນ, ຄວາມໂກດຮ້າຍ, ຄວາມ­ເຈັບປ່ວຍ ແລະ ພົບເຈີກັບບັນ­ຫາຫຼາຍໆຢ່າງ. ຄວາມ­ສຸກຢ່າງດຽວຂອງພວກເຂົາຄື: “ກິນ, ດື່ມ ແລະ ສະ­ໜຸກກັບສິ່ງທີ່ຕົນຫາມາໄດ້ໃນຊີ­ວິດອັນສັ້ນໆທີ່ພຣະເຈົ້າໂຜດໃຫ້.” ອັນນີ້ແຫລະ! ແມ່ນຊາ­ຕາ­ກຳຂອງມະນຸດ. ທຸກໆສິ່ງທີ່ພວກເຂົາເຮັດລ້ວນແຕ່ບໍ່ມີປະໂຫຍດຫຍັງ; ເປັນເໝືອນດັ່ງພວມແລ່ນໄປຕາມລົມ. (ແລ່ນໄປຕາມສັງ­ຄົມ).  

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) {ວັກ 72.5-73.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.