ຊີວິດທີ່ຫຍຸ້ງຍາກຂອງໂຈເຊັບ

ການດຳ­ລົງຊີ­ວິດຢູ່ດິນ­ແດນການາອານ

ຈົ່ງຈື່ໄວ້ວ່າ ເມື່ອພຣະເຈົ້າຕໍ່­ສູ້ຢາໂຄບໃນຄືນມື້ນັ້ນ ພຣະອົງໄດ້ກ່າວວ່າ: “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ ເຈົ້າໄດ້ຕໍ່­ສູ້ກັບພຣະເຈົ້າ ແລະ ມະ­ນຸດ ແລະ ເຈົ້າຊະ­ນະ; ສະ­ນັ້ນ ຊື່ຂອງເຈົ້າຈະແມ່ນ ອິດສະຣາເອນ.” ນັບຕັ້ງ­ແຕ່ນັ້ນມາ ຢາໂຄບມີຊື່­ວ່າ ອິດສະຣາເອນ ແລະ ລູກຫຼານຂອງລາວກໍໄດ້ຖືກເອີ້ນວ່າ ຊາວອິດສະຣາເອນ.

ຫຼາຍປີຜ່ານໄປ ໃນການດຳ­ລົງຊີ­ວິດຢູ່ໃນດິນ­ແດນການາອານ ລູກຊາຍຂອງອິດສະຣາເອນກໍໄດ້ເຕີບໂຕເປັນຜູ້ໃຫຍ່ ແລະ ຫຼາຍຄົນກໍມີນິ­ໄສທີ່ບົກພ່ອງ. ເນື່ອງຈາກວ່າ ການມີເມຍຫຼາຍຄົນໄດ້ສົ່ງຜົນເສຍໃຫ້ແກ່ຄອບ­ຄົວ ແລະ ເຮັດໃຫ້ຄວາມຮັກຈືດ­ຈາງລົງ ລວມທັງທຳ­ລາຍຄວາມຜູກພັນໃນຄອບຄົວ. ຄວາມອິດ­ສາຂອງແມ່ແຕ່­ລະ­ຄົນໄດ້ສ້າງຄວາມ­ທຸກໃນຊີ­ວິດຄອບ­ຄົວ ເຊິ່ງໄດ້ເຮັດໃຫ້ບັນ­ດາລູກໆທີ່ເຕີບໃຫຍ່ຂຶ້ນມາກາຍ­ເປັນຄົນທີ່ມັກຖົກຖຽງກັນ ແລະ ບໍ່ຍອມຟັງຜູ້ໃດ ຈົນເຮັດໃຫ້ຊີ­ວິດຂອງອິດສະຣາເອນຜູ້ທີ່ເປັນພໍ່ໂສກ­ເສົ້າທຸກໃຈໄປນຳ.

ແຕ່ໃນທ່າມ­ກາງບັນ­ດາລູກຊາຍຂອງອິດສະຣາເອນ ຍັງມີລູກຊາຍຄົນໜຶ່ງທີ່ມີນິ­ໄສທີ່ແຕກຕ່າງຈາກລູກຊາຍຄົນອື່ນໆ ລູກຊາຍຄົນນີ້ມີຊື່­ວ່າ “ໂຢເຊັບ.” ລາວເປັນລູກຊາຍຂອງນາງຣາເຊັນ ເຊິ່ງເປັນເມຍທີ່ອິດສະຣາເອນຮັກຫຼາຍທີ່ສຸດ. ໂຢເຊັບມີນິ­ໄສດີ ແລະ ຮູບຮ່າງງາມຄືກັບຄວາມດີ­ງາມຂອງຈິດ­ໃຈທີ່ສະ­ແດງອອກເຖິງຮູບຮ່າງລັກສະນະ. ໂຢເຊັບເປັນຄົນລາເລີງ, ຢືດໝັ້ນໃນຫຼັກສິນທຳ ແລະ ດຸ­ໝັ່ນໃນການເຮັດຄວາມດີ.

ໂຢເຊັບມັກຟັງຄຳສັ່ງ­ສອນຂອງພໍ່ ແລະ ມັກເຊື່ອຟັງພຣະຄຳຂອງພຣະເຈົ້າ ຈົນເຮັດໃຫ້ລາວມີຄວາມສຸ­ພາບອ່ອນ­ໂຍນ, ຄວາມສັດ­ຊື່ ແລະ ຄວາມຈິງໃຈ. ຄວາມດີ­ງາມເຫຼົ່ານີ້ໄດ້ປາ­ກົດໃຫ້ເຫັນຢູ່ໃນຊີ­ວິດປະ­ຈຳວັນຂອງລາວ. ພາຍ­ຫຼັງທີ່ຜູ້ເປັນແມ່ໄດ້ເສຍຊີ­ວິດໄປແລ້ວ ໂຢເຊັບກໍຍິ່ງຜູກພັນກັບພໍ່ຫຼາຍຂຶ້ນ ສ່ວນອິດສະຣາເອນຜູ້ເປັນພໍ່ນັ້ນກໍຮັກໂຢເຊັບລູກຊາຍຂອງເພິ່ນຫຼາຍ ຈົນ­ກະ­ທັ້ງຮັກໂຢເຊັບຫຼາຍກວ່າລູກຊາຍຄົນອື່ນໆທັງໝົດ. ດ້ວຍຄວາມຮັກຂອງຜູ້ເປັນພໍ່ທີ່ມີຕໍ່ລູກຊາຍ ອິດສະຣາເອນຈຶ່ງໄດ້ຕັດເສື້ອລ່າມທີ່ສວຍງາມໃຫ້ແກ່ໂຢເຊັບຜືນໜຶ່ງ ເຊິ່ງເປັນເສື້ອທີ່ມີລາ­ຄາແພງຫຼາຍ ແລະ ເປັນເສື້ອທີ່ຄົນຮັ່ງ­ມີນຸ່ງ. ເມື່ອລູກຊາຍຄົນອື່ນໆເຫັນວ່າ ພໍ່ຂອງຕົນຕັດເສື້ອພິ­ເສດສຳ­ລັບໂຢເຊັບ ພວກເຂົາກໍພາ­ກັນອິດ­ສາ ແລະ ກຽດຊັງໂຢເຊັບຫຼາຍທີ່ສຸດຈົນບໍ່ເວົ້າດີນຳລາວ.

ເວລາໂຢເຊັບຊາຍໜຸ່ມອາ­ຍຸ 17 ປີ ລາວອກໄປລ້ຽງແກະກັບພວກອ້າຍຂອງລາວ ຂະ­ນະທີ່ໂຢເຊັບເຫັນການປະພືດຊົ່ວ­ຊ້າຂອງພວກອ້າຍ ລາວກໍພະ­ຍາ­ຍາມຫ້າມພວກເຂົາ ແຕ່ມັນຍິ່ງເຮັດໃຫ້ພວກອ້າຍມີຄວາມກຽດຊັງຕໍ່ໂຢເຊັບຫຼາຍຂຶ້ນ. ໂຢເຊັບບໍ່ອາດທົນເຫັນພວກອ້າຍຂອງລາວເຮັດຄວາມຜິດບາບຕໍ່­ສູ້ພຣະເຈົ້າ. ສະ­ນັ້ນ ລາວຈຶ່ງເລົ່າສູ່ພໍ່ຟັງ ເພື່ອຫວັງວ່າພວກອ້າຍຈະຟັງຄວາມພໍ່ ແລະ ພໍ່ອາດຈະປ່ຽນ­ແປງນິ­ໄສຂອງພວກເຂົາໄດ້.

ດ້ວຍຄວາມຮັກຂອງຜູ້ເປັນພໍ່ທີ່ມີຕໍ່ລູກຊາຍ ອິດສະຣາເອນຈຶ່ງໄດ້ຕັດເສື້ອລ່າມທີ່ສວຍງາມໃຫ້ແກ່ໂຢເຊັບຜືນໜຶ່ງ ເຊິ່ງເປັນເສື້ອທີ່ມີລາຄາແພງຫຼາຍ ແລະ ເປັນເສື້ອທີ່ຄົນຮັ່ງມີນຸ່ງ. ເມື່ອລູກຊາຍຄົນອື່ນໆເຫັນວ່າ ພໍ່ຂອງຕົນຕັດເສື້ອພິເສດສຳລັບໂຢເຊັບ ພວກເຂົາກໍພາກັນອິດສາ ແລະ ກຽດຊັງໂຢເຊັບຫຼາຍທີ່ສຸດຈົນບໍ່ເວົ້າດີນຳລາວ.

ຢູ່ມາຄືນໜຶ່ງ ໂຢເຊັບໄດ້ມີຄວາມຝັນແປກປະ­ຫຼາດ ແລະ ລາວໄດ້ເລົ່າຄວາມຝັນນີ້ໃຫ້ພວກອ້າຍຟັງ. ໂຢເຊັບເວົ້າວ່າ: “ຟັງຄວາມຝັນທີ່ຂ້ອຍຈະເລົ່າສູ່ຟັງນີ້ແມ້! ພວກເຮົາກຳ­ລັງພາ­ກັນມັດເຂົ້າຢູ່ທີ່ທົ່ງນາ ເມື່ອມັດແລ້ວ ຟ່ອນເຂົ້າ­ຂອງຂ້ອຍກໍຕັ້ງຂຶ້ນຊື່ຕົງ. ສ່ວນຟ່ອນເຂົ້າ­ຂອງພວກເຈົ້າໄດ້ຕີວົງລ້ອມຟ່ອນເຂົ້າ­ຂອງຂ້ອຍ ແລະ ຂາບລົງຕໍ່­ໜ້າຟ່ອນເຂົ້າ­ຂອງຂ້ອຍ.”

ພວກອ້າຍຈຶ່ງຖາມລາວວ່າ: “ເຈົ້າຄິດວ່າ ເຈົ້າຈະໄດ້ເປັນກະ­ສັດປົກ­ຄອງພວກເຮົາຊັ້ນບໍ?” ແລ້ວພວກອ້າຍຂອງໂຢເຊັບກໍພາ­ກັນຊັງໂຢເຊັບຫຼາຍຂຶ້ນ ຍ້ອນຄວາມຝັນທີ່ໂຢເຊັບໄດ້ເລົ່າມານັ້ນ.

ໃນເວ­ລາຕໍ່ມາ ໂຢເຊັບກໍໄດ້ມີຄວາມຝັນທີ່ແປກປະ­ຫຼາດອີກ ແລະ ລາວໄດ້ເລົ່າຄວາມຝັນສູ່ພໍ່ແລະ ພວກອ້າຍຟັງຕື່ມອີກວ່າ: “ຂ້ອຍຝັນອີກແລ້ວ! ຂ້ອຍຝັນເຫັນດວງຕາ­ເວັນ, ດວງເດືອນ ແລະ ດວງດາວສິບເອັນດວງກົ້ມຂາບຂ້ອຍ.”

ພໍ່ຂອງລາວຈຶ່ງທ້ວງຂຶ້ນວ່າ: “ຄວາມຝັນທີ່ລູກຝັນເຫັນນັ້ນໝາຍຄວາມວ່າຫຍັງ? ລູກ­ຄິດວ່າ ພໍ່ກັບແມ່ ແລະ ພວກອ້າຍຂອງລູກຈະພາ­ກັນໄປກົ້ມຂາບລູກຊັ້ນບໍ?” ແລ້ວພວກອ້າຍຈຶ່ງພາ­ກັນອິດ­ສາໂຢເຊັບຫຼາຍຍິ່ງຂຶ້ນ ສ່ວນອິດສະຣາເອນກໍໄດ້ແຕ່ຄົ້ນຄິດເລື່ອງນີ້ຢູ່ໃນໃຈ ແລະ ເຊື່ອວ່າພຣະເຈົ້າກຳ­ລັງສຳ­ແດງອະ­ນາຄົດໃຫ້ໂຢເຊັບເຫັນ.

ຄົນຂອງພຣະເຈົ້າຖືກໝິ່ນ­ປະ­ໝາດ

ພວກອ້າຍສາ­ມາດເຫັນໄດ້ວ່າພຣະເຈົ້າຢູ່ກັບໂຢເຊບ ແຕ່ພວກເຂົາຍັງໝິ່ນ­ປະ­ໝາດໂຢເຊັບ. ຊີ­ວິດທີ່ດີຂອງໂຢເຊັບຖືກກ່າວໂທດມາຕະ­ຫຼອດຈາກວິ­ທີທາງຄວາມຊົ່ວຮ້າຍຂອງພວກອ້າຍ ແລະ ພວກເຂົາກຽດຊັງໂຢເຊັບທີ່ກ່າວຫາບາບຂອງພວກເຂົາຢູ່ເລື້ອຍໆ. ຄືກັນກັບປັດ­ຈຸ­ບັນນີ້ ບາງຄົນ­ຮູ້ວ່າ ພຣະເຈົ້າຊົງສະ­ຖິດຢູ່ກັບບຸກ­ຄົນຜູ້ນີ້ຢ່າງແທ້ຈິງ ແຕ່ພວກເຂົາບໍ່ສາ­ມາດຈະຢືນຢູ່ໄດ້ເມື່ອຄົນນັ້ນຕຳ­ໜິພວກເຂົາຈາກວິ­ທີທາງຄວາມຊົ່ວຮ້າຍຂອງພວກເຂົາ. ພວກເຂົາມັກຄວາມບາບຫຼາຍ ຈົນພວກເຂົາບໍ່ຢາກກັບໃຈໃໝ່. ເຊັ່ນດຽວກັນກັບພວກອ້າຍຂອງໂຢເຊັບ ພວກເຂົາເລີ່ມກຽດຊັງຄົນຂອງພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 33:18; 37:1-11.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 204-210} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ໂຢເຊັບຖືກຂາຍເປັນທາດ

ລູກຊາຍຂອງອິດສະຣາເອນເປັນຄົນລ້ຽງແກະ ເພາະ­ວ່າພວກເຂົາມີແກະຫຼາຍໂຕ ແລະ ພວກເຂົາຕ້ອງນຳ­ພາແກະຂອງຕົນໄປຊອກຫາຫຍ້າກິນ. ແຕ່ເນື່ອງຈາກວ່າ ໂຢເຊັບ ແລະ ເບັນຢາມິນຍັງເປັນຊາຍໜຸ່ມນ້ອຍຢູ່. ດັ່ງ­ນັ້ນ ພວກເຂົາຈຶ່ງຢູ່ເຝົ້າບ້ານເພື່ອຊ່ວຍພໍ່ ສ່ວນພວກອ້າຍຂອງໂຢເຊັບສິບຄົນໄດ້ພາ­ກັນເອົາຝູງສັດໄປເລາະຫາກິນຕາມທົ່ງຫຍ້າໃນສະ­ຖານ­ທີ່ຕ່າງໆ ແຕ່ກໍບໍ່ກັບມາບ້ານເປັນເວ­ລາດົນ.

ເມື່ອເວ­ລາຜ່ານໄປ ອິດສະຣາເອນກໍເລີ່ມເປັນຫ່ວງຢ້ານວ່າລູກໆຈະເປັນອັນ­ຕະ­ລາຍ ເພາະພວກເຂົາບໍ່ໄດ້ກັບມາບ້ານເປັນເວ­ລາດົນນານ. ດັ່ງ­ນັ້ນ ເພິ່ນຈຶ່ງບອກໂຢເຊັບໄປຕາມຫາພວກອ້າຍ ເພື່ອນຳຂ່າວກັບມາບອກພໍ່ວ່າພວກອ້າຍນັ້ນມີຄວາມເປັນຢູ່ຢ່າງໃດ. ເມື່ອໂຢເຊັບກ່າວອຳລາພໍ່ແລ້ວ ລາວກໍອອກເດີນ­ທາງໄປຕາມຫາພວກອ້າຍ.

ຫຼັງຈາກທີ່ອອກເດີນ­ທາງໄກໄປຄົນດຽວ ໂຢເຊັບກໍພົບເຫັນພວກອ້າຍຂອງລາວ. ເມື່ອພວກອ້າຍຫຼຽວເຫັນໂຢເຊັບກຳ­ລັງເດີນ­ທາງມາແຕ່ໄກໆ ແລະ ພວກເຂົາກໍເຫັນເສື້ອທີ່ເປັນສັນ­ຍາລັກແຫ່ງຄວາມຮັກທີ່ຜູ້ເປັນພໍ່ໄດ້ມອບໃຫ້ໂຢເຊັບນັ້ນ ພວກເຂົາກໍຮູ້­ສຶກອິດ­ສາ ແລະ ກຽດຊັງໂຢເຊັບຫຼາຍຂຶ້ນ.

ຄວາມອິດ­ສາ ແລະ ຄວາມກຽດຊັງທີ່ເຊື່ອງຊ້ອນຢູ່ໃນຈິດ­ໃຈຂອງພວກອ້າຍທີ່ພວກເຂົາໄດ້ເກັບໄວ້ມາເປັນເວ­ລາດົນນານນັ້ນ ກໍໄດ້ຄອບງໍາຄວາມຄິດຂອງພວກເຂົາ.

ໃນຂະ­ນະທີ່ໂຢເຊັບເດີນ­ທາງໃກ້ຈະຮອດບ່ອນທີ່ພວກອ້າຍລ້ຽງແກະ ພວກອ້າຍຂອງລາວກໍໄດ້ສົນ­ທະ­ນານຳກັນວ່າ: “ເບິ່ງແມ້! ຄົນຊ່າງຝັນມາທີ່ນີ້ແລ້ວ. ມາເທາະ, ໃຫ້ພວກເຮົາຂ້າລາວ ແລະ ໂຍນສົບຂອງລາວຖິ້ມລົງໃນນ້ຳ­ສ້າງແຫ່ງໃດແຫ່ງໜຶ່ງ. ພວກເຮົາຈະບອກພໍ່ວ່າ 'ສັດຮ້າຍກັດກິນລາວ.' ແລ້ວເຮົາຈະເບິ່ງວ່າ ຄວາມຝັນຂອງລາວນັ້ນຈະເປັນຈິງໄດ້ຢ່າງໃດ.”

ເມື່ອລູເບັນຜູ້ທີ່ເປັນອ້າຍກົກໄດ້ຍິນແນວນັ້ນ ລາວກໍຊອກຫາວິທີຊ່ວຍໂຢເຊັບ. ລາວຈຶ່ງເວົ້າຂຶ້ນວ່າ: ຢ່າຂ້າລາວເທາະ! ພຽງແຕ່ໂຍນລາວລົງນ້ຳ­ສ້າງ ທີ່ຖິ່ນແຫ້ງ­ແລ້ງກັນ­ດານນີ້ກໍພໍແລ້ວ.” ແລ້ວລູເບັນໄດ້ຍ່າງອອກໄປບ່ອນອື່ນເພື່ອບໍ່ໃຫ້ນ້ອງຊາຍຄົນອື່ນໆຮູ້ຈຸດ­ປະ­ສົງຂອງລາວ.

ພໍໂຢເຊັບເດີນ­ທາງມາຮອດບ່ອນທີ່ພວກອ້າຍຂອງລາວຢູ່ ລາວກໍຮູ້­ສຶກດີ­ໃຈທີ່ໄດ້ພົບພວກອ້າຍຂອງລາວ ແຕ່ພວກອ້າຍຂອງໂຢເຊັບເບິ່ງໂຢເຊັບພຽງແຕ່ຄວາມກຽດຊັງ. ແລ້ວພວກອ້າຍກໍໄດ້ຍ່າງເຂົ້າໄປຫາໂຢເຊັບ ແລະ ດຶງເສື້ອຄຸມທີ່ໂຢເຊັບນຸ່ງນັ້ນອອກ. ພວກເຂົາເຍາະເຍີຍ ແລະ ຂົ່ມ­ຂູ່ໂຢເຊັບ ເຊິ່ງເຮັດໃຫ້ໂຢເຊັບຮູ້ໄດ້ທັນ­ທີວ່າ ພວກເຂົາໝາຍຈະເອົາຊີ­ວິດຂອງລາວ. ໂຢເຊັບໄດ້ຂໍຮ້ອງອ້ອນ­ວອນພວກອ້າຍຂອງລາວໃຫ້ເຫັນອົກເຫັນ­ໃຈ ແຕ່ພວກອ້າຍກໍບໍ່ສົນ­ໃຈ ແລະ ບໍ່ຟັງ­ສຽງຂໍຮ້ອງອ້ອນ­ວອນຂອງໂຢເຊັບເລີຍ. ຈາກນັ້ນ ພວກອ້າຍຂອງໂຢເຊັບກໍລາກໂຢເຊັບໄປຢ່າງຮຸນແຮງ ແລະ ໂຍນລາວລົງໄປໃນນ້ຳ­ສ້າງແຫ້ງແຫ່ງໜຶ່ງ. ເມື່ອພວກເຂົາແນ່ໃຈວ່າໂຢເຊັບໜີອອກຈາກນ້ຳ­ສ້າງແຫ້ງນັ້ນບໍ່ໄດ້ ແລ້ວພວກອ້າຍກໍປ່ອຍໂຢເຊັບໃຫ້ອົດຕາຍຢູ່ທີ່ນັ້ນ ສ່ວນພວກເຂົາກໍກັບໄປນັ່ງກິນເຂົ້າ.

ໃນຂະ­ນະທີ່ພວກອ້າຍຂອງໂຢເຊັບກຳ­ລັງພາ­ກັນນັ່ງກິນເຂົ້າຢູ່ນັ້ນ ພວກເຂົາກໍເຫັນປະ­ຊາ­ຊົນກຸ່ມໜຶ່ງພວມເດີນ­ທາງແຮ່ຂະ­ບວນໄປຄ້າ­ຂາຍຢູ່ທີ່ປະ­ເທດເອຢິບ. ພວກອ້າຍຂອງໂຢເຊັບຄົນໜຶ່ງຊື່­ວ່າ ຢູດາ ຈຶ່ງເວົ້າຂຶ້ນວ່າ: “ຖ້າພວກເຮົາຂ້າລາວ ແລະ ອຳຄວາມຜິດໄວ້ ພວກເຮົາຈະໄດ້ຫຍັງ? ສະ­ນັ້ນ ໃຫ້ພວກເຮົາຂາຍລາວໃຫ້ແກ່ປະ­ຊາ­ຊົນກຸ່ມນີ້ສາ! ໂດຍບໍ່ຕ້ອງທຳ­ຮ້າຍລາວ ເພາະເຖິງຢ່າງ­ໃດ ລາວກໍແມ່ນນ້ອງຊາຍຂອງພວກເຮົາໃນສາຍ­ເລືອດດຽວກັນ.” ແລ້ວພວກອ້າຍຂອງໂຢເຊັບຄົນອື່ນໆກໍເຫັນພ້ອມ­ພຽງກັນ ແລະ ພາ­ກັນດຶງໂຢເຊັບຂຶ້ນມາຈາກນ້ຳ­ສ້າງແຫ້ງນັ້ນທັນທີ.

ເມື່ອໂຢເຊັບຂຶ້ນມາຈາກນ້ຳ­ສ້າງແຫ້ງແລ້ວ ລາວກໍຕົກ­ໃຈທີ່ເຫັນພວກພໍ່ຄ້າ. ລາວກໍລະ­ນຶກເລີຍວ່າພວກອ້າຍຈະຕ້ອງຂາຍລາວໃຫ້ພວກພໍ່­ຄ້າຢ່າງແນ່ນອນ. ການເປັນທາດນີ້ເປັນຊະຕາກໍາທີ່ເປັນ­ຕາຢ້ານຫຼາຍກວ່າການຕາຍ. ສະ­ນັ້ນ ໂຢເຊັບຈຶ່ງຂໍຮ້ອງອ້ອນ­ວອນພວກອ້າຍແຕ່­ລະ­ຄົນດ້ວຍໃຈທີ່ເປັນທຸກພ້ອມທັງນໍ້າຕາ ແຕ່ກໍບໍ່ມີປະ­ໂຫຍດຫຍັງ ເພາະພວກອ້າຍແຕ່­ລະ­ຄົນມີ­ໃຈແຂງກະ­ດ້າງ ແລະ ບໍ່ສົນ­ໃຈຕໍ່ຄຳອ້ອນ­ວອນຂອງໂຢເຊັບເລີຍ. ແລ້ວພວກເຂົາໄດ້ຂາຍໂຢເຊັບໃຫ້ແກ່ພວກພໍ່­ຄ້າເປັນເງິນຊາວຫຼຽນ ແລ້ວພວກພໍ່­ຄ້າເຫຼົ່າ­ນັ້ນກໍພາໂຢເຊັບໄປປະ­ເທດເອຢິບ.

ຕໍ່ມາ ລູເບັນຜູ້ທີ່ເປັນອ້າຍກົກ ກໍໄດ້ກັບໄປເບິ່ງທີ່ນ້ຳ­ສ້າງແຫ້ງນັ້ນແຕ່ກໍບໍ່ເຫັນໂຢເຊັບແລ້ວ. ລາວຕົກ­ໃຈ ແລະ ໄດ້ຈີກເຄື່ອງ­ນຸ່ງຫົ່ມຂອງຕົນອອກດ້ວຍຄວາມ­ທຸກໃຈຢ່າງໜັກ. ລາວກັບມາຫາພວກນ້ອງຊາຍຂອງລາວ ແລະ ເວົ້າວ່າ: "ໂຢເຊັບບໍ່ຢູ່ໃນນ້ຳ­ສ້າງແລ້ວ! ຂ້ອຍຈະເຮັດແນວ­ໃດດີ?" ເມື່ອລູເບັນໄດ້ຮູ້ວ່າພວກເຂົາໄດ້ຂາຍໂຢເຊັບ ແລະ ຮູ້ວ່າຕົນຊ່ວຍຫຍັງໂຢເຊັບບໍ່ໄດ້ແລ້ວ ລາວຈຶ່ງໄດ້ຈຳໃຈຮ່ວມມືກັບພວກນ້ອງຊາຍໃນການປິດບັງຄວາມຜິດ. ແລ້ວພວກອ້າຍກໍໄດ້ຂ້າລູກແກະ ແລະ ເອົາເສື້ອຄຸມຂອງໂຢເຊັບຈຸ່ມໃສ່ເລືອດຂອງລູກແກະ.

ຈາກນັ້ນ ພວກເຂົາກໍພາ­ກັນຖືເສື້ອໄປຫາພໍ່ ແລະ ເວົ້າວ່າ: “ພວກລູກໄດ້ພົບເຫັນເສື້ອນີ້ ພໍ່ກວດ­ເບິ່ງດູວ່າແມ່ນເສື້ອຂອງລູກຊາຍພໍ່ຫຼືບໍ່?”

ອິດສະຣາເອນຈື່ເສື້ອນັ້ນໄດ້ດີ ແລະ ເວົ້າວ່າ: “ແມ່ນແລ້ວ! ມັນເປັນເສື້ອຂອງໂຢເຊັບລູກຊາຍຂອງຂ້ອຍ. ສັດຮ້າຍໄດ້ກັດກິນລາວຈົນເຖິງແກ່ຄວາມຕາຍແລ້ວ.”

ອິດສະຣາເອນໂສກເສົ້າເສຍໃຈຫຼາຍທີ່ສຸດ ພວກລູກຊາຍຂອງເພິ່ນແຕ່­ລະ­ຄົນໄດ້ເຂົ້າມາປອບໃຈເພິ່ນ ແຕ່ກໍບໍ່ມີໃຜສາ­ມາດປອບໃຈເພິ່ນໄດ້. ເມື່ອພວກອ້າຍຂອງໂຢເຊັບທົບທວນເຖິງການກະ­ທຳຂອງພວກເຂົາແລ້ວກໍຮູ້­ສຶກຢ້ານກົວ ແລະ ຢາກອ້ອນ­ວອນຂໍການອະ­ໄພຈາກພໍ່ ແຕ່ພວກເຂົາກໍຢ້ານວ່າພໍ່ຈະເວົ້າໃຫ້ພວກເຂົາ. ດັ່ງ­ນັ້ນ ພວກເຂົາຈຶ່ງປິດບັງເລື່ອງນີ້ໃຫ້ເປັນ­ຄວາມລັບ. ສ່ວນອິດສະຣາເອນກໍໄດ້ແຕ່ສືບ­ຕໍ່ໄວ້ທຸກໃຫ້ລູກຊາຍຂອງເພິ່ນເປັນເວ­ລາດົນນານ.

ອິດສະຣາເອນໄດ້ລະ­ເລີຍການລ້ຽງລູກຊາຍຕາມຄໍາສັ່ງ­ສອນຂອງພຣະເຈົ້າໃນໄວເດັກຂອງພວກລູກຊາຍ ເພິ່ນມີບັນ­ຫາຫຼາຍຢ່າງທີ່ເກີດຂຶ້ນໃນຊີ­ວິດຂອງເພິ່ນຈຶ່ງເຮັດໃຫ້ເພິ່ນບໍ່ມີເວ­ລາສັ່ງ­ສອນລູກຊາຍໄດ້ຢ່າງພຽງ­ພໍກ່ຽວກັບເລື່ອງພຣະເຈົ້າ ແລະ ບໍ່ໄດ້ຝຶກຝົນອຸ­ປະນິ­ໄສຂອງພວກເຂົາຕາມທີ່ພວກເຂົາຄວນຈະມີ. ດັ່ງ­ນັ້ນ ພວກເຂົາຈຶ່ງເຕີບໃຫຍ່ກາຍ­ເປັນຄົນທີ່ມັກເຮັດຜິດບາບ ແລະ ຍັງໄດ້ເຮັດໃຫ້ພໍ່ທຸກໃຈ.

ຄວາມສຳ­ຄັນຂອງການສັ່ງ­ສອນລູກ

ຖ້າພໍ່ແມ່ເຫັນຄວາມສຳ­ຄັນຂອງການລ້ຽງລູກໃຫ້ຢູ່ໃນທາງຂອງພຣະເຈົ້າ ພວກເຂົາກໍຈະໃຊ້ເວ­ລາຫຼາຍຂຶ້ນໃນການອະ­ທິ­ຖານສຳ­ລັບລູກ. ພວກເຂົາຈະອະ­ທິ­ຖານຂໍພຣະອົງໃຫ້ປະ­ທານສະ­ຕິ­ປັນ­ຍາໃຫ້ແກ່ພວກເຂົາສໍາລັບການສັ່ງ­ສອນລູກ. ພໍ່ແມ່ຄວນໃຊ້ທຸກໆໂອ­ກາດປັບ­ປຸງນິ­ໄສຂອງລູກທຸກໆຄົນ. ພໍ່ແມ່ຄວນເອົາ­ໃຈ­ໃສ່ໃນການພັດ­ທະ­ນາອຸ­ປະນິ­ໄສຂອງລູກ ຄືລັກ­ສະ­ນະການປະ­ພຶດຄວາມດີໃຫ້ມີການພັດ­ທະ­ນາຫຼາຍຂຶ້ນ ແລະ ລັກ­ສະ­ນະການປະ­ພຶດຄວາມຊົ່ວໃຫ້ມີໜ້ອຍລົງ. ພໍ່ແມ່ທຸກຄົນຄວນເປັນແບບ­ຢ່າງໃຫ້ແກ່ລູກເຊັ່ນດຽວກັນ.

ມີລັກ­ສະ­ນະການປະ­ພຶດທີ່ດີຫຼາຍຢ່າງທີ່ພວກເຮົາສາ­ມາດປູກ­ຝັງໃນອຸ­ປະນິ­ໄສຂອງລູກພວກເຮົາເຊັ່ນ: ຄວາມຊື່­ສັດ, ຄວາມກະ­ຕັນ­ຍູ, ຄວາມເອົາ­ໃຈ­ໃສ່, ຄວາມເຫັນອົກເຫັນ­ໃຈ, ຄວາມເມດຕາ, ຄວາມດຸ­ໝັ່ນ, ການຫ້າມໃຈຕົນເອງ, ການໃຫ້ອະ­ໄພ, ຄວາມຈົ່ງຮັກພັກ­ດີ, ການເຊື່ອຟັງ, ການມີລະ­ບຽບວິ­ໄນທີ່ຮຽບ­ຮ້ອຍ, ຄວາມອົດ­ທົນ, ຄວາມເຄົາ­ລົບນັບ­ຖື, ຄວາມຮັບ­ຜິດ­ຊອບ, ແລະ ການຄວບຄຸມຕົນເອງ. ອຸ­ປະນິ­ໄສ ແລະ ລັກ­ສະ­ນະການປະ­ພຶດເຫຼົ່ານີ້ຈະຊ່ວຍລູກເປັນຄົນດີໃນອະ­ນາ­ຄົດຂອງພວກເຂົາ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 37:12-35.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 210-212} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ຄວາມຊື່ສັດຂອງໂຢເຊັບ

“ພຣະເຈົ້າຊົງສະ­ຖິດຢູ່ກັບໂຢເຊັບ ແລະ ພຣະອົງໄດ້ຊົງສະ­ແດງຄວາມເມດຕາຕໍ່ລາວ… ແລະ ທຸກໆສິ່ງທີ່ລາວເຮັດໄດ້ ພຣະເຈົ້າຊົງອວຍ­ພອນໃຫ້ຈະ­ເລີນຂຶ້ນ” (ປະ­ຖົມມະການ 39:21,23).

ພໍມາຮອດປະ­ເທດເອຢິບ ພວກພໍ່­ຄ້າກໍໄດ້ຂາຍໂຢເຊັບໃຫ້ຄົນໜຶ່ງຊື່­ວ່າ "ໂປຕີຟາ" ເຊິ່ງເປັນນາຍທະ­ຫານທີ່ເປັນຫົວ­ໜ້າຮັກ­ສາວັງຂອງກະສັດ. ໂຢເຊັບກໍໄດ້ເຮັດວຽກຮັບໃຊ້ຢູ່ທີ່ນັ້ນເປັນເວ­ລາສິບປີ. ໂປຕີຟາເຫັນວ່າພຣະເຈົ້າໄດ້ບັນ­ດານໃຫ້ທຸກໆສິ່ງທີ່ໂຢເຊັບເຮັດນັ້ນເກີດຜົນດີ ເພິ່ນຈຶ່ງພໍ­ໃຈກັບວຽກງານທີ່ໂຢເຊັບເຮັດ. ສະ­ນັ້ນ ໂປຕີຟາຈຶ່ງມອບທຸກໆສິ່ງທີ່ເພິ່ນມີໃຫ້ໂຢເຊັບເປັນຜູ້ເບິ່ງ­ແຍງຮັບ­ຜິດ­ຊອບແທນເພິ່ນ ແລະ ບໍ່ກັງ­ວົນສົນ­ໃຈນຳສິ່ງໃດເລີຍ. ເພາະເຫັນ­ແກ່ໂຢເຊັບ ພຣະເຈົ້າຈຶ່ງຊົງອວຍ­ພອນໃຫ້ຄອບ­ຄົວຂອງໂປຕີຟາ ແລະ ທຸກໆສິ່ງທີ່ເພິ່ນມີຢູ່ໃນບ້ານ ແລະ ໃນທົ່ງນາໃຫ້ຈະ­ເລີນຂຶ້ນ.

ເມຍຂອງໂປຕີຟາເຫັນວ່າໂຢເຊັບເປັນຊາຍໜຸ່ມທີ່ມີຮູບຮ່າງງາມ ແລະ ໜ້າຮັກ. ນາງກໍຫຼົງມັກໂຢເຊັບ ແລະ ມີມື້­ຫນຶ່ງ ນາງໄດ້ຊັກຊວນໃຫ້ໂຢເຊັບໄປນອນນຳນາງ. ແຕ່ໂຢເຊັບປະ­ຕິ­ເສດ ແລະ ໄດ້ຕອບນາງວ່າ: “ເບິ່ງ­ດູ! ນາຍຂອງຂ້າ­ນ້ອຍບໍ່ໄດ້ກັງ­ວົນສົນ­ໃຈນຳສິ່ງໃດເລີຍຢູ່ໃນເຮືອນນີ້ ຍ້ອນເພິ່ນເຊື່ອໃຈຂ້າ­ນ້ອຍ ເພິ່ນໃຫ້ຂ້າ­ນ້ອຍຮັບ­ຜິດ­ຊອບທຸກໆສິ່ງທີ່ເພິ່ນມີ. ຂ້າ­ນ້ອຍມີອຳ­ນາດໃນເຮືອນຫຼັງນີ້ເທົ່າໆກັນກັບເພິ່ນ ແລະ ເພິ່ນບໍ່ເຄີຍຫວງຫ້າມຂ້າ­ນ້ອຍໃນສິ່ງໃດໆເລີຍ ຍົກ­ເວັ້ນແຕ່ຕົວທ່ານທີ່ເປັນເມຍຂອງເພິ່ນ ແລ້ວຂ້າຂ້ອຍຈະກ້າລ່ວງປະ­ເວ­ນີ ແລະ ເຮັດຜິດບາບຕໍ່­ສູ້ພຣະເຈົ້າໄດ້ຢ່າງ­ໃດ?” ແຕ່ນາງກໍຍັງຂໍຮ້ອງໂຢເຊັບທຸກມື້ທຸກວັນໃຫ້ໄປນອນນຳນາງ.

ມື້­ໜຶ່ງ ໂຢເຊັບເຂົ້າໄປເຮັດວຽກຢູ່ໃນເຮືອນ ເຊິ່ງໃນເວ­ລານັ້ນກໍບໍ່ມີຜູ້ຮັບໃຊ້ຄົນອື່ນໆຢູ່ໃນເຮືອນຈັກຄົນ. ເມຍຂອງໂປຕີຟາຈຶ່ງສວຍ­ໂອ­ກາດນີ້ຈ່ອງເສື້ອຂອງໂຢເຊັບເອົາໄວ້ ແລະ ເວົ້າວ່າ: “ມານອນນຳຂ້ອຍສາ!” ແຕ່ໂຢເຊັບໄດ້ຫລົບ­ໜີແລ່ນອອກໄປຂ້າງນອກ. ເມຍຂອງໂປຕີຟາເຫັນວ່າຕົນເອງຫາທາງນອນກັບໂຢເຊັບບໍ່ໄດ້ ແລະ ເມື່ອເຫັນວ່າເສື້ອຂອງໂຢເຊັບຢູ່ໃນມືຂອງຕົນເອງ ນາງຈຶ່ງແກ້­ແຄ້ນໂຢເຊັບໂດຍການໃສ່ຮ້າຍປ້າຍສີໂຢເຊັບ. ເມື່ອໂປຕີຟາກັບມາເຮືອນ ເມຍຂອງເພິ່ນກໍໄດ້ຕົວະເພິ່ນວ່າ ໂຢເຊັບພະ­ຍາ­ຍາມທຳ­ຮ້າຍນາງ. ເມື່ອໂປຕີຟາໄດ້ຍິນເລື່ອງທີ່ເມຍຂອງເພິ່ນເວົ້າມານັ້ນ ເພິ່ນກໍໃຈຮ້າຍ ແລະ ສັ່ງໃຫ້ຈັບເອົາໂຢເຊັບໄປເຂົ້າຄຸກ.

ເຖິງແມ່ນວ່າ ໂຢເຊັບຈະຢູ່ໃນຄຸກຕາມຂໍ້ກ່າວຫາທີ່ບໍ່ແມ່ນຄວາມຈິງກໍຕາມ ລາວກໍຍັງຄົງດຸ­ໝັ່ນຂະ­ຫຍັນ ຈົນເຮັດໃຫ້ທຳມະ­ໂລງ(ຜູ້ຄຸມຢູ່ໃນຄຸກ)ເລີ່ມພໍອົກພໍ­ໃຈ ແລະ ໄວ້ວາງ­ໃຈໃນໂຢເຊັບ. ສະ­ນັ້ນ ທໍາມະ­ໂລງຈຶ່ງໃຫ້ໂຢເຊັບຮັບ­ຜິດ­ຊອບວຽກງານທຸກຢ່າງທີ່­ຢູ່ໃນຄຸກ ລວມທັງເປັນຜູ້ເບິ່ງ­ແຍງນັກ­ໂທດອີກດ້ວຍ. ເພິ່ນບໍ່ໄດ້ກວດ­ກາສິ່ງໃດໆທີ່ໂຢເຊັບຮັບ­ຜິດ­ຊອບ ເພາະ­ວ່າ ທຸກສິ່ງທີ່ໂຢເຊັບເຮັດນັ້ນຫລ້ອນໜ້າ­ທີ່ທຸກຢ່າງ.

ຄວາມຊື່­ສັດ ແລະ ຄວາມຈົ່ງຮັກພັກ­ດີ

ເຖິງແມ່ນວ່າ ໂຢເຊັບຈະອາ­ໄສຢູ່ກັບຄົນທີ່ບໍ່ນັບ­ຖືພຣະເຈົ້າ ແລະ ຂາບໄຫ້ວບູ­ຊາຮູບປັ້ນກໍຕາມ ແຕ່ລາວກໍຍັງຄົງຮັກ­ສາການໃຊ້ຊີ­ວິດທີ່ສະ­ຫງົບຫງຽບ ແລະ ສັດ­ຊື່ຈົ່ງຮັກພັກ­ດີຕໍ່ພຣະເຈົ້າ. ໂຢເຊັບບໍ່ໄດ້ອາຍທີ່ຈະນັບຖືພຣະເຈົ້າຂອງບັນ­ພະ­ບູລຸດ ແລະ ລາວຍັງຄົງນະ­ມັດ­ສະ­ການພຣະເຈົ້າຢ່າງເປີດເຜີຍ.

ການກະ­ທຳຂອງເຮົາ

ການກະ­ທຳຂອງເຮົາໃນສະ­ຖາ­ນະການທີ່ມີຄວາມຫຍຸ້ງ­ຍາກສາ­ມາດເປັນພະ­ຍານທີ່ຍິ່ງໃຫຍ່ທີ່ສຸດສຳ­ລັບຄວາມເຊື່ອຂອງເຮົາ. ຄວາມສະ­ຫງ່າງາມຂອງອຸ­ປະນິ­ໄສຂອງເຮົາຈະໄດ້ຖືກເປີດ­ເຜີຍຢູ່ໃນສັງ­ຄົມ ແລະ ຜູ້ອື່ນຈະເຫັນບາງສິ່ງບາງຢ່າງໃນຕົວຂອງເຮົາທີ່ມີຄວາມແຕກຕ່າງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 39:1-23.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 213-218} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ແກ້­ຄວາມຝັນ

ໃນເວ­ລາທີ່ໂຢເຊັບຢູ່ໃນຄຸກນັ້ນ ມີຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນ ແລະ ຫົວ­ໜ້າພະ­ນັກ­ງານເຮັດເຂົ້າ­ຈີ່ຂອງກະ­ສັດເອຢິບທີ່ຖືກເຂົ້າຄຸກຍ້ອນການເຮັດຜິດບາງຢ່າງ. ຕອນເຊົ້າມື້­ໜຶ່ງ ໂຢເຊັບສັງ­ເກດເຫັນພວກເຂົາທັງສອງມີຄວາມໂສກເສົ້າ. ໂຢເຊັບຈຶ່ງສອບຖາມເຖິງຕົ້ນປາຍສາ­ເຫດວ່າເປັນຫຍັງພວກເຂົາຈຶ່ງເປັນທຸກກັງ­ວົນໃຈ ແລ້ວກໍພົບວ່າພວກເຂົາທັງສອງມີຄວາມຝັນທີ່ແປກປະ­ຫຼາດ ເຊິ່ງພວກເຂົາຢາກຮູ້ວ່າ­ຄວາມຝັນນັ້ນມີຄວາມໝາຍ­ວ່າຢ່າງໃດ.

ໂຢເຊັບເວົ້າກັບພວກເຂົາວ່າ: “ພຣະເຈົ້າເທົ່ານັ້ນທີ່ຈະແກ້­ຄວາມຝັນນັ້ນໄດ້ ຂໍໃຫ້ທ່ານລອງເລົ່າຄວາມຝັນສູ່ຂ້າ­ນ້ອຍຟັງເບິ່ງ­ດູ!”

ຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນເລົ່າວ່າ: “ຂ້ອຍໄດ້ຝັນເຫັນເຄືອອະ­ງຸ່ນເຄືອໜຶ່ງຢູ່ຕໍ່­ໜ້າຂ້ອຍ ແລະ ມີສາມງ່າ. ໃນທັນ­ໃດ ງ່າເຫຼົ່າ­ນັ້ນກໍປົ່ງໃບ, ດອກກໍບານ ແລະ ມີພົ້ວໝາກອະ­ງຸ່ນສຸກຢູ່ເຕັມງ່າ. ຂ້ອຍຍົກຈອກຂອງກະ­ສັດຂຶ້ນ ແລະ ປິດໝາກອະ­ງຸ່ນບີບລົງໃສ່ຈອກນັ້ນ ແລະ ຢື່ນໃຫ້ເພິ່ນ.”

ໂຢເຊັບຕອບລາວວ່າ: “ຄວາມຝັນຂອງທ່ານມີຄວາມໝາຍດັ່ງ­ນີ້: ສາມງ່ານັ້ນໝາຍເຖິງສາມວັນ. ພາຍໃນສາມວັນ ກະ­ສັດຈະປົດປ່ອຍທ່ານອອກຈາກຄຸກ ທັງຍົກ­ໂທດໃຫ້ ແລະ ມອບຕຳ­ແໜ່ງເດີມໃຫ້… ເມື່ອທຸກສິ່ງຮຽບ­ຮ້ອຍໄປດ້ວຍດີແລ້ວ ຂໍທ່ານຢ່າລືມຂ້າ­ນ້ອຍເດີ. ຂໍທ່ານກະ­ລຸ­ນາບອກເລື່ອງຂອງຂ້າ­ນ້ອຍໃຫ້ກະ­ສັດຮັບຮູ້ນຳແດ່ ແລະ ຊ່ວຍຂ້າ­ນ້ອຍໃຫ້ອອກຈາກຄຸກນີ້ດ້ວຍ. ຕາມຄວາມຈິງແລ້ວ ຂ້າ­ນ້ອຍຖືກຂາຍ ແລະ ນຳມາທີ່ປະ­ເທດເອຢິບ ຂ້າ­ນ້ອຍກໍບໍ່ໄດ້ເຮັດຫຍັງຜິດເລີຍ ພໍທີ່ຈະຖືກຄຸກຍ້ອນ.”

ເມື່ອຫົວ­ໜ້າພະ­ນັກ­ງານເຮັດເຂົ້າ­ຈີ່ເຫັນວ່າ­ຄວາມຝັນຂອງຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນເປັນເລື່ອງດີ ລາວຈຶ່ງເລົ່າຄວາມຝັນຂອງຕົນໃຫ້ໂຢເຊັບຟັງວ່າ: “ຂ້ອຍກໍຝັນຄືກັນ. ຂ້ອຍຝັນວ່າໄດ້ຖືຖາດເຂົ້າ­ຈີ່ສາມຖາດເທິງຫົວຂ້ອຍ. ໃນຖາດໜ່ວຍເທິງມີເຂົ້າ­ຈີ່ທຸກຊະ­ນິດສຳ­ລັບກະ­ສັດ ແຕ່ນົກໄດ້ມາກິນເຂົ້າ­ຈີ່ນັ້ນ.”

ໂຢເຊັບຕອບລາວວ່າ: “ຄວາມຝັນຂອງທ່ານມີຄວາມໝາຍດັ່ງ­ນີ້: ຖາດສາມໃບນັ້ນໝາຍເຖິງສາມວັນ. ພາຍໃນສາມວັນ ກະ­ສັດຈະເອົາທ່ານອອກມາຈາກຄຸກ ແລະ ສັ່ງຕັດຄໍທ່ານ! ແລ້ວເຂົາກໍຈະເອົາສົບຂອງທ່ານໄປແຂວນໄວ້ທີ່ຕົ້ນ­ໄມ້ ແລະ ຝູງນົກຈະມາເຈາະກິນເນື້ອຂອງທ່ານ.”

ສາມວັນຕໍ່ມາ ກໍເປັນວັນເກີດຂອງກະ­ສັດເອຢິບ. ເພິ່ນໄດ້ຈັດງານກິນລ້ຽງຂຶ້ນສຳ­ລັບຂ້າຣາຊາການທັງ­ຫຼາຍຂອງເພິ່ນ. ກະ­ສັດກໍໄດ້ປ່ອຍຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນ ແລະ ຫົວ­ໜ້າພະ­ນັກ­ງານເຮັດເຂົ້າ­ຈີ່ໃຫ້ອອກຈາກຄຸກ. ເພິ່ນໄດ້ມອບຕຳ­ແໜ່ງເດີມຄືນໃຫ້ຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນ ແຕ່ໄດ້ສັ່ງໃຫ້ປະ­ຫານຊີ­ວິດຫົວ­ໜ້າພະ­ນັກ­ງານເຮັດເຂົ້າຈີ່. ແລ້ວທຸກສິ່ງກໍໄດ້ເປັນໄປຕາມທີ່ໂຢເຊັບໄດ້ເວົ້າໄວ້ທຸກປະການ. ແຕ່ຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນນັ້ນລືມຄິດເຖິງໂຢເຊັບ.

ອຸ­ປະນິ­ໄສຂອງໂຢເຊັບສ່ອງປະ­ກາຍແມ່ນແຕ່ຢູ່ໃນຄຸກໃຕ້ດິນທີ່ມືດ. ລາວຢຶດໝັ້ນຢູ່ໃນຄວາມເຊື່ອ ແລະ ຄວາມອົດທົນ. ເຖິງແມ່ນວ່າ ການຮັບໃຊ້ດ້ວຍຄວາມສັດ­ຊື່ເປັນເວ­ລາຫຼາຍປີຈະຖືກຕອບແທນຢ່າງໂຫດ­ຮ້າຍກໍຕາມ ແຕ່ມັນກໍບໍ່ໄດ້ເຮັດໃຫ້ໃຈຂອງໂຢເຊັບໝົ່ນໝອງ ຫຼືລະແວງສົງ­ໄສຢ່າງ­ໃດເລີຍ ລາວມີສັນ­ຕິສຸກທີ່ເກີດຈາກຄວາມບໍຣິສຸດໃຈ. ໂຢເຊັບຝາກເລື່ອງຂອງລາວທັງໝົດໄວ້ກັບພຣະເຈົ້າດ້ວຍຄວາມໄວ້ວາງ­ໃຈ ລາວບໍ່ໄດ້ຄິດເຖິງການທີ່ຕົນຖືກກົດຂີ່ຂົມເຫັງ ແຕ່ລາວໄດ້ລືມຄວາມ­ທຸກເຫຼົ່າ­ນັ້ນໂດຍການປອບໃຈຄົນອື່ນທີ່ມີຄວາມທຸກ. ເຖິງແມ່ນວ່າ ໂຢເຊັບຈະຢູ່ໃນຄຸກ ແຕ່ລາວກໍຍັງດຸ­ໝັ່ນພາກພຽງໃນການຮັບໃຊ້.

ພຣະເຈົ້າຊົງໃຊ້ຄວາມ­ທຸກຍາກລຳ­ບາກ ເພື່ອກະ­ກຽມໂຢເຊັບໄວ້ສຳ­ລັບໜ້າ­ທີ່ອັນຍິ່ງໃຫຍ່ ແລະ ໂຢເຊັບກໍບໍ່ໄດ້ປະ­ຕິ­ເສດການຝຶກອົບ­ຮົມທີ່ຈຳ­ເປັນນີ້. ເມື່ອຢູ່ໃນຄຸກ ໂຢເຊັບໄດ້ເຫັນຜົນຂອງການຖືກກົດຂີ່ຂົມເຫັງ, ການໃຊ້ອຳ­ນາດປົກ­ຄອງ ແລະ ຜົນກະ­ທົບຂອງການກໍ່ການຮ້າຍ. ໂຢເຊັບຈຶ່ງໄດ້ຮຽນຮູ້ເລື່ອງຄວາມຍຸ­ຕິທຳ, ຄວາມເອື້ອ­ເຟື້ອເພື່ອແຜ່ ແລະ ຄວາມເຫັນອົກເຫັນໃຈ. ສິ່ງເຫຼົ່ານີ້ໄດ້ກຽມລາວໃຫ້ຮູ້­ຈັກການໃຊ້ອຳ­ນາດດ້ວຍສະ­ຕິ­ປັນ­ຍາ ແລະ ດ້ວຍຄວາມເມດຕາໃນເວ­ລາທີ່ລາວຈະເປັນຜູ້ນໍາໃນອະ­ນາຄົດ.

ຢຶດໝັ້ນຢູ່ໃນຄວາມສັດ­ຊື່

ຄວາມສັດ­ຊື່ທີ່ໂຢເຊັບໄດ້ສະ­ແດງອອກໃນຊີ­ວິດແຕ່ລະມື້ຢູ່ໃນຄຸກ ແລະ ຄວາມເມດຕາສົງ­ສານທີ່ລາວມີຕໍ່ຄົນທີ່ຕົກ­ທຸກລຳ­ບາກນັ້ນ ໄດ້ເປີດທາງສໍາລັບຄວາມຮຸ່ງ­ເຮືອງກຽດ­ຕິ­ຍົດຂອງລາວໃນອະ­ນາຄົດ. ໃນທຳ­ນອງດຽວກັນ ຄວາມສະ­ຫວ່າງທີ່ເຮົາສ່ອງອອກໄປຈະສະ­ທ້ອນກັບຄືນມາຫາເຮົາ.

ຄຳເວົ້າທຸກໆຄຳທີ່ປອບໃຈຜູ້ຄົນທີ່ໂສກ­ເສົ້າດ້ວຍຄວາມເມດຕາ ທຸກໆຄັ້ງທີ່ມີການຊ່ວຍບັນ­ເທົາຄວາມ­ທຸກຂອງຜູ້ຄົນທີ່ຖືກກົດຂີ່ຂົ່ມເຫັງ ແລະ ທຸກໆສິ່ງທີ່ໄດ້ຖືກບໍ­ລິ­ຈາກໃຫ້ແກ່ຄົນທຸກຍາກ ຖ້າຫາກພວກເຮົາເຮັດສິ່ງທັງໝົດນີ້ດ້ວຍໃຈທີ່ບໍ່ເຫັນ­ແກ່­ຕົວ ມັນກໍຈະນຳພຣະພອນໄປສູ່ຜູ້ໃຫ້.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 40:1-23.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 219} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ໂຢເຊັບຖືກແຕ່ງ­ຕັ້ງໃຫ້ເປັນຜູ້ປົກ­ຄອງ

ຫຼັງຈາກສອງປີຜ່ານໄປ ກະ­ສັດເອຢິບກໍໄດ້ຝັນແປກປະ­ຫຼາດທັງສອງເລື່ອງ ເຊິ່ງຄວາມຝັນທັງສອງເລື່ອງນີ້ເບິ່ງຄືວ່າຈະເປັນລາງບອກເຖິງເຫດ­ການຮ້າຍແຮງອັນດຽວກັນ. ກະ­ສັດເອຢິບບໍ່ສາ­ມາດເຂົ້າ­ໃຈຄວາມໝາຍຂອງຄວາມຝັນ ແລະ ຄວາມຝັນນັ້ນຍັງມາລົບກວນຈິດ­ໃຈຂອງເພິ່ນຢູ່ຕະ­ຫຼອດເວລາ. ສະ­ນັ້ນ ກະ­ສັດຈຶ່ງເອີ້ນພວກໝໍ­ມໍ ແລະ ນັກ­ປາດໃນປະ­ເທດເອຢິນມາເຂົ້າເຝົ້າ. ເພິ່ນໄດ້ເລົ່າຄວາມຝັນເຫຼົ່າ­ນັ້ນໃຫ້ພວກເຂົາຟັງ ແຕ່ກໍບໍ່ມີໃຜສາ­ມາດແກ້­ຄວາມຝັນຂອງເພິ່ນໄດ້. ກະ­ສັດເອຢິບຈຶ່ງເປັນທຸກກັງ­ວົນໃຈຫຼາຍ ແລະ ຄວາມຢ້ານກັງ­ວົນຂອງກະ­ສັດກໍໄດ້ແຜ່ຂະ­ຫຍາຍໄປທົ່ວສຳ­ນັກຂ້າຣາຊາການທັງຫຼາຍ. ຄວາມປັ່ນປ່ວນທີ່ເກີດຂຶ້ນໄດ້ເຮັດໃຫ້ຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນຄິດເຖິງເຫດ­ການຄວາມຝັນຂອງຕົນເອງ ແລະ ລາວກໍຄິດເຖິງໂຢເຊັບຂຶ້ນມາທັນ­ທີ ແລະ ກໍເສຍໃຈທີ່ຕົນເອງໄດ້ລືມບຸນ­ຄຸນຂອງໂຢເຊັບ. ຫົວ­ໜ້າພະ­ນັກ­ງານເຮັດເຫຼົ້າອະ­ງຸ່ນຈຶ່ງໄປເລົ່າເລື່ອງນີ້ສູ່ກະ­ສັດເອຢິບຟັງ ເມື່ອກະ­ສັດເອຢິບໄດ້ຍິນດັ່ງ­ນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນໄປນຳເອົາໂຢເຊັບມາເຂົ້າເຝົ້າທັນທີ. ເຖິງແມ່ນວ່າ ກະ­ສັດເອຢິບຈະຮູ້­ສຶກລະ­ອາຍໃຈທີ່ຕ້ອງຫັນຈາກພວກໝໍ­ມໍ ແລະ ນັກ­ປາດໃນປະ­ເທດເອຢິບ ໂດຍໄປປຶກ­ສາກັບທາດທີ່ເປັນຄົນຕ່າງດ້າວກໍຕາມ. ແຕ່ກະ­ສັດເອຢິບກໍພ້ອມທີ່ຈະຮັບຄວາມຊ່ວຍ­ເຫຼືອຈາກຜູ້ທີ່ຕ້ອຍຕ່ຳທີ່ສຸດ ຖ້າຫາກມັນສາ­ມາດບັນ­ເທົາຄວາມ­ທຸກໃນໃຈຂອງເພິ່ນໄດ້.


ໂຢເຊັບໄດ້ຖືກນຳຕົວໄປປ່ຽນເຄື່ອງ­ນຸ່ງ ຕັດຜົມ ແລະ ແຖໜວດ. ຫຼັງຈາກນັ້ນ ກໍມີຄົນພາໂຢເຊັບໄປເຂົ້າເຝົ້າກະ­ສັດເອຢິບ ແລ້ວກະ­ສັດກໍໄດ້ກ່າວຕໍ່ໂຢເຊັບວ່າ: “ເຮົາຝັນ ແລະ ບໍ່ມີໃຜແກ້­ຄວາມຝັນນັ້ນໄດ້. ເຮົາໄດ້ຍິນວ່າເຈົ້າສາ­ມາດແກ້­ຄວາມຝັນນັ້ນໄດ້.”

ໂຢເຊັບຕອບກະ­ສັດວ່າ: “ຂ້າ­ນ້ອຍແກ້­ຄວາມຝັນບໍ່ໄດ້ດອກ! ແຕ່ແມ່ນພຣະເຈົ້າອົງດຽວເທົ່ານັ້ນທີ່ຈະແກ້­ຄວາມຝັນໃຫ້ທ່ານໄດ້”

ແລ້ວກະ­ສັດເອຢິບກໍເລີ່ມເລົ່າຄວາມຝັນວ່າ: “ເຮົາໄດ້ຢືນຢູ່ແຄມແມ່ນ້ຳ. ໃນຂະ­ນະນັ້ນ ມີງົວແມ່ທີ່ຕຸ້ຍພີເຈັດໂຕຂຶ້ນມາຈາກແມ່­ນ້ຳ ແລະ ກິນຫຍ້າຢູ່ເທິງຝັງ. ຕໍ່ມາ ກໍມີງົວແມ່ຈ່ອຍຜອມ, ໜ້າຂີ້­ດຽດ ແລະ ໜ້າຢ້ານອີກເຈັດໂຕ ເຊິ່ງເປັນງົວແມ່ທີ່ໜ້າສັງ­ເວດທີ່ສຸດ ທີ່ເຮົາບໍ່ເຄີຍເຫັນມາກ່ອນໃນປະ­ເທດເອຢິບ. ງົວຈ່ອຍຜ່ອມເຫຼົ່ານີ້ກໍໄດ້ກືນກິນງົວແມ່ໂຕທີ່ຕຸ້ຍພີ. ແຕ່ວ່າມັນກິນເວ­ລາໃດບໍ່ມີໃຜຮູ້ເຫັນ ເພາະງົວເຫຼົ່າ­ນັ້ນເບິ່ງແລ້ວແຮ່ງຈ່ອຍຜອມກວ່າເກົ່າ ແລ້ວເຮົາກໍຕື່ນຂຶ້ນ. ຈາກນັ້ນ ເຮົາກໍໄດ້ນອນຫລັບໄປອີກ ແລະ ຝັນວ່າ ມີຮວງເຂົ້າເມັດຕຶ່ງເຈັດຮວງຢູ່ໃນຕົ້ນດຽວກັນ. ແລ້ວກໍມີຮວງເຂົ້າເຈັດຮວງງອກອອກມາເປັນເມັດເຂົ້າ­ລີບ ແລະ ຫ່ຽວ­ແຫ້ງເພາະຖືກລົມທະ­ເລ­ຊາຍພັດ. ແລ້ວຮວງເຂົ້າເມັດລີບກໍໄດ້ກືກກິນຮວງເຂົ້າເມັດຕຶ່ງ.”

ໂຢເຊັບຕອບກະ­ສັດວ່າ: “ຄວາມຝັນທັງສອງຢ່າງນີ້ມີຄວາມໝາຍອັນດຽວກັນ. ພຣະເຈົ້າໄດ້ບອກທ່ານໃຫ້ຮູ້ເຖິງສິ່ງທີ່ພຣະອົງກຳ­ລັງຈະໃຫ້ບັງ­ເກີດຂຶ້ນຄື: ງົວແມ່ທີ່ຕຸ້ຍພີກັບຮວງເຂົ້າເມັດຕຶ່ງເຈັດຮວງນັ້ນ ໝາຍເຖິງເວ­ລາເຈັດປີແຫ່ງຄວາມອຸ­ດົມສົມບູນ. ສ່ວນງົວແມ່ທີ່ຈ່ອຍຜອມກັບຮວງເຂົ້າ­ລີບນັ້ນ ໝາຍເຖິງເວ­ລາເຈັດປີແຫ່ງໄພອຶດຢາກອາ­ຫານ ຄືຢູ່ໃນທົ່ວປະ­ເທດເອຢິບຈະມີຄວາມອຸ­ດົມ­ສົມ­ບູນເປັນເວ­ລາເຈັດປີ. ແຕ່ຫຼັງຈາກນັ້ນ ຈະມີໄພອຶດຢາກອາ­ຫານເກີດຂຶ້ນເປັນເວ­ລາເຈັດປີອີກ. ສາ­ເຫດທີ່ທ່ານຝັນທັງສອງຢ່າງນີ້ໝາຍຄວາມວ່າ ພຣະເຈົ້າໄດ້ສະ­ແດງໃຫ້ກະ­ສັດຮູ້ເຖິງສິ່ງທີ່ຈະບັງ­ເກີດຂຶ້ນ.”


ໂຢເຊັບໄດ້ກ່າວຕໍ່ໄປອີກວ່າ: “ບັດນີ້ ທ່ານຄວນຊອກຫາຄົນໜຶ່ງທີ່ສະ­ຫຼຽວສະ­ຫຼາດ ແລະ ມີປັນ­ຍາ ແລະ ແຕ່ງ­ຕັ້ງໃຫ້ລາວເປັນຜູ້ປົກ­ຄອງປະ­ເທດ… ເພື່ອເກັບເອົາຜົນ­ລະ­ປູກໜຶ່ງສ່ວນຫ້າໃນເວ­ລາເຈັດປີທີ່ອຸ­ດົມ­ສົມ­ບູນນັ້ນໄວ້. ໃຫ້ພວກເຂົາຮີບໂຮມອາ­ຫານທຸກຊະ­ນິດ ແລະ ເກັບຮັກ­ສາເອົາໄວ້ໃນປີທີ່ອຸ­ດົມ­ສົມ­ບູນທີ່ຈະມາເຖິງ ເພາະອາ­ຫານທີ່ເກັບໄວ້ນີ້ຈະເປັນເຄື່ອງບັນ­ເທົາທຸກເວ­ລາອຶດຢາກໃນໄລ­ຍະເຈັດປີທີ່ຈະມາເຖິງ. ໂດຍວິ­ທີນີ້ແຫລະ ປະ­ຊາ­ຊົນເອຢິບຈະບໍ່ອຶດຕາຍ.”

ການແກ້­ຄວາມຝັນທີ່ໂຢເຊັບກ່າວມານີ້ສົມເຫດສົມຜົນ ແລະ ແຜນ­ການທີ່ສະ­ເໜີມານີ້ກໍເຕັມດ້ວຍສະ­ຕິ­ປັນ­ຍາຈົນບໍ່ມີຂໍ້ສົງ­ໄສອັນໃດເລີຍ. ກະ­ສັດເອຢິບເຫັນວ່າທົ່ວທັງອາ­ນາ­ຈັກໃນປະ­ເທດເອຢິບນີ້ ມີແຕ່ໂຢເຊັບເທົ່ານັ້ນທີ່ມີສະ­ຕິ­ປັນ­ຍາສາ­ມາດບອກເຖິງໄພອັນ­ຕະ­ລາຍທີ່ຈະຮຸກຮານປະ­ເທດ ແລະ ແນະ­ນຳວິ­ທີຕຽມຕົວສຳ­ລັບໄພອັນ­ຕະ­ລາຍນັ້ນ. ສະ­ນັ້ນ ກະ­ສັດເອຢິບຈຶ່ງກ່າວຕໍ່ໂຢເຊັບວ່າ: “ດ້ວຍວ່າພຣະເຈົ້າໄດ້ສຳ­ແດງທຸກສິ່ງແກ່ເຈົ້າ. ສະ­ນັ້ນ ຈຶ່ງເປັນການຈະ­ແຈ້ງແລ້ວວ່າ ບໍ່ມີຜູ້ໃດທີ່ເຂົ້າ­ໃຈ ແລະ ມີສະ­ຕິ­ປັນ­ຍາເທົ່າກັບເຈົ້າ. ເຮົາຈະແຕ່ງ­ຕັ້ງເຈົ້າໃຫ້ເປັນຜູ້ປົກ­ຄອງປະ­ເທດ ແລະ ປະ­ຊາ­ຊົນທຸກໆຄົນຂອງເຮົາຈະປະ­ຕິ­ບັດຕາມຄຳສັ່ງຂອງເຈົ້າ ແຕ່ເຮົາເປັນໃຫຍ່ກວ່າເຈົ້າ ເພາະເຮົາເປັນກະສັດ.”

ແລ້ວກະ­ສັດເອຢິບກໍໄດ້ຖອດແຫວນແຫ່ງອຳ­ນາດອອກຈາກນິ້ວມືຂອງເພິ່ນ ແລະ ສຸບໃສ່ນິ້ວມືຂອງໂຢເຊັບ. ເພິ່ນເອົາເສື້ອໂຕງາມໃຫ້ໂຢເຊັບນຸ່ງ ແລະ ເອົາສາຍຄໍຄຳໃຫ້. ນອກ­ຈາກນີ້ ກະ­ສັດຍັງໄດ້ປະ­ທານລົດປະ­ຈຳຕຳ­ແໜ່ງຄັນທີ່ຮອງຈາກເພິ່ນໃຫ້ອີກດ້ວຍ. ແລ້ວໂຢເຊັບກໍໄດ້ກາຍ­ເປັນຜູ້ປົກ­ຄອງຢູ່ໃນປະ­ເທດເອຢິບ.

ເຖິງແມ່ນວ່າຈະມີຕໍາແຫນ່ງສູງແຕ່ກໍຍັງຖ່ອມຕົນ

ເມື່ອຜູ້ໜຶ່ງໄດ້ຮັບຕຳ­ແໜ່ງສູງ ມັນເປັນເລື່ອງງ່າຍທີ່ຜູ້ນັ້ນຈະເປັນຄົນອວດ­ອົງທະນົງຕົວ ແລະ ໝັ່ນໃຈໃນຕົວເອງ. ແຕ່ໃນຊີ­ວິດຂອງໂຢເຊັບ ພຣະເຈົ້າໄດ້ອະ­ນຸ­ຍາດໃຫ້ໂຢເຊັບມາເປັນທາດ ແລະ ມາຕິດຄຸກ ເພື່ອສອນລາວກ່ຽວກັບການອ່ອນນ້ອມຖ່ອມຕົນ ແລະ ເພິ່ງພາໃນພຣະອົງ. ພວກເຮົາຫຼາຍຄົນໃນປັດ­ຈຸ­ບັນນີ້ ເມື່ອມີຕຳ­ແໜ່ງສູງ ແລະ ຮັ່ງ­ມີໃນຊີວິດ. ພວກເຮົານັ້ນມັກຈະລະ­ເລີຍບໍ່ສົນ­ໃຈພຣະເຈົ້າ ແລະ ຄິດວ່າຕົນເອງມີສະ­ຕິ­ປັນ­ຍາພຽງ­ພໍທີ່ບໍ່ຈຳ­ເປັນຈະເພິ່ງພາໃນພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 41:1-46.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 219-223} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ພວກອ້າຍຂອງໂຢເຊັບ

ເມື່ອປີແຫ່ງຄວາມອຸ­ດົມ­ສົມ­ບູນໄດ້ມາເຖິງ ພວກເຂົາໄດ້ສ້າງສາງເກັບຂະ­ໜາດໃຫຍ່ໄວ້ຢູ່ຕາມຕົວເມືອງຕ່າງໆທົ່ວປະ­ເທດເອຢິບ ໂດຍມີໂຢເຊັບເປັນຜູ້ຄວບຄຸມເບິ່ງ­ແຍງທຸກຢ່າງ. ໃນໄລ­ຍະເຈັດປີທີ່ອຸ­ດົມ­ສົມ­ບູນນັ້ນ ທີ່ດິນກໍຜະ­ລິດ­ຜົນລະປູກໄດ້ຢ່າງຫຼວງຫຼາຍ. ໂຢເຊັບໄດ້ຮີບໂຮມເອົາເຂົ້າທີ່ເກັບກ່ຽວໄດ້ຈາກນາທີ່­ຢູ່ອ້ອມ­ແອ້ມໄວ້ໃນສາງຂະ­ໜາດໃຫຍ່ຕາມຕົວເມືອງຕ່າງໆ ແລະ ຜົນເກັບກ່ຽວມີຢ່າງຫຼວງຫຼາຍປານເມັດດິນ­ຊາຍທີ່ແຄມທະ­ເລ ຈົນບໍ່ສາ­ມາດນັບໄດ້.

ເມື່ອຄວາມອຸ­ດົມ­ສົມ­ບູນໃນໄລ­ຍະເວ­ລາເຈັດປີທີ່ປະ­ເທດເອຢິບໄດ້ຮັບນັ້ນສິ້ນສຸດລົງແລ້ວ ໄພອຶດຢາກອາ­ຫານເປັນເວ­ລາເຈັດປີກໍເລີ່ມເກີດຂຶ້ນຕາມທີ່ໂຢເຊັບໄດ້ກ່າວໄວ້ລວງໜ້ານັ້ນ. ໄພອຶດຢາກອາ­ຫານນັ້ນ ໄດ້ແຜ່ຂະ­ຫຍາຍຢູ່ໃນຫຼາຍໆປະ­ເທດທີ່­ຢູ່ອ້ອມຮອບ ຈົນປະ­ເທດເຫຼົ່າ­ນັ້ນບໍ່ມີເຂົ້າກິນ ແຕ່ຢູ່ໃນປະ­ເທດເອຢິບຍັງມີເຂົ້າກິນຢູ່ທົ່ວປະເທດ. ເມື່ອປະ­ຊາ­ຊົນເອຢິບບໍ່ມີອາ­ຫານ ພວກເຂົາໄດ້ພາ­ກັນມາຂໍອາ­ຫານນຳກະ­ສັດເອຢິບ ກະ­ສັດຈຶ່ງສັ່ງປະ­ຊາ­ຊົນໃຫ້ໄປຫາໂຢເຊັບ ແລ້ວໂຢເຊັບກໍໄດ້ໄຂສາງເຂົ້າທຸກສາງຂາຍໃຫ້ແກ່ປະ­ຊາ­ຊົນເອຢິບ. ເມື່ອປະ­ຊາ­ຊົນຈາກຫຼາຍໆບ່ອນໃນທົ່ວໂລກໄດ້ຍິນວ່າຢູ່ປະ­ເທດເອຢິບໄດ້ເກັບເຂົ້າໄວ້ຢ່າງຫຼວງຫຼາຍ. ຄົນຕ່າງ­ປະ­ເທດຫຼາຍໆຊົນຊາດຈຶ່ງພາ­ກັນມາຍັງປະ­ເທດເອຢິບ ເພື່ອຂໍຊື້ເຂົ້ານຳໂຢເຊັບຍ້ອນໄພອຶດຢາກອາ­ຫານທີ່ເກີດຂຶ້ນຢ່າງຮ້າຍແຮງຢູ່ທົ່ວແຜ່ນ­ດິນໂລກ.

ເມື່ອອິດສະຣາເອນຜູ້ເປັນພໍ່ຂອງໂຢເຊັບຮູ້ວ່າຢູ່ປະ­ເທດເອຢິບມີເຂົ້າຂາຍ ເພິ່ນກໍໄດ້ສັ່ງໃຫ້ລູກຊາຍສິບຄົນໄປຊື້ເຂົ້າຢູ່ທີ່ນັ້ນ. ດັ່ງ­ນັ້ນ ພວກອ້າຍຂອງໂຢເຊັບຈຶ່ງພາ­ກັນໄປຍັງປະ­ເທດເອຢິບເພື່ອຊື້ເຂົ້າ. ໃນຂະ­ນະນັ້ນໂຢເຊັບເປັນຜູ້ປົກ­ຄອງປະ­ເທດເອຢິບ ລາວໄດ້ຂາຍເຂົ້າໃຫ້ແກ່ປະ­ຊາ­ຊົນຈາກທຸກຊົນຊາດທົ່ວໂລກ. ພວກອ້າຍຂອງໂຢເຊັບຈຶ່ງເຂົ້າມາຫາ ແລະ ຂາບລົງຢູ່ຕໍ່­ໜ້າໂຢເຊັບ. ພໍໂຢເຊັບເຫັນພວກອ້າຍຂອງລາວ ແລະ ລາວກໍຈື່ພວກເຂົາໄດ້. ລາວຍັງຈື່ຈຳຄວາມຝັນຂອງລາວທີ່ກ່ຽວກັບພວກອ້າຍ ແຕ່ພວກອ້າຍຂອງໂຢເຊັບບໍ່ຈື່ໂຢເຊັບ ເພາະໂຢເຊັບຖືກປ່ຽນຊື່ໃໝ່, ປ່ຽນການນຸ່ງຖື ແລະ ມີຖາ­ນະຕຳ­ແໜ່ງທີ່ສູງ ຈົນເຮັດໃຫ້ພວກອ້າຍສັງ­ເກດບໍ່ໄດ້ວ່າ ຜູ້ປົກ­ຄອງປະ­ເທດເອຢິບນັ້ນແມ່ນໂຢເຊັບນ້ອງຊາຍຂອງພວກເຂົາເອງ.

ໂຢເຊັບເຮັດຄືບໍ່ຮູ້­ຈັກພວກອ້າຍ ແລະ ລາວໄດ້ເວົ້າຢ່າງມີອຳ­ນາດຕໍ່ພວກອ້າຍວ່າ: "ພວກເຈົ້າມາແຕ່ໃສ?"

ພວກອ້າຍຕອບໂຢເຊັບວ່າ: "ພວກຂ້າ­ນ້ອຍມາແຕ່ການາອານ ເພື່ອຂໍຊື້ອາ­ຫານ"

ແລ້ວໂຢເຊັບກໍເວົ້າຂຶ້ນວ່າ: “ພວກເຈົ້າເປັນນັກສືບ! ພວກເຈົ້າມາສືບເບິ່ງຈຸດອ່ອນໃນປະ­ເທດຂອງເຮົາ.”

ພວກອ້າຍຕອບຂຶ້ນວ່າ: “ບໍ່ແມ່ນ! ທ່ານເອີຍ ພວກຂ້າ­ນ້ອຍມາຢ່າງຄົນຮັບໃຊ້ເພື່ອຊື້ອາຫານ. ພວກເຮົາທັງໝົດເປັນອ້າຍນ້ອງກັນ ແຕ່ບໍ່ແມ່ນນັກສືບ ທ່ານເອີຍ! ພວກຂ້າ­ນ້ອຍເປັນຄົນສັດຊື່.”

ໂຢເຊັບເວົ້າຂຶ້ນຢ່າງໜັກແໜ້ນວ່າ: “ບໍ່ແມ່ນດອກ! ພວກເຈົ້າມາສືບເພື່ອເບິ່ງຈຸດອ່ອນປະ­ເທດຂອງເຮົາ.”

ພວກອ້າຍເວົ້າຂຶ້ນວ່າ: “ທ່ານເອີຍ! ພວກຂ້າ­ນ້ອຍເປັນອ້າຍນ້ອງນຳກັນສິບສອງຄົນທີ່ເກີດຈາກພໍ່ດຽວກັນຢູ່ໃນແຜ່ນ­ດິນການາອານ. ນ້ອງຊາຍຫຼ້າຍັງຢູ່ນຳພໍ່ ແຕ່ນ້ອງຊາຍອີກຄົນໜຶ່ງໄດ້ຕາຍໄປແລ້ວ.”

ໂຢເຊັບຕອບພວກອ້າຍວ່າ: "ທີ່ເຮົາເວົ້າວ່າ 'ພວກເຈົ້າເປັນນັກສືບ' ນັ້ນແມ່ນ­ແທ້ໆ ພວກເຈົ້າຈະຕ້ອງພິ­ສູດຕົວເອງດັ່ງນີ້... ພວກເຈົ້າຈະໄປຈາກທີ່ນີ້ບໍ່ໄດ້ ຈົນກວ່ານ້ອງຊາຍຫຼ້າຂອງພວກເຈົ້າຈະມາທີ່ນີ້."

ໂຢເຊັບເຮັດທຳ­ທ່າສົງ­ໄສໃນເລື່ອງຄວາມຈິງທີ່ພວກອ້າຍເລົ່າມານັ້ນ ແລ້ວໂຢເຊັບກໍໄດ້ບອກໃຫ້ພວກອ້າຍພິ­ສູດໂດຍການໃຫ້ຄົນໜຶ່ງໄປເອົານ້ອງຊາຍຫຼ້າມາໃຫ້ໂຢເຊັບເບິ່ງ. ແຕ່ພວກອ້າຍຄິດວ່າ ຖ້າຈະເດີນ­ທາງກັບໄປກັບມາ ຄອບ­ຄົວຄົງຂາດອາ­ຫານແທ້ໆ ແລະ ບໍ່ມີໃຜທີ່ຈະຕ້ອງ­ການປະຖິ້ມອ້າຍນ້ອງໄວ້ໃນຄຸກ ແລະ ເດີນ­ທາງໄປຄົນດຽວ. ແລ້ວຄົນນັ້ນຈະເບິ່ງໜ້າພໍ່ໄດ້ຈັ່ງໃດ? ຖ້າພານ້ອງຊາຍຫຼ້າມານຳ ກໍຄົງມາຮ່ວມຊະຕາກຳແບບດຽວກັນ. ເພື່ອບໍ່ໃຫ້ພໍ່ຕ້ອງໂສກ­ເສົ້າເສຍໃຈທີ່ຈະຕ້ອງສູນເສຍລູກຊາຍຫຼ້າໄປ. ດັ່ງ­ນັ້ນ ພວກອ້າຍຈຶ່ງບໍ່ສາ­ມາດຕົກ­ລົງເຮັດຕາມເງື່ອນ­ໄຂທີ່ໂຢເຊັບບອກໄດ້. ສະ­ນັ້ນ ໂຢເຊັບຈຶ່ງໄດ້ສັ່ງຂັງພວກອ້າຍໄວ້ສາມມື້.

ພໍມາຮອດມື້ທີສາມ ໂຢເຊັບກໍໄດ້ສັ່ງໃຫ້ພວກທະ­ຫານພາພວກອ້າຍຂອງລາວເຂົ້າມາພົບ ເພາະບໍ່ກ້າທີ່ຈະຖ່ວງເວ­ລາພວກອ້າຍໄວ້ດົນ ເພາະຢ້ານວ່າພໍ່ ແລະ ຄອບ­ຄົວທີ່­ຢູ່ທາງບ້ານອາດຈະລຳ­ບາກຍ້ອນຂາດອາຫານ. ແລ້ວໂຢເຊັບກໍກ່າວຕໍ່ພວກອ້າຍວ່າ: “ຂ້ອຍເປັນຄົນຢຳເກງພຣະເຈົ້າ… ເພື່ອພິ­ສູດວ່າພວກເຈົ້າເປັນຄົນສັດ­ຊື່ແທ້ ໃຫ້ຄົນໜຶ່ງໃນພວກເຈົ້າຢູ່ໃນຄຸກນີ້ສ່ວນຄົນທີ່ເຫຼືອນຳເອົາອາ­ຫານກັບບ້ານເມືອໃຫ້ຄອບ­ຄົວຂອງພວກເຈົ້າທີ່ກຳ­ລັງອຶດ­ຫິວ ແຕ່ພວກເຈົ້າຕ້ອງເອົານ້ອງຊາຍຫຼ້າມາຫາເຮົາ. ອັນນີ້ຈະພິ­ສູດວ່າ ພວກເຈົ້າໄດ້ເວົ້າຄວາມຈິງ ແລ້ວພວກເຈົ້າຈະບໍ່ຖືກປະ­ຫານຊີວິດ.” ແລ້ວພວກອ້າຍກໍຕົກ­ລົງຕາມຂໍ້ທີ່ສະ­ເໜີມານັ້ນ.

ແລ້ວພວກອ້າຍຂອງໂຢເຊັບກໍລົມນຳກັນວ່າ: “ຄວາມຈິງແລ້ວ! ພວກເຮົາມີຄວາມຜິດໃນເລື່ອງນ້ອງຊາຍຂອງພວກເຮົາ ເພາະພວກເຮົາໄດ້ເຫັນຄວາມ­ທຸກໃຈຂອງນ້ອງຊ່ຳ­ໃດເມື່ອລາວອ້ອນ­ວອນຂໍຄວາມເມດຕາຈາກພວກເຮົາ ແຕ່ພວກເຮົາກໍບໍ່ຍອມຟັງ­ສຽງຂອງລາວເລີຍ. ຈັງຊັ້ນແຫລະ! ຄວາມ­ທຸກໃຈນີ້ຈຶ່ງບັງ­ເກີດແກ່ພວກເຮົາ.”

ລູເບັນເວົ້າຂຶ້ນວ່າ: “ຂ້ອຍບອກພວກເຈົ້າແລ້ວວ່າ ‘ຢ່າຕີລາວ’ ແຕ່ພວກເຈົ້າກໍບໍ່ຍອມຟັງຂ້ອຍເລີຍ. ເຫັນບໍບາດ­ນີ້! ບາບໄລ່ເວນທັນສາແລ້ວ.”ໂຢເຊັບເຂົ້າ­ໃຈໃນເລື່ອງທີ່ພວກເຂົາເວົ້າ ແຕ່ພວກເຂົາບໍ່ຮູ້ວ່າໂຢເຊັບເຂົ້າ­ໃຈ ເພາະ­ວ່າໂຢເຊັບໃຊ້ນາຍແປພາ­ສາສົນ­ທະ­ນາກັບພວກເຂົາ. ເມື່ອໂຢເຊັບໄດ້ຍິນແນວນັ້ນ­ແລ້ວກໍຄວບຄຸມອາ­ລົມໄວ້ບໍ່ຢູ່ ຈຶ່ງອອກໄປຮ້ອງ­ໄຫ້ຢູ່ຄົນດຽວ. ເມື່ອໂຢເຊັບຕັ້ງສະ­ຕິໄດ້ແລ້ວ ລາວກໍກັບ­ເຂົ້າມາອີກ ແລະ ສັ່ງໃຫ້ທະ­ຫານມັດອ້າຍຄົນໜຶ່ງເອົາໄວ້ຊື່­ວ່າ “ຊີເມໂອນ” ໃຫ້ໄປຂັງຄຸກໄວ້. ສາ­ເຫດທີ່ເລືອກຊີເມໂອນ ເພາະ­ວ່າໃນຕອນທີ່ພວກອ້າຍຈັບໂຢເຊັບນັ້ນ ຊີເມໂອນເປັນຜູ້ຊັກຊວນໃຫ້ພວກອ້າຍຄົນອື່ນລົງ­ມືເຮັດ. ແລ້ວພວກອ້າຍທີ່ເຫຼືອກໍພາ­ກັນກັບບ້ານ.

ແສງສະ­ຫວ່າງ

ໂດຍຜ່ານທາງໂຢເຊັບ, ກະ­ສັດເອຢິບແລະ ປະ­ຊາ­ຊົນເອຢິບຈຶ່ງໄດ້ຮູ້­ຈັກພຣະເຈົ້າອົງທ່ຽງແທ້. ເຖິງແມ່ນວ່າ ພວກເຂົາຍັງຂາບໄຫວ້ບູ­ຊາຮູບເຄົາຣົບກໍຕາມ ແຕ່ພວກເຂົາກໍຍັງເຄົາ­ລົບຫຼັກ­ການທີ່ປາ­ກົດໃນຊີ­ວິດ ແລະ ອຸ­ປະນິ­ໄສຂອງໂຢເຊັບຜູ້ທີ່ນະ­ມັດ­ສະ­ການພຣະເຈົ້າ.

ຈື່ຈໍາຄວາມຝັນ

ຕອນທີ່ໂຢເຊັບເຫັນພວກອ້າຍຂາບລົງຢູ່ຕໍ່­ໜ້າຂອງຕົນນັ້ນ ລາວກໍຫວນຄິດເຖິງຄວາມຝັນຂອງຕົນໃນອະດີດ ແຕ່ໂຢເຊັບເຮັດທຳ­ທ່າຄືບໍ່ຮູ້­ຈັກພວກອ້າຍ ເພາະຢາກລອງໃຈພວກເຂົາວ່າ ພວກເຂົາຍັງມີຄວາມອິດ­ສາ ແລະ ມີຄວາມຍິ່ງຈອງ­ຫອງຢູ່ຫຼືບໍ? ອີກຢ່າງໜຶ່ງໂຢເຊັບກໍຢາກຮູ້ຂ່າວຄາວກ່ຽວກັບພໍ່ ແລະ ນ້ອງຊາຍຂອງລາວທີ່ຊື່­ວ່າ “ເບັນຍາມິນ.”

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 41:47-57; 42:1-25.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 224-226} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ພວກອ້າຍກັບຄືນດິນ­ແດນການາອານ

ຫຼັງຈາກພວກອ້າຍຂອງໂຢເຊັບເດີນ­ທາງກັບຄືນມາທີ່ດິນ­ແດນການາອານແລ້ວ ພວກເຂົາກໍໄດ້ເລົ່າເລື່ອງຕ່າງໆທີ່ເກີດຂຶ້ນສູ່ຜູ້ເປັນພໍ່ຟັງ. ເມື່ອອິດສະຣາເອນຜູ້ເປັນພໍ່ໄດ້ຍິນແນວນັ້ນກໍໄດ້ເວົ້າຂຶ້ນວ່າ: “ພວກເຈົ້າຈະບໍ່ໃຫ້ພໍ່ມີລູກຊາຍເຫຼືອຢູ່ຈັກຄົນບໍ? ໂຢເຊັບກໍໄດ້ຕາຍໄປແລ້ວ ແລະ ຊີເມໂອນກໍຖືກຈັບ. ບັດນີ້! ພວກເຈົ້າຈະເອົາເບັນຢາມິນໜີໄປຈາກພໍ່ອີກ…”

ລູເບັນເວົ້າຂຶ້ນວ່າ: “ຈົ່ງມອບເບັນຢາມິນໄວ້ໃນຄວາມເບິ່ງ­ແຍງຂອງລູກເຖີດ! ແລ້ວລູກຈະນຳລາວກັບມາຫາພໍ່ອີກ.”

ແຕ່ອິດສະຣາເອນໄດ້ເວົ້າຂຶ້ນວ່າ: “ຂ້ອຍຈະບໍ່ຍອມໃຫ້ເບັນຢາມິນໄປນຳພວກເຈົ້າ…”

ເມື່ອເວ­ລາຜ່ານໄປ ຄວາມອຶດຢາກໃນດິນ­ແດນການາອານກໍຮ້າຍແຮງໜັກຂຶ້ນ ແລະ ເຂົ້າ­ສານອາ­ຫານແຫ້ງທີ່ໄດ້ຊື້ມາຈາກປະ­ເທດເອຢິບນັ້ນກໍໃກ້ຈະໝົດແລ້ວ. ສະ­ນັ້ນ ອິດສະຣາເອນຈຶ່ງເວົ້າກັບພວກລູກຊາຍຂອງເພິ່ນວ່າ: “ໄປຊື້ອາ­ຫານມາອີກແດ່.”

ຢູດາຕອບພໍ່ວ່າ: “ຜູ້ປົກ­ຄອງເອຢິບໄດ້ເວົ້າກັບພວກເຮົາຢ່າງເດັດ­ຂາດວ່າ 'ຢ່າກັບໄປໃຫ້ເຮົາເຫັນໜ້າ ຈົນກວ່າພວກເຈົ້າຈະນຳນ້ອງຊາຍຫຼ້າໄປນຳ' ຖ້າພໍ່ຍອມໃຫ້ນ້ອງຊາຍຫຼ້າໄປກັບພວກເຮົາ ພວກເຮົາກໍຈະໄປຊື້ເຂົ້າໃຫ້ພໍ່…”

ອິດສະຣາເອນເວົ້າຂຶ້ນວ່າ: “ເປັນຫຍັງ ພວກເຈົ້າຈຶ່ງເຮັດເລື່ອງຫຍຸ້ງ­ຍາກໃຫ້ພໍ່ຫຼາຍແທ້; ເປັນຫຍັງພວກເຈົ້າຈຶ່ງບອກເພິ່ນວ່າ ພວກເຈົ້າມີນ້ອງຊາຍຢູ່ອີກຄົນໜຶ່ງ.”

ພວກເຂົາຕອບພໍ່ວ່າ: “ຜູ້ປົກ­ຄອງເອຢິບສອບຖາມພວກລູກ. ພວກລູກກໍຕອບຕາມຄຳຖາມຂອງເພິ່ນ. ແລ້ວໃຜຊິໄປຮູ້ວ່າ ເພິ່ນຈະບອກໃຫ້ພວກລູກພານ້ອງຊາຍຫຼ້າໄປຫາເພິ່ນ.”

ໃນທີ່ສຸດອາ­ຫານກໍໝົດ ແລະ ບໍ່ມີວິ­ທີທາງໃດທີ່ພວກເຂົາຈະຫາອາ­ຫານໄດ້. ແລ້ວອິດສະຣາເອນຈຶ່ງເວົ້າຂຶ້ນວ່າ: “ຈັ່ງ­ຊັ້ນ! ຈົ່ງເອົາຜົນຜະ­ລິດຢ່າງດີທີ່ສຸດໃນແຜ່ນ­ດິນນີ້ເຊັ່ນ: ກຳ­ຍານ, ນ້ຳ­ເຜິ້ງ, ໝາກກໍ່, ເຄື່ອງເທດ ແລະ ໝາກບົກເອົາໄປຕ້ອນຜູ້ປົກ­ຄອງປະ­ເທດເອຢິບຄົນນັ້ນ. ຈົ່ງພານ້ອງຊາຍຂອງພວກເຈົ້າໄປສາ! ຂໍໃຫ້ພຣະເຈົ້າອົງຊົງລິດອຳ­ນາດຍິ່ງໃຫຍ່ ດົນບັນ­ດານໃຫ້ຜູ້ປົກ­ຄອງເອຢິບຄົນນັ້ນ ມີຄວາມເມດຕາຕໍ່ພວກເຈົ້າ ເພື່ອວ່າເພິ່ນຈະປ່ອຍຊີເມໂອນ ແລະ ເບັນຢາມິນກັບຄືນມາ…” ຫຼັງຈາກນັ້ນ ພວກລູກຊາຍສິບເອັນຄົນຂອງອິດສະຣາເອນກໍໄດ້ອອກເດີນ­ທາງໄປປະ­ເທດເອຢິບ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 42:25-38; 43:1-15.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 226-229} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ເດີນ­ທາງໄປປະ­ເທດເອຢິບອີກຄັ້ງ

ພໍເດີນ­ທາງມາຮອດປະ­ເທດເອຢິບ ພວກອ້າຍໄດ້ໄປເຂົ້າເຝົ້າຜູ້ປົກ­ຄອງເອຢິບທັນ­ທີ ເມື່ອໂຢເຊັບເຫັນເບັນຢາມິນມາກັບພວກອ້າຍຂອງລາວ ລາວກໍຕື້ນຕັນໃຈຫຼາຍ ແລະ ໄດ້ປົກປິດຄວາມຮູ້­ສຶກນີ້ເອົາໄວ້. ແລ້ວໂຢເຊັບກໍໄດ້ບອກຄົນຮັບໃຊ້ໃຫ້ຈັດຕຽມອາ­ຫານ ແລະ ນຳ­ພາພວກອ້າຍ ແລະ ນ້ອງຊາຍໄປເຮືອນຂອງລາວ ລວມທັງພາ­ຊີເມໂອນອອກມາຫາພວກເຂົາ. ແລ້ວຄົນຮັບໃຊ້ກໍປະ­ຕິ­ບັດຕາມທີ່ໂຢເຊັບໄດ້ສັ່ງໄວ້.

ໃນຂະ­ນະທີ່ພວກອ້າຍ ແລະ ນ້ອງຊາຍຂອງໂຢເຊັບເດີນ­ທາງໄປທີ່ເຮືອນໂຢເຊັບນັ້ນ ພວກເຂົາກໍພາ­ກັນຕົກ­ໃຈ ແລະ ຮູ້­ສຶກຢ້ານສຳ­ລັບໂອ­ກາດພິ­ເສດທີ່ຈະກິນອາ­ຫານຢູ່ທີ່ນີ້. ແລ້ວໂຢເຊັບກໍໄດ້ອອກມາພົບພວກເຂົາ. ພວກອ້າຍ ແລະ ນ້ອງຂອງໂຢເຊັບກໍໄດ້ເອົາຂອງ­ຕ້ອນມາມອບໃຫ້ ແລະ ຂາບລົງຢູ່ຕໍ່­ໜ້າໂຢເຊັບ.

ໂຢເຊັບແນມໄປເບິ່ງເບັນຢາມິນ ແລະ ເວົ້າຂຶ້ນວ່າ: “ຊາຍຄົນນີ້ຄົງເປັນນ້ອງຊາຍຫຼ້າຂອງພວກເຈົ້າແມ່ນບໍ? ນ້ອງເອີຍ! ຂໍພຣະເຈົ້າອວຍ­ພອນເຈົ້າເດີ.”

ແລ້ວໂຢເຊັບກໍຟ້າວຍ່າງອອກໄປທັນ­ທີ ແລະ ເຂົ້າໄປໃນຫ້ອງຂອງລາວ ເພາະລາວຮັກນ້ອງຊາຍຫຼາຍຈົນກັ້ນນ້ຳຕາໄວ້ບໍ່ໄດ້ ແລະ ເກືອບຈະຮ້ອງ­ໄຫ້ຢູ່ຕໍ່­ໜ້າພວກເຂົາ. ຫຼັງຈາກທີ່ໂຢເຊັບສະ­ຫງົບຈິດ­ໃຈໄດ້ແລ້ວ ລາວກໍໄປລ້າງໜ້າລ້າງຕາ ແລະ ອອກໄປພົບພວກອ້າຍ ແລະ ນ້ອງຊາຍຂອງລາວ. ແລ້ວໂຢເຊັບກໍໄດ້ບອກໃຫ້ພວກອ້າຍ ແລະ ນ້ອງຂອງລາວໄປຮ່ວມຮັບປະ­ທານອາ­ຫານນຳກັນ. ຄົນຮັບໃຊ້ກໍໄດ້ຈັດຕຽມອາ­ຫານໃຫ້ໂຢເຊັບຢູ່ຕ່າງ­ຫາກ ແລະ ຈັດຕຽມອາ­ຫານໃຫ້ພວກອ້າຍ ແລະ ນ້ອງຂອງໂຢເຊັບຢູ່ຕ່າງ­ຫາກເຊັ່ນກັນ ເພາະ­ວ່າຕາມກົດທຳ­ນຽມຂອງຄົນເອຢິບຄືຄົນທີ່ມີຖາ­ນະຊັ້ນສູງຈະບໍ່ຮັບປະ­ທານອາ­ຫານຮ່ວມກັບຄົນຕ່າງຊາດ ເພາະພວກເຂົາຖືວ່າມັນເປັນເລື່ອງອັບ­ອາຍຂາຍໜ້າ. ແລ້ວພວກອ້າຍ ແລະ ນ້ອງຊາຍຂອງໂຢເຊັບກໍນັ່ງລຽນປິ່ນໜ້າໃສ່ໂຢເຊັບ ພວກເຂົາກໍພາ­ກັນແນມເບິ່ງໜ້າກັນແລະ ກັນຢ່າງປະ­ຫຼາດໃຈ ເພາະບ່ອນນັ່ງຂອງພວກເຂົາຖືກລຽນໄປເປັນຕາມລຳ­ດັບຕັ້ງ­ແຕ່ອ້າຍກົກຈົນໄປເຖິງນ້ອງຊາຍຫຼ້າ. ແລ້ວຄົນຮັບໃຊ້ກໍເລີ່ມເສີບອາ­ຫານຕັ້ງ­ແຕ່ໂຕະຂອງໂຢເຊັບໄປ ແລະ ເບັນຢາມິນໄດ້ຮັບອາ­ຫານຫຼາຍກວ່າພວກອ້າຍຫ້າເທົ່າ. ແລ້ວພວກເຂົາກໍໄດ້ພາ­ກັນຮັບປະ­ທານອາ­ຫານດ້ວຍຄວາມເບີກ­ບານໃຈ.

ການທີ່ໂຢເຊັບໃຫ້ອາ­ຫານເບັນຢາມິນຫຼາຍກວ່າອ້າຍຄົນອື່ນໆ ກໍເພື່ອຢາກລອງໃຈພວກອ້າຍວ່າ ພວກເຂົາຍັງມີຄວາມຄິດອິດ­ສາ ແລະ ກຽດຊັງນ້ອງຊາຍຫຼ້າຄືກັນກັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ລາວໃນອະດິດຫຼືບໍ?

ສ່ວນພວກອ້າຍຂອງໂຢເຊັບຄິດວ່າ ຜູ້ປົກ­ຄອງເອຢິບບໍ່ເຂົ້າ­ໃຈພາ­ສາຂອງພວກເຂົາ. ສະ­ນັ້ນ ພວກເຂົາຈຶ່ງລົມນຳກັນແບບເປີດເຜີຍ. ນີ້ຖືວ່າເປັນໂອ­ກາດດີສຳ­ລັບໂຢເຊັບທີ່ຈະຮູ້ຄວາມຮູ້­ສຶກຂອງພວກອ້າຍຢ່າງແທ້ຈິງ ແຕ່ໂຢເຊັບຍັງຢາກຈະລອງໃຈຂອງພວກອ້າຍຕໍ່ໄປ.

ໂຢເຊັບໄດ້ສັ່ງຄົນຮັບໃຊ້ຜູ້ທີ່ຮັບ­ຜິດ­ຊອບຢູ່ໃນເຮືອນຂອງລາວວ່າ: "ຈົ່ງເອົາສະ­ບຽງອາ­ຫານໃສ່ຖົງຂອງຄົນເຫຼົ່ານີ້ ໃຫ້ຫຼາຍເທົ່າທີ່ພວກເຂົາສາ­ມາດເອົາເມືອໄດ້ ແລະ ໃຫ້ເອົາເງິນຂອງແຕ່­ລະ­ຄົນໃສ່ເທິງເຂົ້າໃນຖົງຂອງແຕ່ລະຖົງ. ໃຫ້ເອົາເງິນຄ່າເຂົ້າກັບຈອກເງິນຂອງເຮົາ ໃສ່ໃນຖົງເຂົ້າ­ຂອງນ້ອງຊາຍຫຼ້າຂອງພວກເຂົາ" ຄົນຮັບໃຊ້ກໍປະ­ຕິ­ບັດຕາມທີ່ໂຢເຊັບໄດ້ສັ່ງນັ້ນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 43:15-34; 44:1, 2.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 226-229} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ໂຢເຊັບບອກພວກອ້າຍໃຫ້ຮູ້ວ່າລາວແມ່ນໃຜ

ເມື່ອຮຸ່ງເຊົ້າຂຶ້ນມາ ພວກອ້າຍ ແລະ ນ້ອງຂອງໂຢເຊັບກໍໄດ້ເດີນ­ທາງກັບເມື່ອຍັງດິນ­ແດນການາອານດ້ວຍຄວາມຍິນດີ. ພໍແຕ່ພວກເຂົາເດີນ­ທາງໄປໄດ້ບໍ່ໄກຈາກປະ­ເທດເອຢິບເທົ່າ­ໃດ ຄົນຮັບໃຊ້ຂອງໂຢເຊັບກໍໄດ້ຕາມມາຮອດພວກເຂົາ ແລະ ເວົ້າວ່າ: “ເປັນຫຍັງ ພວກເຈົ້າຈຶ່ງປະພືດການຊົ່ວ­ຊ້າຕອບແທນຄວາມດີ? ເປັນຫຍັງ ຈຶ່ງລັກເອົາຈອກເງິນຂອງນາຍຂ້ອຍມາ?… ພວກເຈົ້າເຮັດຜິດຢ່າງຮ້າຍແຮງຮູ້ບໍ່?”

ພວກອ້າຍນ້ອງຂອງໂຢເຊັບຕອບວ່າ: “ທ່ານເວົ້າຢ່າງນີ້ໄດ້ຈັງໃດ? ພວກເຮົາສາ­ບານໄດ້ວ່າບໍ່ເຄີຍເຮັດສິ່ງນີ້ຈັກເທື່ອ… ຈັ່ງ­ຊັ້ນ! ຖ້າຈອກເງິນນັ້ນຕົກຢູ່ນຳຄົນໃດ ກໍໃຫ້ທ່ານຂ້າຄົນນັ້ນໂລດ ແລະ ພວກເຮົາທຸກຄົນກໍຈະຍອມເປັນທາດຂອງທ່ານ.”

ຄົນຮັບໃຊ້ຂອງໂຢເຊັບເວົ້າວ່າ: “ຕົກ­ລົງ! ແຕ່ຖ້າຂ້ອຍພົບຈອກນັ້ນຢູ່ນຳຄົນໃດ ຄົນນັ້ນຈະຕ້ອງເປັນທາດຂອງຂ້ອຍ ສ່ວນຄົນທີ່ເຫຼືອນັ້ນໃຫ້ກັບເມືອບ້ານຢ່າງມີອິດສະຫຼະ.”


ຈາກນັ້ນ ພວກເຂົາຈຶ່ງຟ້າວເອົາຖົງສະ­ບຽງອາ­ຫານລົງຈາກຫຼັງໂຕລາ ແລະ ແຕ່­ລະ­ຄົນກໍໄຂຖົງຂອງຕົນອອກ. ຄົນຮັບໃຊ້ຂອງໂຢເຊັບໄດ້ຄົ້ນເບິ່ງແຕ່ລະຖົງຢ່າງຄັກ­ແນ່ ນັບຕັ້ງ­ແຕ່ຖົງຂອງອ້າຍກົນຈົນຮອດຖົງຂອງນ້ອງຊາຍຫຼ້າ. ໃນທີ່ສຸດ ກໍພົບຈອກເງິນນັ້ນຢູ່ໃນຖົງຂອງເບນຢາມິນຜູ້ເປັນນ້ອງຊາຍຫຼ້າ ພວກອ້າຍຂອງໂຢເຊັບຈຶ່ງພາ­ກັນຕົກ­ໃຈ ແລະ ຈີກເສື້ອອອກດ້ວຍຄວາມເສຍໃຈ ແລ້ວຄົນຮັບໃຊ້ຂອງໂຢເຊັບກໍນໍາພາພວກເຂົາກັບຄືນໄປຍັງປະ­ເທດເອຢິບອີກ.

ເມື່ອພວກເຂົາມາຮອດເຮືອນຂອງໂຢເຊັບ ພວກເຂົາກໍໄດ້ພາ­ກັນຂາບລົງຕໍ່­ໜ້າໂຢເຊັບ. ແລ້ວໂຢເຊັບກໍໄດ້ຖາມພວກອ້າຍນ້ອງວ່າ: “ເປັນຫຍັງ ພວກເຈົ້າຈຶ່ງເຮັດແບບນີ້? ພວກເຈົ້າບໍ່ຮູ້ບໍວ່າ ຄົນຄືຂ້ອຍມີຕາທິບ.”

ຢູດາເວົ້າຂຶ້ນວ່າ: “ພວກຂ້າ­ນ້ອຍທັງ­ຫຼາຍບໍ່ຮູ້ຈະເວົ້າຢ່າງ­ໃດ ຫຼືຈະແກ້ຕົວ­ຢ່າງໃດກັບທ່ານ. ພຣະເຈົ້າຊົງຮູ້ຄວາມຜິດຂອງພວກຂ້າ­ນ້ອຍແລ້ວ. ບັດນີ້ ພວກຂ້າ­ນ້ອຍທຸກຄົນໄດ້ຕົກເປັນທາດຂອງທ່ານແລ້ວ ແລະ ຈະບໍ່ແມ່ນແຕ່ສະ­ເພາະຄົນທີ່ທ່ານພົບຈອກເທົ່ານັ້ນ.”

ໂຢເຊັບຕອບວ່າ: “ໂອ! ຂ້ອຍຈະບໍ່ເຮັດແບບນັ້ນດອກ! ຂ້ອຍພົບຈອກນຳຄົນໃດ ຄົນນັ້ນແຫລະ! ຈະເປັນທາດຂອງຂ້ອຍ. ສ່ວນພວກເຈົ້ານັ້ນກັບເມືອບ້ານຫາພໍ່ຂອງພວກເຈົ້າຢ່າງປອດໄພສາ.”

ຢູດາໄດ້ເຂົ້າໄປໃກ້ຜູ້ປົກ­ຄອງເອຢິບ ແລະ ຂໍຮ້ອງດ້ວຍຄວາມ­ທຸກໃຈວ່າ: “ທ່ານເອີຍ! …ທ່ານເອງກໍເປັນດັ່ງກະ­ສັດ… ຖ້າພວກເຮົາກັບເມືອຫາພໍ່ໂດຍບໍ່ມີນ້ອງຊາຍຫຼ້າເມືອນຳແລ້ວ ພໍ່ກໍຄົງຊອມໃຈຕາຍ ເພາະຊີ­ວິດຂອງເພິ່ນຜູກພັນກັບເດັກຊາຍຄົນນີ້. ທ່ານເອີຍ! ຂ້າ­ນ້ອຍຈະເປັນທາດຮັບໃຊ້ແທນເດັກຊາຍຄົນນີ້ເອງ. ຂໍທ່ານກະ­ລຸ­ນາໃຫ້ລາວກັບເມືອບ້ານພ້ອມກັບພວກອ້າຍຂອງລາວສາ!”

ຢູດາເວົ້າຕໍ່ໄປດ້ວຍຄວາມໂສກ­ເສົ້າອີກວ່າ: “ຂ້າ­ນ້ອຍຈະເມືອຫາພໍ່ໄດ້ຢ່າງ­ໃດ ໃນເມືອບໍ່ມີເດັກຄົນນີ້ເມືອນຳ? ຂ້າ­ນ້ອຍທົນເບິ່ງພໍ່ຊອມໃຈຕາຍບໍ່ໄດ້.” ໂຢເຊັບພໍ­ໃຈທີ່ໄດ້ເຫັນຜົນຂອງການກັບໃຈຢ່າງແທ້ຈິງຂອງພວກອ້າຍ ລາວບໍ່ສາ­ມາດອົດກັ້ນນ້ຳຕາຢູ່ຕໍ່­ໜ້າຄົນຮັບໃຊ້ຂອງລາວໄດ້. ຫຼັງຈາກທີ່ໂຢເຊັບຟັງຢູດາເວົ້າຈົບແລ້ວ ໂຢເຊັບຈຶ່ງສັ່ງໃຫ້ຄົນຮັບໃຊ້ທັງໝົດອອກຈາກຫ້ອງ ຍົກ­ເວັ້ນແຕ່ພວກອ້າຍນ້ອງຂອງລາວ. ແລ້ວໂຢເຊັບກໍຮ້ອງໃຫ້ດ້ວຍສຽງດັງ ຈົນປະ­ຊາ­ຊົນເອຢິບໄດ້ຍິນ ແລະ ຂ່າວນີ້ຈຶ່ງແຜ່ລາມໄປເຖິງພະຣາຊະວັງ.

ແລ້ວໂຢເຊັບກໍເວົ້າຂຶ້ນວ່າ: “ຂ້ອຍແມ່ນໂຢເຊັບ. ພໍ່ຂອງຂ້ອຍຍັງມີຊີ­ວິດຢູ່ບໍ?”

ເມື່ອພວກອ້າຍນ້ອງຂອງໂຢເຊັບໄດ້ຍິນແນວນັ້ນ ກໍພາ­ກັນອຶ້ງ ແລະ ເວົ້າຫຍັງບໍ່ອອກດ້ວຍຄວາມຢ້ານກົວ. ເມື່ອໂຢເຊັບເຫັນພວກອ້າຍນ້ອງຂອງລາວເກີດມີຄວາມສັບ­ສົນ ລາວຈຶ່ງເວົ້າຕໍ່ໄປອີກວ່າ: “ຈົ່ງຫຍັບເຂົ້າມາໃກ້ຂ້ອຍພີ້.” ແລ້ວພວກເຂົາກໍຫຍັບເຂົ້າໄປ ແລະ ໂຢເຊັບເວົ້າຂຶ້ນວ່າ: “ຂ້ອຍແມ່ນໂຢເຊັບນ້ອງຊາຍຂອງພວກເຈົ້າຜູ້ທີ່ພວກເຈົ້າຂາຍມາຍັງປະ­ເທດເອຢິບ. ບັດນີ້ ຢ່າເປັນທຸກໃຈ ຫຼືກ່າວໂທດຕົນເອງທີ່ໄດ້ຂາຍຂ້ອຍມາທີ່ນີ້. ແມ່ນພຣະເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ກ່ອນເພື່ອຊ່ວຍຊີ­ວິດມະນຸດ.”

ໂຢເຊັບໄດ້ກ່າວຕໍ່ໄປອີກວ່າ: “ດຽວ­ນີ້ ເປັນພຽງປີທີສອງຂອງການອຶດຢາກອາ­ຫານ ແຕ່ຍັງຈະມີອີກຫ້າປີທີ່ຈະບໍ່ມີການປູກ­ຝັງ ແລະ ການເກັບກ່ຽວ… ບັດນີ້ ພວກເຈົ້າຈົ່ງກັບເມື່ອຫາພໍ່ ແລະ ບອກເພິ່ນວ່າ ‘ພຣະເຈົ້າບັນ­ດານໃຫ້ໂຢເຊັບເປັນຜູ້ປົກ­ຄອງປະ­ເທດເອຢິບທັງໝົດ ໃຫ້ພໍ່ມາຫາໂຢເຊັບໄວທີ່ສຸດ…’”

ແລ້ວໂຢເຊັບກໍໄດ້ກອດເບັນຢາມິນນ້ອງຊາຍຂອງລາວໄວ້ຢູ່ໃນອ້ອມແຂນພ້ອມທັງຮ້ອງ­ໄຫ້ ແລະ ເບັນຢາມິນກໍຮ້ອງ­ໄຫ້ໃນອ້ອມກອດຂອງອ້າຍເຊັ່ນກັນ. ຈາກນັ້ນ ພວກອ້າຍນ້ອງກໍສົນ­ທະ­ນາກັບໂຢເຊັບ. ເມື່ອເລື່ອງນີ້ໄດ້ດັງໄປເຖິງຣາຊາວັງວ່າ ບັນ­ດາພວກອ້າຍ ແລະ ນ້ອງຊາຍຂອງໂຢເຊັບໄດ້ມາຫາໂຢເຊັບ; ກະ­ສັດເອຢິບແລະ ບັນ­ດາຂ້າຣາຊະການກໍມີຄວາມຍິນ­ດີນຳໂຢເຊັບ. ກະ­ສັດເອຢິບມີຄວາມປາ­ຖະ­ໜາຢາກຕອບແທນບຸນ­ຄຸນຂອງໂຢເຊັບຫຼາຍຈຶ່ງບອກກັບໂຢເຊັບວ່າ: “ຈົ່ງບອກພວກອ້າຍນ້ອງຂອງເຈົ້າ… ກັບເມືອທີ່ແຜນດິນການາອານ. ແລ້ວພາພໍ່ ແລະ ຄອບ­ຄົວຂອງພວກເຂົາມາທີ່ນີ້. ເຮົາຈະມອບດິນ­ແດນທີ່ອຸ­ດົມ­ສົມ­ບູນທີ່ສຸດຢູ່ໃນປະ­ເທດເອຢິບໃຫ້ພວກເຂົາ…” ສະ­ນັ້ນ ໂຢເຊັບຈຶ່ງສົ່ງພວກອ້າຍນ້ອງ ແລະ ພ້ອມທັງອາ­ຫານຢ່າງຫຼວງຫຼາຍ, ກວຽນຫຼາຍລຳ ແລະ ສິ່ງຂອງອື່ນໆທີ່ຈຳ­ເປັນສຳ­ລັບການຍົກ­ຍ້າຍຄອບ­ຄົວທັງໝົດມາທີ່ປະ­ເທດເອຢິບ.

ຊີ­ວິດຂອງໂຢເຊັບເປັນຕົວຢ່າງສໍາລັບພວກເຮົາ

ຊີ­ວິດຂອງໂຢເຊັບເປັນຕົວ­ຢ່າງໃຫ້ແກ່ພວກເຮົາ ກ່ຽວກັບວິ­ທີການທີ່ພວກເຮົາຄວນປະ­ຕິ­ບັດຕໍ່ຜູ້ທີ່ເຮັດຜິດຕໍ່ພວກເຮົາ ບໍ່ວ່າຈະເປັນຄູ່ຄອງ, ຄອບ­ຄົວ, ໝູ່ເພື່ອນ ຫຼືບ້ານໃກ້ເຮືອນຄຽງຜູ້ທີ່ໄດ້ເຮັດບາງສິ່ງບາງຢ່າງທີ່ຊົ່ວຮ້າຍຕໍ່ພວກເຮົາ ພວກເຮົາຄວນໃຫ້ອະ­ໄພພວກເຂົາຄືກັນກັບໂຢເຊັບທີ່ໃຫ້ອະ­ໄພພວກອ້າຍຂອງລາວ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 44:3-34; 45:1-25.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 229-231} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ຄອບ­ຄົວຂອງອິດສະຣາເອນ

ເມື່ອພວກອ້າຍນ້ອງຂອງໂຢເຊັບເດີນ­ທາງມາຮອດດິນ­ແດນການາອານແລ້ວ ພວກເຂົາຈຶ່ງຟ້າວໄປບອກພໍ່ຂອງພວກເຂົາວ່າ: “ໂຢເຊັບຍັງມີຊີ­ວິດຢູ່! ເພິ່ນເປັນຜູ້ປົກ­ຄອງປະ­ເທດເອຢິບທັງໝົດ.” ເມື່ອພໍ່ຂອງພວກເຂົາໄດ້ຍິນເຊັ່ນນັ້ນ ເພິ່ນກໍຕົກຕະ­ລຶງ ແລະ ຍັງບໍ່ເຊື່ອຄຳເວົ້າຂອງພວກລູກຊາຍເທື່ອ. ແຕ່ເມື່ອພວກລູກຊາຍໄດ້ເລົ່າຄຳເວົ້າຂອງໂຢເຊັບທຸກໆຄຳສູ່ເພິ່ນຟັງ ພ້ອມທັງເຫັນສະບ່ຽງອາ­ຫານທີ່ໂຢເຊັບໄດ້ສົ່ງມາຈາກປະ­ເທດເອຢິບ ທັງໄດ້ເຫັນສັດ­ລ້ຽງທີ່ບັນ­ທຸອາ­ຫານຕາມມາເປັນຂະ­ບວນ ແລະ ທັງເຫັນເບັນຢາມິນອີກຄັ້ງໜຶ່ງ ອິດສະຣາເອນຜູ້ເປັນພໍ່ຈຶ່ງໄດ້ເຊື່ອ ແລະ ຮ້ອງອອກມາດ້ວຍຄວາມຊົມ­ຊື່ນຍິນ­ດີວ່າ: “ອື່ມໃຈແລ້ວ! ໂຢເຊັບລູກຊາຍຂອງຂ້ອຍຍັງມີຊີ­ວິດຢູ່! ຂ້ອຍຕ້ອງໄປພົບລາວ ກ່ອນຂ້ອຍຈະຕາຍ.”

ພວກອ້າຍຂອງໂຢເຊັບຢ້ານຄວາມບໍ່ພໍ­ໃຈຂອງພໍ່. ດັ່ງ­ນັ້ນ ພວກເຂົາຈຶ່ງບໍ່ໄດ້ສາ­ລະ­ພາບຄວາມຜິດບາບຂອງພວກເຂົາໃຫ້ພໍ່ຟັງ. ພວກເຂົາມີຄວາມຮູ້­ສຶກຜິດຈາກຄວາມບາບຂອງພວກເຂົາຢູ່ໃນໃຈສະ­ເໝີ ແລະ ຄວາມຮູ້­ສຶກຜິດຈາກຄວາມບາບຂອງພວກເຂົານັ້ນໄດ້ເຮັດໃຫ້ພວກເຂົາມີຈິດ­ໃຈທີ່ເຕັມໄປດ້ວຍຄວາມ­ເຈັບປວດ.


ແຕ່ດ໋ຽວນີ້ ພວກເຂົາສາລະພາບຄວາມຜິດຂອງພວກເຂົາໃຫ້ພໍ່ວ່າ ພວກເຂົາໄດ້ທຳຮ້າຍໂຢເຊັບ ແລະ ປິດບັງເລື່ອງນີ້ໄວ້ ຈົນເຮັດໃຫ້ພໍ່ ແລະ ພວກເຂົາຕ້ອງທົນທຸກທໍລະມານໃຈຕະຫຼອດຫຼາຍປີທີ່ຜ່ານມາ. ສ່ວນອິດສະຣາເອນຜູ້ເປັນພໍ່ກໍບໍ່ເຄີຍຄິດເລີຍວ່າ ພວກລູກຊາຍຂອງເພິ່ນຈະປະພຶດເລື່ອງຊົ່ວຮ້າຍໄດ້ເຖິງຂະໜາດນີ້ ແຕ່ເພິ່ນກໍເຫັນວ່າ ພຣະເຈົ້າຊົງໃຫ້ເລື່ອງຊົ່ວຮ້າຍທັງໝົດນີ້ຈົບລົງດ້ວຍດີ. ສະນັ້ນ ເພິ່ນຈຶ່ງໃຫ້ອະໄພ ແລະ ອວຍພອນລູກຊາຍໝົດທຸກຄົນຂອງເພິ່ນ.

ຫຼັງຈາກນັ້ນ ອິດສະຣາເອນ ແລະ ພວກລູກຊາຍພ້ອມທັງຄອບ­ຄົວຂອງພວກເຂົາທັງຝູງສັດ ແລະ ຄົນຮັບໃຊ້ເປັນຈຳ­ນວນຫຼວງຫຼາຍ ກໍໄດ້ອອກເດີນ­ທາງໄປສູ່ປະ­ເທດເອຢິບດ້ວຍຄວາມເບີກ­ບານໃຈ. ເມື່ອມາເຖິງສະ­ຖານ­ທີ່ແຫ່ງໜຶ່ງ ອິດສະຣາເອນກໍໄດ້ພັກເຊົາຢູ່ທີ່ນັ້ນ ແລະ ໄດ້ຖວາຍເຄື່ອງບູ­ຊາໃຫ້ພຣະເຈົ້າ ແລະ ຂໍການຊົງນຳຈາກພຣະອົງ.

ໃນຄືນນັ້ນ ພຣະເຈົ້າກໍໄດ້ກ່າວຕໍ່ອິດສະຣາເອນທາງຄວາມຝັນວ່າ: “ອິດສະຣາເອນເອີຍ!”

ອິດສະຣາເອນຕອບວ່າ: “ໂດຍ! ຂ້າ­ນ້ອຍກຳ­ລັງຟັງຢູ່.”

ພຣະເຈົ້າໄດ້ກ່າວວ່າ: “ເຮົາແມ່ນພຣະເຈົ້າ! ພຣະເຈົ້າຂອງພໍ່ເຈົ້າ! ເຈົ້າບໍ່ຕ້ອງຢ້ານທີ່ຈະໄປປະ­ເທດເອຢິບ ເພາະເຮົາຈະເຮັດໃຫ້ເຊື້ອ­ສາຍຂອງເຈົ້າທະ­ວີເພີ່ມຂຶ້ນເປັນຊົນຊາດໃຫຍ່ຢູ່ໃນທີ່ນັ້ນ. ເຮົາຈະໄປປະ­ເທດເອຢິບກັບເຈົ້າ ແລະ ເຮົາຈະນຳເອົາເຊື້ອ­ສາຍຂອງເຈົ້າກັບຄືນມາຍັງດິນ­ແດນນີ້ອີກ…”

ພໍຮຸ່ງເຊົ້າ ພວກເຂົາກໍໄດ້ເດີນ­ທາງໄປປະ­ເທດເອຢິບ ແຕ່ພໍມາຮອດປະ­ເທດເອຢິບແລ້ວ ພວກເຂົາກໍໄດ້ມຸ່ງໜ້າໄປຍັງດິນ­ແດນທີ່ອຸ­ດົມ­ສົມ­ບູນທີ່ກະ­ສັດໄດ້ມອບໃຫ້. ຝ່າຍໂຢເຊັບເມື່ອຮູ້ວ່າພໍ່ຂອງລາວກຳ­ລັງມາ ລາວກໍຂຶ້ນລົດປະ­ຈຳຕຳ­ແໜ່ງຂອງລາວພ້ອມດ້ວຍບັນ­ດາຄົນຮັບໃຊ້ ແລະ ທະ­ຫານທັງ­ຫຼາຍໄປລໍ­ຖ້າຢູ່ທີ່ນັ້ນ. ເມື່ອໂຢເຊັບແນມເຫັນຂະ­ບວນເດີນ­ທາງໄດ້ເຂົ້າມາໃກ້ ດ້ວຍຄວາມຄິດຮອດແລະ ຄວາມຫ່ວງໃຍຂອງໂຢເຊັບທີ່ອົດກັ້ນມາໄວ້ຫຼາຍປີບໍ່ອາດທີ່ຈະຫັກຫ້າມໄວ້ໄດ້ອີກແລ້ວ ສະ­ນັ້ນ ໂຢເຊັບຈຶ່ງຮີບອອກມາຈາກລົດມ້າ ແລະ ແລ່ນໄປຕ້ອນ­ຮັບພໍ່ຢ່າງໄວ ໂຢເຊັບກອດພໍ່ຂອງລາວ ແລະ ຮ້ອງ­ໄຫ້ສະອຶກສະ­ອື້ນເປັນເວ­ລາດົນ. ອິດສະຣາເອນເວົ້າກັບໂຢເຊັບວ່າ: “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ ເມື່ອໄດ້ເຫັນໜ້າລູກ ແລະ ຮູ້ວ່າລູກຍັງມີຊີ­ວິດຢູ່.”

ແລ້ວໂຢເຊັບກໍໄດ້ພາຄອບ­ຄົວເຂົ້າໄປພົບກະ­ສັດເອຢິບ ແລະ ພໍ່ຂອງລາວກໍໄດ້ອວຍ­ພອນກະສັດ. ຫຼັງຈາກນັ້ນ ພວກເຂົາກໍໄດ້ອຳລາກະ­ສັດ ແລະ ໄປອາ­ໄສຢູ່ທີ່ດິນ­ແດນໂກເຊັນ ເຊິ່ງເປັນດິນ­ແດນທີ່ອຸ­ດົມ­ສົມ­ບູນທີ່ສຸດຢູ່ໃນປະ­ເທດເອຢິບທີ່ກະ­ສັດເອຢິບໄດ້ມອບໃຫ້ພວກເຂົາ.

ພຣະເຈົ້າເປັນບໍ່­ເກີດແຫ່ງຊີ­ວິດ

ເມື່ອອິດສະຣາເອນມາພົບໂຢເຊັບຄັ້ງທຳ­ອິດນັ້ນ ເພິ່ນໄດ້ເວົ້າໃນທຳ­ນອງທີ່ວ່າ ຖ້າເພິ່ນຈະຕາຍກໍພ້ອມແລ້ວ ເພາະຄວາມກັງ­ວົນ ແລະ ຄວາມໂສກ­ເສົ້າທີ່ແບກໄວ້ມາເປັນເວ­ລາດົນນານນັ້ນ ມັນໄດ້ຈົບລົງດ້ວຍຄວາມຊົມ­ຊື່ນຍິນ­ດີ ແຕ່ພຣະເຈົ້າຍັງຊົງປະ­ທານໃຫ້ອິດສະຣາເອນມີຊີ­ວິດອັນສະ­ຫງົບສຸກໃນດິນ­ແດນທີ່ອຸ­ດົມ­ສົມ­ບູນຕໍ່ໄປອີກສິບເຈັດປີ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 45:26-28; 46:1-34; 47:1-12; 48:1-22; 49:1-33; 50:1-14.

ອ້າງອີງ ຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 231-240} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ອິດສະຣາເອນອວຍ­ພອນພວກລູກ

ເມື່ອເວ­ລາຜ່ານໄປ ຄອບ­ຄົວອິດສະຣາເອນທີ່ອາ­ໄສຢູ່ໃນດິນ­ແດນໂກເຊັນກໍໄດ້ຮັ່ງ­ມີພ້ອມທັງມີລູກຫຼານທະ­ວີຫຼາຍຂຶ້ນ.ເມື່ອອິດສະຣາເອນຮູ້­ສຶກວ່າຕົນເອງໃກ້ຈະຕາຍແລ້ວ ເພິ່ນກໍເອີ້ນໂຢເຊັບເຂົ້າມາພົບ ແລະ ເວົ້າວ່າ: “ຈົ່ງສາ­ບານຕໍ່­ໜ້າພໍ່… ຢ່າຝັງສົບພໍ່ໄວ້ໃນປະ­ເທດເອຢິບນີ້. ພໍ່ຕ້ອງ­ການໃຫ້ລູກຝັງພໍ່ໄວ້ໃນບ່ອນທີ່ຝັງປູ່ຍ່າຕາຍາຍຂອງພໍ່. ຈົ່ງເອົາພໍ່ອອກໜີຈາກປະ­ເທດເອຢິບ ແລະ ໄປຝັງພໍ່ໄວ້ບ່ອນທີ່ຝັງສົບປູ່ຍ່າຕາຍາຍຂອງພໍ່ນັ້ນ.”

ໂຢເຊັບຕອບພໍ່ວ່າ: “ໂດຍ! ລູກຈະເຮັດຕາມທີ່ພໍ່ຕ້ອງການ.”

ອິດສະຣາເອນກໍໄດ້ກ່າວຕໍ່ໂຢເຊັບວ່າ: “ລູກເຫັນແລ້ວວ່າ ພໍ່ໃກ້ຈະສິນໃຈຕາຍ. ແຕ່ພຣະເຈົ້າຈະຢູ່ກັບເຈົ້າ ແລະ ຈະພາເຈົ້າກັບໄປສູ່ແຜ່ນ­ດິນຂອງບັນ­ພະ­ບູລຸດຂອງເຈົ້າ… ”

ຕໍ່ມາ ອິດສະຣາເອນກໍບໍ່ສະ­ບາຍຫຼາຍ ພຣະວິນຍານບໍ­ລິ­ສຸດຂອງພຣະເຈົ້າສະ­ຖິດຢູ່ນຳເພິ່ນ ແລະ ໄດ້ສຳ­ແດງນິ­ມິດໃຫ້ເພິ່ນເຫັນເຖິງເລື່ອງອະນາຄົດຂອງເຊື້ອ­ສາຍຂອງເພິ່ນ. ສະ­ນັ້ນ ອິດສະຣາເອນຈຶ່ງເອີ້ນພວກລູກຊາຍເຂົ້າມາພົບ ພ້ອມທັງເປີດ­ເຜີຍລັກ­ສະ­ນະນິ­ໄສ ແລະ ອະ­ນາຄົດຂອງພວກເຂົາແຕ່­ລະ­ຄົນທີ່ຈະມີເຊື້ອ­ສາຍສືບຕະ­ກູນຕໍ່ໄປ.

ຫຼັງຈາກນັ້ນ ອິດສະຣາເອນກໍໄດ້ອວຍ­ພອນ ແລະ ສັ່ງລາພວກລູກຊາຍຂອງເພິ່ນ ແລ້ວເພິ່ນກໍເອນຕົວລົງເທິງຕຽງ ແລະ ສິ້ນໃຈຕາຍ. ໂຢເຊັບຟ້າວເຂົ້າໄປຫາພໍ່ຂອງລາວ ພ້ອມທັງຮ້ອງ­ໄຫ້ ແລະ ຈູບທີ່ໜ້າ­ຜາກຂອງເພິ່ນ. ບັນ­ດາພວກລູກຊາຍຂອງອິດສະຣາເອນຕ່າງກໍພາ­ກັນຮ້ອງ­ໄຫ້ທີ່ໄດ້ສູນເສຍຜູ້ເປັນພໍ່.

ແລ້ວໂຢເຊັບໄດ້ສັ່ງໃຫ້ແພດທີ່­ຢູ່ໃຕ້ການປົກ­ຄອງຂອງລາວດອງສົບຂອງພໍ່ ແລະ ພວກເຂົາໃຊ້ເວ­ລາ 40 ມື້ເພື່ອດອງສົບ. ພວກເຂົາພ້ອມກັບປະ­ຊາ­ຊົນເອຢິບກໍໄດ້ໄວ້ທຸກໃຫ້ເພິ່ນເປັນເວ­ລາ 70 ມື້. ເມື່ອເວ­ລາກຳ­ນົດໄວ້ທຸກສິ້ນສຸດລົງແລ້ວ ໂຢເຊັບກໍໄດ້ເອົາສົບພໍ່ຂອງລາວໄປຝັງໄວ້ຢູ່ທີ່ດິນ­ແດນການາອານ ແລະ ລາວກໍໄດ້ກັບໄປຍັງປະ­ເທດເອຢິບພ້ອມກັບພວກອ້າຍນ້ອງຂອງລາວ.

ອິດສະຣາເອນໄດ້ເຮັດຜິດ­ພາດ ແລະ ຄວາມບາບໄດ້ກໍ່­ໃຫ້­ເກີດຄວາມ­ທຸກໂສກ­ເສົ້າໃນຊີ­ວິດຂອງເພິ່ນ ແລະ ຄອບ­ຄົວຂອງເພິ່ນ. ພຣະຄໍາພີໄດ້ບັນ­ທຶກຄວາມຜິດຂອງຜູ້ທີ່ຕິດຕາມພຣະເຈົ້າ ຫຼາຍກວ່າການກະ­ທຳຄວາມດີຂອງພວກເຂົາ ເພື່ອໃຫ້ພວກເຮົາມີຄວາມຫວັງ. ບຸກ­ຄົນຕ່າງໆທີ່ພຣະຄຳພີໄດ້ບັນ­ທຶກໄວ້ນັ້ນ ບາງຄັ້ງພວກເຂົາໄດ້ພ່າຍແພ້ຕໍ່ການທົດລອງ ແລະ ໄດ້ເຮັດຜິດບາບຄືກັນກັບພວກເຮົາຢູ່ໃນປັດ­ຈຸ­ບັນນີ້. ຊີ­ວິດຂອງພວກເຂົາຖືກເປີດ­ເຜີຍຢູ່ໃນພຣະຄຳພີເພື່ອໃຫ້ກຳ­ລັງໃຈ ແລະ ຕັກ­ເຕືອນພວກເຮົາ.

ຖ້າຫາກພຣະຄຳພີບໍ່ໄດ້ບັນ­ທຶກຄວາມຜິດບາບຂອງພວກເຂົາ ພວກເຮົາຜູ້ທີ່ມີທຳມະຊາດທີ່ເຕັມໄປດ້ວຍຄວາມບາບ ອາດໝົດຄວາມຫວັງຍ້ອນຄວາມຜິດ­ພາດຂອງພວກເຮົາເອງ. ແຕ່ບັດນີ້ ເມື່ອພວກເຮົາໄດ້ຮູ້ແລ້ວວ່າ ບັນ­ດາຜູ້ຄົນທີ່ຖືກບັນ­ທຶກໄວ້ໃນພຣະຄຳພີເຄີຍເຮັດຜິດ­ພາດ ແລະ ຄວາມຜິດບາບ ແຕ່ພວກເຂົາໄດ້ລຸກ­ຂຶ້ນມາໃຫມ່ ແລະ ພວກເຂົາສາ­ມາດເອົາຊະ­ນະຄວາມຜິດເຫຼົ່າ­ນັ້ນດ້ວຍພຣະຄຸນຂອງພຣະເຈົ້າສັນ­ໃດ ພວກເຮົາກໍສາ­ມາດເອົາຊະ­ນະຄວາມຜິດບາບດ້ວຍຣິດອຳ­ນາດຂອງພຣະເຈົ້າສັນນັ້ນ.

“ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງດີຕໍ່ພວກຂ້ານ້ອນແທ້ໆ ທັງຍົກ­ໂທດໃຫ້ອະ­ໄພແກ່ຂ້າ­ນ້ອຍດ້ວຍ. ຊົງເຕັມໄປດ້ວຍຄວາມຮັກອັນໝັ້ນ­ຄົງຕໍ່ທຸກຄົນທີ່ພາວັນ­ນາອະ­ທິ­ຖານຫາພຣະອົງນັ້ນ” (ເພງສັນ­ລະ­ເສີນ 86:5)

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 47:27-30; 48:14; 49:1-33; 50:1-14.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 231-240} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.