ອັບຣາຮາມໄດ້ຮັບຜົນຂອງຄວາມເຊື່ອ

ການເກີດຂອງອີຊາກ

ພຣະເຈົ້າໄດ້ອວຍ­ພອນນາງຊາຣາໃຫ້ມີລູກຕາມທີ່ພຣະອົງໄດ້ສັນ­ຍາໄວ້ກັບອັບຣາຮາມ. ນາງຊາຣາໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນໜຶ່ງ. ອັບຣາຮາມໄດ້ໃສ່ຊື່ໃຫ້ລູກຊາຍວ່າ “ອີຊາກ.” ການເກີດຂອງອີຊາກໄດ້ເຮັດໃຫ້ອັບຣາຮາມ ແລະ ຊາຣາມີຄວາມຊົມ­ຊື່ນຍິນ­ດີຈາກການທີ່ໄດ້ລໍ­ຄອຍມາເປັນເວ­ລາດົນນານຕະ­ຫຼອດຊີວິດ. ອັບຣາຮາມກໍໄດ້ຈັດງານສະ­ຫຼອງຢ່າງຍິ່ງໃຫຍ່ໃຫ້ແກ່ການເກີດລູກຊາຍຂອງເພິ່ນ.

ແຕ່ສຳ­ລັບນາງຮາກາແລ້ວ ການເກີດຂອງອີຊາກນີ້ໄດ້ຢຸດສິ່ງທີ່ນາງໄດ້ໄຝ່ຝັນໄວ້ມາຕະຫຼອດ. ສ່ວນອິດສະມາເອນລູກຊາຍຂອງນາງຮາກາເບິ່ງຄືວ່າຈະເປັນຜູ້ສືບທອດມໍ­ລະ­ດົກຂອງອັບຣາຮາມ ແຕ່ຕອນນີ້ ລາວບໍ່ໄດ້ຮັບຄວາມສຳ­ຄັນຄືດັ່ງແຕ່ກ່ອນ. ຍ້ອນຄວາມຜິດຫວັງ ທັງສອງແມ່ລູກຈຶ່ງພາ­ກັນກຽດຊັງອີຊາກລູກຊາຍຂອງນາງຊາຣາ ແລະ ເມື່ອເຫັນທຸກຄົນຊົນຊື່ນຍິນ­ດີກັບການເກີດຂອງອີກຊາກ ກໍຍິ່ງເຮັດໃຫ້ສອງແມ່ລູກຄູ່ນີ້ເກີດຄວາມອິດ­ສາຫຼາຍຂຶ້ນ.

ອິດສະມາເອນເຍາະ­ເຍີ້ຍອີຊາກຢູ່ເລື້ອຍໆ ເມື່ອນາງຊາຣາເຫັນວ່າ ການປະພືດຂອງອິດສະມາເອນທີ່ມີຕໍ່ອີຊາກນັ້ນເຮັດໃຫ້ເກີດຄວາມບໍ່ສະ­ຫງົບຢູ່ໃນເຮືອນ. ສະ­ນັ້ນ ນາງຊາຣາຈຶ່ງຂໍຮ້ອງອັບຣາຮາມໃຫ້ຂັບໄລ່ນາງຮາກາ ແລະ ອິດສະມາເອນອອກໄປຈາກເຮືອນ ແຕ່ອັບຣາຮາມກໍຮັກນາງຮາກາ ແລະ ອິດສະມາເອນເຊັ່ນກັນ ເພິ່ນຈຶ່ງທຸກໃຈຫຼາຍ ແລະ ບໍ່ຮູ້ວ່າ ຈະເຮັດແນວໃດ. ໃນຂະ­ນະທີ່ຈິດ­ໃຈວຸ່ນ­ວາຍຢູ່ນັ້ນ ອັບຣາຮາມກໍໄດ້ອະ­ທິ­ຖານຫາພຣະເຈົ້າເພື່ອຈະໄດ້ຮູ້ວ່າ ເພິ່ນຄວນເຮັດແນວ­ໃດດີ. ແລ້ວພຣະເຈົ້າກໍໄດ້ບອກອັບຣາຮາມໃຫ້ເຮັດຕາມທີ່ນາງຊາຣາຕ້ອງການ. ພຣະເຈົ້າຍັງບອກໃຫ້ອັບຣາຮາມຮູ້ວ່າ ເຖິງແມ່ນວ່າ ອິດສະມາເອນຈະອອກໄປຈາກບ້ານຂອງພໍ່ ແຕ່ພຣະເຈົ້າຈະບໍ່ປະຖິ້ມອິດສະມາເອນ ແລະ ຈະອວຍ­ພອນໃຫ້ລາວກາຍ­ເປັນຊົນຊາດໃຫຍ່. ແລ້ວອັບຣາຮາມກໍໄດ້ປະ­ຕິ­ບັດຕາມຄຳສັ່ງຂອງພຣະເຈົ້າ ເຖິງແມ່ນວ່າ ເພິ່ນຈະມີຄວາມ­ເຈັບປວດໃຈ ແລະ ມີຄວາມ­ທຸກໃຈໃນຂະ­ນະທີ່ສົ່ງນາງຮາກາ ແລະ ອິດສະມາເອນອອກໄປຈາກເຮືອນ.

ການແຕ່ງ­ງານ

ພຣະເຈົ້າມີຈຸດ­ປະ­ສົງໃຫ້­ການແຕ່ງ­ງານລະ­ຫວ່າງຜົວ ແລະ ເມຍໃຫ້ໝັ້ນ­ຄົງຖາວອນ. ພວກເຂົາຈະຕ້ອງບໍ່ມີຄວາມສຳ­ພັນກັບຊາຍ ຫຼືຍິງຄົນອື່ນໆ. ຖ້າຜົວ ຫຼືເມຍລະ­ເມີດຄຳໝັ້ນສັນ­ຍາຕໍ່ກັນແລະ ກັນໂດຍແຍກຕົວໄປຫາຄູ່ສົມຣົດຄົນອື່ນ ຄອບ­ຄົວຈະມີຄວາມໂສກ­ເສົ້າ ແລະ ຜົນຂອງການແຍກທາງກັນນັ້ນກໍຄື ຫົວ­ໃຈທີ່ແຕກສະລາຍ, ມີຄວາມອິດ­ສາ ແລະ ມີຄວາມບໍ່ພໍ­ໃຈກັນ. ພຣະເຈົ້າຢາກໃຫ້ຄອບ­ຄົວຂອງພວກເຮົາມີຄວາມສຸກ. ສະ­ນັ້ນ ພຣະອົງຈຶ່ງໄດ້ປະ­ທານພຣະບັນ­ຍັດໃຫ້ພວກເຮົາຄື "ຢ່າຫຼິ້ນຊູ້ສູ່ຜົວເມຍຄົນອື່ນ" (ອົບ­ພະ­ຍົບ 20:14). ຄຳສັ່ງທີ່ພຣະເຈົ້າໄດ້ໃຫ້ອັບຣາຮາມໃນເລື່ອງນີ້ ແມ່ນກ່ຽວກັບຄວາມສັກ­ສິດຂອງຊີ­ວິດການແຕ່ງ­ງານ ເຊິ່ງເປັນບົດ­ຮຽນໃຫ້ແກ່ຄົນທຸກຍຸກທຸກສະໄໝ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 21:1-21.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 145-147} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ການທົດສອບຄວາມເຊື່ອ

ຫຼາຍປີຜ່ານໄປ ເມື່ອອີຊາກໃຫຍ່ຂຶ້ນເປັນບ່າວແລ້ວ ພຣະເຈົ້າກໍໄດ້ປາ­ກົດແກ່ອັບຣາຮາມ ແລະ ກ່າວວ່າ: “ອັບຣາຮາມເອີຍ! ຈົ່ງເອົາລູກຊາຍຜູ້ດຽວທີ່ເຈົ້າຮັກຫຼາຍນັ້ນໄປທີ່ພູ­ເຂົາໂມລິຢາ... ໃຫ້ເຈົ້າເຜົາລາວຖວາຍເປັນເຄື່ອງບູ­ຊາໃຫ້ແກ່ເຮົາທີ່ນັ້ນ.”

ພໍອັບຣາຮາມໄດ້ຍິນແນວນັ້ນ ເພິ່ນກໍຮູ້­ສຶກເສຍໃຈຫຼາຍ ແລະ ທໍ­ລະ­ມານໃຈທີ່ສຸດທີ່ໄດ້ຮັບຄຳສັ່ງໃຫ້ເອົາລູກຊາຍຂອງເພິ່ນເປັນເຄື່ອງບູ­ຊາເຜົາຖວາຍໃຫ້ພຣະເຈົ້າ. ອັບຣາຮາມຄິດວ່າ ເລື່ອງນີ້ມັນເປັນເລື່ອງທີ່ເປັນໄປບໍ່ໄດ້ເລີຍ.

ອັບຣາຮາມໄດ້ຍ່າງອອກໄປຂ້າງນອກເຕັນ ແລະ ຫຼຽວເບິ່ງທ້ອງ­ຟ້າທີ່ປອດ­ໂປ່ງ ແລະ ມິດງຽບ. ເພິ່ນຄິດເຖິງພຣະສັນ­ຍາທີ່ໄດ້ຮັບຈາກພຣະເຈົ້າຄັ້ງທຳ­ອິດທີ່ບອກວ່າ: “ເຈົ້າຈະມີເຊື່ອສາຍຫຼວງ­ຫຼາຍເໝືອນດັ່ງດວງດາວເຫຼົ່ານີ້...” ແລະ ເພິ່ນຄິດອີກວ່າ: “ຖ້າພຣະສັນ­ຍານີ້ຈະສຳ­ເລັດໂດຍທາງອີຊາກແລ້ວ. ເປັນຫຍັງ ຈຶ່ງຕ້ອງຂ້າອີຊາກ? ເປັນຫຍັງ ພຣະເຈົ້າຈຶ່ງຕ້ອງໃຫ້ເຮົາເຮັດເຊັ່ນນີ້?” ອັບຣາຮາມກົ້ມໜ້າລົງ­ພື້ນດິນ ແລະ ອະ­ທິ­ຖານດ້ວຍຄວາມຈິງຈັງຢ່າງທີ່ບໍ່ເຄີຍອະ­ທິ­ຖານມາກ່ອນ ເພື່ອຂໍໝາຍສຳ­ຄັນຢືນ­ຢັນວ່າ ຄຳສັ່ງໃຫ້ຖວາຍລູກຊາຍຂອງຕົນນັ້ນ ແມ່ນມາຈາກຄຳສັ່ງຂອງພຣະເຈົ້າແທ້ຫຼືບໍ່. ແຕ່ຫຼັງຈາກທີ່ອັບຣາຮາມອະ­ທິ­ຖານແລ້ວ ເພິ່ນກໍບໍ່ໄດ້ຮັບໝາຍສຳ­ຄັນປະ­ການໃດເລີຍ ແຕ່ສຽງຂອງພຣະເຈົ້າທີ່ໄດ້ສັ່ງໃຫ້ເພິ່ນຖວາຍອີຊາກນັ້ນ ກໍຍັງດັງກ້ອງກັງ­ວານຢູ່ໃນຫູຂອງເພິ່ນຕະຫຼອດ.

ຈາກນັ້ນ ອັບຣາຮາມໄດ້ເຂົ້າໄປຍັງຫ້ອງນອນຂອງອີຊາກ ແລະ ເຫັນອີຊາກກຳ­ລັງນອນຫຼັບຢູ່ ຜູ້ເປັນພໍ່ໄດ້ແນມເບິ່ງໃບໜ້າລູກຊາຍຜູ້ດຽວທີ່ເພິ່ນຮັກຫຼາຍ ແລ້ວເພິ່ນກໍປິ່ນໜ້າຍ່າງອອກຈາກຫ້ອງໄປດ້ວຍຄວາມສັ່ນສະ­ທ້ານຢ້ານ ແລະ ເປັນທຸກ. ອັບຣາຮາມໄດ້ໄປຢືນຢູ່ຂ້າງໆເມຍຂອງເພິ່ນທີ່ກຳ­ລັງນອນຫຼັບຢູ່ເຊັ່ນກັນ ເພິ່ນປາ­ຖະ­ໜາຢາກຈະເລົ່າເລື່ອງນີ້ ເຊິ່ງມັນເປັນພາ­ລະໜັກທີ່­ຢູ່ໃນໃຈໃຫ້ເມຍຂອງເພິ່ນຟັງ ແຕ່ເພິ່ນກໍຢ້ານວ່າ ເມຍຈະຂັດ­ຂວາງ ເພາະຊີ­ວິດຂອງນາງຊາຣາຜູກພັນກັບລູກຊາຍຫຼາຍ ແລະ ດ້ວຍຄວາມຮັກຂອງຜູ້ເປັນແມ່ກໍຄົງຈະບໍ່ຍອມໃຫ້ມີການຖວາຍລູກເປັນເຄື່ອງບູ­ຊາ. ໃນທີ່ສຸດ ອັບຣາຮາມຈຶ່ງໄດ້ຕັດ­ສິນໃຈວ່າ ຈະເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງຄົບຖ້ວນໂດຍ "ເພິ່ນເຊື່ອວ່າ ພຣະເຈົ້າຊົງສາ­ມາດເຮັດໃຫ້ອີຊາກຟື້ນຄືນມາຈາກຄວາມຕາຍໄດ້." (ເຮັບເຣີ 11:19).

ພໍໃກ້ຈະຮຸ່ງເຊົ້າ ອັບຣາຮາມກໍໄປປຸກອີຊາກ ແລະ ບອກວ່າ: “ພຣະເຈົ້າສັ່ງໃຫ້ພວກເຮົາໄປຖວາຍເຄື່ອງບູ­ຊາເທິງພູ­ເຂົາທີ່­ຢູ່ທາງທິດໃຕ້.” ແລ້ວພໍ່ກັບລູກກໍກຽມເອົາຟືນ ແລະ ເຄື່ອງຕ່າງໆໃສ່ເທິງຫຼັງໂຕລາ ແລ້ວພວກເຂົາກໍອອກເດີນ­ທາງໄປບ່ອນທີ່ພຣະເຈົ້າໄດ້ບອກ ພ້ອມກັບຄົນຮັບໃຊ້ສອງຄົນ. ຊ່ວງເວ­ລາທີ່ເດີນ­ທາງໄປນັ້ນ ແຕ່ລະຄືນອັບຣາຮາມກໍໄດ້ຖ່ອມ­ຕົວອະ­ທິ­ຖານຢ່າງເປັນທຸກໃຈເພື່ອຂໍເຄື່ອງ­ໝາຍຢືນ­ຢັນວ່າ ຄຳສັ່ງຂອງພຣະເຈົ້ານັ້ນແມ່ນ­ແທ້ຫຼືບໍ່. ແລ້ວການອະ­ທິ­ຖານຂອງອັບຣາຮາມນັ້ນກໍຍັງບໍ່ມີຄໍາຕອບປະ­ການໃດນອກ­ຈາກສຽງຂອງພຣະເຈົ້າທີ່ສັ່ງໃຫ້ຖວາຍອີຊາກນັ້ນຍັງດັງກ້ອງກັງ­ວານຢູ່ໃນຫູຂອງເພິ່ນຕະຫຼອດ.

ແຜນ­ການຂອງຊາຕານ

ຊາຕານຄອຍຢູ່ໃກ້ອັບຣາຮາມພ້ອມທີ່ຈະໃສ່ຄວາມຄິດໃຫ້ວ່າ ທ່ານກຳ­ລັງຖືກຫຼອກ ເພາະພຣະບັນ­ຍັດຂອງພຣະເຈົ້າໄດ້ສັ່ງຫ້າມໄວ້ວ່າ “ຢ່າຂ້າຄົນ” ແລະ ພຣະເຈົ້າຄົງບໍ່ຕອ້ງການໃຫ້ເຮັດໃນສິ່ງທີ່ພຣະອົງໄດ້ຫ້າມໄວ້.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 22:1-19; ໂຢຮັນ 3:16.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 147-155} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ການເຜົາອີຊາກຖວາຍເປັນເຄື່ອງບູ­ຊາໃຫ້ແກ່ພຣະເຈົ້າ

ພວກເຂົາເດີນ­ທາງມາເຖິງພູ­ເຂົາໂມລິຢາເປັນເວ­ລາສາມວັນ. ອັບຣາຮາມແນມເບິ່ງທາງທິດ­ເໜືອ ແລະ ເຫັນເຄື່ອງ­ໝາຍທີ່ຊົງສັນ­ຍາໄວ້ຄື ເມກທີ່ມີແສງແຈ້ງສະ­ຫວ່າງເຫຼື້ອມສົດ­ໃສອ້ອມຮອບຍອດ­ພູເຂົາໂມລິຢາ. ຫົວ­ໃຈຂອງອັບຣາຮາມເຖິງກັບຊຸດລົງ ແລ້ວເພິ່ນຈຶ່ງແນ່ໃຈວ່າ ສຽງຄຳສັ່ງນັ້ນແມ່ນມາຈາກສະຫວັນ.

ແລ້ວອັບຣາຮາມຫຼຽວຫຼັງຫາຄົນໃຊ້ ແລະ ບອກພວກເຂົາວ່າ: “ພວກເຈົ້າຈົ່ງຖ້າຢູ່ທີ່ນີ້ ຂ້ອຍ ແລະ ລູກຊາຍຂອງຂ້ອຍຈະໄປນະ­ມັດ­ສະ­ການພຣະເຈົ້າຢູ່ເທິງພູ.”

ພວກເຂົາໄດ້ເອົາສິ່ງຂອງສຳ­ລັບເຄື່ອງຖວາຍບູ­ຊາອອກຈາກຫຼັງໂຕລາ. ອີຊາກແບກຟືນ. ສ່ວນອັບຣາຮາມຖືມີດກັບຖ່ານໄຟທີ່ພວມລຸກຢູ່. ແລ້ວພໍ່ກັບລູກກໍຂຶ້ນໄປເທິງພູ.ໃນຂະ­ນະທີ່ພວກເຂົາກຳ­ລັງຂຶ້ນໄປເທິງພູ ອີຊາກໄດ້ສັງ­ເກດເຫັນວ່າ ພວກເຂົາບໍ່ໄດ້ມີທຸກສິ່ງສໍາລັບການຖວາຍ. ສະ­ນັ້ນ ລາວຈຶ່ງໄດ້ຖາມພໍ່ຂອງລາວວ່າ: “ພໍ່ເອີຍ! ຟືນກັບຖານໄຟກໍມີແລ້ວ ແຕ່ລູກແກະທີ່ຈະເຜົາບູ­ຊານັ້ນຢູ່ໃສ?”

ອັບຣາຮາມຕອບວ່າ: “ພຣະເຈົ້າຈະຈັດຫາໃຫ້ເອງ.”

ເມື່ອພວກເຂົາມາຮອດບ່ອນທີ່ຈະເຮັດພິ­ທີຖວາຍບູ­ຊາໃຫ້ພຣະເຈົ້າ. ອັບຣາຮາມ ແລະ ອີຊາກກໍໄດ້ຊ່ອຍກັນສ້າງແທ່ນບູ­ຊາຂຶ້ນ ແລະ ວາງຟືນໄວ້ເທິງແທ່ນບູ­ຊາ. ເມື່ອສຳ­ເລັດແລ້ວ ອັບຣາຮາມກໍໄດ້ບອກຄຳສັ່ງຂອງພຣະເຈົ້າໃຫ້ອີຊາກຟັງດ້ວຍສຽງທີ່ສະ­ເທືອນໃຈ. ອີຊາກຕົກ­ໃຈເມື່ອຮູ້ວ່າ ຕົນເອງເປັນເຄື່ອງຖວາຍໃຫ້ແກ່ພຣະເຈົ້າ ແຕ່ອີຊາກບໍ່ໄດ້ຂັດຂືນ ຫຼືແລ່ນໜີໄປຈາກທີ່ນັ້ນ. ລາວຮູ້­ສຶກເປັນກຽດທີ່ໄດ້ຖືກເອີ້ນໃຫ້ຍິນຍອມຖວາຍຊີ­ວິດເພື່ອເປັນເຄື່ອງບູ­ຊາໃຫ້ພຣະເຈົ້າ ເພາະລາວເຂົ້າ­ໃຈຄວາມຮູ້­ສຶກຂອງພໍ່ ແລະ ກໍມີຄວາມເຊື່ອເຊັ່ນດຽວກັນ. ອີຊາກພະ­ຍາ­ຍາມປອບໃຈພໍ່ ແລະ ບອກໃຫ້ພໍ່ມາມັດຕົວລາວໄວ້ ແລະ ເອົາລາວວາງໄວ້ເທິງກອງຟືນທີ່ແທ່ນບູ­ຊາເພື່ອທີ່ຈະເຜົາຖວາຍໃຫ້ພຣະເຈົ້າ.

ແລ້ວອັບຣາຮາມກໍໄດ້ມັດລູກຊາຍຂອງເພິ່ນ ແລະ ເພິ່ນໄດ້ກອດລູກຊາຍເປັນຄັ້ງສຸດທ້າຍພ້ອມກັບອຳລາຈາກກັນດ້ວຍການຮ້ອງ­ໄຫ້ນ້ຳຕາໄຫຼຢ່າງບໍ່ຂາດສາຍ. ແລ້ວອັບຣາຮາມກໍໄດ້ຈັບມີດຍົກຂຶ້ນມາເພື່ອກຽມ­ພ້ອມທີ່ຈະລົງ­ມືຂ້າອີຊາກ.

ແຕ່ໃນທັນ­ໃດນັ້ນ ພຣະເຈົ້າໄດ້ເອີ້ນອັບຣາຮາມຈາກສະ­ຫວັນວ່າ: “ອັບຣາຮາມ! ອັບຣາຮາມເອີຍ!”

ອັບຣາຮາມຕອບວ່າ: “ເຈົ້າ! ຂ້າ­ນ້ອຍກຳ­ລັງຟັງຢູ່”

ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມວ່າ: “ອັບຣາຮາມເອີຍ! ຢ່າທຳ­ຮ້າຍ ຫຼືເຮັດຫຍັງໃຫ້ຊາຍຄົນນີ້. ບັດນີ້ ເຮົາຮູ້ແລ້ວວ່າ ເຈົ້າເຊື່ອຟັງ ແລະ ຢຳເກງພຣະເຈົ້າຢູ່ສະເໝີ. ດ້ວຍວ່າ ເຈົ້າບໍ່ໄດ້ຫວງລູກຊາຍຂອງເຈົ້າ ແຕ່ຍອມຖວາຍລູກຊາຍຄົນດຽວຂອງເຈົ້າໃຫ້ແກ່ເຮົາ.”

ອັບຣາຮາມກອດລູກຊາຍຂອງເພິ່ນພ້ອມທັງຂອບພຣະຄຸນພຣະເຈົ້າດ້ວຍໃຈທີ່ຊົມ­ຊື່ນຍິນດີ. ແລ້ວເພິ່ນໄດ້ຫຼຽວເຫັນແກະໂຕໜຶ່ງເຂົາຂອງມັນຕິດຄາຢູ່ພຸ່ມ­ໄມ້ ເພິ່ນຈຶ່ງເອົາແກະໂຕນັ້ນມາຖວາຍໃຫ້ພຣະເຈົ້າແທນລູກຊາຍຂອງເພິ່ນ.

ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມອີກວ່າ: “ເຮົາຈະອວຍ­ພອນເຈົ້າຢ່າງຫຼວງ­ຫຼາຍ ເພາະເຈົ້າໄດ້ເຮັດຕາມສິ່ງທີ່ເຮົາບອກ ແລະ ບໍ່ໄດ້ຫວງລູກຊາຍຄົນດຽວຂອງເຈົ້າເອົາໄວ້. ເຮົາຈະອວຍ­ພອນເຈົ້າຢ່າງແນ່­ນອນ ແລະ ຈະເຮັດໃຫ້ເຊື້ອ­ສາຍຂອງເຈົ້າມີຢ່າງຫຼວງ­ຫຼາຍເໝືອນດັ່ງດວງດາວໃນທ້ອງ­ຟ້າ ແລະ ເໝືອນດັ່ງເມັດດິນ­ຊາຍທີ່ແຄມທະເລ. ເຊື້ອ­ສາຍຂອງເຈົ້າຈະປົກ­ຄອງເມືອງຕ່າງໆຂອງເຫຼົ່າສັດ­ຕູຂອງພວກເຂົາ. ທຸກໆປະ­ເທດຊາດທົ່ວໂລກຈະໄດ້ຮັບພະພອນຜ່ານທາງເຊື້ອ­ສາຍຂອງເຈົ້າ ເຮົາຈະເຮັດສິ່ງທັງໝົດນີ້ເພາະເຈົ້າເຊື່ອຟັງຄຳສັ່ງຂອງເຮົາ.”

ດ້ວຍຄວາມຊົມ­ຊື່ນຍິນ­ດີ ແລະ ດ້ວຍໃຈທີ່ຂອບ­ຄຸນພຣະເຈົ້າ ອັບຣາຮາມຈຶ່ງເອີ້ນສະ­ຖານ­ທີ່ແຫ່ງນີ້ວ່າ: "ອົງພຣະຜູ້ເປັນເຈົ້າຈັດຕຽມໃຫ້" ແລ້ວອັບຣາຮາມ, ລູກຊາຍ ແລະ ຄົນຮັບໃຊ້ຂອງເພິ່ນກໍພາ­ກັນກັບເມືອເຮືອນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 22:1-19; ໂຢຮັນ 3:16.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 147-155} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ຄວາມເຊື່ອຂອງອັບຣາຮາມ

ເປັນຄົນຊອບທຳໂດຍທາງຄວາມເຊື່ອ

"ອັບຣາຮາມໄວ້ວາງ­ໃຈໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງພໍ­ໃຈ ແລະ ຮັບວ່າ ເພິ່ນເປັນຄົນຊອບທຳ." ປະ­ຖົມມະການ 15:6

ພຣະເຈົ້າສັ່ງໃຫ້ອັບຣາຮາມມອບລູກຊາຍຂອງເພິ່ນຖວາຍເປັນເຄື່ອງບູ­ຊາ. ອັບຣາຮາມໄດ້ເຊື່ອຟັງ ແລະ ໃນຂະ­ນະທີ່ເພິ່ນກຳ­ລັງຈະຂ້າລູກຊາຍຂອງເພິ່ນເພື່ອເປັນເຄື່ອງຖວາຍບູ­ຊາຢູ່ນັ້ນ ພຣະເຈົ້າໄດ້ເຫັນການເຊື່ອຟັງຂອງອັບຣາຮາມ ພຣະອົງຈຶ່ງເຂົ້າມາຂັດ­ຂວາງເພິ່ນ ແລະ ໄດ້ປະ­ທານແກະໂຕໜຶ່ງໃຫ້ແກ່ອັບຣາຮາມ ເພື່ອເປັນເຄື່ອງບູ­ຊາແທນອີຊາກ. ການທີ່ພຣະເຈົ້າທົດສອບຄວາມເຊື່ອຂອງອັບຣາຮາມນີ້ ກໍເພື່ອຢາກພິ­ສູດຄວາມຈົ່ງຮັກພັກ­ດີຂອງອັບຣາຮາມທີ່ມີຕໍ່ພຣະອົງ ເພາະທີ່ຜ່ານມາອັບຣາຮາມບໍ່ໄດ້ມີຄວາມເຊື່ອທີ່ເຂັ້ມ­ແຂງເທື່ອ. ເພິ່ນເຄີຍສະ­ແດງຄວາມບໍ່ໄວ້ວາງ­ໃຈໃນພຣະເຈົ້າໂດຍບໍ່ເຊື່ອວ່າ ນາງຊາຣາຈະມີລູກ. ພຣະເຈົ້າຊົງຮັບການເຊື່ອຟັງທີ່ສົມ­ບູນຄື ການເຊື່ອຟັງທີ່ບໍ່ມີຄວາມສົງ­ໄສໃນພຣະເຈົ້າເທົ່ານັ້ນ. ເຖິງແມ່ນວ່າ ການທົດສອບຈະຍາກກໍຕາມ ແຕ່ມັນກໍພິ­ສູດໃຫ້ຄົນລຸ່ນຫຼັງໄດ້ເຫັນວ່າ ອັບຣາຮາມເປັນຕົວ­ຢ່າງແຫ່ງຄວາມເຊື່ອທີ່ສົມ­ບູນໃນພຣະເຈົ້າ.

ນອກ­ຈາກນີ້ ການທົດສອບທີ່ພຣະເຈົ້າໄດ້ໃຫ້ອັບຣາຮາມຢ່າງໂຫດ­ຮ້າຍໜັກ­ໜ່ວງ ຈົນເຮັດໃຫ້ຈິດ­ໃຈຂອງເພິ່ນຕ້ອງເຈັບປວດທໍ­ລະ­ມານເປັນເວ­ລາຫຼາຍມື້ນັ້ນ ເພື່ອຊ່ວຍໃຫ້ອັບຣາຮາມເຂົ້າ­ໃຈຫຼາຍຂຶ້ນເຖິງການເສຍ­ສະ­ຫຼະອັນຍິ່ງໃຫຍ່ຂອງພຣະເຈົ້າໃນການໄຖ່ມະ­ນຸດໃຫ້ລອດພົ້ນອອກຈາກຄວາມບາບ. ການທີ່ພຣະເຈົ້າພຣະບິ­ດາໄດ້ປະ­ທານພຣະບຸດຂອງພຣະອົງໃຫ້ທົນທຸກອັບ­ອາຍຈົນເຖິງແກ່ຄວາມຕາຍ ກໍເພື່ອສະ­ແດງໃຫ້ເຫັນເຖິງຄວາມຮັກ ແລະ ຄວາມເມດຕາອັນເຫຼືອລົ້ນຂອງພຣະເຈົ້າທີ່ມີຕໍ່ມະ­ນຸດຄົນບາບ. ພຣະເຈົ້າພຣະບິ­ດາບໍ່ໄດ້ຊົງຫວງພຣະບຸດອົງດຽວຂອງພຣະອົງໄວ້ ແຕ່ໄດ້ຊົງປະ­ທານພຣະບຸດຂອງພຣະອົງນັ້ນມາເພື່ອພວກເຮົາ. ສ່ວນລູກແກະທີ່ຖວາຍແທນອີຊາກນັ້ນເປັນເຄື່ອງ­ໝາຍສະ­ແດງເຖິງພຣະບຸດທີ່ຈະມາຕາຍເພື່ອໄຖ່ຄວາມບາບຂອງພວກເຮົາ.

"ເພາະ­ວ່າ ພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະ­ທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງ­ໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບ­ຫາຍ ແຕ່ມີຊີ­ວິດອັນຕະ­ຫຼອດໄປເປັນ­ນິດ" (ໂຢຮັນ 3:16).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 22:1-19; ໂຢຮັນ 3:16.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 147-155} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.