ອີຊາກຕິດຕາມພຣະເຈົ້າຄືກັບພໍ່ຂອງລາວ

ການຊອກຫາຄູ່ຄອງໃຫ້ອີຊາກ

ຊາວການາອານບູ­ຊາຮູບປັ້ນຕ່າງໆ ແລະ ພຣະເຈົ້າຊົງຫ້າມປະ­ຊາ­ຊົນຂອງພຣະອົງບໍ່ໃຫ້ແຕ່ງ­ງານກັບຄົນເຫຼົ່າ­ນັ້ນ ເພາະຈະເຮັດໃຫ້ພວກເຂົາປະຖິ້ມຄວາມເຊື່ອ ຫຼືເຫີນຫ່າງຈາກການນະ­ມັດ­ສະ­ການພຣະເຈົ້າອົງແທ້ຈິງ. ອັບຣາຮາມກໍເຖົ້າແກ່ຫຼາຍແລ້ວ ແລະ ຮູ້­ສຶກວ່າອີກບໍ່ດົນຕົນເອງກໍຄົງຈະເສຍຊີ­ວິດ ສ່ວນອີຊາກນັ້ນກໍຍັງບໍ່ທັນໄດ້ແຕ່ງ­ງານເທື່ອ. ອັບຣາຮາມຢ້ານອິດທິພົນທີ່­ຢູ່ອ້ອມຮອບລູກຊາຍຂອງເພິ່ນ ແລະ ຢ້ານວ່າ ຖ້າອີຊາກແຕ່ງ­ງານກັບຄົນທີ່ບໍ່ນັບ­ຖືພຣະເຈົ້າ ລາວອາດຈະປະຖິ້ມຄວາມເຊື່ອເພື່ອເຫັນ­ແກ່ຄວາມປອງດອງໃນຄອບຄົວ. ສະ­ນັ້ນ ການເລືອກຄູ່ຄອງໃຫ້ລູກຊາຍຈຶ່ງເປັນເລື່ອງທີ່ສຳ­ຄັນສຳ­ລັບອັບຣາຮາມ. ສ່ວນອີຊາກເອງກໍໄວ້ວາງ­ໃຈໃນສະ­ຕິ­ປັນ­ຍາ ແລະ ຄວາມຮັກຂອງພໍ່ຈຶ່ງມອບເລື່ອງນີ້ໄວ້ກັບເພິ່ນ. ອີຊາກເຊື່ອວ່າ ພຣະເຈົ້າຈະເປັນຜູ້­ນຳພາໃນການຊົງເລືອກເມຍທີ່ດີທີ່ສຸດໃຫ້ແກ່ລາວ.

ອັບຣາຮາມຫວນກັບໄປຄິດເຖິງຍາດ­ຕິພີ່­ນ້ອງທີ່­ຢູ່ບ້ານເກີດເມືອງນອນຂອງເພິ່ນ. ແລ້ວເພິ່ນກໍໄດ້ເອີ້ນຄົນຮັບໃຊ້ຜູ້ໜຶ່ງ ເຊິ່ງເປັນຄົນທີ່ມີຄວາມເຊື່ອເຂັ້ມ­ແຂງ, ມີປະ­ສົບການສາ­ມາດພິ­ຈາ­ລະ­ນາຢ່າງຮອບຄອບ ແລະ ເປັນຄົນຮັບໃຊ້ທີ່ສັດ­ຊື່ເຊິ່ງຢູ່ກັບເພິ່ນມາຕັ້ງ­ແຕ່ດົນນານ. ຄົນຮັບໃຊ້ຜູ້ນີ້ມີຊື່­ວ່າ “ເອລີເອເຊີ.”

ອັບຣາຮາມເວົ້າກັບເອລີເອເຊີວ່າ: “ຂ້ອຍຢາກໃຫ້ເຈົ້າສາ­ບານໃນນາມຂອງພຣະເຈົ້າແຫ່ງຟ້າສະ­ຫວັນ ແລະ ແຜ່ນ­ດິນໂລກວ່າ ເຈົ້າຈະບໍ່ຫາເມຍທີ່ແຜ່ນ­ດິນການາອານນີ້ໃຫ້ລູກຊາຍຂອງຂ້ອຍ ແຕ່ໃຫ້ເຈົ້າກັບເມືອຍັງບ້ານເກີດເມືອງນອນຂອງຂ້ອຍ ແລະ ຊອກເມຍໃຫ້ອີຊາກໃນທ່າມ­ກາງພວກຍາດ­ຕິພີ່­ນ້ອງຂອງຂ້ອຍ.”

ເອລີເອເຊີຖາມວ່າ: “ຈະເຮັດແນວ­ໃດ ຖ້າຜູ້­ຍິງບໍ່ຍອມຈາກບ້ານມາຢູ່ນຳເຮົາທີ່ດິນ­ແດນນີ້? ຈະໃຫ້ຂ້າ­ນ້ອຍສົ່ງລູກຊາຍຂອງທ່ານໄປຢູ່ພຸ້ນບໍ່?”

ອັບຣາຮາມຕອບວ່າ: “ບໍ່, ຢ່າສົ່ງລູກຊາຍຂອງຂ້ອຍກັບເມືອຍັງທີ່ນັ້ນເດັດຂາດ... ພຣະເຈົ້າເທິງສະ­ຫວັນທີ່ໄດ້ນຳ­ພາຂ້ອຍໜີອອກຈາກບ້ານເກີດເມືອງນອນ ເພື່ອມາຢູ່ໃນດິນ­ແດນແຫ່ງນີ້ ເຊິ່ງພຣະອົງໄດ້ສັນ­ຍາຢ່າງໜັກແໜ້ນວ່າ ຈະມອບດິນ­ແດນແຫ່ງນີ້ໃຫ້ແກ່ເຊື້ອ­ສາຍຂອງຂ້ອຍ. ພຣະເຈົ້າຈະສົ່ງທູດສະ­ຫວັນຂອງພຣະອົງນຳໜ້າເຈົ້າໄປ ເພື່ອວ່າເຈົ້າຈະຫາເມຍທີ່ນັ້ນໃຫ້ລູກຊາຍຂອງຂ້ອຍໄດ້.”

ອັບຣາຮາມຢ້ານວ່າ ຖ້າອີຊາກໄປກັບຄົນຮັບໃຊ້ຂອງເພິ່ນເພື່ອຊອກຫາເມຍ ອີຊາກອາດຈະຖືກລໍ້ລວງໃຫ້ພັກຢູ່ໃນເມືອງຂອງຜູ້ຍິງ. ສະ­ນັ້ນ ອັບຣາຮາມຈຶ່ງໃຫ້ເອລີເອເຊີສາ­ບານວ່າຈະເຮັດທຸກສິ່ງຕາມທີ່ເພິ່ນໄດ້ສັ່ງໄວ້.

ການເລືອກຄູ່ຄອງທີ່ຖືກ­ຕ້ອງ

“ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖາ­ນະທີ່ບໍ່ສະ­ເໝີກັນ ເພາະ­ວ່າຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະ­ທຳ? ແລະ ຄວາມສະ­ຫວ່າງຈະເຂົ້າສະ­ໜິດກັບຄວາມມືດໄດ້ຢ່າງ­ໃດ?”

 ພຣະເຈົ້າໄດ້ກ່າວອີກວ່າ: “ຈົ່ງແຍກຕົວອອກຈາກທ່າມ­ກາງພວກເຂົາເຫຼົ່າ­ນັ້ນ ແລະ ຈົ່ງຕັ້ງຢູ່ຕ່າງ­ຫາກ, ຢ່າແຕະ­ຕ້ອງສິ່ງທີ່ເປັນມົນ­ທິນ ແລະ ເຮົາຈະຮັບເອົາພວກເຈົ້າໄວ້. ເຮົາຈະເປັນພໍ່ຂອງພວກເຈົ້າ ແລະ ພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ” (2 ໂກຣິນໂທ 6:14,17,18)

ໝາຍຄວາມວ່າ ພຣະເຈົ້າຫ້າມຄົນຄຣິສຕຽນບໍ່ໃຫ້ແຕ່ງ­ງານກັບຄົນທີ່ມີຄວາມເຊື່ອແຕກຕ່າງກັນ ເພາະ­ວ່າການຄົບຫາສະ­ມາ­ຄົມກັບຄົນທີ່ບໍ່ເຊື່ອພຣະເຈົ້າ ມັນມີແນວໂນ້ມທີ່ຈະດຶງຄົນຄຣິສຕຽນໃຫ້ອອກຫ່າງຈາກພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 24:1-67.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 171-176} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ພຣະເຈົ້າຊົງປະ­ທານຄູ່ຄອງໃຫ້ອີຊາກ

ເພື່ອຊອກຫາເມຍໃຫ້ອີຊາກ, ເອລີເອເຊີຜູ້ຮັບໃຊ້ຂອງອັບຣາຮາມກໍມຸ່ງໜ້າເດີນ­ທາງໄປເມືອງທີ່ອ້າຍຂອງອັບຣາຮາມອາ­ໄສຢູ່. ການເດີນ­ທາງໄດ້ໃຊ້ເວ­ລາຫຼາຍມື້ໂດຍຜ່ານພູ­ຜາ ແລະ ຜ່ານຕົວເມືອງຕ່າງໆໄປ. ເມື່ອເອລີເອເຊີມາເຖິງເມືອງຮາລານ ເພິ່ນກໍຢຸດພັກຢູ່ນອກເມືອງໃກ້ກັບບໍ­ລິ­ເວນນ້ຳສ້າງ. ພໍຮອດຕອນແລງ ກໍມີຜູ້­ຍິງທີ່­ຢູ່ໃນເມືອງພາ­ກັນອອກມາຕັກເອົານ້ຳ. ເອລີເອເຊີຮູ້­ສຶກກັງ­ວົນໃຈຫຼາຍທີ່ເລືອກຍິງສາວດີທີ່ສຸດໃຫ້ເປັນເມຍຂອງອີຊາກ ເພິ່ນຈຶ່ງອະ­ທິ­ຖານຫາພຣະເຈົ້າຢ່າງຕັ້ງ­ໃຈເພື່ອຂໍການຊົງນຳໃນການເລືອກເມຍໃຫ້ອີຊາກ.

ເອລີເອເຊີອະ­ທິ­ຖານວ່າ: "ໂອ! ພຣະເຈົ້າຂອງອັບຣາຮາມນາຍຂອງຂ້າ­ນ້ອຍ ຂໍໂຜດໃຫ້ຂ້າ­ນ້ອຍປະ­ຕິ­ບັດໜ້າ­ທີ່ນີ້ສຳ­ເລັດໃນມື້­ນີ້ດ້ວຍເຖີດ… ດຽວ­ນີ້ ຂ້າ­ນ້ອຍໄດ້ຢືນຢູ່ແຄມນ້ຳ­ສ້າງທີ່ພວກຜູ້­ຍິງໃນເມືອງນີ້ກຳ­ລັງອອກມາຕັກນ້ຳກັນ. ຂ້າ­ນ້ອຍຈະເວົ້າກັບຜູ້­ຍິງຄົນໜຶ່ງວ່າ: ‘ຂ້ອຍຂໍດື່ມ­ນ້ຳຈາກໄຫຂອງເຈົ້າແດ່.’ ຖ້ານາງຕອບວ່າ ‘ເຊີນດື່ມແມ ແລະ ຫຼານຈະເອົານ້ຳໃຫ້ຝູງໂຕອູດຂອງລຸງກິນນຳດ້ວຍ.’ ກໍຂໍໃຫ້ຍິງສາວຄົນນັ້ນ ເປັນຜູ້ທີ່ພຣະອົງໄດ້ຊົງເລືອກໄວ້ໃຫ້ເປັນເມຍລູກຊາຍຂອງນາຍຂ້ານ້ອຍ.”

ໃນລະ­ຫວ່າງທີ່ເອລີເອເຊີອະ­ທິ­ຖານຍັງບໍ່ທັນຂາດຄຳ ພຣະເຈົ້າກໍໄດ້ຕອບຄຳອະ­ທິ­ຖານຂອງເພິ່ນ. ຢູ່ໃນທ່າມ­ກາງພວກຜູ້­ຍິງທີ່­ຢູ່ບໍ່ນ້ຳ­ສ້າງນັ້ນ ມີຍິງສາວຄົນໜຶ່ງທີ່ສະ­ແດງທ່າທີກິ­ລິ­ຍາອອນ­ຊອນງົດງາມເປັນທີ່ສະ­ດຸດຕາຕໍ່ເອລີເອເຊີ. ຂະ­ນະທີ່ນາງຍ່າງອອກມາຈາກບໍ່ນ້ຳ­ສ້າງ ແລະ ກຳ­ລັງຈະກັບຄືນເມືອເຮືອນ ເອລີເອເຊີກໍຟ້າວແລ່ນເຂົ້າໄປຫາຍິງສາວຄົນນັ້ນ ແລະ ຂໍດື່ມ­ນ້ຳຈາກນາງ. ນາງກໍໄດ້ຕອບຕົກ­ລົງດ້ວຍຄຳເວົ້າທີ່ອ່ອນສຸ­ພາບຮຽບ­ຮ້ອຍ ແລະ ເວົ້າວ່າ: "ເຊີນໂລດລຸງ." ນາງຈຶ່ງປົງໄຫລົງຈາກບ່າ ແລະ ເອົານ້ຳໃຫ້ເອລີເອເຊີດື່ມ.

ຫຼັງຈາກເອລີເອເຊີອີ່ມແລ້ວ ນາງກໍເວົ້າອີກວ່າ: “ຂ້າ­ນ້ອຍຈະຕັກນ້ຳໃຫ້ໂຕອູດຂອງທ່ານລຸງກິນຄືກັນ ແລະ ໃຫ້ກິນອີ່ມໝົດທຸກໂຕ.” ແລະ ນາງຈຶ່ງຟ້າວຖອກນ້ຳໃນໄຫໃສ່ຮາງ ແລະ ກໍແລ່ນໄປຕັກມາຖອກໃສ່ອີກ ຈົນອູດທຸກໂຕກິນອີ່ມ.

ເມື່ອນາງເອົານ້ຳໃຫ້ໂຕອຸດກິນອີ່ມໝົດທຸກໂຕແລ້ວ ເອລີເອເຊີກໍໄດ້ຖາມເຖິງພໍ່ແມ່ຂອງຍິງສາວຄົນນັ້ນວ່າ: “ບອກຂ້ອຍແດ່ວ່າ ພໍ່ຂອງເຈົ້າແມ່ນໃຜ? ໃນເຮືອນຂອງພໍ່ເຈົ້າມີບ່ອນນອນພັກສຳ­ລັບຄົນຂອງຂ້ອຍ ແລະ ຂ້ອຍເອງແດ່ບໍ?”

ຍິງສາວຄົນນັ້ນຕອບວ່າ: “ຂ້າ­ນ້ອຍເປັນລູກສາວຂອງເບທູເອນ. ພໍ່ຂອງຂ້າ­ນ້ອຍເປັນລູກຊາຍຂອງນາໂຮ... ຢູ່ບ້ານຂອງພວກເຮົາມີເຟືອງ ແລະ ຫຍ້າຢ່າງຫຼວງ­ຫຼາຍສຳ­ລັບສັດ ແລະ ມີບ່ອນນອນສຳ­ລັບທ່ານລຸງດ້ວຍ.”

ເມື່ອເອລີເອເຊີຮູ້ວ່າ ຍິງສາວຄົນນັ້ນເປັນພີ່­ນ້ອງຂອງອັບຣາຮາມນາຍຂອງເພິ່ນ ເພິ່ນຈຶ່ງກົ້ມຂາບລົງນະ­ມັດ­ສະ­ການພຣະເຈົ້າສຳ­ລັບພຣະອົງທີ່ຕອບຄຳອະ­ທິ­ຖານຂອງເພິ່ນ.

ຈົ່ງມອບການຕັດ­ສິນໃຈໃຫ້ພຣະເຈົ້າ

ຈົ່ງຍອມມອບການຕັດ­ສິນໃຈຂອງພວກເຮົາໄວ້ກັບພຣະເຈົ້າ ເພາະມັນເປັນວິ­ທີທີ່ດີທີ່ສຸດເພື່ອທີ່ຈະຮູ້ວ່າ ສິ່ງທີ່ພວກເຮົາເລືອກນັ້ນແມ່ນທາງຂອງພຣະເຈົ້າ ເພາະ­ວ່າພຣະເຈົ້າຮູ້ເຫັນທຸກສິ່ງເກີນກວ່າທີ່ພວກເຮົາຈະຮູ້ໄດ້. ສະ­ນັ້ນ ຈົ່ງມອບແຜນ­ການຂອງພວກເຮົາໄວ້ກັບພຣະເຈົ້າໂດຍທາງຄວາມເຊື່ອ.

ແລ້ວເອລີເອເຊີກໍເດີນ­ທາງໄປເຮືອນຂອງຍິງສາວຄົນນັ້ນ ແລະ ເພິ່ນໄດ້ສົນ­ທະ­ນາກັບຄອບ­ຄົວຂອງນາງວ່າ: “ຂ້ອຍເປັນຄົນຮັບຂອງອັບຣາຮາມ ເພິ່ນໃຫ້ຂ້ອຍເຮັດຕາມຄຳສັ່ງຂອງເພິ່ນໂດຍບອກວ່າ ‘ເຈົ້າຢ່າເອົາຍິງສາວປະ­ຊາ­ຊົນການາອານມາເປັນເມຍລູກຊາຍຂອງຂ້ອຍ ແຕ່ໃຫ້ໄປຫາຄົນຈາກຄອບ­ຄົວຂອງພໍ່ຂ້ອຍ ແລະ ຍາດ­ຕິພີ່­ນ້ອງຂອງຂ້ອຍໃຫ້ມາເປັນເມຍລູກຊາຍຂອງຂ້ອຍ.’ ເມື່ອຂ້ອຍເດີນ­ທາງມາຮອດນ້ຳ­ສ້າງໃນມື້­ນີ້ ຂ້ອຍຈຶ່ງພາ­ວະ­ນາອະ­ທິ­ຖານຕໍ່ພຣະເຈົ້າວ່າ ‘ພຣະເຈົ້າຂອງອັບຣາຮາມນາຍຂອງຂ້າ­ນ້ອຍເອີຍ! ໂຜດໃຫ້ຂ້າ­ນ້ອຍເຮັດສຳ­ເລັດໜ້າ­ທີ່ດ້ວຍ. ເວ­ລານີ້ ຂ້າ­ນ້ອຍກຳ­ລັງຢືນຢູ່ໃກ້ນ້ຳສ້າງ. ເມື່ອຍິງສາວຄົນໜຶ່ງມາຕັກນ້ຳ ຂ້າ­ນ້ອຍຈະເວົ້າກັບນາງວ່າ ‘ຂ້ອຍຂໍດື່ມ­ນ້ຳຈາກໄຫຂອງເຈົ້າແດ່.’ ຖ້ານາງຕອບວ່າ ‘ເຊີນດື່ມແມ!’ ແລະ ນາງເອົານ້ຳໃຫ້ຝູງອູດຂອງຂ້າ­ນ້ອຍກິນດ້ວຍ. ກໍຂໍໃຫ້ຍິງສາວຄົນນັ້ນ ເປັນຜູ້ທີ່ພຣະອົງໄດ້ຊົງເລືອກໄວ້ໃຫ້ເປັນເມຍລູກຊາຍຂອງນາຍຂ້ານ້ອຍ.’”

ເອລີເອເຊີເວົ້າຕໍ່ໄປອີກວ່າ: “ມາບັດນີ້ ຖ້າພວກເຈົ້າຈະສະ­ແດງຄວາມເມດຕາ ແລະ ຄວາມສັດ­ຊື່ຕໍ່ນາຍຂອງຂ້ອຍ ຈົ່ງບອກໃຫ້ຂ້ອຍຮູ້ ຫຼືຖ້າເປັນໄປບໍ່ໄດ້ກໍໃຫ້ບອກມາ ເພື່ອຂ້ອຍຈະໄດ້ຮູ້ວ່າ ຄວນເຮັດຢ່າງ­ໃດຕໍ່ໄປ.”

ເບທູເອນພໍ່ຂອງນາງຈຶ່ງຕອບວ່າ: “ເລື່ອງນີ້ເປັນ­ຄວາມປະ­ສົງຂອງພຣະເຈົ້າແລ້ວ ບໍ່ແມ່ນພວກເຮົາຈະຕັດ­ສິນໃຈແນວ­ໃດແນວໜຶ່ງໄດ້... ຈົ່ງເອົານາງໄປເປັນເມຍລູກຊາຍຂອງນາຍເຈົ້າ ຕາມທີ່ພຣະເຈົ້າກ່າວໄວ້ສາ.”

ມື້­ຕໍ່­ມາ ເອລີເອເຊີກໍໄດ້ນຳ­ພາຜູ້­ຍິງຄົນນີ້ອອກເດີນ­ທາງໄປຍັງແຜ່ນ­ດິນການາອານ ເພື່ອໃຫ້ນາງໄປເປັນເມຍຂອງອີຊາກ. ຜູ້­ຍິງຄົນນີ້ມີຊື່­ວ່າ “ເຣເບກາ.” ເວ­ລາອີຊາກໄດ້ນາງເຣເບກາ­ມາເປັນເມຍແລ້ວ ເພິ່ນກໍຮັກນາງຫຼາຍ.

"ເມຍທີ່ດີນັ້ນ ຍ່ອມປະ­ເສີດກວ່າເພັດນິນຈິນ­ດາ ແຕ່ຍາກເຫລືອຫຼາຍທີ່ຈະໄດ້ຍິງເຊັ່ນນີ້. ຜົວທີ່ມີເມຍດີນັ້ນ ໄວ້­ໃຈນາງໄດ້ທຸກຢ່າງ ລາວຈະບໍ່ທຸກລຳ­ບາກຍ້ອນນາງຈັກເທື່ອເລີຍ. ຕາບ­ໃດທີ່ມີຊີ­ວິດຢູ່ນັ້ນ ນາງເຮັດແຕ່ສິ່ງທີ່ດີຕໍ່ຜົວ ຄືບໍ່ເຮັດໃຫ້ຜົວເສຍຫາຍຍ້ອນ" (ສຸ­ພາ­ສິດ 31:10-12).

"ສະເໜ່ເປັນສິ່ງທີ່ຫຼອກລວງ ແລະ ຄວາມງາມກໍສູນເສຍໄປໄດ້ ແຕ່ຍິງທີ່ຢຳເກງພຣະເຈົ້າສົມ­ຄວນໄດ້ຮັບຄຳຊົມ­ເຊີຍ" (ສຸ­ພາ­ສິດ 31:30).

ພຣະເຈົ້າຊົງວາງໂຄງຮ່າງການແຕ່ງ­ງານ ເພື່ອໃຫ້ເປັນພຣະພອນ. ໃຜທີ່ຕ້ອງ­ການແຕ່ງ­ງານຄວນຄິດຢ່າງຮອບຄອບກ່ຽວກັບຜູ້ທີ່ເຂົາປາ­ຖະ­ໜາຈະແຕ່ງ­ງານດ້ວຍ. ພວກເຂົາຄວນອະ­ທິ­ຖານ ແລະ ຮຽນພຣະຄຳພີ ເພື່ອຊອກຫາຄຳແນະ­ນຳຈາກພຣະເຈົ້າ ເຊິ່ງອາດຈະຮູ້­ຈັກພຣະປະ­ສົງຂອງພຣະອົງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 24:1-67.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 171-176} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເອຊາວ ແລະ ຢາໂຄບ

ເປັນເວ­ລາ 20 ປີແລ້ວທີ່ອີຊາກ ແລະ ເຣເບກແຕ່ງ­ງານກັນ ແຕ່ນາງເຣເບກາບໍ່ມີລູກໃຫ້ອີກຊາກຈັກເທື່ອ. ອີຊາກຈຶ່ງພາ­ວະ­ນາອະ­ທິ­ຖານຕໍ່ພຣະເຈົ້າ ເພື່ອພຣະອົງຈະອວຍ­ພອນນາງເຣເບກາໃຫ້ມີລູກ. ແລ້ວພຣະເຈົ້າກໍຕອບຄຳອະ­ທິ­ຖານຂອງເພິ່ນ ແລະ ນາງເຣເບກາຈຶ່ງຕັ້ງທ້ອງຝາແຝດ. ແຕ່ໃນລະ­ຫວ່າງທີ່ນາງຖື­ພາຢູ່ນັ້ນ ລູກຝາ­ແຝດກໍບຽດກັນຢູ່ໃນທ້ອງ. ນາງເຣເບກາກັງ­ວົນໃຈກ່ຽວກັບເລື່ອງນີ້. ດັ່ງ­ນັ້ນ ນາງຈຶ່ງອະ­ທິ­ຖານຖາມພຣະເຈົ້າກ່ຽວກັບລູກຂອງຕົນດ້ວຍຄວາມ­ທຸກໃຈ.

ພຣະເຈົ້າໄດ້ກ່າວຕໍ່ນາງເຣເບກາຢູ່ໃນຄວາມຝັນວ່າ: "ມີສອງຊົນຊາດຢູ່ໃນທ້ອງຂອງເຈົ້າ ແລະ ປະ­ຊາ­ຊົນສອງພວກທີ່ເກີດຈາກເຈົ້າຈະຕ້ອງແຍກກັນ; ພວກໜຶ່ງຈະແຂງ­ແຮງກວ່າອີກພວກໜຶ່ງ ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ."

ພຣະເຈົ້າຊົງຮູ້ເຖິງອະ­ນາຄົດກ່ອນທີ່ຈະມີການເລີ່ມຕົ້ນ. ພຣະອົງຊົງຮູ້ກ່ອນທີ່ເອຊາວ ແລະ ຢາໂຄບຈະເກີດ ລວມທັງນິ­ໄສຂອງແຕ່ລະຄົນ. ພຣະເຈົ້າຊົງຮູ້ວ່າ ຈະມີຜູ້ໜຶ່ງເຊື່ອຟັງພຣະອົງ ແລະ ອີກຜູ້ໜຶ່ງຈະບໍ່ເຊື່ອຟັງພຣະອົງ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າຊົງໃຫ້ຄວາມຝັນແກ່ນາງເຣເບກາ.

ເມື່ອເຖິງກຳ­ນົດມື້ຄອດລູກ ນາງເຣເບກາກໍໄດ້ເກີດລູກຊາຍເປັນຝາແຝດ. ລູກຊາຍຄົນທຳ­ອິດຄອດອອກມາຕົວແດງ ແລະ ມີຂົນເຕັມຕົວ. ພວກເຂົາຈຶ່ງໃສ່ຊື່ໃຫ້ວ່າ “ເອຊາວ” ເຊິ່ງມີຄວາມໝາຍ­ວ່າ ມີຂົນ. ສ່ວນລູກຊາຍຄົນທີ່ສອງຄອດອອກມາ ມືຂອງລາວຈັບສົ້ນໜ່ອງຂອງເອຊາວເອົາໄວ້. ສະ­ນັ້ນ ພວກເຂົາຈຶ່ງໃສ່ຊື່ໃຫ້ວ່າ “ຢາໂຄບ” ເຊິ່ງມີຄວາມໝາຍ­ວ່າ ໂກງ. ຕອນທີ່ນາງເຣເບກາຄອດລູກຝາ­ແຝດນີ້ ອີຊາກອາ­ຍຸໄດ້ 60 ປີ.

ພໍລູກຊາຍຝາ­ແຝດຂອງອີຊາກເຕີບໃຫຍ່ຂຶ້ນມາ ພວກເຂົາທັງສອງຕ່າງກໍມີນິ­ໄສ ແລະ ອາ­ຊີບໃນການດຳ­ລົງຊີ­ວິດທີ່ແຕກຕ່າງກັນຫຼາຍ. ເອຊາວເປັນຄົນມັກອິດ­ສະ­ລະ, ມັກເຮັດຕາມ­ໃຈຕົນເອງ ແລະ ມັກໃສ່­ໃຈຢູ່ແຕ່ໃນປັດຈຸບັນ. ລາວອຶດອັດໃຈຫຼາຍເມື່ອພໍ່ແມ່ຈຳ­ກັດຂອບເຂດຊີ­ວິດຂອງລາວ. ເອຊາວເລືອກອາ­ຊີບເປັນນາຍ­ພານ ເພາະລາວມັກຊີ­ວິດທີ່ອິດ­ສະ­ລະຂອງນັກລ່າສັດ. ແລ້ວເອຊາວກໍກາຍ­ເປັນນາຍ­ພານທີ່ເກັ່ງກ້າທັງຊຳ­ນິຊຳ­ນານ ແລະ ລາວມັກວຽກນັ້ນເພາະ­ວ່າ ລາວສາ­ມາດໃຊ້ຊີ­ວິດຢູ່ໄກບ້ານ. ເອຊາວມັກທ່ອງທ່ຽວໄປມາຕາມພູ­ເຂົາ ໂດຍກັບບ້ານມາພ້ອມດ້ວຍສັດ­ປ່າ ແລະ ເລົ່າເຖິງຊີ­ວິດທີ່ເຕັມໄປດ້ວຍຄວາມຕື່ນ­ເຕັ້ນໃຫ້ຜູ້ເປັນພໍ່ຟັງ. ອີຊາກມັກຄວາມທ້າທາຍຂອງລູກຊາຍຄົນກົກ ແລະ ເພິ່ນຮັກເອຊາວຫຼາຍ.

ແຕ່ກົງ­ກັນ­ຂ້າມ ຢາໂຄບເປັນຄົນສຸ­ພາບ, ດຸ­ໝັ່ນ, ມັກຊ່ວຍ­ເຫຼືອ ແລະ ມັກຄິດເຖິງອະ­ນາຄົດຫຼາຍກວ່າປັດຈຸບັນ. ລາວມັກຢູ່ເຮືອນໂດຍໃຊ້ເວ­ລາລ້ຽງຝູງແກະ ແລະ ເຮັດໄຮ່ເຮັດນາ. ລາວເປັນຄົນມີຄວາມອົດ­ທົນ, ເບິ່ງການໄກ, ມີຄວາມພາກພຽນ ແລະ ດຸ­ໝັ່ນຂະ­ຫຍັນຢ່າງສະໝ່ຳສະເໝີ. ຢາໂຄບຈຶ່ງກາຍ­ເປັນທີ່ພໍ­ໃຈຂອງຜູ້ເປັນແມ່. ສະ­ນັ້ນ ແມ່ຂອງລາວຈຶ່ງຮັກລາວຫຼາຍ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 25:19-28.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 177-179} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເອຊາວຂາຍສິດ­ທິອ້າຍກົກຂອງຕົນ

ນາງເຣເບກາໄດ້ຈົດຈຳຖ້ອຍຄຳຂອງພຣະເຈົ້າທີ່ໄດ້ກ່າວກັບນາງຢູ່ໃນຄວາມຝັນ ແລະ ນາງໄດ້ສັງ­ເກດເບິ່ງນິ­ໄສຂອງລູກຊາຍທັງສອງຄົນ. ນາງເຣເບກາໝັ້ນໃຈວ່າ ຢາໂຄບຄວນໄດ້ຮັບມໍ­ລະ­ດົກສິດ­ທິແຫ່ງພະສັນຍາ. ນາງຈຶ່ງທົບທວນຖ້ອຍຄຳຂອງພຣະເຈົ້າໃຫ້ອີຊາກຟັງ ແຕ່ອີຊາກຮັກເອຊາວຫຼາຍຈຶ່ງບໍ່ປ່ຽນ­ແປງໃນຄວາມຕັ້ງ­ໃຈຂອງເພິ່ນ.

ເອຊາວແລະ ຢາໂຄບ ທັງສອງຄົນກໍຮູ້ແລະ ເຂົ້າ­ໃຈເຖິງພຣະສັນ­ຍາຂອງພຣະເຈົ້າທີ່ມອບໃຫ້ອັບຣາຮາມເປັນຢ່າງດີ ເພາະ­ວ່າ ອີຊາກຜູ້ເປັນພໍ່ໄດ້ອະ­ທິ­ບາຍໃຫ້ພວກເຂົາຟັງວ່າ: “ສິດ­ທິລູກຊາຍຄົນກົກນີ້ສຳ­ຄັນຫຼາຍ ເພາະນອກ­ຈາກຈະໄດ້ຮັບມໍ­ລະ­ດົກແລ້ວ ກໍຈະໄດ້ເປັນຜູ້­ນຳທາງດ້ານຈິດວິນຍານໃນວົງຕະ­ກຸນອີກດ້ວຍ. ລາວຈະຖວາຍເຄື່ອງບູ­ຊາ ເພື່ອລົບຄວາມຜິດບາບໃຫ້ແກ່ຄອບ­ຄົວຂອງຕົນ ແລະ ນຳ­ພາຄອບ­ຄົວໃຫ້ຕິດ­ຕາມພຣະເຈົ້າ. ນອກ­ຈາກນັ້ນ ພຣະບຸດຂອງພຣະເຈົ້າຈະມາບັງ­ເກີດຢູ່ໃນເຊື້ອ­ສາຍຂອງຄົນທີ່ໄດ້ຮັບສິດ­ທິລູກຊາຍຄົນກົກ.” ນອກ­ຈາກນີ້ ຜູ້ທີ່ໄດ້ຮັບສິດ­ທິດັ່ງ­ກ່າວກໍຈະມີພາ­ລະໜັກອີກຄື ລາວຈະຕ້ອງຖວາຍຊີ­ວິດຂອງຕົນເພື່ອຮັບໃຊ້ພຣະເຈົ້າ ແລະ ເຊື່ອຟັງປະ­ຕິ­ບັດຕາມກົດ­ເກນຂອງພຣະອົງ. ລາວຈະຕ້ອງປະພືດຕົວໃຫ້ເປັນທີ່ພໍພຣະໄທ(ພໍ­ໃຈ)ຂອງພຣະເຈົ້າທັງຢູ່ໃນຄອບ­ຄົວ ແລະ ໃນສັງຄົມ.


ແຕ່ເອຊາວບໍ່ມັກການປະ­ຕິ­ບັດຕາມການນໍາພາຂອງພະເຈົ້າ, ບໍ່ສົນ­ໃຈໃນເລື່ອງຂອງສາ­ສະ­ໜາ ແລະ ບໍ່ຢາກຮັບໜ້າ­ທີ່ເປັນຜູ້ນໍາທາງດ້ານຈິດວິນຍານທີ່ມາກັບສິດ­ທິລູກຊາຍຄົນກົກ. ເຖິງແມ່ນວ່າຈະເຫັນໄດ້ຢ່າງຊັດເຈນທີ່ເອຊາວບໍ່ຄ່ອຍສົນ­ໃຈຈະເຮັດໜ້າ­ທີ່ໃນຖາ­ນະເປັນລູກຊາຍຄົນກົກ ແຕ່ອີຊາກກໍຍັງຢືນ­ຢັນຕໍ່ນາງເຣເບກາວ່າ ສິດ­ທິລູກຊາຍຄົນກົກເປັນຂອງເອຊາວ.

ນາງເຣເບກາໄດ້ບອກຢາໂຄບກ່ຽວກັບຄວາມຝັນທີ່ພຣະເຈົ້າໄດ້ມອບໃຫ້ນາງວ່າ ຢາໂຄບຈະເປັນຜູ້ສືບທອດພຣະສັນຍາ. ດ້ວຍເຫດ­ຜົນນີ້ ຢາໂຄບຈຶ່ງປາ­ຖະ­ໜາຢາກເປັນຜູ້ຮັບພຣະສັນ­ຍາຂອງພຣະເຈົ້າ. ລາວບໍ່ຢາກໄດ້ຊັບສົມ­ບັດຂອງພໍ່ ແຕ່ຢາກໄດ້ສິດ­ທິທີ່ຈະເປັນຜູ້­ນຳທາງດ້ານຈິດວິນຍານ. ຢາໂຄບປາ­ຖະ­ໜາຢາກສົນ­ທະ­ນາກັບພຣະເຈົ້າຄືກັບອັບຣາຮາມ ແລະ ຖວາຍເຄື່ອງບູ­ຊາເພື່ອລົບຄວາມຜິດບາບໃຫ້ແກ່ຄອບ­ຄົວຂອງຕົນ. ລາວຢາກເປັນພໍ່ຂອງປະ­ຊາ­ຊົນທີ່ໄດ້ຮັບຄັດເລືອກຈາກພຣະເຈົ້າ ແລະ ຢາກເປັນພໍ່ຂອງເຊື້ອ­ສາຍທີ່ຈະໃຫ້ກໍາເນີດພຣະບຸດຂອງພຣະເຈົ້າຕາມພະສັນ­ຍາຂອງພຣະເຈົ້າ. ເຖິງແມ່ນວ່າ ຜູ້ເປັນພໍ່ຈະໄດ້ອະ­ທິ­ບາຍເຖິງສິດ­ທິຂອງລູກຊາຍຄົນກົກທີ່ຈະເປັນຂອງເອຊາວແລ້ວກໍຕາມ ແຕ່ຢູ່ໃນໃຈຂອງຢາໂຄບກໍຍັງປາ­ຖະ­ໜາຢາກຮັບມັນໄວ້. ລາວຄິດເຖິງເລື່ອງນີ້ທັງກາງ­ເວັນ ແລະ ກາງ­ຄືນ ຈົນກາຍ­ເປັນຈຸດມຸ່ງໝາຍໃນຊີ­ວິດຂອງຕົນ.

ມີມື້­ໜຶ່ງ ເອຊາວກັບມາແຕ່ການລ່າສັດຢ່າງອິດ­ເມື່ອຍ ພໍ­ດີຢາໂຄບກຳ­ລັງເຮັດອາ­ຫານຢູ່. ເອຊາວຫິວເຂົ້າຫຼາຍຈຶ່ງມາຂໍອາ­ຫານນຳຢາໂຄບ.

ເອຊາວເວົ້າກັບຢາໂຄບວ່າ: “ຂ້ອຍຂໍກິນແກງໝາກ­ຖົ່ວແດງຂອງເຈົ້າຈັກຄຳແດ່­ທ້ອນ ເພາະຂ້ອຍຫິວຈະຕາຍຢູ່ແລ້ວ.”

ຢາໂຄບຄິດຫາຊ່ອງທາງຕະ­ຫຼອດທີ່ຢາກໄດ້ສິດ­ທິອ້າຍກົກ. ເມື່ອລາວເຫັນເອຊາວຫິວເຂົ້າແຮງ ຈຶ່ງຮີບສວຍ­ໂອ­ກາດເອົາຕອນນີ້.

ຢາໂຄບເວົ້າກັບເອຊາວວ່າ: “ຂ້ອຍຈະໃຫ້ເຈົ້າກິນ ຖ້າເຈົ້າຂາຍສິດ­ທິອ້າຍກົກໃຫ້ຂ້ອຍ.”

ເອຊາວຄິດພຽງແຕ່ໃນປັດ­ຈຸ­ບັນເທົ່ານັ້ນ ລາວຈຶ່ງເວົ້າຂຶ້ນວ່າ: “ເບິ່ງແມ! ຂ້ອຍຫິວໃກ້ຈະຕາຍຢູ່ແລ້ວ ສິດ­ທິອ້າຍກົກຈະມີປະ­ໂຫຍດຫຍັງກັບຂ້ອຍ.”ຢາໂຄບຈຶ່ງເວົ້າຂຶ້ນອີກວ່າ: “ສາ­ບານກ່ອນແມ້! ວ່າເຈົ້າຈະມອບສິດ­ທິອ້າຍກົກໃຫ້ຂ້ອຍ.”

ເພື່ອສະ­ໜອງຄວາມຫິວຂອງຕົນ ເອຊາວຈຶ່ງໄດ້ສາ­ບານ ແລະ ຂາຍສິດ­ທິອ້າຍກົກຂອງຕົນໃຫ້ຢາໂຄບເພື່ອແລກກັບອາຫານ. ແລ້ວຢາໂຄບຈຶ່ງເອົາເຂົ້າ­ຈີ່ ແລະ ແກງໝາກ­ຖົ່ວໃຫ້ເອຊາວກິນ. ເມື່ອເອຊາວກິນອາ­ຫານຈົນອີ່ມແລ້ວ ລາວກໍອອກໄປໂດຍບໍ່ໄດ້ສົນ­ໃຈເລື່ອງສິດ­ທິອ້າຍກົກ.

ຫຼາຍປີຜ່ານໄປ ພໍເອຊາວອາ­ຍຸໄດ້ 40 ປີ. ດ້ວຍຄວາມທີ່ລາວສົນ­ໃຈແຕ່ໃນເລື່ອງພາຍນອກ ແລະ ເລື່ອງຝ່າຍໂລກ. ລາວໄດ້ໄປແຕ່ງ­ງານກັບຄົນທີ່ບໍ່ນັບ­ຖືພຣະເຈົ້າ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ເກີດມີຄວາມໂສກ­ເສົ້າທີ່ຍິ່ງໃຫຍ່ໃຫ້ແກ່ຜູ້ເປັນພໍ່ແລະ ແມ່. ແຕ່ລູກຊາຍຫຼ້າຂອງພວກເຂົາເຊັ່ນ ຢາໂຄບ ຍັງໂສດຢູ່.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 25:29-34; 26:34, 35.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 177-179} ຂຽນໂດຍ ທ່ານ ນາງ ເອເລັນ ຈີ.ໄວທ.

ອີຊາກ, ຢາໂຄບ ແລະ ເອຊາວເປັນຕົວແທນຂອງຄຣິສຕຽນສາມຄົນ

“ແຕ່­ກ່ອນອື່ນ, ທ່ານທັງ­ຫລາຍຈົ່ງສະ­ແຫວງ­ຫາລາ­ຊະ­ອາ­ນາ­ຈັກ­ຂອງ­ພຣະ­ເຈົ້າ ແລະ ຄວາມຊອບ­ທຳຂອງພຣະ­ອົງ ແລະ ພຣະ­ອົງຈະຊົງເພີ່ມເຕີມສິ່ງທັງ­ປວງເຫລົ່ານີ້ໃຫ້ແກ່ທ່ານ” (ມັດທາຍ 6:33).

ບາງຄົນກໍເປັນຄືຢາໂຄບ, ຢາໂຄບປາ­ຖະ­ໜາຢາກສົນ­ທະ­ນາກັບພຣະເຈົ້າຄືກັບອັບຣາຮາມພໍ່ຕູ້ຂອງລາວທີ່ໄດ້ເຮັດ ແລະ ລາວປາ­ຖະ­ໜາຢາກເປັນຜູ້ນໍາຄົນລຸ່ນຕໍ່ໄປໃນການນະ­ມັດ­ສະ­ການພຣະເຈົ້າ. ລາວຕ້ອງ­ການສິດ­ທິພຣະສັນ­ຍາຂອງພຣະເຈົ້າສໍາລັບລາວເອງ ແລະ ເຊື້ອ­ສາຍຂອງລາວດ້ວຍ. ຄືກັນກັບຊາວຄຣິສຕຽນບາງຄົນ ເຖິງແມ່ນວ່າ ຈະບໍ່ສົມ­ບູນແບບ ແຕ່ເຕັມໃຈທີ່ຈະຮຽນຮູ້ໃນພຣະເຈົ້າ ພວກເຂົາປາ­ຖະ­ໜາທີ່ຈະໄດ້ຮັບພຣະພອນຈາກພຣະເຈົ້າ.

ບາງຄົນກໍເປັນຄືເອຊາວ, ເອຊາວບໍ່ມັກຖືກຄວບຄຸມຢູ່ເຮືອນ ແຕ່ລາວມັກອອກໄປນອກບ້ານ ແລະ ຊອກຫາກິດ­ຈະ­ກຳເຮັດ ເພື່ອຢາກມີອິດສະ­ລະພາບໃນການເຮັດຕາມ­ໃຈຂອງຕົນເອງທີ່ຕ້ອງການ. ຄືກັນກັບໃນປັດ­ຈຸ­ບັນ ຫຼາຍຄົນເປັນຄືກັບເອຊາວ ພວກເຂົາບໍ່ມັກການຖືກຄວບຄຸມ ແຕ່ຕ້ອງ­ການອິດສະ­ລະພາບໃນການເຮັດຕາມ­ໃຈຂອງຕົນເອງທີ່ຕ້ອງການ. ຫຼາຍຄົນຢາກມີອິດສະ­ລະພາບໃນການເຂົ້າໄປຊອກຫາສິ່ງຂອງຕ່າງໆທີ່­ຢູ່ໃນໂລກນີ້. ເອຊາວຮູ້­ສຶກວ່າກົດບັນ­ຍັດຂອງພຣະເຈົ້າເປັນເໝືອນກັບຂໍ້ຜູກມັດໄປສູ່ຕົວຂອງລາວ. ອໍານາດ ແລະ ຄວາມຮັ່ງ­ມີ, ງານກິນລ້ຽງ ແລະ ຄວາມສະ­ໜຸກສະໜານນັ້ນແມ່ນຄວາມສຸກ. ດັ່ງ­ນັ້ນ ຫຼາຍຄົນຈຶ່ງຮູ້­ສຶກທໍ້ໃຈໃນການປະ­ຕິ­ບັດຕາມກົດບັນ­ຍັດຂອງພຣະເຈົ້າ ແລະ ຊອກຫາທາງປົດປ່ອຍອອກຈາກການຄວບຄຸມຂອງຊີ­ວິດຄຣິສຕຽນ. ພວກເຂົາຊອກຫາຊີ­ວິດທີ່ມີຄວາມ­ສຸກໃນແບບຝ່າຍໂລກ ແລະ ພວກເຂົາກໍມີຄວາມ­ສຸກໃນສະ­ຖາ­ນະ, ງານກິນລ້ຽງ ແລະ ໝູ່ເພື່ອນຝ່າຍໂລກ.

ປະ­ຊາຊົນຈໍານວນຫຼາຍໃນປັດ­ຈຸ­ບັນນີ້ຍັງຄົງເຮັດເໝືອນກັບເອຊາ. ເອຊາວຂາຍສິດ­ທິອ້າຍກົກຂອງຕົນໃຫ້ແກ່ນ້ອງຊາຍ ເພື່ອເຫັນ­ແກ່ຄວາມພໍ­ໃຈໃນຄວາມຫິວຂອງຕົນ. ສິດ­ທິອ້າຍກົກນີ້ເຊິ່ງເປັນສິດ­ທິພິ­ເສດທີ່ໄດ້ມາຈາກພຣະເຈົ້າ ເຊິ່ງເໝືອນກັບປັດ­ຈຸ­ບັນນີ້ ຫຼາຍໆຄົນຍອມປະຖິ້ມໂອ­ກາດການເປັນລູກຊາຍ ແລະ ລູກສາວຂອງພຣະເຈົ້າ ເພື່ອຄວາມສົມຫວັງແຫ່ງຄວາມປາ­ຖະ­ໜາຂອງພວກເຂົາ. ເມື່ອໃດທີ່ຫຼາຍຄົນຖືກເອີ້ນໃຫ້ປະຖິ້ມສິ່ງຂອງຕ່າງໆໃນໂລກນີ້ ພວກເຂົາຈະຄິດວ່າ ຊີ­ວິດຄຣິສຕຽນນັ້ນເປັນເລື່ອງຍາກ ແລະ ພວກເຂົາຈະບໍ່ຢາກຍ່າງໃນທາງນັ້ນ. ແລ້ວໃນທີ່ສຸດ ພວກເຂົາຈະອອກຈາກໂບດ ແລະ ບໍ່ສົນ­ໃຈກັບສິດ­ທິທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ ເຊິ່ງສິດ­ທິນັ້ນແມ່ນເປັນລູກຊາຍ ແລະ ລູກສາວຂອງພຣະເຈົ້າ.

ແຕ່ບາງຄົນກໍເປັນຄືອີຊາກ, ອີຊາກກໍບໍ່ໄດ້ຕຳ­ໜິເອຊາວສຳ­ລັບພຶດ­ຕິກໍາລູກຊາຍຂອງເພິ່ນ ເພາະ­ວ່າເພິ່ນໄດ້ຮັບຜົນປະ­ໂຫຍດຈາກການລ່າສັດຂອງລູກຊາຍເພິ່ນ. ພຣະຄໍາພີກ່າວວ່າ ອີຊາກຮັກເອຊາວເພາະເພິ່ນໄດ້ກິນຊີ້ນທີ່ລາວຫາມາໄດ້. ສະ­ນັ້ນ ບາງຄົນກໍບໍ່ຢາກຈະເອີ້ນສະ­ມາ­ຊິກຢູ່ໃນໂບດໃຫ້ກັບໃຈ ເພາະ­ວ່າພວກເຂົາໄດ້ຮັບຜົນປະ­ໂຫຍດຈາກຊີ­ວິດຂອງພວກເຂົາເຫຼົ່າ­ນັ້ນທີ່ເຮັດບາບ.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 177-179} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ການໃຊ້ກົນ­ອຸ­ບາຍເພື່ອໃຫ້ໄດ້ຮັບຄຳອວຍ­ພອນ

ຫຼາຍປີຜ່ານໄປ ອີຊາກກໍເຖົ້າແກ່ຫຼາຍ ແລະ ສາຍ­ຕາກໍມືດມົວລົງ. ເພິ່ນຄິດວ່າ ອີກບໍ່ດົນຕົນເອງກໍຄົງຈະເສຍຊີວິດ. ເພິ່ນຈຶ່ງຕັ້ງ­ໃຈວ່າ ຈະບໍ່ລໍ­ຖ້າມອບສິດ­ທິລູກຊາຍຄົນກົກໃຫ້ແກ່ເອຊາວອີກຕໍ່ໄປ ແຕ່ເພິ່ນຮູ້ວ່າ ເມຍ ແລະ ລູກຊາຍຫຼ້າຂອງເພິ່ນຄົງຈະບໍ່ເຫັນດີນຳເພິ່ນ. ສະ­ນັ້ນ ອີຊາກຈຶ່ງຕັດ­ສິນໃຈເຮັດພິ­ທີມອບສິດ­ທິລູກຊາຍຄົນກົກໃຫ້ແກ່ເອຊາວຢ່າງເປັນ­ຄວາມລັບ.

ອີຊາກໄດ້ເອີ້ນເອຊາວເຂົ້າມາພົບ ແລະ ເວົ້າວ່າ: “ລູກເອີຍ!”

ເອຊາວຕອບວ່າ: “ໂດຍ! ລູກກຳ­ລັງຟັງຢູ່.”

ອີຊາກເວົ້າວ່າ: “ລູກກໍເຫັນວ່າ ພໍ່­ເຖົ້າແກ່ຫຼາຍແລ້ວ ແລະ ຈະເສຍຊີ­ວິດຕອນໃດກໍບໍ່ຮູ້. ສະ­ນັ້ນ ລູກຈົ່ງອອກໄປລ່າສັດຢູ່ໃນປ່າ ແລະ ເຮັດອາ­ຫານແຊບໆທີ່ພໍ່ມັກມາໃຫ້ພໍ່ກິນ. ເມື່ອພໍ່ກິນອີ່ມແລ້ວ ພໍ່ຈະໄດ້ອວຍ­ພອນໃຫ້ເຈົ້າກ່ອນພໍ່ຈະເສຍຊີວິດ.”

ເອຊາວຕອບວ່າ: “ໂດຍ!” ແລ້ວເອຊາວກໍອອກຈາກບ້ານໄປລ່າສັດ.

ຂະ­ນະທີ່ອີຊາກລົມກັບເອຊາວຢູ່ນັ້ນ ນາງເຣເບກາກໍຢູ່ໃກ້ບ່ອນນັ້ນ ແລະ ໄດ້ຍິນສິ່ງທີ່ອີຊາກສົນ­ທະ­ນາກັບເອຊາວ. ເມື່ອເອຊາວອອກໄປລ່າສັດ ນາງເຣເບກາກໍໄປເວົ້າກັບຢ່າໂຄບວ່າ: “ລູກເອີຍ! ຈົ່ງຟັງໃຫ້ດີ ແລະ ເຮັດຕາມທີ່ແມ່ບອກ. ລູກຈົ່ງໄປທີ່ຝູງສັດ ແລະ ເລືອກເອົາລູກແບ້ໂຕພີດີ­ງາມມາ ເພື່ອແມ່ຈະເຮັດອາ­ຫານແຊບໆທີ່ພໍ່ຂອງລູກມັກ. ແລ້ວລູກຈົ່ງເອົາອາ­ຫານໄປໃຫ້ພໍ່ຂອງລູກກິນ ເພື່ອວ່າພໍ່ຈະອວຍ­ພອນໃຫ້ລູກ ກ່ອນທີ່ເພິ່ນຈະຕາຍ.”

ແຕ່ຢາໂຄບຕອບແມ່ວ່າ: “ແມ່ກໍຮູ້ວ່າ ເອຊາວເປັນຄົນມີຂົນ ສ່ວນເຮົານັ້ນຕົນຕົວກ້ຽງ. ພໍ່ອາດລູບເບິ່ງເຮົາ ແລະ ເມື່ອເພິ່ນຮູ້ວ່າ ເຮົາກຳ­ລັງຫຼອກລວງເພິ່ນຢູ່ ແທນທີ່ເຮົາຈະໄດ້ຮັບພະພອນ ແຕ່ຈະຖືກສາບແຊ່ງ.”

ນາງເຣເບກາຕອບຢາໂຄບວ່າ: “ລູກເອີຍ! ຂໍໃຫ້ຄຳຊາບແຊ່ງຂອງລູກຕົກຖືກແມ່ເທາະ! ຈົ່ງເຮັດຕາມທີ່ແມ່ບອກເທົ່ານັ້ນ ໄປເອົາແບ້ມາໃຫ້ແມ່.”

ຢາໂຄບຈຶ່ງໄປເອົາແບ້ມາໃຫ້ແມ່ເຮັດອາ­ຫານອັນແຊບໆທີ່ພໍ່ຂອງລາວມັກ. ແລ້ວນາງເຣເບກາກໍເອົາເສື້ອໂຕງາມໆຂອງເອຊາວທີ່ມີໃນເຮືອນມາໃຫ້ຢາໂຄບນຸ່ງ. ແລ້ວນາງເອົາໜັງແກະມາປົກແຂນ ແລະ ຄໍຂອງຢາໂຄບ. ຈາກນັ້ນ ນາງເຣເບກາກໍໄດ້ນຳເອົາອາ­ຫານອັນຫອມຫວານ ແລະ ເອົາເຂົ້າ­ຈີ່ມາໃຫ້ຢາໂຄບຖືໄປໃຫ້ອີຊາກກິນ.

ຢາໂຄບໄດ້ປອມຕົວເປັນເອຊາວ ແລະ ກ່າວຕໍ່ພໍ່ຂອງລາວວ່າ: "ພໍ່ເອີຍ! ລູກເຮັດສິ່ງທີ່ພໍ່ບອກນັ້ນແລ້ວ. ຈົ່ງລຸກ­ຂຶ້ນກິນອາ­ຫານນີ້ເຖີດ ເພື່ອວ່າພໍ່ຈະອວຍ­ພອນລູກ."

ອີຊາກແປກໃຈທີ່ສຽງຂອງເອຊາວເໝືອນຢາໂຄບ ແລະ ສາຍ­ຕາຂອງເພິ່ນກໍມືດມົວ ແລະ ບໍ່ແນ່ໃຈວ່າ ລູກຊາຍທີ່­ຢູ່ຕໍ່­ໜ້າເພິ່ນນີ້ແມ່ນເອຊາວ ຫຼືຢາໂຄບ. ອີຊາກຈຶ່ງກ່າວຕໍ່ລູກຊາຍຂອງເພິ່ນວ່າ: "ລູກເອີຍ! ຈົ່ງຫຍັບເຂົ້າມາໃກ້ໆພໍ່ ເພື່ອພໍ່ຈະລູບເບິ່ງວ່າ ເຈົ້າແມ່ນເອຊາວແທ້ຫຼືບໍ່?"

ເມື່ອອີຊາກໄດ້ລູບຕົນຕົວຂອງຢາໂຄບ ເພິ່ນກໍບໍ່ຮູ້ວ່າ ແມ່ນຢາໂຄບ ເພາະ­ວ່າແຂນຂອງຢາໂຄບຄືກັບແຂນຂອງເອຊາວ ແລະ ເພິ່ນຍັງໄດ້ກິ່ນເຄື່ອງ­ນຸ່ງຂອງເອຊາວທີ່ຢາໂຄບສວມໃສ່ອີກດ້ວຍ. ຫຼັງຈາກທີ່ອີຊາກກິນອາ­ຫານແລ້ວໆ ເພິ່ນກໍໄດ້ອວຍ­ພອນຢາໂຄບວ່າ: "ຂໍໃຫ້ຊົນຊາດທັງ­ຫຼາຍຮັບໃຊ້ເຈົ້າ ແລະ ໃຫ້ປະ­ຊາ­ຊາດຂາບໄຫວ້ເຈົ້າ ຂໍໃຫ້ເປັນເຈົ້ານາຍເໜືອພີ່­ນ້ອງ ແລະ ລູກຊາຍແມ່ຂອງເຈົ້າຂາບໄຫວ້ເຈົ້າ ຜູ້ໃດສາບແຊ່ງເຈົ້າ ກໍຂໍໃຫ້ຜູ້ນັ້ນຖືກສາບ ແລະ ຜູ້ໃດອວຍ­ພອນເຈົ້າ ກໍຂໍໃຫ້ຜູ້ນັ້ນໄດ້ຮັບພອນ.” ປະ­ຖົມມະການ 27:29 TKJV

ອີຊາກບໍ່ຮູ້ວ່າ ລູກຊາຍທີ່ຕົນອວຍ­ພອນໃຫ້ນັ້ນແມ່ນຢາໂຄບແຕ່ບໍ່ແມ່ນເອຊາວ. ສ່ວນຢາໂຄບກັບແມ່ຂອງຕົນກໍໄດ້ສົມຫວັງດັ່ງທີ່ຕັ້ງ­ໃຈໄວ້.

ການຫຼອກລວງ

ນາງເລເບກາຮູ້ວ່າ ອີຊາກຈະອວຍ­ພອນເອຊາວ. ນາງໝັ້ນໃຈວ່າ ສິ່ງເຫຼົ່ານີ້ຂັດຕໍ່ຄຳສັ່ງຂອງພຣະເຈົ້າທີ່ຊົງເປີດ­ເຜີຍຕາມພຣະປະ­ສົງຂອງພຣະອົງ. ນາງຄິດວ່າ ອີຊາກອາດຈະເຮັດໃຫ້ພຣະເຈົ້າບໍ່ພໍ­ໃຈໂດຍຂັດ­ຂວາງບໍ່ໃຫ້ລູກຊາຍຜູ້ທີສອງຮັບຕຳ­ແໜ່ງທີ່ພຣະອົງໄດ້ຈັດຕຽມເອົາໄວ້ໃຫ້ແລ້ວ. ຫຼາຍຄັ້ງທີ່ນາງເລເບກາພະ­ຍາ­ຍາມບອກອີຊາກກ່ຽວກັບຜູ້ທີ່ຈະໄດ້ຮັບຄຳອວຍ­ພອນນີ້ ແຕ່ອີຊາກກໍບໍ່ຟັງ. ສະ­ນັ້ນ ນາງເລເບກາຈຶ່ງໃຊ້ກົນ­ອຸ­ບາຍຫຼອກລວງແທນ.

ຄວາມຮູ້­ສຶກຂອງຢາໂຄບ

ແຜນ­ການຂອງແມ່ທີ່ແນະ­ນຳຢາໂຄບຫຼອກລວງເອົາຄຳອວຍ­ພອນຈາກພໍ່ ເປັນສິ່ງທີ່ຢາໂຄບບໍ່ເຕັມໃຈທີ່ຈະຮັບເອົາເລີຍ. ພຽງແຕ່ຄິດເຖິງການຫຼອກລວງພໍ່ກໍເຮັດໃຫ້ຢາໂຄບຮູ້ສຶກບໍ່ສະ­ບາຍໃຈແລ້ວ. ລາວຢ້ານວ່າຈະເປັນບາບ ທີ່ຈະນໍາການສາບແຊ່ງມາແທນພຣະພອນ. ແມ່ຂອງຢາໂຄບຂາດຄວາມເຊື່ອໃນເລື່ອງທີ່ພຣະເຈົ້າຈະເບິ່ງ­ແຍງພຣະສັນ­ຍາຂອງພຣະອົງທີ່ໄດ້ໃຫ້ໄວ້ແກ່ນາງໃນຄວາມຝັນ. ດັ່ງ­ນັ້ນ ນາງຈຶ່ງກົດດັນໃຫ້ຢາໂຄບຫຼອກລວງຜູ້ເປັນພໍ່ ຢາໂຄບກໍບໍ່ໄດ້ຕັ້ງ­ໃຈທີ່ຈະຫຼອກລວງພໍ່ຂອງລາວ ແຕ່ເມື່ອຢາໂຄບມາຢູ່ຕໍ່­ໜ້າພໍ່ຂອງລາວແລ້ວ ເບິ່ງຄືວ່າ ລາວເອງໄດ້ໄປໄກເກີນທີ່ຈະຖອນຕົວກັບຄືນ. ດັ່ງ­ນັ້ນ ຢາໂຄບຈຶ່ງຈຳໃຈຫຼອກລວງເອົາຄຳອວຍ­ພອນຈາກພໍ່.

ຕັ້ງ­ແຕ່ວິນາ­ທີທຳ­ອິດທີ່ຢາໂຄບໄດ້ສິດ­ທິລູກຊາຍກົກ ກໍມີສຽງຟ້ອງຮ້ອງຢູ່ໃນໃຈຕະ­ຫຼອດເວ­ລາວ່າ ລາວໄດ້ເຮັດຜິດບາບຕໍ່ພໍ່, ຕໍ່ອ້າຍ, ຕໍ່ຕົນເອງ ແລະ ຕໍ່ພຣະເຈົ້າ. ການເຮັດຜິດບາບພຽງເວ­ລາສັ້ນໆນັ້ນ ຈະເຮັດໃຫ້ລາວມີຄວາມລຳ­ບາກຫຼາຍໃນຊີ­ວິດຂອງລາວ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 27:1-29.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 179-182} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເອຊາວມາຮັບຄຳອວຍ­ພອນ

ເມື່ອຢາໂຄບໄດ້ຮັບຄຳອວຍ­ພອນຈາກພໍ່ແລ້ວ ລາວກໍອຳລາຈາກພໍ່ໄປ. ບໍ່ດົນປານ­ໃດ ເອຊາວກໍໄດ້ກັບມາຈາກການລ່າສັດ ລາວກໍໄດ້ເຮັດອາ­ຫານແຊບໆ ແລະ ຖືເອົາໄປໃຫ້ພໍ່ຂອງລາວ.

ເອຊາວເວົ້າກັບພໍ່ວ່າ: “ພໍ່ເອີຍ! ຈົ່ງລຸກ­ຂຶ້ນມາກິນອາ­ຫານຂອງລູກເຖີດເພື່ອພໍ່ຈະໄດ້ອວຍ­ພອນລູກ.”

ອີຊາກຖາມວ່າ: “ເຈົ້າແມ່ນໃຜ?”

ເອຊາວຕອບວ່າ: “ເອຊາວ! ລູກຊາຍຄົນກົກຂອງພໍ່ເອງ.”

ເມື່ອໄດ້ຍິນແນວນັ້ນ ອີຊາກຈຶ່ງຕົກ­ໃຈຢ້ານຈົນຕົວສັ້ນ ແລະ ຖາມວ່າ: “ຄັ້ນຊັ້ນ! ແມ່ນໃຜທີ່ຂ້າສັດ ແລະ ເຮັດອາ­ຫານມາໃຫ້ພໍ່ກິນ? ພໍ່ໄດ້ກິນ ແລະ ອວຍ­ພອນລາວໄປແລ້ວ ກ່ອນເຈົ້າຈະມາເຖິງ ແລະ ຄຳອວຍ­ພອນນັ້ນກໍເປັນຂອງລາວຕະ­ຫຼອດໄປ.”


ເມື່ອເອຊາວໄດ້ຍິນຢ່າງນັ້ນ ລາວກໍຮູ້­ສຶກເສຍໃຈ ແລະ ຮ້ອງຂຶ້ນດ້ວຍຄວາມ­ເຈັບຊ້ຳໃຈທີ່ສຸດ. ແລ້ວເອຊາວໄດ້ເວົ້າຕໍ່ພໍ່ວ່າ: “ພໍ່ເອີຍ! ຈົ່ງອວຍ­ພອນລູກຄືກັນແດ່­ທ້ອນ!”

ອີຊາກເວົ້າວ່າ: “ນ້ອງຂອງເຈົ້າຫຼອກລວງພໍ່. ລາວເອົາຄຳອວຍ­ພອນທີ່ເຈົ້າສົມ­ຄວນໄດ້ຮັບນັ້ນໄປແລ້ວ.”

ເມື່ອເອຊາວຮູ້ວ່າ ລາວບໍ່ສາ­ມາດຮັບຄຳອວຍ­ພອນຈາກພໍ່ໄດ້ ລາວກໍກຽດຊັງຢາໂຄບຢ່າງແຮງຍ້ອນຄຳອວຍ­ພອນທີ່ພໍ່ໄດ້ອວຍ­ພອນແກ່ຢາໂຄບ.

ບັດນີ້ ເອຊາວຕັ້ງໃຈທີ່ຈະໄປຮັບຄຳອວຍພອນຈາກພໍ່ ເພາະໃນຄຳອວຍພອນນັ້ນ ບໍ່ໄດ້ກ່າວເຖິງດ້ານຈິດວິນຍານຢ່າງດຽວ ມັນຍັງໝາຍເຖິງການແຕ່ຕັ້ງໃຫ້ເປັນຫົວໜ້າວົງຕະກຸນ ແລະ ການຮັບສ່ວນແບ່ງມໍລະດົກສອງເທົ່າອີກດ້ວຍ ນີ້ແຫລະ! ເປັນສິ່ງທີ່ເອຊາວພໍໃຈຫຼາຍ.

ເຖິງແມ່ນວ່າອີຊາກຕ້ອງການເອຊາວເປັນຜູ້ທີ່ຈະໄດ້ຮັບຄຳອວຍພອນ ລາວຄິດເຖິງຄຳເວົ້າຂອງພຣະເຈົ້າທີ່ກ່າວກັບນາງເລເບກາຢູ່ໃນຄວາມຝັນຂອງນາງ ແລະ ເຖິງແມ່ນວ່າ ຢາໂຄບຈະເຮັດຜິດບາບເພື່ອຍາດເອົາສິດທິລູກຊາຍກົກກໍຕາມ ອີຊາກກໍເຫັນວ່າ ຢາໂຄບເປັນຜູ້ທີ່ເໝາະສົມທີ່ສຸດ ເພາະຂະນະທີ່ອີຊາກອວຍພອນໃຫ້ຢາໂຄບຢູ່ນັ້ນ ເພິ່ນກໍຮູ້ສຶກວ່າ ພຣະວິນຍານບໍຣິສຸດຂອງພຣະເຈົ້າຊົງດົນບັນດານໃຈຂອງເພິ່ນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 27:30-41.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 179-182} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.