ນ້ຳ​ຖ້ວມ​ໂລກ

ໂນອາສ້າງເຮືອໃຫຍ

ເມື່ອມະ­ນຸດໄດ້ຕັດຄວາມຮູ້ເລື່ອງພຣະເຈົ້າຖິ້ມ ແລ້ວໄປນະ­ມັດ­ສະ­ການສັດໃນຈິນ­ຕະ­ນາ­ການຂອງຕົນເອງ ຈິດ­ໃຈຂອງພວກເຂົາຈຶ່ງເສື່ອມໂຊມຖອຍລົງເລື້ອຍໆ. ເມື່ອມະນຸດລ່ວງລະ­ເມີດພຣະບັນ­ຍັດຂອງພຣະເຈົ້າແລ້ວ ຄວາມບາບທີ່ອາດຈະຄິດຂຶ້ນມາໄດ້ຈຶ່ງເກີດຂຶ້ນ. ຄວາມຊົ່ວຂອງມະ­ນຸດເປັນທີ່ເປີດ­ເຜີຍຢ່າງຈະ­ແຈ້ງ ແລະ ທ້າທາຍ. ພຣະເຈົ້າຊົງເຫັນວ່າ­ຄວາມຊົ່ວຮ້າຍຂອງມະ­ນຸດມີຫຼາຍຢູ່ເທິງແຜ່ນ­ດິນໂລກ ແລະ ຄວາມຄິດທີ່­ຢູ່ໃນຈິດ­ໃຈຂອງພວກເຂົາກໍມີແຕ່ເລື່ອງໂຫດ­ຮ້າຍຫຼາຍ ຈົນພຣະເຈົ້າບໍ່ອາດຈະອົດ­ທົນຕໍ່ໄປໄດ້. ສະ­ນັ້ນ ພຣະເຈົ້າຈຶ່ງໄດ້ຕັດ­ສິນໃຈທີ່ຈະກວດລ້າງມະ­ນຸດໃຫ້ອອກໄປຈາກແຜ່ນ­ດິນໂລກ. ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ ພຣະອົງຈຶ່ງໄດ້ໃຫ້ມະ­ນຸດມີທາງອອກຈາກໄພ­ພິ­ບັດທີ່ຈະເກີດຂຶ້ນ.      

ໃນທ່າມ­ກາງຄົນຊົ່ວຮ້າຍທີ່ແຜ່ຂະ­ຫຍາຍຢູ່ເທິງແຜ່ນ­ດິນໂລກນີ້ ຍັງມີກຸ່ມຄົນຈຳ­ນວນໜຶ່ງທີ່ຮັກສາຄວາມຮູ້ເລື່ອງພຣະເຈົ້າເອົາໄວ້ຢ່າງໝັ້ນຄົງ ແລະ ດຳ­ເນີນຊີ­ວິດຢູ່ໃນຄວາມສາ­ມັກ­ຄີທຳກັບພຣະເຈົ້າມາຕະຫຼອດ. ພຣະເຈົ້າໄດ້ເລືອກເອົາຊາຍຄົນໜຶ່ງທີ່­ຢູ່ໃນກຸ່ມຄົນຈຳ­ນວນນັ້ນ ພຣະເຈົ້າໄດ້ສົ່ງທູດສະຫວັນໄປບອກເລື່ອງທີ່ພຣະອົງຈະລ້າງໂລກນີ້ໃຫ້ຊາຍຄົນນັ້ນຟັງ. ຊາຍຄົນນັ້ນມີຊື່­ວ່າ: “ໂນອາ” ໂນອາເປັນເຊື້ອ­ສາຍລູກຫຼານຂອງເຊດ.

ພຣະເຈົ້າໄດ້ບອກໂນອາວ່າ: “ເຮົາຈະກວດລ້າງມະ­ນຸດທີ່ເຮົາສ້າງຂຶ້ນມານີ້ໄປຈາກແຜ່ນ­ດິນໂລກ. ເຮົາຈະເຮັດໃຫ້ນ້ຳຖ້ວມເທິງແຜ່ນ­ດິນໂລກ ເພື່ອທຳລາຍທຸກໆສິ່ງທີ່ມີຊີວິດ. ເຈົ້າຈົ່ງສ້າງເຮືອໃຫຍ່ລຳໜຶ່ງໄວ້ສຳ­ລັບເຈົ້າເອງ ແລະ ເອົາເມຍ, ລູກຊາຍ, ລູກໄພ້ພ້ອມດ້ວຍສັດທຸກຊະ­ນິດ ແລະ ອາ­ຫານຫຼາຍຢ່າງເຂົ້າໄປໃນເຮືອ. ໃນລະ­ຫວ່າງທີ່ສ້າງເຮືອຢູ່ນັ້ນ ເຈົ້າຈະຕ້ອງເທດສະ­ໜາປະ­ກາດເລື່ອງທີ່ເຮົາຈະທຳ­ລາຍຄົນຊົ່ວຮ້າຍໂດຍໃຫ້ນ້ຳຖ້ວມໂລກ. ຖ້າຜູ້ໃດທີ່ເຊື່ອຄຳເວົ້າຂອງເຈົ້າໂດຍກັບໃຈເຊົາເຮັດບາບ ແລະ ຕຽມຕົວພົບກັບໄພ­ພິ­ບັດນີ້ ກໍຈະໄດ້ຮັບການອະໄພບາບ ແລະ ລອດພົ້ນຈາກເຫດ­ການນັ້ນ.”


ຫຼັງຈາກນັ້ນ ພຣະເຈົ້າກໍໄດ້ບອກຂະ­ໜາດຂອງເຮືອ ແລະ ວິ­ທີການສ້າງເຮືອໃຫ້ໂນອາ. ພຣະອົງເປັນຜູ້ອອກແບບ ແລະ ໂນອາເປັນຜູ້ກຳ­ກັບໃນການສ້າງເຮືອ. ໂຄງສ້າງເໝືອນລຳເຮືອເພື່ອຈະລອຍ­ນ້ຳໄດ້ ແຕ່ບາງສ່ວນກໍເບິ່ງຄືກັນກັບບ້ານ ເຊິ່ງມີສາມຊັ້ນ ແລະ ມີປະ­ຕູດຽວທີ່­ຢູ່ດ້ານຂ້າງ. ເຮືອລຳນີ້ຖືກອອກແບບໃຫ້ແສງສະ­ຫວ່າງສາ­ມາດສ່ອງເຂົ້າມາຈາກທາງເທິງ ແລະ ທະ­ລຸລົງມາຜ່ານແຕ່ລະຊັ້ນ ແລະ ແຕ່ລະຫ້ອງໄດ້. ໃນລະ­ຫວ່າງທີ່ໂນອາສ້າງເຮືອລຳໃຫຍ່ຢູ່ນັ້ນ ກໍມີຄົນຈຳ­ນວນຫຼວງຫຼາຍມາຈາກທົ່ວທຸກທິດທຸກບ່ອນພາ­ກັນເບິ່ງສິ່ງທີ່ແປກປະ­ຫຼາດ ແລະ ຟັງຄຳສັ່ງສອນ ແລະ ຄຳປະກາດຂອງໂນອາ.       

 ໂນອາປະ­ກາດວ່າ: “ທຸກໆຄົນຈົ່ງຟັງ! ທຸກໆ ຄົນຈົ່ງຟັງ! ພຣະເຈົ້າຈະເຮັດໃຫ້ນ້ຳຖ້ວມເທິງແຜ່ນ­ດິນໂລກ ເພື່ອທຳ­ລາຍທຸກໆສິ່ງທີ່ມີຊີ­ວິດຢູ່ໃນໂລກ.”       

ຕອນທຳ­ອິດ ຫຼາຍຄົນມີທ່າທີວ່າຈະເຊື່ອຄຳເຕືອນນັ້ນ ແຕ່ພວກເຂົາກໍບໍ່ໄດ້ຫັນມາຫາພຣະເຈົ້າດ້ວຍການກັບໃຈຢ່າງແທ້ຈິງ ຄືບໍ່ຢາກທີ່ຈະປະຖິ້ມຄວາມບາບຂອງຕົນເອງ, ບາງຄົນກໍບໍ່ເຊື່ອເພາະບໍ່ຢາກປະຖິ້ມທຸກສິ່ງທີ່­ຢູ່ໃນໂລກນີ້ ແລະ ກໍມີບາງກຸ່ມຄົນທີ່ເຊື່ອໂດຍຄິດວ່າ ຈະກັບໃຈໃໝ່ ແລະ ຕິດ­ຕາມໂນອາ ແຕ່ເມື່ອມີຄົນມາເວົ້າໃສ່ ແລະ ເຍາະ­ເຍີ້ຍ ກໍເຮັດໃຫ້ພວກເຂົາເຫຼົ່າ­ນັ້ນບໍ່ເຊື່ອຄຳເວົ້າຂອງໂນອາ ແລະ ແຖມຍັງກັບມາເວົ້າໃສ່ເຍາະ­ເຍີ້ຍໂນອາຫຼາຍກວ່າເກົ່າອີກ.          

ເມື່ອເວ­ລາຜ່ານໄປມະ­ນຸດສັງ­ເກດເຫັນວ່າທຳມະຊາດບໍ່ມີການປ່ຽນແປງ. ໃນທີ່ສຸດ ປະ­ຊາ­ຊົນໄດ້ພາ­ກັນເວົ້າວ່າ: “ຫຼາຍຍຸກຫຼາຍສະ­ໄໝ ກົດ­ເກນທຳມະຊາດຖືກກຳ­ນົດເອົາໄວ້ແລ້ວ ແລະ ລະ­ດູການກໍໝູນ­ວຽນຢູ່ແບບນັ້ນມາຕະຫຼອດ. ຖ້າສົມ­ມຸດວ່າ ສິ່ງທີ່ໂນອາເວົ້າຂຶ້ນມາເປັນ­ຄວາມຈິງນັ້ນກໍໝາຍຄວາມວ່າ ທຳມະຊາດກໍຕ້ອງມີການປ່ຽນແປງ.” ນອກ­ຈາກນີ້ ມະ­ນຸດຍັງຄິດໄປອີກວ່າ: “ທຳມະຊາດຢູ່ເໜືອພຣະເຈົ້າ ແລະ ກົດ­ເກນຂອງມັນໝັ້ນ­ຄົງ ຈົນພຣະເຈົ້າເອງບໍ່ອາດຈະປຽນແປງໄດ້. ເລື່ອງທີ່ໂນອາເວົ້າມານັ້ນບໍ່ເປັນ­ຄວາມຈິງດອກ!”        

ສ່ວນຄົນອື່ນໆທີ່ເຊື່ອວ່າເລື່ອງນີ້ບໍ່ສາ­ມາດເກີດຂຶ້ນໄດ້ນັ້ນເຊັ່ນ: ຄົນທີ່ຂາບໄຫ້ວບູ­ຊາຮູບປັ້ນ. ພວກເຂົາຕ່າງກໍພາ­ກັນເວົ້າຂຶ້ນວ່າ: “ຂ້ອຍເປັນຜູ້ນັບ­ຖືພຣະເຈົ້າ ແລະ ຮູບປັ້ນກໍເປັນຕົວແທນຂອງພຣະອົງ. ເລື່ອງທີ່ພຣະເຈົ້າຈະສົ່ງນ້ຳມາຖ້ວມໂລກນັ້ນ ມັນບໍ່ແມ່ນຄວາມຈິງດອກ! ພຣະເຈົ້າຊົງເຕັມລົ້ນດ້ວຍຄວາມຮັກ ແລະ ມີຄວາມເມດຕາອັນບໍ່ມີທີ່ສິ້ນສຸດ ການລົງ­ໂທດຜູ້ລ່ວງລະ­ເມີດເປັນສິ່ງທີ່ຂັດແຍ້ງກັບພຣະລັກ­ສະ­ນະອຸ­ປະນິ­ໄສຂອງພຣະອົງ ແລະ ພະບັນ­ຍັດຂອງພຣະອົງນັ້ນກໍບໍ່ມີຜົນບັງ­ຄັບໃຊ້ແລ້ວ.”        

ນອກ­ຈາກນີ້ ພວກຜູ້­ນຳທີ່ຍິ່ງໃຫຍ່ ແລະ ຄົນທີ່ມີຊື່ສຽງກໍເວົ້າທຳນອງແບບດຽວກັນວ່າ: “ການເຕືອນໄພຈາກພຣະເຈົ້າເປັນພຽງການຂົ່ມ­ຂູ່ໃຫ້ຢ້ານເທົ່ານັ້ນ ບໍ່ມີທາງຈະເກີດຂຶ້ນແທ້ຈິງດອກ! ບໍ່ຕ້ອງພາ­ກັນຕື່ນຕົກ­ໃຈກັບເລື່ອງທີ່ວ່າ: 'ພຣະເຈົ້າຈະທຳ­ລາຍໂລກ ແລະ ລົງ­ໂທດຊີວິດທີ່ພຣະອົງຊົງສ້າງຂຶ້ນມານັ້ນດອກ!’ ມັນບໍ່ມີທາງເປັນໄປໄດ້ ຈົ່ງໃຫ້ພວກເຮົາສະ­ບາຍໃຈ ແລະ ບໍ່ຕ້ອງຢ້ານ. ໂນອາເປັນບ້າງົມ­ງວາຍໄປເອງ.”         

ແລ້ວພວກຄົນກຸ່ມອື່ນໆກໍພາ­ກັນເວົ້າອີກວ່າ: “ຖ້າ­ວ່າສິ່ງທີ່ໂນອາເວົ້າມານັ້ນເປັນ­ຄວາມຈິງ. ພວກຜູ້­ນຳທີ່ຍິ່ງໃຫຍ່ມີຊື່ສຽງ ແລະ ສະ­ຫຼາດກໍຄົງຈະມີຄວາມເຂົ້າ­ໃຈໃນທຳ­ນອງດຽວກັນກັບໂນອາຫັນແຫລະ!” ແລ້ວຊາວໂລກກໍພາ­ກັນບໍ່ເຊື່ອຄຳເວົ້າຂອງໂນອາ ແລະ ຍັງມາເວົ້າເຍາະເຍີຍໃສ່ເພິ່ນຕື່ມອີກ.        

ຊາວໂລກທັງ­ຫຼາຍຍັງພາ­ກັນເຮັດສິ່ງທີ່ຊົ່ວຮ້າຍຕໍ່ໄປເໝືອນກັບວ່າ ບໍ່ໄດ້ຮັບຮູ້ການຕັກ­ເຕືອນຈາກພຣະເຈົ້າໂດຍຜ່ານທາງຜູ້ຮັບໃຊ້ຂອງພຣະອົງ. ພວກເຂົາຍັງຄົງສະ­ຫຼອງ ແລະ ກິນລ້ຽງກັນຢ່າງຖືກໃຈຈົນບໍ່ຮູ້­ຈັກພໍ, ທັງກິນທັງດື່ມ, ທັງປູກພືດຜົນ ແລະ ກໍ່­ສ້າງວາງແຜນ­ການເພື່ອຜົນກຳ­ໄລທີ່ຈະໄດ້ຮັບໃນອະນາຄົດ ແລະ ພວກເຂົາຍັງເຮັດຊົ່ວ­ຊ້າເພີ່ມຫຼາຍຍິ່ງຂຶ້ນອີກ.  

 ໂນອາສ້າງເຮືອ

“ເພາະໂນອາມີຄວາມເຊື່ອ ສະ­ນັ້ນ ເມື່ອພຣະເຈົ້າຊົງເຕືອນໃຫ້ຮູ້ເຖິງເຫດ­ການທີ່ຍັງບໍ່ປາກົດ ໂນອາຈຶ່ງຢຳເກງ ແລະ ສ້າງເຮືອໃຫຍ່ ເພື່ອຊ່ວຍຄອບ­ຄົວຂອງຕົນໃຫ້ພົ້ນຈາກຄວາມຕາຍ ແລະ ດ້ວຍເຫດນີ້ ໂນອາຈຶ່ງໄດ້ຕັກ­ເຕືອນຊາວໂລກ ແລະ ໄດ້ກາຍ­ເປັນຜູ້ຮັບມໍ­ລະ­ດົກຄືຄວາມຊອບທຳເຊິ່ງເກີດຈາກຄວາມເຊື່ອ” (ເຮັບເລີ 11:7).

ທຳມະຊາດ

ມະ­ນຸດໃນສະໄໜກ່ອນນ້ຳຖ້ວມໂລກຄິດວ່າ ຕະ­ຫຼອດຫຼາຍສັດຕະ­ວັດທີ່ຜ່ານມາ ກົດເກນຂອງທຳມະຊາດຖືກກຳ­ນົດໄວ້ຕາຍ­ໂຕແລ້ວ ລະ­ດູການໝູນ­ວຽນປ່ຽນ­ແປງໄປມາຢູ່ແບບນັ້ນຕະ­ຫຼອດ ແລະ ກ່ອນໜ້ານີ້ກໍບໍ່ເຄີຍມີຝົນ­ຕົກ ໂລກໄດ້ຮັບການພົ່ມດ້ວຍນ້ຳ­ໝອກ ແລະ ນ້ຳຄ້າງ ແລະ ແມ່­ນ້ຳກໍບໍ່ເຄີຍທີ່ຈະໄຫຼຖ້ວມຂຶ້ນມາເຂດດິນ­ແດນຂອງພວກເຂົາ.

ແຜນ­ການລໍ້ລວງຂອງຊາຕານ

ເລື່ອງທີ່ຊາຕານລໍ້ລວງເອວາບໍ່ໃຫ້ເຊື່ອຟັງຄຳສັ່ງຂອງພຣະເຈົ້ານັ້ນ ມັນໄດ້ເວົ້າວ່າ: “ບໍ່ແມ່ນຄວາມຈິງດອກ! ເຈົ້າຈະບໍ່ຕາຍ” ຊາຕານກໍເອົາວິທີນີ້ໄປລໍ້ລວງຊາວໂລກໃຫ້ຄິດເຊັ່ນກັນວ່າ ສິ່ງທີ່ໂນອາປະ­ກາດເລື່ອງນ້ຳຖ້ວມໂລກນັ້ນ ບໍ່ເປັນ­ຄວາມຈິງດອກ! ແລະ ໃຫ້ພວກເຂົາເຊື່ອວ່າພວກເຂົາກໍຈະບໍ່ຕາຍ.

ສວນເອເດນ

ເມື່ອຄວາມບາບແຜ່ຂະ­ຫຍາຍອອກໄປທົ່ວໂລກ ຄວາມຊົ່ວຮ້າຍຂອງມະ­ນຸດຈຶ່ງເປັນສາ­ເຫດເຮັດໃຫ້ໂລກຕ້ອງຖືກທຳ­ລາຍລ້າງດ້ວຍນ້ຳຖ້ວມ ແລະ ໃນຕອນນັ້ນ ຣິດອຳ­ນາດຂອງພຣະເຈົ້າກໍໄດ້ຮັບເອົາສວນເອເດນຂຶ້ນໄປຈາກໂລກ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 6:5-22; ເຮັບເຣີ 11:7.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) ບົດທີ 7 ແລະ {ວັກ 62.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ

ປະ­ຕູແຫ່ງຄວາມເມດຕາປິດ

ເປັນເວ­ລາ 120 ປີ ທີ່ໂນອາສ້າງເຮືອສຳ­ເລັດສົມ­ບູນຕາມຄຳສັ່ງຂອງພຣະເຈົ້າທີ່ໄດ້ອອກແບບໄວ້ ແລະ ພ້ອມທັງໄດ້ກະ­ກຽມອາ­ຫານທັງຄົນ ແລະ ສັດເປັນຈຳ­ນວນຫຼວງຫຼາຍຢູ່ໃນເຮືອອີກດ້ວຍ. ໂນອາຍັງຄົງປະ­ກາດດ້ວຍໃຈທີ່ຮ້ອນ­ຮົນເລື່ອງທີ່ພຣະເຈົ້າຈະລ້າງໂລກ ເພື່ອໃຫ້ຊາວໂລກໄດ້ພາ­ກັນເຂົ້າມາຫຼົບໄພຈາກໄພ­ພິ­ບັດທີ່ກຳ­ລັງຈະເກີດຂຶ້ນ. ແຕ່ຊາວໂລກກໍຍັງພາ­ກັນບໍ່ເຊື່ອໃນສິ່ງທີ່ໂນອາປະ­ກາດ ແລະ ພວກເຂົາກໍຍັງສົ່ງສຽງຮ້ອງເຍາະ­ເຍີ້ຍໃສ່ໂນອາດ້ວຍຄວາມມ່ວນ­ຊື່ນ.        

ໃນຂະ­ນະທີ່ຊາວໂລກສົ່ງສຽງຮ້ອງເຍາະ­ເຍີ້ຍໃສ່ໂນອາຢູ່ນັ້ນ ກໍໄດ້ມີສັດເປັນຈຳ­ນວນຫຼວງຫຼາຍຍ່າງອອກມາຈາກປ່າ. ບັນ­ດາສັດທັງ­ຫຼາຍເຫຼົ່າ­ນັ້ນໄດ້ຄ່ອຍໆຍ່າງໄປຍັງເຮືອຂອງໂນອາແບບງຽບໆ ຢ່າງເປັນຄູ່ໆ ຄືສັດທີ່ສະ­ອາດແນວລະເຈັດຄູ່ ແລະ ສັດທີ່ເປັນມົນ­ທິນແນວລະຄູ່. ຈາກນັ້ນ ກໍໄດ້ມີສຽງຄືກັບລົມພັດດັງຂຶ້ນ ແລະ ກໍມີຝູງນົກເປັນຈຳ­ນວນຫຼວງຫຼາຍມາຈາກທົ່ວທຸກທິດປົກຄຸມທົ່ວທ້ອງ­ຟ້າຈົນມືດຄື້ມ ແລະ ພາ­ກັນບິນເຂົ້າໄປໃນເຮືອຂອງໂນອາແນວລະຄູ່ ແລະ ສັດທີ່ສະ­ອາດແນວລະເຈັດຄູ່ເຊັ່ນດຽວກັນ. ເມື່ອຊາວໂລກເຫັນສິ່ງທີ່ໜ້າອັດ­ສະ­ຈັນແນວນັ້ນ ຕ່າງຄົນກໍພາກັນແນມເບິ່ງດ້ວຍຄວາມສົງ­ໄສ ແລະ ບາງຄົນກໍເກີດມີຄວາມຢ້ານ. ແລ້ວນັກປັດສະຍາ (ຄົນທີ່ສຶກ­ສາຫາຄວາມຮູ້ ແລະ ຄວາມຈິງກ່ຽວກັບມະ­ນຸດ, ໂລກ, ທຳມະຊາດ ແລະ ສິ່ງທີ່ມີຊີ­ວິດຕ່າງໆ) ທັງ­ຫຼາຍກໍໄດ້ຖືກເອີ້ນໃຫ້ມາອະ­ທິ­ບາຍເຖິງສິ່ງອັດ­ສະ­ຈັນທີ່ໄດ້ເກີດຂຶ້ນນີ້ ແຕ່ພວກນັກປັດສະຍາທັງ­ຫຼາຍຊ້ຳ­ພັດໃຫ້ຄຳອະ­ທິ­ບາຍບໍ່ໄດ້ ເພາະສິ່ງອັດ­ສະ­ຈັນທີ່ເກີດຂຶ້ນມານີ້ ມັນລຶກ­ລັບຫຼາຍຈົນບໍ່ສາ­ມາດທີ່ຈະອະ­ທິ­ບາຍໄດ້.

ໃນຂະ­ນະທີ່ປະ­ຕູແຫ່ງຄວາມເມດຕາຂອງພຣະເຈົ້າກຳ­ລັງຈະປິດລົງນັ້ນ ເມື່ອມະ­ນຸດເຫັນວ່າດວງຕາ­ເວັນຍັງສ່ອງແສງແຈ້ງ ແລະ ໂລກກໍຍັງປົກຄຸມໄປດ້ວຍຄວາມງົດງາມຄືເກົ່າ. ສະ­ນັ້ນ ມະ­ນຸດທັງ­ຫຼາຍຈຶ່ງຂັບໄລ່ເອົາຄວາມຢ້ານທີ່­ຢູ່ໃນຈິດ­ໃຈຂອງພວກເຂົາອອກໄປໂດຍການຍັງຄົງເຮຮາກັບການເຮັດຜິດສິນລະທຳ ແລະ ປະ­ພຶດໃນທາງແຫ່ງຄວາມບາບຢ່າງຫຼວງຫຼາຍ. ເມື່ອຄວາມບາບຍິ່ງແຜ່ອອກໄປຫຼາຍເທົ່າ­ໃດ ມະ­ນຸດເທິງແຜ່ນ­ດິນໂລກຍິ່ງຄິດວ່າມັນບໍ່ແມ່ນຄວາມບາບ.      

ແລ້ວພຣະເຈົ້າກໍໄດ້ກ່າວຕໍ່ໂນອາວ່າ: “ຈົ່ງເຂົ້າໄປໃນເຮືອກັບຄອບ­ຄົວທັງໝົດຂອງເຈົ້າ; ເຮົາເຫັນແລ້ວວ່າ ແມ່ນເຈົ້າຜູ້ດຽວເທົ່ານັ້ນໃນໝົດທັງໂລກນີ້ທີ່ເຮັດສິ່ງຊອບທຳ.”        

ຫຼັງຈາກທີ່ໂນອາພ້ອມຄອບ­ຄົວຂອງລາວໄດ້ເຂົ້າໄປຢູ່ໃນເຮືອແລ້ວໆ ພຣະເຈົ້າກໍໄດ້ເຮັດສິ່ງທີ່ອັດ­ສະ­ຈັນເກີດຂຶ້ນອີກໂດຍເຮັດໃຫ້ມີແສງ­ຟ້າແມບແຈ້ງປາ­ກົດຂຶ້ນ ແລະ ມີເມກທີ່ສະ­ຫວ່າງຫຼາຍກວ່າແສງ­ຟ້າແມບນັ້ນລອຍລົງມາຈາກສະ­ຫວັນ ແລະ ລອຍຢູ່ຊື່ທາງເຂົ້າເຮືອ. ຈາກນັ້ນ ກໍຄ່ອຍໆປິດປະ­ຕູເຮືອດ້ວຍມືທີ່ເບິ່ງບໍ່ເຫັນ. ເຮືອລຳໃຫຍ່ໄດ້ຖືກພຣະເຈົ້າປິດປະ­ຕູເອົາໄວ້ໂດຍບໍ່ມີໃຜທີ່ຈະສາ­ມາດເປີດມັນໄດ້ ແລະ ໂນອາພ້ອມທັງຄອບຄົບຂອງເພິ່ນກໍໄດ້ຢູ່ໃນເຮືອລຳໃຫຍ່.   

ສັດທີ່ສະ­ອາດ ແລະ ສັດທີ່ບໍ່ສະ­ອາດ

ດ້ວຍຄວາມຮັກຂອງພຣະເຈົ້າ ພຣະອົງໄດ້ໃຫ້ຄວາມຮູ້ແກ່ພວກເຮົາໃນການຈຳ­ແນກລະ­ຫວ່າງສັດທີ່ມີພະ­ຍາດໜ້ອຍ ແລະ ບັນ­ດາສັດທີ່ມີພະ­ຍາດຫຼາຍ. ຄວາມຮູ້ນີ້ຈະຊ່ວຍໃຫ້ພວກເຮົາເຫັນວ່າ ຖ້າພວກເຮົາໄດ້ສຳ­ຜັດ ຫຼື ກິນສັດເຫຼົ່າ­ນັ້ນ ພວກເຮົາອາດຈະໄດ້ຮັບໂຣກພະ­ຍາດ ຫຼື ການເຈັບປ່ວຍຈາກສັດທີ່ບໍ່ສະ­ອາດເຫຼົ່ານັ້ນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 7:1-5, 8, 9.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ນ້ຳຖ້ວມໂລກ

ເປັນເວ­ລາເຈັດມື້ ໂນອາພ້ອມດ້ວຍຄອບ­ຄົວຂອງເພິ່ນ ແລະ ສັດຢູ່ໃນເຮືອລຳໃຫຍ່. ສ່ວນມະ­ນຸດທີ່ປະ­ຕິ­ເສດຄວາມເມດຕາຂອງພຣະເຈົ້າ ກໍຖືກປິດໄວ້ໃຫ້ຢູ່ນອກເຮືອ ພວກເຂົາເຫັນວ່າທຳມະຊາດບໍ່ມີການປ່ຽນ­ແປງ ແລະ ທຸກໆຄົນກໍພາ­ກັນດຳ­ເນີນຊີ­ວິດຢູ່ຄືເກົ່າ. ສະ­ນັ້ນ ມະ­ນຸດທັງ­ຫຼາຍຈຶ່ງພາ­ກັນຄິດວ່າ: “ສິ່ງທີ່ໂນອາປະ­ກາດເລື່ອງທີ່ພຣະເຈົ້າຈະລ້າງໂລກນັ້ນມັນເປັນການຫຼອກລວງ ແລະ ເລື່ອງນ້ຳຈະຖ້ວມໂລກນັ້ນມັນເປັນເລື່ອງທີ່ບໍ່ມີທາງເປັນ­ຄວາມຈິງ.” ໃນຊ່ວງເຈັດມື້ນັ້ນ ພວກເຂົາໄດ້ພາ­ກັນໄປອ້ອມຮອບຢູ່ທີ່ເຮືອລຳໃຫຍ່ຂອງໂນອາ ແລະ ເວົ້າໝິ່ນປະໝາດໂນອາຢ່າງດຸ­ເດືອດຮຸນແຮງຫຼາຍໆເລື່ອງ.

ແຕ່ພໍຮອດມື້ທີແປດ ທ້ອງ­ຟ້າທີ່ເຄີຍສົດໄສໃນແຕ່ລະມື້ນັ້ນ ກໍໄດ້ປາ­ກົດມີລົມພັດມາຢ່າງຮຸນແຮງ. ຕໍ່ມາ ກໍມີເມກຢ່າງຕຶບ­ໜາມາປົກຄຸມທົ່ວທ້ອງ­ຟ້າ ແລະ ກໍມີສຽງຟ້າ­ຮ້ອງຟ້າແມບ. ແລ້ວບໍ່ດົນ ຝົນກໍເລີ່ມຕົກລົງມາເມັດໃຫຍ່ໆຢ່າງຮຸນແຮງ. ມະ­ນຸດເທິງແຜ່ນ­ດິນໂລກທັງ­ຫຼາຍພາ­ກັນຕົກໃຈ ແລະ ພາ­ກັນຢ້ານເພາະບໍ່ເຄີຍເຫັນຝົນ­ຕົກມາກ່ອນ ແລະ ກ່ອນໜ້ານີ້ແຜ່ນ­ດິນໂລກກໍຊຸ່ມໄປດ້ວຍນ້ຳ­ໝອກໃນເວ­ລາກາງ­ຄືນ ເພື່ອເຮັດໃຫ້ພືດພັນນາໆຊະ­ນິດຈະ­ເລີນເຕີບໂຕ. ແລ້ວລົມກໍໄດ້ພັດໃສ່ຕົ້ນ­ໄມ້ ແລະ ເຮືອນຢ່າງຮຸນແຮງ ເຮືອນຊານບ້ານຊ່ອງເພ­ພັງກະ­ຈັດ­ກະ­ຈາຍອອກໄປ. ສ່ວນສັດທີ່ເຫລືອຢູ່ໃນປ່ານັ້ນກໍພາ­ກັນຮ້ອງຄວນຄາງເບິ່ງຄືວ່າ ພວກມັນຈະຮູ້ຊາ­ຕາ­ກຳຂອງຕົນເອງ ແລະ ຊາ­ຕາ­ກຳຂອງມະນຸດ. ກ້ອນເມກໄດ້ເທຝົນລົງມາຢ່າງບໍ່ຂາດສາຍ ຈົນເຮັດໃຫ້ແມ່­ນ້ຳທັງ­ຫຼາຍລົ້ນ ແລະ ເຂື່ອນຢູ່ທີ່ຕ່າງໆກໍເພ­ພັງລົງ. ມະ­ນຸດທັງ­ຫຼາຍໄດ້ພາ­ກັນຮ້ອງ­ໄຫ້ ແລະ ແລ່ນໜີເອົາຊີ­ວິດລອດ. ຫຼາຍໆຄົນກໍແລ່ນໄປເຮືອລຳໃຫຍ່ຂອງໂນອາ ແລະ ຮ້ອງໃສ່ໂນອາເປີດປະ­ຕູເຮືອໃຫ້ພວກເຂົາ, ບາງຄົນກໍພະ­ຍາ­ຍາມພັງປະ­ຕູເຮືອຂອງໂນອາເພື່ອທີ່ຈະເຂົ້າໄປ ແຕ່ເຮືອຂອງໂນອາຖືກອອກແບບ­ຢ່າງໝັ່ນຄົງຈຶ່ງບໍ່ສາ­ມາດພັງເຂົ້າໄປໄດ້, ບາງຄົນກໍເກາະຢູ່ກັບເຮືອເອົາໄວ້ ແຕ່ເມື່ອເຮືອໄປຕຳໃສ່ກັບຕົ້ນ­ໄມ້ ຫຼື ໂງ່ນ­ຫີນກໍເຮັດໃຫ້ບັນ­ດາຜູ້ຄົນບໍ່ສາມາດເກາະຢູ່ທີ່ເຮືອຂອງໂນອາໄດ້.      

ໃນຂະ­ນະດຽວກັນນັ້ນ ສັດທີ່­ຢູ່ໃນເຮືອຂອງໂນອາກໍໄດ້ພາ­ກັນຮ້ອງຄວນຄາງດ້ວຍຄວາມຢ້ານກົວຢູ່ທ່າມ­ກາງໄພພິ­ບັດ ແຕ່ເຮືອລຳໃຫຍ່ນີ້ໄດ້ລອຍຢູ່ຢ່າງປອດໄພ ເພາະມີທູດສະ­ຫວັນຂອງພຣະເຈົ້າເຝົ້າຮັກ­ສາຢູ່. ແລ້ວບໍ່ດົນ ແມ່­ນ້ຳທຸກໆສາຍກໍໄດ້ໄຫຼລົງມາຈາກພູ­ເຂົາທັງ­ຫຼາຍ ແລະ ນ້ຳ­ພຸບາດານແຕ່ລະບ່ອນໄດ້ພົ້ນຂຶ້ນ ຈົນຊັດເອົາໂງ່ນ­ຫີນໃຫຍ່ໆຂຶ້ນໄປໃນອາກາດຫຼາຍຮ້ອຍແມັດ. ນ້ຳໄດ້ຖ້ວມຂຶ້ນເລື້ອຍໆ ຈົນຄົນທັງ­ຫຼາຍໄດ້ພາກັນແລ່ນຂຶ້ນໄປຢູ່ເທິງພູ ແລະ ຍາດບ່ອນຢູ່ກັບສັດ. ບາງຄົນກໍມັດຕົນເອງກັບລູກຂອງຕົນໄວ້ຢູ່ເທິງຫຼັງສັດໃຫຍ່ ເພື່ອຫວັງທີ່ຈະໃຫ້ສັດໃຫຍ່ນັ້ນໜີຂຶ້ນໄປຍັງບ່ອນທີ່ສູງສຸດ. ຈາກນັ້ນ ນ້ຳທະ­ເລກໍໄດ້ຫຼັ່ງ­ໄຫຼເຂົ້າມາຖ້ວມແຜ່ນ­ດິນໂລກ. ໃນລະ­ຫວ່າງທີ່ມະ­ນຸດສັ່ນສະ­ທ້ານຢ້ານກັບເຫດ­ການທີ່ເກີດຂຶ້ນຢູ່ນັ້ນ ພວກເຂົາຈຶ່ງເຫັນວ່າ ພວກເຂົາກຳ­ລັງພົບກັບໄພ­ພິ­ບັດຍ້ອນການບໍ່ເຊື່ອຟັງພຣະເຈົ້າ ແລະ ເຮັດຜິດຕໍ່ພຣະບັນ­ຍັດຂອງພຣະອົງ. ດ້ວຍຄວາມຢ້ານຕໍ່ການລົງ­ໂທດຂອງພຣະເຈົ້ານີ້ເອງ ຈຶ່ງເຮັດໃຫ້ພວກເຂົາໄດ້ຮູ້­ສຶກ ແລະ ເຂົ້າ­ໃຈວ່າມັນເປັນຍ້ອນຄວາມບາບຂອງພວກເຂົາ.      

ສວນອັນງົດງາມທີ່ມະ­ນຸດໄດ້ຈັດຕຽມໄວ້ໃຫ້ກັບຮູບປັ້ນຂອງພວກເຂົາກໍຖືກທຳ­ລາຍລົງໂດຍຖືກຟ້າຜ່າ, ແທ່ນບູ­ຊາທີ່ເຄີຍໃຊ້ບູ­ຊານັ້ນກໍຖືກຖອນຮາກອອກຈົນໝົດ ແລະ ຄົນທີ່ຂາບໄຫ້ວບູ­ຊາຮູບປັ້ນນັ້ນ ກໍຖືກທຳ­ລາຍເພາະຄວາມຊົ່ວ­ຊ້າຍ້ອນຫຼົງ­ໄຫຼໃນຮູບປັ້ນນັ້ນ. ໄພ­ພິ­ບັດທີ່ມະນຸດ ແລະ ສັດໄດ້ຮັບນັ້ນ ມັນໂຫດ­ຮ້າຍບໍ່­ຊ່າງທີ່ຈະອະ­ທິ­ບາຍເຖິງຣິດອຳ­ນາດຂອງພຣະເຈົ້າໄດ້. ນ້ຳໄດ້ຖ້ວມທຸກໆສິ່ງທີ່­ຢູ່ເທິງແຜ່ນ­ດິນໂລກເຊັ່ນ: ຄົນ, ສັດ, ເຮືອນຊານ ແລະ ສະ­ຖານ­ທີ່ຕ່າງໆ ລວມທັງຖ້ວມກາຍພູທີ່ສູງທີ່ສຸດຂອງໂລກ ເຫຼືອພຽງເຮືອຂອງໂນອາເທົ່ານັ້ນທີ່ລອຍຢູ່ເທິງໜ້າ­ນ້ຳຢ່າງປອດໄພ. 

ໂລກເປັນສະ­ໜາມ­ຮົບ

ການຕໍ່­ສູ້ທີ່ເລີ່ມຕົ້ນຢູ່ໃນສະ­ຫວັນ ແຕ່ມັນໄດ້ຕັດ­ສິນຢູ່ທີ່ໂລກນີ້ ເຊິ່ງໂລກນີ້ເປັນສະໜາມຮົບທີ່ຊາຕານອ້າງວ່າເປັນຂອງມັນ.

ສະ­ພາບຂອງໂລກກ່ອນນ້ຳຖ້ວມນັ້ນ ເປັນຕົວ­ຢ່າງຜົນຂອງການປົກ­ຄອງທີ່ຊາຕານເຄີຍພະ­ຍາ­ຍາມຈັດຕັ້ງຢູ່ໃນສະ­ຫວັນໂດຍການປະຕິເສດອຳ­ນາດຂອງພຣະບຸດ ແລະ ປະຖິ້ມພຣະບັນ­ຍັດຂອງພຣະເຈົ້າ. ສ່ວນຄົນທີ່ບໍ່ເຊື່ອຟັງພຣະເຈົ້າກ່ອນນ້ຳຖວ້ນນັ້ນ ກໍໄດ້ສະ­ແດງໃຫ້ເຫັນວ່າເປັນພົນ­ລະ­ເມືອງຂອງຊາຕານທີ່ປົກ­ຄອງຢູ່ "ມະ­ນຸດຊົ່ວຮ້າຍຫຼາຍຂຶ້ນ ແລະ ຄວາມຄິດຊົ່ວກໍບັງ­ຄັບຈິດ­ໃຈຂອງມະ­ນຸດຢູ່ທຸກເວລາ" (ປະ­ຖົມມະການ 6:5).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 7:10-23.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) ບົດທີ 7 ແລະ {ວັກ 69.2, 78.4, 105.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ໂລກໃໝ່ທີ່ສະ­ອາດ

ຫຼັງຈາກນັ້ນ ພຣະເຈົ້າກໍໄດ້ເຮັດໃຫ້ມີລົມພັດໄປມາ ແລະ ນ້ຳກໍບົກລົງ, ຮູນ້ຳໃຕ້ພື້ນດິນ ແລະ ປ່ອງນ້ຳເທິງທ້ອງ­ຟ້າຖືກອັດໝົດ, ຝົນເຊົາຕົກ ແລະ ນ້ຳກໍຄ່ອຍໆບົກລົງຕາມລຳ­ດັບເປັນເວ­ລາ 150 ວັນ. ຈາກນັ້ນ ເຮືອຂອງໂນອາກໍໄດ້ໄປຄ້າງຄາຢູ່ເທິງພູໜ່ວຍໜຶ່ງ. ນ້ຳໄດ້ບົກລົງເລື້ອຍໆ ຈົນ­ກະ­ທັ້ງໄດ້ເຫັນຈອມພູທັງຫຼາຍ. ແລ້ວໂນອາກໍໄດ້ໄຂປ່ອງ­ຢ້ຽມເຮືອອອກ ແລະ ໄດ້ປ່ອຍນົກ­ກາໂຕໜຶ່ງອອກໄປ ເພື່ອຢາກຮູ້ວ່ານ້ຳບົກແລ້ວ ຫຼື ບໍ. ແຕ່ນົກ­ກາໂຕນີ້ບໍ່ໄດ້ບິນກັບຄືນມາ ແຕ່ມັນໄດ້ບິນເວີນໄປມາຖ້າໃຫ້ນ້ຳແຫ້ງ. ສະ­ນັ້ນ ໂນອາຈຶ່ງບໍ່ຮູ້ກ່ຽວກັບນ້ຳທີ່­ຢູ່ນອກເຮືອ. ຕໍ່ມາ ໂນອາກໍໄດ້ປ່ອຍນົກ­ກາງ­ແກໂຕໜຶ່ງອອກໄປອີກ ເພື່ອກວດ­ເບິ່ງສະ­ພາບຂອງນ້ຳຖ້ວມ ແຕ່ນົກ­ກາງ­ແກໂຕນີ້ບໍ່ມີບ່ອນຈັບ. ດັ່ງ­ນັ້ນ ມັນຈຶ່ງໄດ້ກັບຄືນມາຫາໂນອາຢູ່ເຮືອ ໂນອາກໍຟ້າວເດ່ມືອອກໄປຈັບເອົານົກ­ກາງ­ແກໂຕນັ້ນມາໄວ້ຢູ່ໃນເຮືອນຳໝູ່ຂອງມັນ ແລ້ວໂນອາກໍຮູ້ວ່ານ້ຳຍັງຖ້ວມແຜ່ນ­ດິນໂລກຢູ່. ເມື່ອເຈັດມື້ຜ່ານໄປ ໂນອາກໍໄດ້ປ່ອຍນົກ­ກາງ­ແກອອກໄປອີກ ແຕ່ນົກກາງ­ແກໂຕນີ້ໄດ້ບິນກັບມາໃນຕອນແລງພ້ອມທັງຄາບໃບໝາກ­ກອກມານຳ. ໂນອາພ້ອມດ້ວຍຄອບ­ຄົວຈຶ່ງພາ­ກັນດີ­ໃຈເພາະຮູ້ວ່ານ້ຳໄດ້ບົກລົງ ແລ້ວໂນອາກໍລໍ­ຄອຍໃຫ້ເຈັດມື້ຜ່ານໄປອີກ. ຈາກນັ້ນ ເພິ່ນກໍປ່ອຍນົກ­ກາງ­ແກອອກໄປເປັນຄັ້ງທີສາມ ແຕ່ເທື່ອນີ້ ນົກ­ກາງ­ແກບໍ່ໄດ້ບິນກັບຄືນມາຫາເພິ່ນ.  

ຕໍ່ມາ ພຣະເຈົ້າກໍໄດ້ສົ່ງທູດສະ­ຫວັນລົງມາເປີດປະ­ຕູເຮືອໃຫ້ໂນອາ ແລະ ກ່າວຕໍ່ເພິ່ນວ່າ: “ໂນອາເອີຍ! ເຈົ້າ ແລະ ຄອບ­ຄົວຂອງເຈົ້າຈົ່ງພາ­ກັນອອກມາຈາກເຮືອ ຈົ່ງປ່ອຍນົກ ແລະ ສັດທັງ­ຫຼາຍທີ່­ຢູ່ໃນເຮືອອອກມານຳ ເພື່ອໃຫ້ພວກມັນອອກແມ່ແຜ່ລູກຢູ່ເທິງແຜ່ນ­ດິນໂລກ.”        

ແລ້ວໂນອາພ້ອມດ້ວຍຄອບ­ຄົວກໍອອກມາຈາກເຮືອ. ສັດ ແລະ ນົກທຸກໆຊະ­ນິດຕ່າງກໍອອກມາຈາກເຮືອເປັນຄູ່ໆ ຕາມຊະ­ນິດຂອງມັນ. ໂນອາຊົມ­ຊື່ນຍິນ­ດີໃນພຣະເຈົ້າຫຼາຍທີ່ໄດ້ຊ່ວຍຊີ­ວິດຄອບ­ຄົວຂອງເພິ່ນໃຫ້ພົ້ນຈາກການລົງ­ໂທດຂອງພຣະອົງຍ້ອນຄວາມບາບຂອງມະນຸດ. ດັ່ງ­ນັ້ນ ໂນອາຈຶ່ງໄດ້ສ້າງແທ່ນບູ­ຊາຖວາຍໃຫ້ພຣະເຈົ້າດ້ວຍຄວາມກະຕັນຍູຮູ້ບຸນຄຸນ. ເພິ່ນໄດ້ເອົາສັດ ແລະ ນົກທີ່ສະ­ອາດເປັນເຄື່ອງບູ­ຊາຖວາຍໃຫ້ພຣະເຈົ້າສຳ­ລັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ຄອບ­ຄົວຂອງເພິ່ນ. ການຖວາຍເຄື່ອງບູ­ຊາໃຫ້ພຣະເຈົ້ານີ້ ໂນອາຍັງໄດ້ຄິດເຖິງພຣະສັນ­ຍາຂອງພຣະເຈົ້າທີ່ໄດ້ໃຫ້ໄວ້ກັບບັນພະບູລຸດຂອງເພິ່ນວ່າ ພຣະເຈົ້າຈະປະທານພຣະບຸດຂອງພຣະອົງມາເປັນເຄື່ອງບູ­ຊາໄຖ່ບາບໃຫ້ແກ່ມະ­ນຸດທົ່ວໂລກ ເຊິ່ງຈະສະ­ເດັດມາໃນອະນາຄົດ.       

ການຖວາຍເຄື່ອງບູ­ຊາຂອງໂນອານີ້ເປັນທີ່ພໍ­ໃຈພຣະເຈົ້າ ແລະ ພຣະອົງໄດ້ອວຍ­ພອນໂນອາພ້ອມດ້ວຍຄອບ­ຄົວຂອງເພິ່ນວ່າ: “ຈົ່ງມີລູກຫຼານຢ່າງຫຼວງຫຼາຍ ເພື່ອເຊື້ອ­ສາຍຂອງເຈົ້າຈະມີຊີ­ວິດຢູ່ເທິງແຜ່ນດິນໂລກ...”      

ພຣະເຈົ້າຍັງກ່າວອີກວ່າ: “ບັດນີ້! ເຮົາສັນ­ຍາວ່າຈະບໍ່ທຳ­ລາຍທຸກສິ່ງທີ່ມີຊີ­ວິດດ້ວຍນ້ຳຖ້ວມອີກ. ນ້ຳຖ້ວມແຜ່ນ­ດິນໂລກດັ່ງ­ນີ້ຈະບໍ່ມີອີກຕໍ່ໄປ. ເພື່ອເປັນເຄື່ອງ­ໝາຍຂອງຄຳສັນ­ຍາອັນຕະ­ຫຼອດໄປ ເຮົາຈະຕັ້ງຮຸ້ງກິນນ້ຳໄວ້ໃນທ້ອງຟ້າ. ຮຸ້ງກິນນ້ຳຈະເປັນເຄື່ອງໝາຍຂອງຄຳໝັ້ນສັນ­ຍາທີ່ເຮົາໄດ້ຕັ້ງໄວ້ກັບໂລກ. ເມື່ອໃດທີ່ເຮົາເຮັດໃຫ້ມີເມກປົກຄຸມທົ່ວທ້ອງ­ຟ້າ ແລະ ໃຫ້ມີຮຸ້ງປາ­ກົດຂຶ້ນ ເມື່ອ­ນັ້ນເຮົາກໍຈະນຶກເຖິງຄຳໝັ້ນສັນ­ຍາທີ່ເຮົາໃຫ້ແກ່ເຈົ້າ ແລະ ສັດທັງປວງ...”      

ຫຼັງຈາກນັ້ນ ໂນອາພ້ອມດ້ວຍຄອບ­ຄົວກໍໄດ້ສ້າງບ້ານປຸກ­ເຮືອນຂຶ້ນໃໝ່ ແລະ ປູກພືດພັນນາໆຊະ­ນິດເພື່ອດຳ­ລົງຊີວິດ. ພວກເຂົາຍັງຄົງນະມັດສະການພຣະເຈົ້າຢູ່ສະ­ເໝີ ເພື່ອລູກຫຼານຄົນລຸ່ນຫຼັງຈະໄດ້ສືບທອດເລື່ອງພຣະເຈົ້າຢູ່ຕໍ່ໄປ.  

ສັນ­ຍາລັກຂອງຮຸ້ງກິນນ້ຳ

ພຣະເຈົ້າຊົງຮູ້ວ່າໃນອະ­ນາຄົດນັ້ນ ມະ­ນຸດຈະພາ­ກັນຄິດວ່າພຣະເຈົ້າຈະເຮັດໃຫ້ນ້ຳຖ້ວມໂລກອີກເມື່ອໃດທີ່ພວກເຂົາເຫັນກ້ອນເມກ ຫຼື ເຫັນຝົນຕົກ. ສະ­ນັ້ນ ພຣະເຈົ້າຈຶ່ງເຮັດຄຳໝັ້ນສັນ­ຍາກັບມະ­ນຸດລວມທັງສິ່ງທີ່ມີຊີວິດ. ສັນ­ຍາລັກຮຸ້ງກິນນ້ຳນີ້ຈະຊ່ວຍໃຫ້ມະ­ນຸດຢຶດໝັ້ນຢູ່ໃນຄວາມເຊື່ອໃນພຣະສັນ­ຍາຂອງພຣະເຈົ້າ ແລະ ສ້າງຄວາມເຊື່ອໝັ້ນຂອງມະ­ນຸດໃນພຣະອົງ. ນອກ­ຈາກນີ້ ສັນ­ຍາລັກຮຸ້ງກິນນ້ຳນີ້ຍັງບອກເຖິງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສີ້ນສຸດອີກດ້ວຍ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 8:1-11, 15-17, 20; 9:17-16.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) ບົດທີ 8 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.

ເປັນຫຍັງ ໂລກນີ້ຈຶ່ງມີຫຼາຍພາ­ສາ?

ໂນອາພ້ອມດ້ວຍຄອບ­ຄົວຂອງເພິ່ນໄດ້ດຳ­ລົງຊີ­ວິດ ແລະ ອາ­ໄສຢູ່ເທິງພູບ່ອນທີ່ເຮືອຂອງເພິ່ນຄ້າງຄາຢູ່ນັ້ນເປັນເວ­ລາດົນນານ. ຫຼາຍປີຜ່ານໄປລູກຫຼານເຫຼນຂອງໂນອາກໍໄດ້ເພີ່ມຂຶ້ນເປັນຈຳນວນຫຼວງ­ຫຼາຍ ແລະ ມີລູກຫຼານຂອງໂນອາຫຼາຍຄົນໄດ້ປະຖິ້ມຄວາມເຊື່ອເລື່ອງພຣະເຈົ້າ. ບາງຄົນຜູ້ທີ່ມີຄວາມເຊື່ອເລື່ອງພຣະເຈົ້າໜ້ອຍນັ້ນ ນັບມື້ຄວາມເຊື່ອຂອງເຂົາກໍນັບຫຼຸດລົງ ສ່ວນບາງຄົນຜູ້ທີ່ໃກ້ຈະລືມພຣະເຈົ້າກໍມີຄວາມຮູ້­ສຶກວ່າຄຳສັ່ງສອນ ແລະ ແບບ­ຢ່າງຂອງເພື່ອນບ້ານທີ່ຢຳເກງພຣະເຈົ້ານັ້ນເປັນສິ່ງທີ່ໜ້າລຳຄານຕະ­ຫຼອດເວລາ. ດັ່ງ­ນັ້ນ ພວກເຂົາຈຶ່ງຕັດ­ສິນໃຈພາ­ກັນແຍກຕົວອອກຈາກຜູ້ທີ່ນະມັດສະ­ການພຣະເຈົ້າ ແລະ ເດີນ­ທາງໄປຕັ້ງຖິ່ນຖານຢູ່ທົ່ງຮາບພຽງແຫ່ງໜຶ່ງທາງທິດຕາ­ເວັນອອກ.            

ຕໍ່ມາ ພວກກຸ່ມຄົນທີ່ບໍ່ນັບ­ຖືພຣະເຈົ້າເຫຼົ່ານີ້ກໍພາ­ກັນບໍ່ເຊື່ອໃນພຣະສັນ­ຍາຂອງພຣະເຈົ້າທີ່ວ່າ “ພຣະເຈົ້າຈະບໍ່ໃຫ້ນ້ຳຖ້ວມໂລກອີກ” ແລະ ພວກເຂົາໄດ້ສັນ­ນິ­ຖານວ່າ ນ້ຳຖ້ວມໂລກນັ້ນເກີດຂຶ້ນຍ້ອນໄພທຳມະຊາດ. ດັ່ງ­ນັ້ນ ພວກຜູ້­ນຳຂອງພວກກຸ່ມຄົນທີ່ບໍ່ນັບ­ຖືພຣະເຈົ້າເຫຼົ່ານີ້ຈຶ່ງໄດ້ໂອ້ລົມປືກສາຫາ­ລືກັນ.

ມີຄົນໜຶ່ງໄດ້ເວົ້າຂຶ້ນວ່າ: “ຕອນທີ່ພວກເຮົາຍ້າຍມາຢູ່ທີ່ນີ້ທຳ­ອິດ ພື້ນດິນທີ່ນີ້ມີແຕ່ຄວາມວ່າງເປົ່າ ແລະ ພວກເຮົາກໍໄດ້ຊ່ວຍກັນປ່ຽນ­ແປງ, ປູກເຂົ້າ, ເຮັດສວນ ແລະ ປູກພືດພັນນາໆຊະນິດ. ແຕ່ວ່າພວກເຮົາຈະຮູ້ໄດ້ແນວ­ໃດວ່າພຣະເຈົ້າຈະບໍ່ໃຫ້ນ້ຳຖ້ວມໂລກອີກ?”      

ແລ້ວກໍມີຄົນໜຶ່ງເວົ້າວ່າ: “ພຣະເຈົ້າກໍມີຄຳສັນ­ຍາໄວ້ກັບໂນອາແລ້ວເດ! ບໍ່ແມ່ນຊັ້ນບໍ? ທີ່ພຣະເຈົ້າໄດ້ເວົ້າຕໍ່ໂນອາວ່າ: ‘ເຮົາຈະບໍ່ທຳລາຍທຸກສິ່ງທີ່ມີຊີ­ວິດດ້ວຍນ້ຳຖ້ວມອີກ. ເຮົາໄດ້ຕັ້ງຮຸ້ງກິນນ້ຳໄວ້ໃນທ້ອງ­ຟ້າ ເພື່ອເປັນເຄື່ອງ­ໝາຍຂອງຄຳສັນ­ຍາທີ່ເຮົາມີຕໍ່ເຈົ້າ’.”        

ແລະ ອີກຄົນໜຶ່ງເວົ້າຂຶ້ນວ່າ: “ເອີ! ກະແມ່ນຢູ່ ຄຳສັນ­ຍາທີ່ໃຫ້ຄືມີຮຸ້ງກິນນ້ຳປາ­ກົດຂຶ້ນຢູ່ໃນທ້ອງ­ຟ້າຫັ້ນຫວາ? ບໍ່ຕ້ອງໄປເຊື່ອດອກ! ພວກເຮົາເຊື່ອຄຳສັນ­ຍາຂອງພຣະເຈົ້າບໍ່ໄດ້ ແລະ ເປັນຫຍັງ ພວກເຮົາຈຶ່ງຕ້ອງມາເຊື່ອຄຳສັນ­ຍາທຳມະດາທີ່ມີເຄື່ອງ­ໝາຍຢູ່ເທິງທ້ອງ­ຟ້າເທົ່ານີ້?”       

ບາງຄົນກໍໄດ້ເວົ້າອີກວ່າ: “ພຣະເຈົ້າອົງນີ້ແຫລະ! ທີ່ທຳ­ລາຍໂລກໂດຍເຮັດໃຫ້ນ້ຳຖ້ວມ. ໃນເມື່ອພວກເຮົາສາ­ມາດສ້າງສິ່ງທີ່ແຂງ­ແຮງຂຶ້ນມາໄດ້ ເປັນຫຍັງ ພວກເຮົາຄືບໍ່ສ້າງສິ່ງທີ່ສູງໃຫຍ່ຂຶ້ນມາ ເພື່ອເປັນທີ່ລີ້ໄພຖ້າຫາກນ້ຳຖ້ວມໂລກອີກ? ມາເທາະ! ຈົ່ງພາ­ກັນສ້າງເມືອງໃຫ້ມີຍອດ(ຫໍຄອຍ)ສູງຈຸຟ້າເພື່ອເປັນທີ່­ຢູ່ອາໃສ ແລະ ເປັນທີ່ລີ້ໄພ. ພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະ ຈະບໍ່ພັດພາກຈາກກັນໄປທົ່ວເທິງແຜ່ນ­ດິນໂລກນີ້.” ດັ່ງ­ນັ້ນ ພວກເຂົາຈຶ່ງຕັດ­ສິນໃຈວາງແຜນ­ການທີ່ຈະສ້າງເມືອງ ແລະ ຫໍ­ຄອຍຂຶ້ນ.         

ໃນຂະ­ນະທີ່ພວກເຂົາກຳ­ລັງສ້າງເມືອງທີ່ເປັນຫໍ­ຄອຍໄປໄດ້ໃນລະດັບໜຶ່ງແລ້ວ ພວກເຂົາກໍໄດ້ໃຊ້ຫ້ອງສ່ວນໜຶ່ງຂອງຫໍ­ຄອຍເປັນທີ່­ຢູ່ອາໄສ ແລະ ຫ້ອງສ່ວນອື່ນໆກໍໄດ້ຮັບການຕົກ­ແຕ່ງປະ­ດັບປະ­ດາຢ່າງຫຼູຫຼາສວຍງາມ ເພື່ອຖວາຍໃຫ້ກັບຮູບປັ້ນຕ່າງໆຂອງພວກເຂົາ. ຈາກນັ້ນ ພວກເຂົາກໍໄດ້ສະ­ເຫຼີມສະຫຼອງຄວາມສຳ­ເລັດ ແລະ ສັນ­ລະ­ເສີນຮູບປັ້ນທີ່ເຮັດດ້ວຍເງິນຄຳຂອງພວກເຂົາ.        

ເມື່ອພຣະເຈົ້າໄດ້ສະ­ເດັດລົງມາຈາກສະ­ຫວັນເພື່ອມາເບິ່ງຕົວເມືອງທີ່ເປັນຫໍ­ຄອຍທີ່ມະ­ນຸດກຳ­ລັງສ້າງຂຶ້ນນັ້ນ. ພຣະເຈົ້າກໍໄດ້ກ່າວຂຶ້ນວ່າ: “ປະ­ຊາ­ຊົນໄດ້ເຕົ້າ­ໂຮມກັນຢູ່ບ່ອນດຽວແທນທີ່ຈະກະ­ຈາຍອອກໄປຢູ່ທົ່ວໂລກ. ສິ່ງທີ່ພວກເຂົາເຮັດຢູ່ນີ້ ມັນບໍ່ດີມັນເປັນການກະ­ທຳອັນບໍ່ມີປະໂຫຍດ. ພວກເຂົາສະ­ໜັບໜູນກັນສ້າງສິ່ງທີ່ສູງໃຫຍ່ເຮັດຕົວເອງໃຫ້ສູງຂຶ້ນໄປເຖິງສະຫວັນ. ນີ້ເປັນພຽງຂັ້ນເລີ່ມຕົ້ນທີ່ພວກເຂົາກຳລັງເຮັດ. ໃນຂັ້ນຕໍ່ໄປ ພວກເຂົາຈະສາ­ມາດເຮັດທຸກສິ່ງທີ່ພວກເຂົາປາ­ຖະ­ໜາຢາກເຮັດ ແລະ ບໍ່ມີສິ່ງໃດທີ່ຈະມາຫ້າມພວກເຂົາໄດ້. ບັດນີ້ ມະ­ນຸດທ້ອນ­ໂຮມກັນເປັນໜຶ່ງດຽວ ແລະ ກໍປາກເວົ້າເປັນພາ­ສາດຽວກັນ. ເຮົາຈະເຮັດໃຫ້ພາ­ສາຂອງພວກເຂົາສັບ­ສົນແຕກຕ່າງກັນ ເພື່ອພວກເຂົາຈະເວົ້າບໍ່ເຂົ້າ­ໃຈກັນ ແລະ ບໍ່ສາມາດເຮັດວຽກນີ້ໃຫ້ສຳ­ເລັດໄດ້.”      

ຕໍ່ມາ ພວກເຂົາກໍໄດ້ເຮັດການກໍ່­ສ້າງຫໍ­ຄອຍຂຶ້ນໄປອີກ. ແຕ່ໃນຂະ­ນະທີ່ກຳ­ລັງກໍ່­ສ້າງເມືອງທີ່ເປັນຫໍ­ຄອຍຢູ່ນັ້ນ ພຣະເຈົ້າກໍໄດ້ເຮັດໃຫ້ພາສາປາກເວົ້າຂອງພວກເຂົາແຕກຕ່າງກັນ. ເມື່ອຄົນທີ່­ຢູ່ເທິງຫໍ­ຄອຍ ຕ້ອງ­ການອຸ­ປະ­ກອນການກໍ່­ສ້າງຫໍ­ຄອຍ ແຕ່ບໍ່ສາ­ມາດບອກຄົນທີ່­ຢູ່ລຸ່ມນັ້ນໄດ້ເພາະຫໍ­ຄອຍນັ້ນສູງຫຼາຍ. ສະ­ນັ້ນ ຄົນທີ່­ຢູ່ເທິງຫໍ­ຄອຍຈຶ່ງໄດ້ບອກເພື່ອນທີ່­ຢູ່ໃກ້ຄຽງໃຫ້ບອກຕໍ່ໆກັນໄປຫາຄົນທີ່­ຢູ່ທາງລຸ່ມນັ້ນ. ແຕ່ໃນລະຫວ່າງທີ່ພວກເຂົາກຳ­ລັງສື່­ສານກັນນັ້ນ ພາ­ສາຂອງພວກເຂົາກໍໄດ້ຖືກປ່ຽນ­ແປງໄປ ຈົນອຸ­ປະ­ກອນທີ່ສັ່ງໃຫ້ເອົາຂຶ້ນໄປນັ້ນກໍບໍ່ໄດ້ຕາມທີ່ສັ່ງ. ພວກເຂົາຈຶ່ງພາ­ກັນຕົກ­ໃຈ ແລະ ສັບ­ສົນວຸ່ນ­ວາຍຍ້ອນເວົ້າບໍ່ເຂົ້າ­ໃຈກັນ. ສະນັ້ນ ການກໍ່­ສ້າງຫໍ­ຄອຍຈຶ່ງຕ້ອງໄດ້ຢຸດຕິລົງ. ດວ້ຍຄວາມຜິດຫວັງ ແລະ ຄວາມໂກດຮ້າຍ, ພວກເຂົາຈຶ່ງກ່າວໂທດໃສ່ກັນແລະກັນ ຈົນມີການຂ້າຟັນຕີກັນເກີດຂຶ້ນຢ່າງຮຸນແຮງ. ແຕ່ໃນລະ­ຫວ່າງທີ່ພວກເຂົາກຳລັງສັບ­ສົນວຸ່ນ­ວາຍກັນຢູ່ນັ້ນ ພຣະເຈົ້າກໍໄດ້ເຮັດໃຫ້ຟ້າ­ຜ່າໃສ່ເທິງຍອດຫໍ­ຄອຍຫັກລົງມາ­ສູ່ພື້ນດິນ ເພື່ອສະ­ແດງໃຫ້ຮູ້ວ່າພຣະເຈົ້າບໍ່ພໍພຣະໄທ ແລະ ໃຫ້ພວກເຂົາລະ­ນຶກເຖິງວ່າມີພຣະເຈົ້າອົງຊົງປົກ­ຄອງຢູ່ເທິງຟ້າສະຫວັນ.      

 ໃນທີ່ສຸດ ພວກເຂົາກໍໄດ້ຕັດ­ສິນໃຈເຊົາກໍ່­ສ້າງເມືອງທີ່ເປັນຫໍຄອຍ ແລະ ໄດ້ໃສ່ຊື່ເມືອງທີ່ເປັນຫໍ­ຄອຍແຫ່ງນີ້ວ່າ: “ບາເບວ” ເຊິ່ງມີຄວາມໝາຍ­ວ່າ: ສັບສົນ. ກ່ອນໜ້ານັ້ນ ມະ­ນຸດທົ່ວໂລກປາກເວົ້າພາສາດຽວກັນ ແລະ ໃຊ້ຖ້ອຍຄຳແບບດຽວກັນໝົດ. ແຕ່ບັດນີ້ ຄົນທີ່ພໍຈະເວົ້າເຂົ້າ­ໃຈພາ­ສາດຽວກັນນັ້ນກໍໄດ້ລວມຕົວກັນເປັນກຸ່ມ ແລະ ເປັນຄອບຄົວ. ຈາກນັ້ນ ພວກເຂົາກໍໄດ້ກະ­ຈັດ­ກະ­ຈາຍກັນອອກໄປຄົນລະທິດທາງຈົນທົ່ວແຜ່ນ­ດິນໂລກ.  

ສາ­ເຫດທີ່ສ້າງຫໍບາເບວ

ພຣະເຈົ້າຊົງສັ່ງໃຫ້ມະ­ນຸດກະ­ຈັດກະຈາຍອອກໄປຢູ່ທົ່ວແຜ່ນ­ດິນໂລກ ເພື່ອຂະ­ຫຍາຍອອກໄປມີອຳ­ນາດເໜືອແຜ່ນດິນ. ແຕ່ຄົນທີ່ສ້າງຫໍບາເບວນັ້ນ ມີຄວາມມຸ້ງໝາຍທີ່ຈະຮັກ­ສາກຸ່ມຄົນເອົາໄວ້ໃຫ້ເປັນໜຶ່ງດຽວກັນ ແລະ ຈະຕັ້ງລະ­ບອບການປົກ­ຄອງທີ່ບໍ່ຂຶ້ນກັບພຣະເຈົ້າ. ຈິດ­ໃຈຂອງພວກເຂົາຍິ່ງຈອງ­ຫອງຄືກັບກາອິນທີ່ໄດ້ຄິດຕໍ່­ສູ້ພຣະເຈົ້າ. ຈຸດ­ປະ­ສົງຢ່າງໜຶ່ງໃນການສ້າງຫໍບາເບວນັ້ນ ກໍເພື່ອເປັນບ່ອນລີ້ໄພຖ້າຫາກ­ວ່ານ້ຳຖ້ວມໂລກອີກ. ນອກ­ຈາກນີ້ ໂຄງ­ການທັງໝົດຍັງມີຈຸດ­ປະ­ສົງເພື່ອຍົກ­ຍ້ອງນັກກໍ່­ສ້າງ ແລະ ເພື່ອເຮັດໃຫ້ຄົນລຸ່ນຫຼັງຫັນອອກຈາກພຣະເຈົ້າໂດຍຫັນໄປຂາບໄຫວ້ບູ­ຊາຮູບປັ້ນ.

ຜົນຂອງການກະ­ບົດ

ແຜນ­ການຊົ່ວຮ້າຍຂອງຄົນທີ່ສ້າງຫໍບາເບວຈົບລົງໂດຍການພ່າຍແພ້ ແລະ ໜ້າອັບອາຍ. ອານຸສອນແຫ່ງຄວາມຍິ່ງຈອງ­ຫອງຂອງພວກເຂົານັ້ນກາຍ­ເປັນເຄື່ອງເຕືອນຄວາມຊົງຈຳເຖິງຄວາມໂງ່ງາວຂອງພວກເຂົາ. ເຖິງປານນັ້ນ ຄົນກໍຍັງມຸ່ງໄປຍັງທິດທາງດຽວກັນ ນັ້ນກໍຄືການເພິ່ງພາໃນຕົວເອງ ແລະ ປະ­ຕິ­ເສດພຣະບັນ­ຍັດຂອງພຣະເຈົ້າ ເຊິ່ງເປັນຫຼັກການດຽວກັນທີ່ຊາຕານພະ­ຍາ­ຍາມໃຊ້ໃນສະ­ຫວັນ ແລະ ການຄອບງຳກາອິນຕອນທີ່ລາວນຳເອົາໝາກໄມ້ໄປຖວາຍໃຫ້ພຣະເຈົ້າ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 11:1-9.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະບັບພາສາໄທ) ບົດທີ 10 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.