ອັບຣາຮາມ​ເປັນ​ພໍ່​ຂອງ​ຄວາມ​ເຊື່ອ

ພຣະເຈົ້າຊົງເອີ້ນອັບຣາມ

ຫຼັງຈາກທີ່ຜູ້ຄົນກະ­ຈັດ­ກະ­ຈາຍອອກໄປຈາກຫໍ­ຄອຍບາເບວແລ້ວການຂາບໄຫວ້ຮູບປັ້ນຕ່າງໆກໍໄດ້ແຜ່ຂະ­ຫຍາຍໄປທົ່ວທຸກບ່ອນຈົນເກືອບເຕັມແຜ່ນ­ດິນໂລກ. ເຖິງແມ່ນວ່າ ພວກເຂົາໄດ້ຮູ້­ຈັກພຣະເຈົ້າເປັນຢ່າງດີແລ້ວກໍຕາມ ແຕ່ພວກເຂົາກໍບໍ່ໄດ້ຖວາຍກຽດໃຫ້ພຣະເຈົ້າທີ່ພຣະອົງຊົງສົມ­ຄວນໄດ້ຮັບນັ້ນ. ພວກເຂົາພາ­ກັນໄປຂາບໄຫວ້ຮູບປັ້ນມະ­ນຸດ ແລະຮູບປັ້ນສັດປີກ, ສັດເລືອຄານ ແລະສັດຕ່າງໆ ແທນການນະ­ມັດ­ສະ­ການພຣະເຈົ້າ. ການກະ­ທຳເຫຼົ່ານີ້ເຮັດໃຫ້ຈິດ­ໃຈຂອງພວກເຂົາແຂງກະ­ດ້າງຕໍ່ພຣະເຈົ້າ ແລະ ຂາດສິນລະທຳ. ຍ້ອນຄົນເຫຼົ່ານີ້ບໍ່ຍອມ­ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາເຮັດຕາມ­ໃຈປາ­ຖະ­ໜາອັນຊົ່ວຮ້າຍຂອງພວກເຂົາ.ແຕ່ພຣະເຈົ້າບໍ່ເຄີຍລືມພຣະສັນ­ຍາຂອງພຣະອົງທີ່ຈະປະ­ທານພຣະບຸດຂອງພຣະອົງມາເປັນເຄື່ອງບູ­ຊາໄຖ່ບາບໃຫ້ແກ່ມະ­ນຸດທົ່ວໂລກ. ໃນສະ­ໄໝນັ້ນ ມີຄົນພຽນຈຳ­ນວນເລັກນ້ອຍເທົ່ານັ້ນທີ່ຍັງຄົງເຊື່ອໃນພຣະສັນ­ຍາຂອງພຣະເຈົ້າ ແລະ ເພື່ອວ່າ­ຄວາມຮູ້ເລື່ອງພຣະເຈົ້າຈະບໍ່ສາບສູນ­ຫາຍໄປ ສະ­ນັ້ນ ພຣະເຈົ້າຈຶ່ງໄດ້ເລືອກເອົາຊາຍຄົນໜຶ່ງທີ່ມີຊື່­ວ່າ “ອັບຣາມ” ໃຫ້ເປັນຜູ້ຮັກ­ສາພຣະສັນ­ຍາຂອງພຣະອົງເພື່ອຄົນລຸ່ນຫຼັງ.

ພຣະສັນ­ຍາຍັງຄົງດຳ­ເນີນຢູ່

ເຖິງແມ່ນວ່າ ຄວາມບາບໄດ້ແຜ່ຂະ­ຫຍາຍເກືອບຈະເຕັມແຜ່ນ­ດິນໂລກກໍຕາມ ຄວາມຮູ້ເລື່ອງພຣະເຈົ້າຈະຕ້ອງບໍ່ສາບສູນ­ຫາຍໄປ. ພຣະເຈົ້າຊົງຮັກ­ສາຜູ້ຮັບໃຊ້ຂອງພຣະອົງມາຕະ­ຫຼອດໃນທຸກຍຸກທຸກສະ­ໄໝນັບຕັ້ງ­ແຕ່ອາດາມ, ເຊດ, ໂນອາ ແລະ ຄົນອື່ນໆ. ພວກເຂົາເຫຼົ່ານີ້ໄດ້ໃຊ້ຊີ­ວິດຕາມທາງແຫ່ງຄວາມຊອບທຳ ແລະ ໃນການເຮັດດັ່ງ­ນີ້ຈຶ່ງຮັກ­ສາຄວາມຮູ້ເລື່ອງອັນປະ­ເສີດຂອງພຣະເຈົ້າຢູ່ໃນທ່າມ­ກາງຜູ້ຄົນທີ່ບໍ່ນັບ­ຖືພຣະເຈົ້າ. ອັບຣາມເປັນຄົນໜຶ່ງທີ່ພຣະເຈົ້າໄດ້ເລືອກເອົາໄວ້ໃຫ້ເປັນຜູ້ຮັກ­ສາເລື່ອງພຣະອົງ ແລະ ຮັກ­ສາພຣະສັນ­ຍາຂອງພຣະອົງເພື່ອຄົນລຸ່ນຫຼັງ.

ໃນເວ­ລານັ້ນ ອັບຣາມໄດ້ອາ­ໄສຢູ່ທີ່ເມືອງອູເລໃນດິນ­ແດນຄັນເດອາ ແລະ ເພິ່ນມີເມຍຊື່­ວ່າ "ຊາຣາຍ". ພວກເຂົາບໍ່ມີລູກເພາະນາງຊາຣາຍເປັນໝັນ ແຕ່ພວກເຂົາມີຫຼານຊາຍຄົນໜຶ່ງຊື່­ວ່າ “ໂລດ” ທີ່ເປັນເດັກກຳພ້າ.

ພຣະເຈົ້າໄດ້ປາ­ກົດແກ່ອັບຣາມ ແລະ ກ່າວວ່າ: “ອັບຣາມເອີຍ! ເຈົ້າຈົ່ງອອກຈາກບ້ານເມືອງ, ຈາກພີ່­ນ້ອງ, ຈາກບ້ານພໍ່ຂອງເຈົ້າ ເພື່ອໄປຍັງດິນ­ແດນທີ່ເຮົາຈະບອກໃຫ້ເຈົ້າຮູ້. ເຮົາຈະໃຫ້ເຈົ້າກາຍ­ເປັນຊົນຊາດໃຫຍ່, ເຮົາຈະອວຍ­ພອນເຈົ້າ ແລະ ໃຫ້ເຈົ້າມີຊື່ສຽງ… ໂດຍຜ່ານທາງເຈົ້າ ເຮົາຈະອວຍ­ພອນຊົນຊາດທົ່ວໂລກ.”

ພຣະສັນ­ຍາ

ຖ້ອຍຄຳຂອງພຣະເຈົ້າທີ່ໄດ້ກ່າວແກ່ອັບຣາມນັ້ນ ແມ່ນພຣະສັນ­ຍາຂອງພຣະອົງທີ່ໄດ້ມອບໃຫ້ແກ່ເພິ່ນ. ພຣະເຈົ້າຊົງສັນ­ຍາວ່າ ຈະໃຫ້ເຊື້ອ­ສາຍຂອງອັບຣາມເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເປັນປະ­ເທດໃຫຍ່ ແລະ ໂດຍຜ່ານທາງເຊື້ອ­ສາຍຂອງອັບຣາມນັ້ນ ພຣະບຸດຂອງພຣະເຈົ້າຈະມາເກີດ.

ອັບຣາມເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງບໍ່ມີຂໍ້ສົງ­ໄສໃດໆເພາະເພິ່ນເຊື່ອວ່າ: “ຄວາມເຊື່ອຄືຄວາມແນ່ໃຈໃນສິ່ງທີ່ເຮົາຫວັງເອົາໄວ້ ເປັນ­ຄວາມເຊື່ອໝັ້ນຕາຍ­ໃຈເຖິງສິ່ງທີ່ເຮົາບໍ່ເຫັນກັບຕາ” (ເຮັບເຣີ 11:1). ສະ­ນັ້ນ ອັບຣາມຈຶ່ງຢຶດໝັ້ນໃນພຣະສັນ­ຍາຂອງພຣະເຈົ້າ ເພິ່ນກໍໄດ້ເອີ້ນຄອບ­ຄົວຂອງເພິ່ນ ແລະ ບອກທຸກຄົນໃຫ້ຮູ້ກ່ຽວກັບຄຳສັ່ງຂອງພຣະເຈົ້າທີ່ໄດ້ກ່າວກັບເພິ່ນນັ້ນ. ໂດຍການເຊື່ອຟັງຄຳສັ່ງຂອງພຣະເຈົ້າ ພໍ່ຂອງອັບຣາມຈຶ່ງພາຄອບ­ຄົວຂອງເພິ່ນ ພ້ອມທັງຄົນຮັບໃຊ້, ຊັບສົມ­ບັດ ແລະ ສັດ­ລ້ຽງຂອງພວກເຂົາເດີນ­ທາງອອກຈາກເມືອງອູເລໃນດິນ­ແດນຄັນເດອາ. ພວກເຂົາໄດ້ປະຖິ້ມຍາດ­ຕິພີ່­ນ້ອງ ແລະ ບ້ານເກີດເມືອງນອນ. ເຖິງແມ່ນວ່າ ພວກເຂົາບໍ່ຮູ້ວ່າພວກຕົນກຳ­ລັງຈະໄປໃສ ແຕ່ພວກເຂົາອອກເດີນ­ທາງໄປຕາມທີ່ພຣະເຈົ້າຊົງສັ່ງ.ເມື່ອພວກເຂົາເດີນ­ທາງມາຮອດເມືອງຮາລານ ກໍໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນຊົ່ວ­ຄາວ ເພາະພໍ່ຂອງອັບຣາມບໍ່ສະບາຍ. ເຖິງແມ່ນວ່າ ອັບຣາມຈະຢູ່ທ່າມ­ກາງຜູ້ຄົນທີ່ບໍ່ນັບ­ຖືພຣະເຈົ້າ ແລະ ຜູ້ຄົນທີ່ຂາບໄຫວ້ຮູບປັ້ນຕ່າງໆກໍຕາມ ແຕ່ອັບຣາມກໍຍັງຄົງນະ­ມັດ­ສະ­ການພຣະເຈົ້າຢ່າງສັດ­ຊື່ໝັ້ນ­ຄົງ. ໃນເວ­ລາທີ່ອາ­ໄສຢູ່ໃນເມືອງຮາລານນັ້ນ ອັບຣາມ ແລະ ຊາຣາຍກໍໄດ້ປະ­ກາດເລື່ອງພຣະເຈົ້າ ແລະ ນຳ­ພາບາງຄົນເຂົ້າມາຮ່ວມນະ­ມັດ­ສະ­ການພຣະເຈົ້າອີກດ້ວຍ. ເມື່ອພໍ່ຂອງອັບຣາມອາ­ຍຸໄດ້ 250 ປີ ເພິ່ນກໍໄດ້ເສຍຊີ­ວິດຢູ່ໃນເມືອງຮາລານ ໃນເວ­ລານັ້ນອັບຣາມອາ­ຍຸໄດ້ 75 ປີ.

ການຕິດ­ຕາມພຣະເຈົ້າ

ໃນປັດ­ຈຸ­ບັນ ພຣະເຈົ້າຍັງຄົງເອີ້ນພວກເຮົາໃຫ້ອອກຈາກສິ່ງຕ່າງໆທີ່ຂັດ­ຂວາງພວກເຮົາໃນການຕິດ­ຕາມພຣະອົງ. ສິ່ງໃດກໍຕາມທີ່ເປັນອຸ­ປະ­ສັກຕໍ່ການຕິດ­ຕາມພຣະເຈົ້າທັງໝົດ ບໍ່ວ່າຈະເປັນຄອບ­ຄົວ, ວຽກເຮັດງານທຳ, ເງິນທອງ, ຕຳ­ແໜ່ງ, ຊື່ສຽງ ຫຼືທີ່­ຢູ່ອາ­ໄສຂອງພວກເຮົາ. ພຣະເຈົ້າຊົງເອີ້ນພວກເຮົາໃຫ້ປ່ອຍທຸກໆສິ່ງໄວ້ຢູ່ເບື້ອງຫຼັງ ແລະ ມາຕິດ­ຕາມພຣະອົງ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 11:27-32; 12:1-4; ໂຣມ 1:21-24; ເຮັບເຣີ 11:8, 9.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 125-127} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ອັບຣາມເດີນທາງໄປສູ່ດິນ­ແດນແຫ່ງພຣະສັນ­ຍາ

ຫຼັງຈາກພໍ່ຂອງອັບຣາມເສຍຊີ­ວິດແລ້ວ ພຣະເຈົ້າກໍໄດ້ສັ່ງໃຫ້ອັບຣາມເດີນ­ທາງຕໍ່ໄປ. ອັບຣາມໄດ້ນຳ­ພາເມຍ ແລະ ຫຼານຊາຍຂອງເພິ່ນ ພ້ອມທັງຄົນຮັບໃຊ້ ແລະ ຊັບສົມ­ບັດຂອງພວກເຂົາອອກເດີນ­ທາງໄປຍັງດິນ­ແດນແຫ່ງພຣະສັນຍາ.

ເປັນຫຍັງ ພຣະເຈົ້າຈຶ່ງປະ­ທານພຣະບຸດຂອງພຣະອົງໃຫ້ມາເກີດຢູ່ໃນໂລກນີ້?

ການທີ່ມະ­ນຸດບໍ່ເຊື່ອຟັງພຣະເຈົ້າ ເປັນສາ­ເຫດເຮັດໃຫ້ມະ­ນຸດຖືກແຍກຕົວອອກຈາກພຣະອົງ. ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ ພຣະອົງຈຶ່ງມີແຜນ­ການໄຖ່ບາບໃຫ້ແກ່ມະນຸດ. ພຣະເຈົ້າຈະປະ­ທານພຣະບຸດອົງດຽວຂອງພຣະອົງມາແບກຮັບເອົາຄວາມບາບຂອງມະ­ນຸດໄວ້ເທິງພຣະອົງເອງ ເພື່ອມະ­ນຸດຈະໄດ້ລອດພົ້ນອອກຈາກຄວາມບາບຂອງພວກເຂົາ ແລະ ໃຫ້ມະ­ນຸດໄດ້ມີໂອ­ກາດກັບ­ເຂົ້າມາຫາພຣະເຈົ້າອີກຄັ້ງໜຶ່ງ.

ພວກເຂົາເດີນ­ທາງຈົນມາຮອດດິນ­ແດນການາອານ ເຊິ່ງເປັນດິນ­ແດນທີ່ເຕັມໄປດ້ວຍຄວາມອຸ­ດົມສົມບູນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ສະ­ຖານ­ທີ່ທີ່ມີຕົ້ນ­ໄມ້ໃຫຍ່ໃກ້ເມືອງຊີເຄມ. ໃນຂະ­ນະທີ່ອາ­ໄສຢູ່ນັ້ນ ອັບຣາມກໍໄດ້ເຫັນວ່າ ປະ­ຊາ­ຊົນທີ່ອາ­ໄສຢູ່ໃນດິນ­ແດນແຫ່ງນີ້ ມີການຂາບໄຫວ້ຮູບປັ້ນຕ່າງໆຢ່າງຫຼວງ­ຫຼາຍ ມີແທ່ນບູ­ຊາຂອງບັນ­ດາພະທຽມເທັດຢູ່ໃນປ່າ ແລະ ຢູ່ທີ່ເນີນພູສູງມີພິ­ທີ­ການຂ້າຄົນເພື່ອຖວາຍບູ­ຊາບັນ­ດາຮູບປັ້ນຕ່າງໆຂອງພວກເຂົາ. ເມື່ອອັບຣາມເຫັນເຊັ່ນນັ້ນ ກໍມີຄວາມຮູ້­ສຶກກັງ­ວົນໃຈເຖິງຄວາມບໍ່ປອດໄພຂອງເພິ່ນພ້ອມທັງຜູ້ຄົນທີ່ຕິດ­ຕາມເພິ່ນມານຳ.

ແລ້ວພຣະເຈົ້າໄດ້ປາ­ກົດແກ່ອັບຣາມ ແລະ ກ່າວວ່າ: “ນີ້ແມ່ນດິນ­ແດນທີ່ເຮົາຈະມອບໃຫ້ແກ່ເຊື້ອ­ສາຍຂອງເຈົ້າ.” ຖ້ອຍຄຳຂອງພຣະເຈົ້າໄດ້ເສີມຄວາມເຊື່ອຂອງອັບຣາມວ່າ ເພິ່ນຈະບໍ່ຖືກຖິ້ມໄວ້ໃນມືຂອງຄົນຊົ່ວຮ້າຍ. ແລ້ວອັບຣາມໄດ້ສ້າງແທ່ນບູ­ຊາຖວາຍເຄື່ອງບູ­ຊາໃຫ້ພຣະເຈົ້າ ແລະ ນະ­ມັດ­ສະ­ການພຣະອົງ. ຫຼັງຈາກນັ້ນ ອັບຣາມກໍໄດ້ຍົກ­ຍ້າຍໄປສູ່ທາງພາກໃຕ້ຂອງດິນ­ແດນການາອານ.

ອັບຣາມ ບັນ­ພະ­ບູລຸດແຫ່ງຄວາມເຊື່ອ

ອັບຣາມໄດ້ວາງແບບ­ຢ່າງທີ່ດີໄວ້ສໍາລັບພວກເຮົາ. ເພິ່ນໝັ່ນໃນການອະ­ທິ­ຖານເລື້ອຍໆ ບ່ອນໃດກໍຕາມທີ່ເພິ່ນຕັ້ງຄ້າຍພັກ ຢູ່ໃກ້ໆບ່ອນນັ້ນເພິ່ນກໍຈະຕັ້ງແທ່ນບູ­ຊາ. ທຸກໆເຊົ້າ ແລະ ແລງ ເພິ່ນຈະເອີ້ນທຸກຄົນໃນຄ້າຍພັກມາ­ນະມັດສະ­ການພຣະເຈົ້າ. ເມື່ອໃດທີ່ອັບຣາມຍົກ­ຍ້າຍຄ້າຍພັກ ແທ່ນບູ­ຊາກໍຍັງຄົງຕັ້ງຢູ່ບ່ອນເກົ່າ. ນັກທ່ອງທ່ຽວຊາວການາອານບາງຄົນທີ່ເຄີຍໄດ້ຍິນຄຳສອນຂອງອັບຣາມ ເມື່ອພວກເຂົາເດີນ­ທາງຜ່ານມາທີ່ແທ່ນບູ­ຊາເຊິ່ງອັບຣາມໄດ້ຕັ້ງໄວ້ ສ່ວນຫຼາຍພວກເຂົາຈະແວ່ພັກ ແລະ ນະ­ມັດ­ສະ­ການພຣະເຈົ້າ.

ການອະ­ທິ­ຖານແມ່ນການຮັກ­ສາຈິດວິນຍານ

ມັນເປັນສິ່ງທີ່ສຳ­ຄັນທີ່ພວກເຮົາຈະອະ­ທິ­ຖານກັບຄອບຄົວ. ແຕ່ຢ່າງ­ໃດກໍຕາມ ການອະ­ທິ­ຖານຄົນດຽວກໍເປັນສິ່ງທີ່ສຳ­ຄັນຫຼາຍກວ່າການອະ­ທິ­ຖານກັບຄອບຄົວ. ພວກເຮົາບໍ່ຄວນລະ­ເລີຍໃນການອະ­ທິ­ຖານກັບພຣະເຈົ້າເປັນການສ່ວນຕົວ ເພາະ­ວ່າເປັນສິ່ງທີ່ໃຫ້ຊີ­ວິດຝ່າຍຈິດວິນຍານ. ຈົ່ງໃຫ້ພຣະເຈົ້າຊົງຮັບຟັງຄຳອະ­ທິ­ຖານເຖິງຄວາມ­ສຸກ, ຄວາມ­ທຸກ, ຄວາມກັງ­ວົນ ແລະ ຄວາມຢ້ານຂອງພວກເຮົາ. ພຣະອົງບໍ່ເຄີຍເມື່ອຍຟັງຄຳອະ­ທິ­ຖານຂອງພວກເຮົາ ແລະ ສິ່ງທີ່ພວກເຮົາເວົ້ານັ້ນກໍບໍ່ໄດ້ເປັນພາ­ລະຕໍ່ພຣະອົງ. “ພຣະເຈົ້າຊົງເຕັມລົ້ນດ້ວຍຄວາມຮັກ ແລະ ຄວາມເມດຕາກະ­ລຸ­ນາ” (ຢາໂກໂບ 5:11).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 12:4-9; ພະບັນ­ຍັດສອງ 8:7, 8; ລູກາ 12:7.

ອ້າງອີງຈາກປື້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 127-129} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ພຣະສັນ­ຍາທີ່ມອບໃຫ້ແກ່ອັບຣາມຖືກທົບທວນ

ເປັນເວ­ລາຫຼາຍປີທີ່ອັບຣາມອາ­ໄສຢູ່ໃນດິນ­ແດນການາອານ ເພິ່ນເລີ່ມສົງ­ໄສກ່ຽວກັບພຣະສັນ­ຍາຂອງພຣະເຈົ້າທີ່ວ່າ: “ເຮົາຈະໃຫ້ເຈົ້າມີເຊື້ອ­ສາຍຢ່າງຫຼວງ­ຫຼາຍ ແລະ ກາຍ­ເປັນຊົນຊາດໃຫຍ່. ເຮົາຈະອວຍ­ພອນເຈົ້າ ແລະ ໃຫ້ເຈົ້າມີຊື່ສຽງ. ໂດຍຜ່ານທາງເຈົ້າ ເຮົາຈະອວຍ­ພອນຊົນຊາດທັງປວງ.” ອັບຣາມຄິດວ່າ: “ພຣະສັນ­ຍານີ້ຈະສໍາເລັດໄດ້ແນວ­ໃດ?” ເມຍຂອງເພິ່ນກໍເປັນໝັນ ແລະ ເພິ່ນຈະມີເຊື້ອ­ສາຍຢ່າງຫຼວງ­ຫຼາຍໄດ້ຢ່າງ­ໃດ? ແລ້ວອັບຣາມກໍຄິດເຖິງເອລີເອເຊີ ເຊິ່ງເປັນຄົນຮັບໃຊ້ຂອງເພິ່ນທີ່ມີລູກຫຼານຫຼາຍຄົນ ແລະ ອັບຣາມໄດ້ຄິດອີກວ່າ: “ຄົນນີ້ເປັນພຣະສັນ­ຍາທີ່ພຣະເຈົ້າອ້າງເຖິງບໍ?”

ພຣະເຈົ້າໄດ້ປາ­ກົດແກ່ອັບຣາມທາງນິ­ມິດ ແລະ ໃນຂະ­ນະທີ່ຢູໃນນິ­ມິດນັ້ນ ອັບຣາມຖາມພຣະເຈົ້າວ່າ: “ພຣະເຈົ້າເອີຍ! ພຣະອົງຈະໃຫ້ບຳ­ເໜັດແກ່ຂ້າ­ນ້ອຍເຮັດຫຍັງໃນເມື່ອຂ້າ­ນ້ອຍບໍ່ມີລູກ ແລະ ຜູ້ທີ່ຈະສືບທອດມໍ­ລະ­ດົກແທນຂ້າ­ນ້ອຍກໍແມ່ນເອລີເອເຊີຜູ້ທີ່ເປັນຄົນຮັບໃຊ້ຢ່າງຊື່­ສັດຂອງຂ້ານ້ອຍ.”

ພຣະເຈົ້າຊົງຕອບອັບຣາມວ່າ: “ຄົນຮັບໃຊ້ຜູ້ນີ້ຈະບໍ່ໄດ້ຮັບມໍ­ລະ­ດົກຂອງເຈົ້າດອກ! ແຕ່ແມ່ນລູກຊາຍຂອງເຈົ້າເອງທີ່ຈະເປັນຜູ້ສືບທອດມໍ­ລະ­ດົກແທນເຈົ້າ.”

ແລ້ວພຣະເຈົ້າໄດ້ພາອັບຣາມຍ່າງອອກໄປຂ້າງນອກ ແລະ ຊົງກ່າວວ່າ: “ຈົ່ງນັບດວງດາວໃນທ້ອງ­ຟ້າທີ່ເຈົ້າເຫັນເບິ່ງດຸ! ເຈົ້າຈະມີເຊື້ອ­ສາຍຢ່າງຫຼວງ­ຫຼາຍເໝືອນດັ່ງດວງດາວເຫລົ່ານີ້.”

ພຣະເຈົ້າຍັງໄດ້ເປີດ­ເຜີຍອະ­ນາ­ຄົດຂອງເຊື້ອ­ສາຍຂອງອັບຣາມວ່າ: “ເຊື້ອ­ສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງດິນ­ແດນແຫ່ງໜຶ່ງ. ພວກເຂົາຈະຕົກເປັນທາດຮັບໃຊ້ຢູ່ໃນທີ່ນັ້ນ ແລະ ຈະຖືກກົດຂີ່ຢ່າງທາ­ລຸນເປັນເວ­ລາສີ່ຮ້ອຍປີ. ແຕ່ເຮົາຈະລົງ­ໂທດປະ­ເທດທີ່ປະ­ພຶດເຊັ່ນນັ້ນຕໍ່ພວກເຂົາ. ເມື່ອພວກເຂົາອອກໜີຈາກປະ­ເທດນັ້ນ­ແລ້ວ ພວກເຂົາຈະໄດ້ຊັບສົມ­ບັດຢ່າງຫຼວງ­ຫຼາຍໄປນຳ… ມັນຈະເປັນເວ­ລາເຖິງສີ່ເຊັ່ນຄົນ ກ່ອນເຊື້ອ­ສາຍຂອງເຈົ້າຈະກັບຄືນມາທີ່ນີ້. ເພາະເຮົາຈະບໍ່ຂັບໄລ່ປະ­ຊາ­ຊົນທີ່ອາ­ໄສຢູ່ໃນດິນ­ແດນນີ້ອອກໜີໄປ ຈົນກວ່າພວກເຂົາເຮັດຊົ່ວຮ້າຍໜັກສົມກັບຕ້ອງໄດ້ຮັບໂທດ.

"ອັບຣາມເຊື່ອໂດຍບໍ່ມີຂໍ້ສົງ­ໄສເລີຍວ່າ ພຣະເຈົ້າຈະເຮັດຕາມພຣະສັນ­ຍາຂອງພຣະອົງ ແຕ່ວ່າອັບຣາມບໍ່ຮູ້ຈະດຳ­ເນີນຕາມພຣະສັນ­ຍາຂອງພຣະເຈົ້າແນວ­ໃດ ເພາະນາງຊາຣາຍບໍ່ສາ­ມາດມີລູກໃຫ້ເພິ່ນໄດ້ ແລະ ເພິ່ນເອງກໍອາ­ຍຸເຖົ້າຫຼາຍແລ້ວ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 15:1-16.

ອ້າງອີງຈາກປື້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 136-137} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ອັບຣາມ ແລະ ນາງຮາກາ

ຫຼັງຈາກທີ່ອັບຣາມໄດ້ຮັບນິ­ມິດຈາກພຣະເຈົ້າແລ້ວ ເພິ່ນໄດ້ໄປບອກນາງຊາຣາຍກ່ຽວກັບເລື່ອງທີ່ພຣະເຈົ້າໄດ້ກ່າວກັບເພິ່ນນັ້ນ ແຕ່ນາງຊາຣາຍຄິດວ່າ ການທີ່ຈະມີລູກໃນໄວເຖົ້ານີ້ມັນເປັນເລື່ອງທີ່ເປັນໄປບໍ່ໄດ້. ສະ­ນັ້ນ ນາງຊາຣາຍຈຶ່ງຫາວິ­ທີທີ່ຈະຊ່ວຍໃຫ້ແຜນ­ການຂອງພຣະເຈົ້າສຳ­ເລັດໄວໆ. ນາງໄດ້ແນະ­ນຳອັບຣາມໄປເອົາຄົນຮັບໃຊ້ຂອງນາງມາເປັນເມຍນ້ອຍ. ສ່ວນອັບຣາມເອງກໍເຊື່ອວ່າ ພຣະເຈົ້າຈະປະ­ທານລູກຊາຍມາໃຫ້ເພິ່ນຕາມພຣະສັນ­ຍາ ແຕ່ວ່າອັບຣາມບໍ່ຮູ້ວ່າພຣະສັນ­ຍາຂອງພຣະເຈົ້າຈະເກີດຂຶ້ນໄດ້ແນວໃດ. ສະ­ນັ້ນ ອັບຣາມຈຶ່ງຕັດ­ສິນໃຈເຮັດຕາມຄຳແນະ­ນຳຂອງນາງຊາຣາຍ ໂດຍເພິ່ນຮັບເອົານາງຮາກາ­ມາເປັນເມຍນ້ອຍ.

ເມື່ອນາງຮາກາຮູ້ວ່າຕົນເອງຕັ້ງທ້ອງແລ້ວ ນາງກໍເລີ່ມຄິດວ່າ ຊົນຊາດທັງ­ຫຼາຍແຫ່ງພຣະສັນ­ຍາຈະສືບເຊື້ອ­ສາຍມາຈາກລູກຂອງຕົນ ແລະ ນາງຍັງມີຄວາມຮູ້­ສຶກວ່າຕົນເອງຢູ່ເໜືອນາງຊາຣາຍ. ດັ່ງ­ນັ້ນ ນາງຮາກາຈຶ່ງຈອງ­ຫອງພອງຕົວຂຶ້ນ ແລະ ໝິ່ນ­ປະ­ໝາດນາງຊາຣາຍຫຼາຍໆເລື່ອງ. ແລ້ວຄວາມອິດ­ສາທັງສອງຝ່າຍຈຶ່ງໄດ້ທຳ­ລາຍຄວາມສະ­ຫງົບສຸກທີ່ເຄີຍມີຢູ່ໃນຄອບຄົວ. ອັບຣາມພະ­ຍາ­ຍາມທີ່ຈະໃຫ້ເມຍຂອງເພິ່ນທັງສອງປອງດອງກັນ ແຕ່ກໍບໍ່ມີປະ­ໂຫຍດຫຍັງເລີຍ.

ແລ້ວນາງຊາຣາຍກໍໄດ້ເວົ້າຕໍ່ອັບຣາມວ່າ: “ເປັນ­ຄວາມຜິດຂອງເຈົ້າ ທີ່ນາງຮາກາໝິ່ນ­ປະ­ໝາດຂ້ອຍ. ຂ້ອຍເອົານາງໃຫ້ເປັນເມຍຂອງເຈົ້າແຕ່ເມື່ອນາງມີທ້ອງແລ້ວ ກໍໝິ່ນ­ປະ­ໝາດຂ້ອຍ…”

ນາງຊາຣາຍຕ້ອງ­ການຂັບໄລ່ນາງຮາກາອອກໄປຈາກບ້ານ ແຕ່ນາງຮາກາກຳ­ລັງຈະມີລູກໃຫ້ອັບຣາມ. ສະ­ນັ້ນ ອັບຣາມຈຶ່ງຕອບວ່າ: “ດີແລ້ວ! ນາງຮາກາຍັງເປັນສາວຮັບໃຊ້ຂອງເຈົ້າຢູ່ ແລະ ນາງກໍຍັງຢູ່ໃຕ້ການຄຸ້ມຄອງຂອງເຈົ້າ. ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນສົມ­ຄວນເຖີດ!”

ອັບຣາມຈຶ່ງມອບນາງຮາກາຢູ່ໃຕ້ຄຳສັ່ງຂອງນາງຊາຣາຍຕໍ່ໄປ ແຕ່ໃຈທີ່ຍິ່ງຈອງ­ຫອງຂອງນາງຮາກາບໍ່ຍອມທົນຕໍ່ການຮ້າຍດ່າທີ່ເກີດຂຶ້ນຍ້ອນຄວາມອວດ­ດີຂອງຕົນ. ນາງຊາຣາຍຈຶ່ງຂົ່ມເຫັງນາງຮາກາຢ່າງໜັກ ຈົນເຮັດໃຫ້ນາງຮາກາຕ້ອງລົບໜີໄປ.

ນາງຮາກາເດີນ­ທາງໄປໃນທະ­ເລ­ຊາຍ ແລະ ໃນລະ­ຫວ່າງທີ່ນາງກຳ­ລັງພັກຢູ່ໃກ້ບໍ່ນ້ຳແຫ່ງໜຶ່ງນັ້ນ ທູດສະ­ຫວັນຂອງພຣະເຈົ້າກໍໄດ້ມາປາ­ກົດຕໍ່ນາງຮາກາ.

ທູດສະ­ຫວັນຂອງພຣະເຈົ້າໄດ້ກ່າວຕໍ່ນາງຮາກາວ່າ: “ຮາກາ ສາວຮັບໃຊ້ຂອງນາງຊາຣາຍເອີຍ! ເຈົ້າມາຈາກໃສ ແລະ ເຈົ້າກຳ­ລັງຈະໄປໃສ?”

ນາງຮາກາຕອບທູດສະ­ຫວັນຂອງພຣະເຈົ້າວ່າ: “ຂ້າ­ນ້ອຍກຳ­ລັງຈະໜີໄປຈາກນາງຊາຣາຍ.”

ທູດສະ­ຫວັນໄດ້ກ່າວຕໍ່ນາງຮາກາວ່າ: “ຈົ່ງກັບຄືນເມືອຫານາຍຍິງຂອງເຈົ້າສາ! ແລະ ຖ່ອມ­ຕົວລົງຢູ່ໃຕ້ອຳ­ນາດຂອງນາງ.”

ທູດສະ­ຫວັນໄດ້ກ່າວອີກວ່າ: “ເຮົາຈະໃຫ້ເຈົ້າມີເຊື້ອ­ສາຍຢ່າງຫຼວງຫຼາຍ... ແລະ ເຈົ້າກຳ­ລັງຈະໄດ້ລູກຊາຍຄົນໜຶ່ງ ແລະ ຈົ່ງໃສ່ຊື່ໃຫ້ເດັກວ່າ 'ອິດຊະມາເອນ.'”

ແລ້ວນາງຮາກາກໍໄດ້ກັບຄືນເມືອເຮືອນ. ຫຼັງຈາກນັ້ນບໍ່ດົນ ນາງຮາກາກໍໄດ້ເກີດລູກຊາຍໃຫ້ອັບຣາມ ແລະ ນາງໄດ້ຕັ້ງຊື່ໃຫ້ລູກວ່າ: “ອິດຊະມາເອນ.” ອັບຣາມອາ­ຍຸໄດ້ 86 ປີ ເວ­ລາອິດຊະມາເອນເກີດ.

ທົດສອບຄວາມເຊື່ອ

ອັບຣາມໄດ້ຍອມ­ຮັບເຊື່ອໂດຍບໍ່ມີຂໍ້ສົງ­ໄສວ່າ ພຣະເຈົ້າຈະປະ­ທານລູກໃຫ້ຕົນຕາມພຣະສັນ­ຍາຂອງພຣະອົງ ແຕ່ເພິ່ນບໍ່ໄດ້ລໍ­ຄອຍໃຫ້ພຣະເຈົ້າເຮັດໃຫ້ສຳ­ເລັດຕາມວິ­ທີການ ແລະ ເວ­ລາທີ່ພຣະອົງຊົງກຳ­ນົດເອົາໄວ້. ການທີ່ຕ້ອງລໍ­ຄອຍນີ້ໄດ້ເປັນການທົດສອບເພື່ອເບິ່ງວ່າ ອັບຣາມມີຄວາມເຊື່ອໃນຣິດອຳ­ນາດຂອງພຣະເຈົ້າຫຼືບໍ. ແຕ່ວ່າອັບຣາມກໍບໍ່ໄດ້ຜ່ານການທົດສອບຄວາມເຊື່ອນັ້ນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 16:1-16.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 145-146} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ພຣະເຈົ້າຊົງສັນ­ຍາວ່າ ລູກຊາຍຈະເກີດມາຈາກນາງຊາຣາຍ

ຫຼາຍປີຜ່ານໄປ ເມື່ອອັບຣາມມີອາ­ຍຸໄດ້ 99 ປີ ພຣະເຈົ້າຊົງປາ­ກົດແກ່ເພິ່ນ ແລະ ກ່າວວ່າ: "ເຮົາສັນ­ຍາວ່າ ເຈົ້າຈະເປັນບັນ­ພະ­ບູລຸດຂອງຊົນຊາດທັງຫຼາຍ. ຊື່ຂອງເຈົ້າຈະບໍ່ແມ່ນອັບຣາມອີກຕໍ່ໄປ ແຕ່ເຈົ້າຈະມີຊື່ໃໝ່ວ່າ “ອັບຣາຮາມ” ເພາະເຮົາກຳ­ລັງໃຫ້ເຈົ້າເປັນບັນ­ພະ­ບູລຸດຂອງຊົນຊາດທັງຫຼາຍ. ເຮົາຈະໃຫ້ເຈົ້າມີເຊື້ອ­ສາຍຢ່າງຫຼວງ­ຫຼາຍ ແລະ ບາງຄົນໃນເຊື້ອ­ສາຍນັ້ນຈະເປັນເຖິງກະສັດ. ເຈົ້າຈະມີເຊື້ອສາຍຢ່າງຫຼວງ­ຫຼາຍ ຈົນກາຍ­ເປັນປະ­ຊາ­ຊາດຕ່າງໆ... ເຮົາຈະມອບດິນ­ແດນທີ່ເຈົ້າອາ­ໄສຢູ່ປັດ­ຈຸ­ບັນໃນຖາ­ນະເປັນຄົນຕ່າງດ້າວນີ້ໃຫ້ແກ່ເຈົ້າ ແລະ ເຊື້ອ­ສາຍຂອງເຈົ້າ ດິນ­ແດນການາອານທັງໝົດຈະເປັນຂອງພວກເຈົ້າຕະ­ຫຼອດໄປ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.”

ພຣະເຈົ້າຊົງກ່າວຕໍ່ອັບຣາຮາມອີກວ່າ: “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ ເຈົ້າບໍ່ຕ້ອງເອີ້ນນາງຊາຣາຍອີກຕໍ່ໄປ ເພາະຊື່ຂອງນາງແມ່ນຊາຣາ. ເຮົາຈະອວຍ­ພອນນາງໃຫ້ມີລູກຊາຍຄົນໜຶ່ງ ແລະ ຈະອວຍ­ພອນນາງໃຫ້ເປັນແມ່ຂອງຊົນຊາດທັງ­ຫຼາຍ ຈົນກະ­ສັດຫຼາຍຄົນຈະມາຈາກເຊື້ອ­ສາຍຂອງນາງ.”

ການປ່ຽນຊື່

ຊື່ທຳ­ອິດຂອງເພິ່ນແມ່ນ “ອັບຣາມ” ແຕ່ພຣະເຈົ້າຊົງປ່ຽນຊື່ໃຫ້ໃໝ່ວ່າ “ອັບຣາຮາມ.” ສ່ວນເມຍຂອງອັບຣາຮາມ ຊື່ທຳ­ອິດແມ່ນ “ຊາຣາຍ” ແຕ່ພຣະເຈົ້າຊົງປ່ຽນຊື່ໃຫ້ໃໝ່ວ່າ “ຊາຣາ.” ອັບຣາຮາມໝາຍເຖິງ "ພໍ່ຂອງຊົນຊາດທັງ­ຫຼາຍ" ແລະ ຊາຣາໝາຍເຖິງ "ເຈົ້າຍິງ" (ປະ­ຖົມການ 17:5, 15).

ອັບຣາຮາມກົ້ມຂາບລົງ ແລະ ຄິດຢູ່ໃນໃຈວ່າ: “ຄົນອາ­ຍຸຮ້ອຍປີຈະມີລູກໄດ້ຈັ່ງໃດ? ແລະ ຊາຣາກໍອາ­ຍຸ 90 ປີແລ້ວ ນາງຍັງຈະມີລູກໄດ້ຢູ່ບໍ?”

ອັບຣາຮາມຈຶ່ງກ່າວຕໍ່ພຣະເຈົ້າວ່າ: “ພຣະເຈົ້າເອີຍ! ເປັນຫຍັງ ບໍ່ໃຫ້ອິດຊະມາເອນເປັນຜູ້ສືບທອດມໍ­ລະ­ດົກຂອງຂ້າ­ນ້ອຍ?”

ພຣະເຈົ້າກ່າວຕໍ່ອັບຣາຮາມວ່າ: “ບໍ່, ນາງຊາຣາເມຍຂອງເຈົ້າເອງທີ່ຈະເກີດລູກຊາຍໃຫ້ເຈົ້າ ແລະ ຈົ່ງໃສ່ຊື່ເດັກວ່າ 'ອີຊາກ.' ເຮົາຈະຮັກ­ສາຄຳໝັ້ນສັນ­ຍາຂອງເຮົາໄວ້ກັບອີຊາກ ແລະ ກັບເຊື້ອ­ສາຍຂອງລາວຕະ­ຫຼອດໄປ... ລູກຊາຍຂອງເຈົ້າຜູ້ທີ່ຈະເກີດຈາກນາງຊາຣາຈະປະ­ສູດໃນປີ­ໜ້າລະ­ຫວ່າງລະ­ດູນີ້.”

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 17:1-27.