ຫລານຊາຍຂອງອັບຣາຮາມເກີດມີບັນຫາຢູ່ໃນເມືອງ

ອັບຣາຮາມ ແລະ ໂລດແຍກທາງກັນ

“ຢ່າໃຫ້ຜູ້­ໃດເຫັນ­ແກ່ປະ­ໂຫຍດຂອງ­ຕົນຝ່າຍດຽວ ແຕ່ຈົ່ງເຫັນ­ແກ່ປະ­ໂຫຍດຂອງຄົນອື່ນດ້ວຍ.” ຟີລິບປອຍ 2:4

ອັບຣາຮາມ ແລະ ໂລດ ທັງສອງມີຄົນຮັບໃຊ້ ແລະ ມີຝູງສັດເປັນຈຳ­ນວນຫຼາຍ. ພວກເຂົາບໍ່ສາ­ມາດທີ່ຈະອາ­ໄສຢູ່ໃນສະ­ຖານ­ທີ່ດຽວກັນໄດ້ ເພາະບໍ່ມີທົ່ງຫຍ້າພຽງ­ພໍສຳ­ລັບລ້ຽງສັດ. ດັ່ງ­ນັ້ນ ອັບຣາຮາມ ແລະ ໂລດຈຶ່ງແຍກທາງກັນ. ໂລດໄດ້ເລືອກເອົາດິນແດນທີ່ອຸ­ດົມ­ສົມ­ບູນແຄມແມ່­ນ້ຳຈໍແດນໃກ້ເມືອງໃຫຍ່ ແລະ ອັບຣາຮາມກໍໄດ້ໄປອາ­ໄສຢູ່ໃນທ່າມ­ກາງເນີນພູ. 

ໃນທົ່ງຮາບພຽງບ່ອນທີ່ໂລດອາ­ໄສຢູ່ນັ້ນ ໃກ້ກັບສອງຕົວເມືອງໃຫຍ່ທີ່ເອີ້ນວ່າ “ເມືອງໂຊໂດມ” ແລະ  “ເມືອງໂກໂມຣາ.” ເມືອງເຫຼົ່ານີ້ມີທຸ­ລະກິດທີ່ກຳ­ລັງເຕີບໂຕດີ ແຕ່ຜູ້ທີ່ອາ­ໄສຢູ່ນັ້ນສະ­ແຫວງ­ຫາຄວາມມ່ວນ­ຊື່ນ ແລະ ພວກເຂົາເປັນຄົນຊົ່ວຮ້າຍຫຼາຍ.

ຜົນສຸດທ້າຍ ໂລດກັບຄອບ­ຄົວຂອງເພິ່ນກໍໄດ້ຍົກ­ຍ້າຍໄປອາ­ໄສຢູ່ໃນເມືອງໂຊໂດມ ເຊິ່ງເພິ່ນຄິດວ່າ ເພິ່ນຈະສາ­ມາດແບ່ງ­ປັນຄວາມເຊື່ອຂອງເພິ່ນໃຫ້ກັບບັນ­ດາຄົນທີ່ອາ­ໄສຢູ່ທີ່ນັ້ນໄດ້. ແຕ່ການໄປອາ­ໄສຢູ່ທ່າມ­ກາງຄົນທີ່ບໍ່ນັບ­ຖືພຣະເຈົ້ານີ້ ເປັນການສ່ຽງທີ່ຄອບ­ຄົວຂອງໂລດຈະພົບກັບຄວາມຊົ່ວຮ້າຍ ແທນການເປັນພະ­ຍານໃຫ້ແກ່ພຣະເຈົ້າ. ຄອບ­ຄົວຂອງໂລດຈຶ່ງໄດ້ເສື່ອມໂຊມລົງຍ້ອນຄວາມຊົ່ວຮ້າຍໃນເມືອງໂຊໂດມ. ໂລດບໍ່ຄວນຕັ້ງຖິ່ນຖານບ້ານຂອງເພິ່ນໃນເມືອງທີ່ຊົ່ວຮ້າຍ ແລະ ເປີເປື້ອນດ້ວຍຄວາມຜິດບາບເຊັ່ນນີ້. 

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 13:1-18.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 132-134} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ພຣະເຈົ້າຢ້ຽມ­ຢາມອັບຣາຮາມ

ໃນຕອນທ່ຽງຂອງລະ­ດູຮ້ອນ ອັບຣາຮາມໄດ້ນັ່ງຢູ່ທີ່ປະ­ຕູເຕັນຂອງເພິ່ນ ເມື່ອເພິ່ນເຫັນນັກເດີນ­ທາງສາມຄົນໃນໄລ­ຍະໄກ ເພິ່ນກໍໄປທັກທາຍພວກເຂົາ ແລະ ເພິ່ນຂໍຮ້ອງໃຫ້ພວກເຂົາພັກ­ຜ່ອນຢູ່ທີ່ບ້ານຂອງເພິ່ນ ຈົນກວ່າພວກເຂົາຈະເຊົາເມື່ອຍ. ແລ້ວອັບຣາຮາມກໍໄດ້ເອົານ້ຳມາລ້າງຂີ້­ຝຸ່ນອອກຈາກຕີນໃຫ້ພວກເຂົາຈາກການເດີນ­ທາງ ເພິ່ນຈັດຕຽມອາ­ຫານ ແລະ ໃຫ້ພວກເຂົາກິນຢູ່ໃຕ້ຕົ້ນໄມ້. ອັບຣາຮາມເຫັນແຂກຂອງເພິ່ນມີພຽງສາມຄົນ ແຕ່ບໍ່ຄິດວ່າໃນທ່າມ­ກາງພວກເຂົາເຫຼົ່າ­ນັ້ນມີພຣະເຈົ້າ. 

ແລ້ວແຂກທັງສາມໄດ້ຖາມເພິ່ນວ່າ: “ຊາຣາເມຍຂອງເຈົ້າຢູ່ໃສ?”

ອັບຣາຮາມຕອບວ່າ: “ນາງຢູ່ໃນເຕັນ.”

ພຣະເຈົ້າກ່າວຕໍ່ເພິ່ນວ່າ: “ປີ­ໜ້າ ເຮົາຈະກັບມາຫາເຈົ້າອີກ ແລະ  ນາງຊາຣາເມຍຂອງເຈົ້າຈະມີລູກຊາຍ.”

ນາງຊາຣາຟັງຢູ່ທີ່ປະ­ຕູເຕັນ ແລະ  ນາງກໍຫົວ­ຂວັນຢູ່ໃນໃຈວ່າ: “ຂ້ອຍເຖົ້າແກ່ແລ້ວ ແລະ ຜົວຂອງຂ້ອຍກໍເຖົ້າແກ່ຄືກັນ. ຂ້ອຍຍັງຈະມີຄວາມຊົມ­ຊື່ນຍິນ­ດີຢູ່ບໍ?"

ພຣະເຈົ້າກ່າວຕໍ່ອັບຣາຮາມວ່າ: “ເປັນຫຍັງ ນາງຊາຣາຈຶ່ງຫົວຂັວນ ແລະ ເວົ້າວ່າ ‘ເຮົາຈະມີລູກແທ້ບໍ ໃນເມື່ອເຮົາເຖົ້າແກ່ຫຼາຍແລ້ວ?’ ມີຫຍັງຍາກສຳ­ລັບພຣະເຈົ້າບໍ? ພໍຮອດເວ­ລາກຳ­ນົດ ເຮົາຈະກັບມາຫາເຈົ້າໃນລະ­ດູນີ້ປີ­ໜ້າ ແລະ ນາງຊາຣາຈະມີລູກຊາຍຄົນໜຶ່ງ.”

ໃນຂະ­ນະທີ່ນັກເດີນ­ທາງກຳ­ລັງຈະອອກໄປ ພຣະເຈົ້າກໍໄດ້ກ່າວຕໍ່ທູດສະ­ຫວັນວ່າ: “ເຮົາຈະບໍ່ປິດບັງອັບຣາຮາມໃນສິ່ງທີ່ເຮົາກໍາລັງຈະເຮັດນີ້..." 

ແລ້ວພຣະເຈົ້າກໍບອກອັບຣາຮາມວ່າ: “ມີສຽງກ່າວຟ້ອງຕໍ່­ສູ້ເມືອງໂຊໂດມ ແລະ ເມືອງໂກໂມຣາຢ່າງໜັກ­ໜ່ວງ ແລະ ຄວາມບາບຂອງຊາວເມືອງກໍໜັກໜາຫຼາຍ ຈົນເຮົາຕ້ອງລົງໄປສຳ­ຫຼວດເບິ່ງວ່າ ການກ່າວຫາທີ່ເຮົາໄດ້ຍິນນັ້ນເປັນ­ຄວາມຈິງຫຼືບໍ່? ຖ້າບໍ່ແມ່ນ ເຮົາກໍຈະໄດ້ຮູ້” (ປະ­ຖົມມະການ 18:17, 20-21). 

ແລ້ວທູດສະ­ຫວັນສອງອົງກໍໄດ້ຈາກໄປ ແລະ ປ່ອຍໃຫ້ອັບຣາຮາມຢູ່ກັບພຣະເຈົ້າ. ອັບຣາຮາມຄິດເຖິງໂລດ ແລະ ບັນ­ດາຜູ້ຄົນທີ່ເພິ່ນຮູ້­ຈັກຢູ່ໃນເມືອງເຫຼົ່າ­ນັ້ນ ແລ້ວອັບຣາຮາມກໍໄດ້ອ້ອນ­ວອນເພື່ອຜູ້ຄົນທີ່ອາ­ໄສຢູ່ໃນເມືອງໂຊໂດມ.

ອັບຣາຮາມໄດ້ອ້ອນ­ວອນພຣະເຈົ້າວ່າ: “ຂໍໂຜດຍົກ­ໂທດໃຫ້ຂ້າ­ນ້ອຍແດ່ທີ່ກ້າກ່າວກັບພຣະອົງ ຂ້າ­ນ້ອຍເປັນພຽງມະ­ນຸດເທົ່ານັ້ນ” (ປະ­ຖົມມະການ 18:27).

ເຖິງແມ່ນວ່າ ໂລດໄດ້ເລືອກທີ່ຈະອາ­ໄສຢູ່ທີ່ເມືອງໂຊໂດມ ແຕ່ເພິ່ນກໍບໍ່ໄດ້ເຂົ້າຮ່ວມໃນການເຮັດຜິດບາບກັບບັນ­ດາຜູ້ຄົນທີ່ອາ­ໄສຢູ່ໃນທີ່ນັ້ນ. ອັບຣາຮາມຄິດວ່າ ນອກ­ຈາກໂລດທີ່ນະ­ມັດ­ສະ­ການພຣະເຈົ້າແລ້ວ ຈະຕ້ອງມີຄົນອື່ນໆທີ່ນະ­ມັດ­ສະ­ການພຣະເຈົ້າເຊັ່ນກັນທີ່­ຢູ່ໃນຕົວເມືອງໃຫຍ່ນັ້ນ.

ດັ່ງ­ນັ້ນ ອັບຣາຮາມຈຶ່ງຂໍຮ້ອງພຣະເຈົ້າວ່າ: “ຂໍພຣະອົງຢ່າຄິດເຮັດແບບນັ້ນເລີຍ… ຢ່າຄິດທີ່ຈະຂ້າຄົນຊອບທຳ ພ້ອມກັບຄົນອະ­ທຳເລີຍ... ພຣະອົງຜູ້ພິ­ພາກ­ສາໂລກຈະບໍ່ເຮັດສິ່ງທີ່ຍຸ­ຕິທຳບໍ?” (ປະ­ຖົມມະການ 18:25) ໃນຂະ­ນະທີ່ຄຳອ້ອນ­ວອນຂອງອັບຣາຮາມຖືກຍອມ­ຮັບ ເພິ່ນກໍເຊື່ອໝັ້ນວ່າ ຖ້າຫາກພົບຄົນຊອບທຳພຽງສິບຄົນຢູ່ໃນເມືອງໂຊໂດມ ເມືອງກໍຈະບໍ່ຖືກທຳລາຍ.

ຄໍາອະ­ທິ­ຖານຂອງອັບຣາຮາມ

ຄໍາອະ­ທິ­ຖານຂອງອັບຣາຮາມເພື່ອເມືອງໂຊໂດມສະ­ແດງໃຫ້ເຫັນວ່າ ພວກເຮົາຄວນກຽດຊັງຄວາມບາບ ແຕ່ຈົ່ງມີຄວາມສົງ­ສານ ແລະ ມີຄວາມຮັກຕໍ່ຄົນບາບ. ຢູ່ອ້ອມຂ້າງພວກເຮົາມີຫຼາຍຄົນກຳ­ລັງເດີນ­ທາງໄປສູ່ຄວາມພິ­ນາດ ພວກເຮົາຄວນອະ­ທິຖານສໍາລັບພວກເຂົາ ແລະ ເຮັດທຸກໆສິ່ງທີ່ພວກເຮົາສາ­ມາດເຮັດໄດ້ ເພື່ອຈະໄດ້ນຳ­ພາພວກເຂົາໃຫ້ຮູ້­ຈັກພຣະເຈົ້າ. 

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 18:1-33.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 156-157} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ເມືອງໂຊໂດມ ແລະ ເມືອງໂກໂມຣາຖືກທໍາລາຍ

ຈົ່ງຮັກເພື່ອນບ້ານ ເໝືອນຮັກຕົນເອງ

"ຢ່າລືມການຕ້ອນ­ຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນ­ຮັບທູດສະ­ຫວັນຢ່າງບໍ່ຮູ້ຕົວ" (ເຮັບເຣີ 13:2).

ນີ້ເປັນຄືນສຸດທ້າຍຂອງເມືອງໂຊໂດມ ແຕ່ຊາວເມືອງຊ້ຳ­ພັດບໍ່ສັງ­ເກດຮູ້. ໃນຍາມ­ແລງດວງຕາ­ເວັນກຳ­ລັງຕົກດິນ ມີນັກທ່ອງທ່ຽວສອງຄົນໄດ້ເຂົ້າມາໃກ້ປະ­ຕູເມືອງ. ບໍ່ມີໃຜສະ­ແດງຄວາມສົນ­ໃຈໃນນັກທ່ອງທ່ຽວຍົກ­ເວັ້ນໂລດ. ນັກທ່ອງທ່ຽວສອງຄົນນີ້ແມ່ນທູດສະ­ຫວັນທີ່ປອມຕົວເປັນມະນຸດ. ໂລດບໍ່ຮູ້ວ່ານັກທ່ອງທ່ຽວນັ້ນແມ່ນໃຜ ແຕ່ວ່າເພິ່ນເປັນຄົນມັກຕ້ອນ­ຮັບທຸກໆຄົນ. ໂລດຮູ້ວ່ານັກທ່ອງທ່ຽວອາດຈະບໍ່ປອດໄພຢູ່ໃນເມືອງໂຊໂດມ ເພິ່ນຈຶ່ງໄປສະ­ເໜີຫ້ອງພັກໃຫ້ພວກເຂົາຢູ່ທີ່ບ້ານຂອງເພິ່ນ.

ໂລດຄຳ­ນັບຢ່າງສຸ­ພາບ ແລະ ກ່າວວ່າ: “ເຈົ້ານາຍຂອງຂ້າ­ນ້ອຍເອີຍ! ຂໍທ່ານແວ່ເຂົ້າໄປທີ່ບ້ານຂອງຂ້າ­ນ້ອຍກ່ອນແດ່­ທ້ອນ ແລະ ນອນຄ້າງຄືນຈັກຄືນໜຶ່ງ." ເບິ່ງຄືວ່ານັກທ່ອງທ່ຽວປະ­ຕິ­ເສດໂດຍພວກເຂົາເວົ້າວ່າ: “ບໍ່! ເຮົາຈະຄ້າງຄືນທີ່ສີ່ແຍກຂອງເມືອງນີ້” (ປະ­ຖົມມະການ 19:2). ພວກເຂົາຕອບເຊັ່ນນີ້ ເພາະພວກເຂົາຕ້ອງ­ການທີ່ຈະທົດສອບຄວາມຈິງໃຈຂອງໂລດ ແລະ ໃຫ້ເບິ່ງຄືວ່າ ພວກເຂົາບໍ່ຮູ້ເຖິງໄພອັນ­ຕະ­ລາຍທີ່­ຢູ່ໃນເມືອງ. ແຕ່ໂລດແຮງຊັກຊວນພວກເຂົາ ຈົນພວກເຂົາຍອມໄປພັກທີ່ບ້ານຂອງເພິ່ນ.

ເປັນຫຍັງ ທູດສະ­ຫວັນໄປຢ້ຽມ­ຢາມເມືອງໂຊໂດມ?

ໂດຍການໄປຢ້ຽມ­ຢາມເມືອງກອ່ນ ພຣະເຈົ້າໄດ້ໃຫ້ປະ­ຊາ­ຊົນທີ່ອາ­ໄສຢູ່ໃນເມືອງນັ້ນມີໂອກາດສໍາລັບການກັບໃຈໃໝ່.

ຊາວເມືອງໄດ້ເຫັນນັກທ່ອງທ່ຽວສົນ­ທະ­ນາກັບໂລດ ແລະ ໃນຕອນກາງ­ຄືນ ພວກຜູ້ຊາຍຊາວເມືອງໂຊໂດມ ທັງຄົນໜຸ່ມ ແລະ ຜູ້ເຖົ້າກໍພາ­ກັນມາເຕົ້າ­ໂຮມອ້ອມຮອບເຮືອນຂອງໂລດ. ຊາຕານຮູ້ວ່ານັກທ່ອງທ່ຽວເປັນທູດສະ­ຫວັນຂອງພຣະເຈົ້າ ແລະ ມັນໄດ້ດົນໃຈຄົນຊົ່ວຮ້າຍໄປຕໍ່­ສູ້ກັບພວກເຂົາ. ໃນຂະ­ນະທີ່ນັກທ່ອງທ່ຽວກໍາລັງສົນ­ທະ­ນາກັບໂລດຢູ່ໃນເຮືອນກ່ຽວກັບເມືອງນີ້ວ່າເປັນແນວ­ໃດນັ້ນ ຝູງຊົນເລີ່ມໂຮ­ຮ້ອງ ແລະ ເຍາະເຍີຍ. ພວກເຂົາຮ້ອງບອກໃຫ້ໂລດນຳນັກທ່ອງທ່ຽວອອກມາຂ້າງນອກ.

ໂລດໄດ້ອອກໄປຂ້າງນອກ ແລະ ຂໍຮ້ອງພວກເຂົາວ່າ: “ເພື່ອນເອີຍ! ເຮົາຂໍຮ້ອງຢ່າເຮັດເລື່ອງຊົ່ວຮ້າຍຢ່າງນີ້ເລີຍ” (ປະ­ຖົມມະການ 19:7). ຝູງຊົນຫົວເຍາະເຍີຍ ແລະ ຂົ່ມ­ຂູ່ໂລດ. ພວກເຂົາຄົງຈະຈີກໂລດເປັນຕ່ອນໆ ຖ້າຫາກໂລດບໍ່ໄດ້ຮັບການຊ່ວຍ­ເຫຼືອໄວ້ຈາກນັກທ່ອງທ່ຽວ. ນັກທ່ອງທ່ຽວ “ໄດ້ຍື່ນມືອອກໄປດຶງຕົວຂອງໂລດເຂົ້າມາໃນບ້ານ ແລະ ປິດປະ­ຕູໄວ້... ໃນທັນ­ໃດນັ້ນ ນັກທ່ອງທ່ຽວກໍບັນ­ດານໃຫ້ພວກຜູ້ຊາຍທີ່­ຢູ່ຂ້າງນອກນັ້ນຕາ­ມືດມົວ. ດັ່ງ­ນັ້ນ ພວກເຂົາຈຶ່ງບໍ່ສາ­ມາດເຫັນປະ­ຕູເຮືອນ” (ປະ­ຖົມມະການ 19:10-11).

ໃນຂະ­ນະນັ້ນ ໂລດເຫັນວ່ານັກທ່ອງທ່ຽວເຫຼົ່າ­ນັ້ນບໍ່ແມ່ນມະ­ນຸດ ແຕ່ເປັນທູດສະ­ຫວັນຂອງພຣະເຈົ້າ ແລ້ວທູດສະ­ຫວັນທັງສອງກໍໄດ້ເປີດ­ເຜີຍແຜນ­ການຂອງພວກເພິ່ນໃຫ້ໂລດຮູ້ວ່າ: “ພວກເຮົາກຳ­ລັງຈະທຳ­ລາຍເມືອງນີ້. ອົງພຣະຜູ້ເປັນເຈົ້າໄດ້ຍິນສຽງຟ້ອງຮ້ອງຢ່າງໜັກ­ໜ່ວງຕໍ່­ສູ້ປະ­ຊາ­ຊົນເຫຼົ່ານີ້. ສະ­ນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໃຊ້ພວກເຮົາມາເພື່ອທຳ­ລາຍເມືອງໂຊໂດມນີ້.” (ປະ­ຖົມມະການ 19:13). ທູດສະ­ຫວັນໄດ້ສັນ­ຍາວ່າ ຈະປົກປ້ອງໂລດ ແລະ ສະ­ມາ­ຊິກຄອບ­ຄົວຂອງເພິ່ນທັງໝົດທີ່ຈະຍອມໜີອອກໄປຈາກເມືອງຊົ່ວຮ້າຍແຫ່ງນີ້.

ຫຼັງຈາກຝູງຊົນແຍກຍ້າຍອອກໄປຈາກເຮືອນຂອງໂລດແລ້ວ ໂລດຈຶ່ງໄປເຕືອນລູກໆຂອງເພິ່ນວ່າ: “ຈົ່ງໜີອອກຈາກເມືອງນີ້ໄປໄວໆ ເພາະພຣະເຈົ້າຈະທຳ­ລາຍເມືອງນີ້!” ແຕ່ບັນ­ດາລູກ­ເຂີຍຂອງໂລດໄດ້ເຍາະເຍີຍຄຳ­ເຕືອນ ແລະ ຄິດວ່າ ຄຳ­ເຕືອນຂອງພໍ່­ເຖົ້ານີ້ເປັນ­ຄວາມຄິດທີ່ໄຮ້ປັນຍາ. ສ່ວນລູກສາວຂອງໂລດກໍອ່ຽງໄປຕາມຜົວຂອງພວກເຂົາ ແລະ ພວກເຂົາຈະບໍ່ອອກໄປຈາກເມືອງນີ້. ພວກເຂົາມີຊັບສົມ­ບັດຢ່າງຫຼວງ­ຫຼາຍ ແລະ ບໍ່ເຊື່ອວ່າເມືອງໂຊໂດມທີ່ງົດງາມແຫ່ງນີ້ຈະຖືກທຳລາຍ.

ໂລດກັບມາບ້ານຢ່າງເສົ້າໃຈ ແລະ ລາຍງານໃຫ້ທູດສະ­ຫວັນຟັງວ່າ ລູກໆຂອງເພິ່ນຈະບໍ່ໄປນຳ. ແລ້ວທູດສະ­ຫວັນກໍສັ່ງໃຫ້ໂລດນຳ­ພາເມຍ ແລະ ລູກສາວສອງຄົນທີ່ຍັງຢູ່ໃນບ້ານນັ້ນໃຫ້ອອກໜີໄປຈາກເມືອງນີ້. ແຕ່ດ້ວຍຄວາມທີ່ໂລດຍັງຕົກ­ໃຈ ແລະ ໂສກ­ເສົ້າທີ່ພວກລູກສາວ ແລະ ລູກ­ເຂີຍປະ­ຕິ­ເສດຄຳ­ເຕືອນຂອງເພິ່ນນັ້ນ ເພິ່ນຈຶ່ງຊັກຊ້າບໍ່ຍອມອອກເດີນ­ທາງເທື່ອ. ແຕ່ທູດສະ­ຫວັນໄດ້ຈັບມືຂອງໂລດ, ເມຍ ແລະ ລູກສາວສອງຄົນຂອງເພິ່ນ ແລ້ວນຳ­ພາພວກເຂົາອອກໄປຈາກເມືອງໂດຍໄວ.

ໃນຂະ­ນະທີ່ໂລດ, ເມຍ ແລະ ລູກສາວສອງຄົນຂອງເພິ່ນຢູ່ນອກເມືອງນັ້ນ ທູດສະ­ຫວັນກໍໄດ້ກ່າວຕໍ່ພວກເຂົາວ່າ: "ຈົ່ງຟ້າວໜີເອົາຕົວລອດ! ຢ່າຫຼຽວຄືນຫຼັງ ແລະ ຢ່າຢຸດຢູ່ທີ່ຮ່ອມພູ. ຈົ່ງພາ­ກັນແລ່ນຂຶ້ນໄປເທິງເນີນພູ ເພື່ອເອົາຊີ­ວິດລອດ." ແລ້ວໂລດ ແລະ ຄອບ­ຄົວຂອງເພິ່ນກໍເຮັດຕາມຄຳສັ່ງຂອງທູດສະຫວັນ.

ເມື່ອພວກເຂົາແລ່ນໜີໄປຫ່າງໄກຈາກຕົວເມືອງບໍ່ພໍເທົ່າ­ໃດກິໂລແມັດ ດວງຕາ­ເວັນກໍກຳ­ລັງພວມຂຶ້ນ. ທັນ­ໃດນັ້ນ ກໍມີສຽງຟ້າ­ຮ້ອງຈາກທ້ອງ­ຟ້າໂດຍທີ່ບໍ່ມີເມກ ແລະ ມີລົມ­ພາ­ຍຸເກີດຂຶ້ນໂດຍບໍ່ຄາດຄິດ. ແລ້ວພຣະເຈົ້າໄດ້ສົ່ງໄຟ ແລະ ມາດເໝືອນດັ່ງຫ່າຝົນ­ຕົກລົງມາໃສ່ເມືອງໂຊໂດມ ແລະ ເມືອງໂກໂມຣາ ລວມທັງທົ່ງຮາບພຽງ. ພະຣາຊະວັງ, ວັດ, ເຮືອນທີ່ຫຼູຫຼາຕ່າງໆ, ສວນອະ­ງຸ່ນ ແລະ ຝູງຊົນທີ່ກໍາລັງສະ­ແຫວງ­ຫາຄວາມ­ສຸກນັ້ນ ທັງໝົດໄດ້ຖືກໄຟເຜົາໄໝ້ ແລະ ຄວັນໄຟກໍພຸ່ງຂຶ້ນເໝືອນເຕົາຫຼອມ. ນີ້ແຫລະ! ເປັນຈຸດຈົບຂອງສອງຕົວເມືອງໃຫຍ່ ພ້ອມທັງຄົນຊົ່ວຮ້າຍທີ່ອາ­ໄສຢູ່ທີ່ນັ້ນ.

ຄໍາເຕືອນສໍາລັບພວກເຮົາໃນຍຸກນີ້

ພຣະເຈົ້າຍັງຄົງເຕືອນພວກເຮົາໃນມື້­ນີ້ວ່າ: "ຈົ່ງລະ­ວັງຕົວໃຫ້ດີ ຢ້ານວ່າໃຈຂອງທ່ານຈະລົ້ມໄປດ້ວຍອາ­ການດື່ມເຫຼົ້າອະ­ງຸ່ນ ແລະ ດ້ວຍການເມົາ ແລະ ດ້ວຍການຄິດກັງ­ວົນເຖິງຊີ­ວິດນີ້ ແລ້ວເວ­ລານັ້ນຈະມາເຖິງທ່ານດັງບ່ວງແຮ້ວຢ່າງກະ­ທັນ­ຫັນ ເພາະ­ວ່າມື້ນັ້ນ ຈະມາເຖິງຄົນທັງ­ຫຼາຍທີ່ອາ­ໄສຢູ່ເທິງແຜ່ນ­ດິນໂລກ... ສະ­ນັ້ນ ຈົ່ງເຝົ້າຢູ່ທຸກເວ­ລາ; ຈົ່ງອະ­ທິ­ຖານ ເພື່ອທ່ານທັງ­ຫຼາຍຈະມີກຳ­ລັງທີ່ຈະພົ້ນຈາກເຫດ­ການທັງປ່ວງທີ່ໃກ້ຈະເກີດຂຶ້ນມານັ້ນ ແລະ ເພື່ອທ່ານຈະສາ­ມາດຢືນຢູ່ຕໍ່­ໜ້າບຸດມະ­ນຸດໄດ້” (ລູກາ 21:34-36).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 19:1-29.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 158-167} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.

ຜົນກະ­ທົບຈາກຄວາມຊົ່ວຮ້າຍຂອງເມືອງໂຊໂດມ ແລະ ເມືອງໂກໂມ­ຣາ

"ກ່ອນທີ່ພຣະເຈົ້າຈະທຳ­ລາຍເມືອງໂຊໂດມ ແລະເມືອງໂກໂມ­ຣາ ທົ່ງຮາບພຽງນີ້ອຸ­ດົມ­ສົມ­ບູນຫຼາຍ" (ປະ­ຖົມການ 13:10). ແຕ່ຄວາມອຸ­ດົມ­ສົມ­ບູນທີ່ມີຢູ່ທົ່ວໄປໄດ້ເຮັດໃຫ້ພວກທີ່ອາ­ໄສຢູ່ໃນເມືອງມີຈິດ­ໃຈຍິ່ງຈອງ­ຫອງ ແລະໃຊ້ຊີ­ວິດຢ່າງຟຸ່ມເຟືອຍ. ຍ້ອນຄວາມຮັ່ງ­ມີຈຶ່ງເຮັດໃຫ້ພວກເຂົາຮັກຄວາມມ່ວນ­ຊື່ນຫຼາຍ ຈົນປ່ອຍຕົວ ແລະຈິດ­ໃຈເຮັດຕາມກິ­ເລດຕັນ­ຫາຊົ່ວຮ້າຍທຸກຮູບແບບ. ເມືອງໂຊໂດມ ແລະເມືອງໂກໂມ­ຣາຈຶ່ງເຕັມໄປດ້ວຍຄວາມຊົ່ວຮ້າຍເຖິງຂັ້ນພຣະເຈົ້າຕ້ອງໄດ້ທຳລາຍ.

ການເລືອກຂອງໂລດທີ່ໄປອາ­ໄສຢູ່ໃນເມືອງໂຊໂດມ ຍ້ອນຄວາມສະ­ດວກສະ­ບາຍ ແລະການຄ້າ­ຂາຍເບິ່ງຄືວ່າດີໃນເວ­ລານັ້ນ ແຕ່ມັນໄດ້ນຳ­ພາໃຫ້ຄອບ­ຄົວຂອງເພິ່ນໄປສ່ຽງພົບກັບອິດທິພົນຂອງຄວາມຊົ່ວຮ້າຍໃນເມືອງໂຊໂດມ. ເຖິງແມ່ນວ່າ ໂລດຕັ້ງ­ໃຈໄວ້ວ່າຈະລະ­ວັງຕົວໃຫ້ຢູ່ຫ່າງໄກຈາກຄວາມຊົ່ວຮ້າຍ ແລະສັ່ງ­ສອນຄອບ­ຄົວຂອງເພິ່ນໃຫ້ຢູ່ໃນທາງຂອງພຣະເຈົ້າ ແຕ່ວ່າອິດທິພົນຂອງຄວາມຊົ່ວຮ້າຍທີ່­ຢູ່ອ້ອມຮອບຄອບ­ຄົວຂອງເພິ່ນນັ້ນ ມັນໄດ້ສົ່ງຜົນກະ­ທົບຕໍ່ຄວາມເຊື່ອຂອງເພິ່ນລວມທັງຄອບ­ຄົວຂອງເພິ່ນດ້ວຍ.

ໃນຂະ­ນະທີ່ຄອບ­ຄົວຂອງໂລດພາ­ກັນແລ່ນໜີອອກໄປຈາກເມືອງໂຊໂດມນັ້ນ ເມຍຂອງໂລດກໍຮູ້­ສຶກບໍ່ພໍ­ໃຈໃນການລົງ­ໂທດຂອງພຣະເຈົ້າ ນາງຄິດວ່າມັນບໍ່ຍຸ­ຕິທຳທີ່ຊັບສົມ­ບັດເຊິ່ງທ້ອນ­ໂຮມມາຕະ­ຫຼອດຊີ­ວິດ ແລະພວກລູກຂອງນາງທີ່ຍັງຢູ່ໃນເມືອງໂຊໂດມນັ້ນຕ້ອງຖືກທຳລາຍ. ເມຍຂອງໂລດເປັນຫ່ວງນຳຊັບສົມ­ບັດ ແລະຍັງມີ­ໃຈປາ­ຖະ­ໜາຢາກກັບໄປໃຊ້ຊີ­ວິດຢູ່ໃນເມືອງໂຊໂດມ. ສະ­ນັ້ນ ນາງຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງທູດສະ­ຫວັນທີ່ໄດ້ສັ່ງໄວ້ວ່າ: "ຈົ່ງຟ້າວໜີເອົາຕົວລອດ! ຢ່າຫຼຽວຄືນຫຼັງ..." ໃນລະ­ຫວ່າງທີ່ນາງກຳ­ລັງແລ່ນໜີອອກໄປຈາກເມືອງໂຊໂດມນັ້ນ ນາງກໍໄດ້ຫຼຽວຄືນຫຼັງ ແລະທັນ­ໃດນັ້ນນາງກໍກາຍ­ເປັນເສົາເກືອ. ເຖິງແມ່ນວ່າ ພຣະເຈົ້າຈະຊ່ວຍເມຍຂອງໂລດອອກໄປຈາກເມືອງໂຊໂດມໄດ້ກໍຕາມ ແຕ່ຈິດ­ໃຈຂອງນາງກໍຍັງຢູ່ທີ່ເມືອງໂຊໂດມ. ສະ­ນັ້ນ ພຣະເຈົ້າຈຶ່ງປ່ອຍນາງໄວ້ໃຫ້ຖືກທຳ­ລາຍໄປພ້ອມກັບເມືອງໂຊໂດມ. ການທີ່ນາງບໍ່ເຊື່ອຟັງ ແລະບໍ່ພໍ­ໃຈໃນພຣະເຈົ້ານີ້ກໍໄດ້ສະ­ແດງໃຫ້ເຫັນວ່າ ນາງບໍ່ສົມ­ຄວນມີຊີ­ວິດຢູ່ຕໍ່ໄປ ເພາະນາງບໍ່ໄດ້ສຳ­ນຶກເຖິງພຣະຄຸນຂອງພຣະເຈົ້າ. ປະ­ສົບການຂອງນາງໄດ້ສະ­ແດງໃຫ້ເຫັນວ່າ “ການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະຄວາມໂລບນີ້ແຫລະ ຈຶ່ງຊັກຈູງບາງຄົນໃຫ້ຫຼົງໄປຈາກຄວາມເຊື່ອ..." (1 ຕີໂມທີ 6:10).

ໂລດ ແລະລູກສາວສອງຄົນຂອງເພິ່ນໄດ້ໄປອາ­ໄສຢູ່ໃນຖ້ຳທີ່ອ້ອມຮອບດ້ວຍພູເຂົາ. ພວກເຂົາຢູ່ຕາມລຳ­ພັງ ແລະເປັນທີ່ກຽດຊັງຂອງຜູ້ຄົນ. ພວກລູກສາວຂອງໂລດໄດ້ເຮັດຄວາມຊົ່ວຢ່າງຮ້າຍແຮງຢູ່ໃນຖ້ຳ ເຊິ່ງເປັນຜົນມາຈາກການທີ່ພວກນາງໄດ້ນຳເອົາຄວາມບາບຂອງເມືອງໂຊໂດມຕິດຕົວມານຳ. ເຖິງແມ່ນວ່າ ພວກນາງຈະລອດຊີ­ວິດຈາກໄພ­ພິ­ບັດໃນເມືອງໂຊໂດມກໍຕາມ ແຕ່ພວກນາງກໍບໍ່ໄດ້ປະຖິ້ມຄວາມບາບຂອງເມືອງໂຊໂດນນັ້ນ. ເນື່ອງຈາກວ່າ ພວກນາງໄປຄົບຫາສະ­ມາ­ຄົມກັບຄົນຊົ່ວຮ້າຍ ແລະຄົນທີ່ຂາບໄຫວ້ຮູບປັ້ນທີ່­ຢູ່ໃນເມືອງໂຊໂດມ ທາງດ້ານສິນລະທຳຂອງພວກນາງຈຶ່ງເສື່ອມໂຊມລົງ ແລະຄວາມອະ­ທຳໄດ້ຝັງຢູ່ໃນອຸ­ປະນິ­ໄສຂອງພວກນາງ ຈົນພວກນາງບໍ່ສາ­ມາດໃຈ້ແຍກລະ­ຫວ່າງຄວາມດີ ແລະຄວາມຊົ່ວໄດ້. 

“ພຣະເຈົ້າໄດ້ລົງ­ໂທດເມືອງໂຊໂດມ ແລະເມືອງໂກໂມຣາໃຫ້ເປັນເຖົ່າ ໂດຍທຳ­ລາຍໃຫ້ຈິບ­ຫາຍດ້ວຍໄຟ ເພື່ອເປັນຕົວ­ຢ່າງແກ່ຄົນບໍ່ນັບ­ຖືພຣະເຈົ້າໃນຂັ້ນຕໍ່ໄປ. ແລະໄດ້ຊົງໂຜດເອົາໂລດຜູ້ຊອບທຳນັ້ນໃຫ້ພົ້ນ ຄືຜູ້ມີຄວາມ­ທຸກໃຈຫຼາຍ ຍ້ອນກິຣິຍາທີ່ຂາດສິນທຳຂອງຄົນຊົ່ວເຫຼົ່ານັ້ນ. ເພາະເມື່ອຄົນຊອບທຳຜູ້ນີ້ຢູ່ໃນໝູ່ຄົນຊົ່ວນັ້ນ ການອະ­ທຳຂອງພວກເຂົາທີ່ເພິ່ນໄດ້ເຫັນ ແລະໄດ້ຍິນ ກໍເຮັດໃຫ້ຈິດ­ໃຈທີ່ຊອບທຳຂອງເພິ່ນເປັນທຸກລຳ­ບາກທຸກໆວັນ. ດັ່ງ­ນັ້ນ ພຣະເຈົ້າຈຶ່ງຮູ້­ຈັກວິ­ທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້­ຈັກວິ­ທີຮັກ­ສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງ­ໂທດໃນວັນພິ­ພາກ­ສາ” (2 ເປໂຕ 2:6-9).

ຄວາມສຳ­ຄັນຂອງການໃຊ້ຊີ­ວິດຢູ່ໃນຕົວເມືອງ

ປັດ­ຈຸ­ບັນ ຫຼາຍຄົນຍັງຄົງເຮັດຜິດ­ພາດຄືກັນກັບໂລດ. ພວກເຂົາເຂົ້າມາຢູ່ໃນເມືອງເພື່ອມີວຽກທີ່ດີ, ມີການສຶກ­ສາທີ່ດີຂຶ້ນ ແລະມີຄວາມສະ­ດວກໃນການດຳ­ລົງຊີວິດ. ພວກເຂົາຄິດເຖິງຜົນປະ­ໂຫຍດສິນ­ຄ້າຂອງໂລກທີ່ພວກເຂົາຈະໄດ້ຮັບ. ພວກເຂົາລືມຜົນກະ­ທົບຂອງອິດທິພົນທີ່ຊົ່ວຮ້າຍທີ່­ຢູ່ໃນເມືອງນັ້ນ ເຊິ່ງຈະມີຕໍ່ຄອບ­ຄົວຂອງພວກເຂົາທາງດ້ານສິນລະທຳ ແລະສັງຄົມ. ຢູ່ໃນເມືອງ ພວກເດັກ­ນ້ອຍຈະຖືກອ້ອມຮອບດ້ວຍການລໍ້ລວງຢ່າງຫຼວງ­ຫຼາຍກວ່າຢູ່ໃນຊົນນະບົດ. ຢູ່ໃນເມືອງ ພວກເຂົາມີເວ­ລາ ແລະມີໂອ­ກາດຫຼາຍກວ່າທີ່ຈະເຂົ້າຮ່ວມກັບຄົນທີ່ບໍ່ໄດ້ເຊື່ອພຣະເຈົ້າ. ສະ­ພາບແວດລ້ອມທີ່­ຢູ່ອ້ອມຮອບພວກເຂົາແມ່ນເຕັມໄປດ້ວຍຄວາມອະ­ທຳ, ຄົນທີ່ບໍ່ເຊື່ອ ແລະບໍ່ສົນ­ໃຈໃນສາສະໜາ. ອີກບໍ່ດົນ ອິດທິພົນເຫຼົ່ານີ້ຈະມີຜົນກະ­ທົບຫຼາຍກວ່າອິດທິພົນທີ່ໄດ້ຮັບຢູ່ໃນຄອບ­ຄົວ ແລະໃນໂບດ. ພວກເດັກ­ນ້ອຍທີ່ບໍ່ຮູ້­ຈັກຫຍັງຈະໄປຕາມທາງທີ່ຊາຕານໄດ້ຈັດຕຽມໄວ້ ເພື່ອດັກຈັບພວກເຂົາ. 

ການເລືອກທີ່­ຢູ່ອາ­ໄສໃນຊົນນະບົດ

ໃນການເລືອກທີ່­ຢູ່ອາ­ໄສໃນຊົນ­ນະ­ບົດ, ພຣະເຈົ້າປະ­ສົງໃຫ້ພວກເຮົາພິ­ຈາ­ລະ­ນາເຖິງອິດທິພົນທີ່­ຢູ່ອ້ອມຮອບບ່ອນ­ຢູ່ອາ­ໄສຂອງພວກເຮົາ. ຖ້າເປັນໄປໄດ້ເຮືອນຂອງພວກເຮົາຄວນຢູ່ຫ່າງໄກໃຫ້ຫຼາຍທີ່ສຸດຈາກເຮືອນຂອງຜູ້ທີ່ບໍ່ໄດ້ເຊື່ອພຣະເຈົ້າ. ພວກເຮົາຄວນສົ່ງ­ເສີມລູກຫຼານຂອງພວກເຮົາໃຫ້ຢູ່ທີ່ເຮືອນ ເພື່ອພວກເຂົາຈະໄດ້ຫ່າງໄກຈາກອິດທິພົນທີ່ຊົ່ວຮ້າຍ... ຖ້າພວກເຮົາພະ­ຍາ­ຍາມໃຫ້ລູກຂອງພວກເຮົາຫ່າງໄກຈາກສິ່ງທີ່ຊົ່ວຮ້າຍໄດ້ ພຣະເຈົ້າກໍຈະອວຍ­ພອນໃຫ້ແກ່ຄວາມພະ­ຍາ­ຍາມຂອງພວກເຮົາ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 19:26-38.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) ຫນ້າ 168, 169 ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.