ຢາໂຄບ​ໜີ​ຈາກ​ອ້າຍທີ່​ໃຈ​ຮ້າຍ

ຢາໂຄບໜີໄປຈາກອ້າຍຂອງລາວ

"ຈົ່ງເດັດ­ດ່ຽວ ແລະ ກ້າ­ຫານ ຢ່າຢ້ານພວກເຂົາ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າຜູ້ສະ­ຖິດຢູ່ກັບພວກເຈົ້າ ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫຼືປະຖິ້ມພວກເຈົ້າ" (ພຣະບັນ­ຍັດສອງ 31:6).

ດ້ວຍຄວາມຄຽດແຄ້ນ ແລະ ຄວາມກຽດຊັງທີ່ເອຊາວມີຕໍ່ຢາໂຄບ ລາວຈຶ່ງຄິດແຜນ­ການທີ່ຈະຂ້າຢາໂຄບ. ແຕ່ຍ້ອນວ່າຜູ້ເປັນແມ່ໄດ້ຍິນແຜນ­ການນີ້ຈຶ່ງໄດ້ບອກເລື່ອງນີ້ໃຫ້ຢາໂຄບຟັງວ່າ: “ລູກຈົ່ງຟັງໃຫ້ດີ ເອຊາວອ້າຍຂອງເຈົ້າກຳ­ລັງວາງແຜນຈະຂ້າເຈົ້າເພື່ອແກ້ແຄ້ນ. ສະ­ນັ້ນ ຈົ່ງເຮັດຕາມສິ່ງທີ່ແມ່ບອກເຈົ້າເດີ. ລູກເອີຍ! ຈົ່ງໜີໄປຢູ່ນຳລຸງຂອງເຈົ້າທີ່ເມືອງຮາລານຊົ່ວໄລ­ຍະໜຶ່ງກ່ອນ ຈົນກວ່າອ້າຍຂອງເຈົ້າເຊົາຄຽດແຄ້ນ ແລະ ລືມສິ່ງທີ່ເຈົ້າໄດ້ເຮັດຕໍ່ລາວມານັ້ນ ແລ້ວແມ່ກໍຈະໃຊ້ຄົນໄປເອົາເຈົ້າກັບຄືນມາ. ເປັນຫຍັງໜໍ! ຂ້ອຍຈະຕ້ອງສູນເສຍລູກທັງສອງໃນມື້ດຽວ?”

ຢາໂຄບ ແລະ ນາງເລເບກາຜູ້ເປັນແມ່ໄດ້ປະ­ສົບຜົນ­ສຳ­ເລັດໃນແຜນ­ການຫຼອກຫຼວງ ເພື່ອໄດ້ຮັບສິດ­ທິລູກຊາຍກົກ ແຕ່ຜົນທີ່ຕາມມາກໍມີພຽງແຕ່ຄວາມ­ທຸກລຳ­ບາກຈາກການຫຼອກຫຼວງຂອງພວກເຂົານັ້ນ. ພຣະເຈົ້າເຄີຍກ່າວໄວ້ວ່າຢາໂຄບຈະໄດ້ຮັບສິດ­ທິຂອງລູກຊາຍກົກ ຖ້າຫາກພວກເຂົາລໍ­ຄອຍພຣະເຈົ້າດ້ວຍຄວາມເຊື່ອ ພຣະອົງກໍຈະປະ­ທານໃຫ້ຕາມເວ­ລາຂອງພຣະອົງເອງ ແຕ່ພວກເຂົາບໍ່ເຕັມໃຈຍອມມອບເລື່ອງນີ້ໄວ້ໃນພຣະ­ຫັດ(ມື)ຂອງພຣະອົງ.

ນາງເລເບກາກໍໄດ້ສາ­ລະ­ພາບດ້ວຍຄວາມ­ທຸກໃຈທີ່ໄດ້ແນະ­ນຳລູກຊາຍໃຫ້ເຮັດຜິດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລູກຊາຍຕ້ອງພັດພາກຈາກນາງ ແລະ ນາງກໍບໍ່ໄດ້ເຫັນໜ້າຢາໂຄບອີກເລີຍ.

ກ່ອນທີ່ຢາໂຄບຈະອອກຈາກບ້ານໄປ ພໍ່ຂອງລາວໄດ້ເອີ້ນໃຫ້ມາພົບ. ຜູ້ເປັນພໍ່ກໍໄດ້ເຕືອນຢາໂຄບໃຫ້ຈື່ຈໍາພຣະສັນ­ຍາຂອງພຣະເຈົ້າ ເພາະ­ວ່າຢາໂຄບຈະເປັນຜູ້ສືບທອດພຣະສັນ­ຍານັ້ນ ແລະ ເພິ່ນກໍໄດ້ສັ່ງຢາໂຄບວ່າ: “ຈົ່ງໄປຫາເອົາຍິງສາວຝ່າຍພີ່­ນ້ອງແມ່ຂອງເຈົ້າມາເປັນເມຍ… ຂໍພຣະເຈົ້າຈົ່ງອວຍ­ພອນເຈົ້າ ແລະ ປະ­ທານລູກ­ເຕົ້າຢ່າງຫຼວງ­ຫຼາຍ ເພື່ອວ່າເຈົ້າຈະໄດ້ເປັນບັນພະບູລຸດຂອງຊົນຊາດຕ່າງໆ. ຂໍພຣະອົງຊົງອວຍ­ພອນເຈົ້າ ແລະ ເຊື້ອ­ສາຍຂອງເຈົ້າ ເໝືອນດັ່ງທີ່ພຣະອົງໄດ້ອວຍ­ພອນໃຫ້ອັບຣາຮາມ ເພື່ອເຈົ້າຈະໄດ້ເປັນເຈົ້າຂອງດິນ­ແດນທີ່ເຈົ້າອາ­ໄສຢູ່ນີ້ທີ່ພຣະອົງໄດ້ຊົງປະ­ທານໃຫ້ແກ່ອັບຣາຮາມ.” ແລ້ວຢາໂຄບກໍໄດ້ໜີອອກຈາກບ້ານໄປ ພ້ອມກັບຄຳອວຍ­ພອນຂອງພໍ່.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 27:41-45; 28:1-5.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 180-182} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.


ຄວາມຝັນຂອງຢາໂຄບ

“ຖ້າເຮົາທັງ­ຫຼາຍສາ­ລະ­ພາບຜິດບາບທັງ­ຫຼາຍຂອງພວກເຮົາ ພຣະອົງຊົງສັດ­ຊື່ ແລະ ທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະ ຈະຊົງໂຜດຊຳ­ລະລ້າງເຮົາທັງ­ຫຼາຍຈາກຄວາມອະ­ທຳທັງໝົດສິ້ນ” (1 ໂຢຮັນ 1:9).

ໃນຊ່ວງໄລ­ຍະເດີນ­ທາງອອກມາໄກຈາກບ້ານເກີດ ຢາໂຄບກໍຮູ້­ສຶກວ່າຕົນເອງຖືກປະ­ຕິ­ເສດ ຢູ່ໃນໃຈຂອງລາວຮູ້­ສຶກວ່າ­ຄວາມທຸກທັງໝົດນີ້ເກີດຈາກຜົນຂອງການເລືອກເຮັດຜິດຂອງລາວເອງ. ຄວາມສິ້ນຫວັງ ແລະ ຄວາມມືດໄດ້ເຂົ້າມາຄອບງໍາລາວ ຈົນລາວບໍ່ກ້າທີ່ຈະອະ­ທິຖານ. ແຕ່ຍ້ອນວ່າຢາໂຄບຮູ້­ສຶກໂດດດຽວຈຶ່ງຕ້ອງ­ການໃຫ້ພຣະເຈົ້າປົກປັກຮັກສາ. ດັ່ງ­ນັ້ນ ຢາໂຄບຈຶ່ງຮ້ອງ­ໄຫ້ສາ­ລະ­ພາບຄວາມຜິດບາບຂອງລາວດ້ວຍໃຈທີ່ອ່ອນນ້ອມຖ່ອມຕົນ. ລາວທູນຂໍໃຫ້ພຣະເຈົ້າສະ­ແດງເຄື່ອງ­ໝາຍອັນໃດອັນໜຶ່ງວ່າພຣະອົງບໍ່ໄດ້ປະຖິ້ມລາວ. ຈິດ­ໃຈຂອງລາວຮູ້­ສຶກເປັນທຸກຢ່າງໜັກ ແລະ ລາວກໍບໍ່ສາ­ມາດພົບເຫັນຄວາມເລົ້າໂລມໃຈເລີຍ ເຊິ່ງເຮັດໃຫ້ລາວໝົດຄວາມໝັ້ນໃຈໃນຕົນເອງ ແລະ ຢ້ານວ່າພຣະເຈົ້າຂອງບັນພະບູລຸດຂອງລາວນັ້ນໄດ້ປະຖິ້ມລາວໄປແລ້ວ.

ໃນມື້ທີສອງຂອງການເດີນ­ທາງ ຢາໂຄບຮູ້­ສຶກອິດ­ເມື່ອຍອ່ອນລ້າຈາກການເດີນທາງ. ສະ­ນັ້ນ ລາວຈຶ່ງໄດ້ເອົາກ້ອນຫີນມາໝູນຕາງໝອນ ແລະ ນອນລົງພັກຜ່ອນ. ເມື່ອນອນຫລັບແລ້ວ ລາວໄດ້ຝັນເຫັນຂັ້ນ­ໄດສະ­ຫວ່າງແຈ້ງຕັ້ງຢູ່ເທິງດິນສູງຈົນຈຸຟ້າ ແລະ ມີບັນ­ດາທູດສະ­ຫວັນຂອງພຣະເຈົ້າກຳ­ລັງຍ່າງຂຶ້ນຍ່າງລົງເທິງຂັ້ນ­ໄດນັ້ນ. ພຣະເຈົ້າໄດ້ປາ­ກົດຢູ່ເທິງຂັ້ນໃດ ແລະ ກ່າວຕໍ່ຢາໂຄບວ່າ: “ເຮົາແມ່ນອົງພຣະຜູ້ເປັນເຈົ້າຂອງອັບຣາຮາມ ແລະ ອີຊາກ. ເຮົາຈະມອບດິນ­ແດນທີ່ເຈົ້າກຳ­ລັງນອນຢູ່ນີ້ໃຫ້ເຈົ້າ ແລະ ເຊື້ອ­ສາຍຂອງເຈົ້າ. ເຊື້ອ­ສາຍຂອງເຈົ້ານັ້ນຈະມີຫຼວງຫຼາຍດັ່ງຂີ້­ຝຸ່ນດິນ. ພວກເຂົາຈະແຜ່­ຜາຍຂະ­ຫຍາຍເຂດໄປທົ່ວທຸກທິດ ແລະ ໂດຍຜ່ານທາງເຈົ້າ ແລະ ເຊື່ອສາຍຂອງເຈົ້າ ເຮົາຈະອວຍ­ພອນບັນ­ດາຊົນຊາດທັງປວງ.”

ພຣະເຈົ້າຍັງໄດ້ປອບໃຈຢາໂຄບໂດຍກ່າວວ່າ: “ຈົ່ງຈົດຈຳຢູ່ສະ­ເໝີວ່າ ເຮົາຈະຢູ່ນຳເຈົ້າ ແລະ ປົກປັກຮັກ­ສາເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະ ເຮົາຈະໃຫ້ເຈົ້າກັບມາຢູ່ໃນດິນ­ແດນນີ້. ເຮົາຈະບໍ່ໜີໄປຈາກເຈົ້າ ຈົນກວ່າເຮົາຈະເຮັດສິ່ງທີ່ເຮົາໄດ້ສັນ­ຍາໄວ້ກັບເຈົ້າ.”

ຢາໂຄບຕື່ນຂຶ້ນມາທ່າມ­ກາງຄວາມມືດອັນມິດງຽບສະ­ຫງົບ ແລະ ອ້ອມຮອບໄປດ້ວຍພູເຂົາ. ພໍແນມຂຶ້ນສູ່ທ້ອງ­ຟ້າກໍເຕັມໄປດ້ວຍດວງດາວທີ່ສ່ອງແສງແຈ້ງ. ຢາໂຄບຈຶ່ງເວົ້າຂຶ້ນວ່າ: “ອົງພຣະຜູ້ເປັນເຈົ້າສະ­ຖິດຢູ່ບ່ອນນີ້ແທ້ໆ ແຕ່ເຮົາບໍ່ຮູ້ຈັກ.” ລາວຮູ້­ສຶກຢ້ານ ແລະ ເວົ້າຕໍ່ໄປອີກວ່າ: “ບ່ອນນີ້ ໜ້າຂົນຫົວລຸກແທ້ໆ! ຄົງເປັນເຮືອນຂອງພຣະເຈົ້າ ແລະ ຄົງເປັນປະ­ຕູທີ່ໄຂໄປສູ່ສະຫວັນ.”

ແລ້ວຢາໂຄບຈຶ່ງລຸກ­ຂຶ້ນແຕ່ເຊົ້າໆ ລາວໄດ້ເອົາກ້ອນຫີນທີ່ໝູນຫົວນັ້ນຕັ້ງຂຶ້ນເປັນເສົາອະ­ນຸ­ສອນ ແລະ ເອົານ້ຳ­ມັນຫອມເທໃສ່ ເພື່ອຖ້າຫາກວ່າລາວຜ່ານມາເຫັນສະ­ຖານ­ທີ່ແຫ່ງນີ້ ຈຶ່ງຈະໄດ້ແວ່ມາ­ນະມັດສະ­ການພຣະເຈົ້າ. ຢາໂຄບເອີ້ນບ່ອນນີ້ວ່າ: “ເບັດເອນ” ເຊິ່ງມີຄວາມໝາຍ­ວ່າ “ເຮືອນຂອງພຣະເຈົ້າ.” ດ້ວຍຈິດ­ໃຈທີ່ຊົມ­ຊື່ນຍິນ­ດີໃນພຣະຄຸນຂອງພຣະເຈົ້າ ຢາໂຄບກໍໄດ້ທວນ­ຄືນພຣະສັນ­ຍາຂອງພຣະເຈົ້າ ແລະ ລາວກໍໄດ້ໃຫ້ຄໍາສັນ­ຍາວ່າ: “ຖ້າພຣະເຈົ້າສະ­ຖິດຢູ່ກັບຂ້າ­ນ້ອຍ ແລະ ປົກປັກຮັກ­ສາຂ້າ­ນ້ອຍໃນການເດີນ­ທາງ ແລະ ໃຫ້ອາ­ຫານ ແລະ ເຄື່ອງ­ນຸ່ງຫົ່ມ ແລະ ຖ້າຂ້າ­ນ້ອຍກັບມາເຖິງບ້ານພໍ່ຂອງຂ້າ­ນ້ອຍຢ່າງປອດໄພ ແລ້ວພຣະອົງກໍຈະເປັນພຣະເຈົ້າຂອງຂ້ານ້ອຍ... ແລະ ຂ້າ­ນ້ອຍຈະຖວາຍໜຶ່ງສ່ວນສິບໃນທຸກໆສິ່ງທີ່ພຣະອົງໄດ້ອວຍ­ພອນຂ້ານ້ອຍ.” ແລ້ວຢາໂຄບກໍໄດ້ເດີນ­ທາງໄປຕໍ່ຈົນເຖິງບ້ານຂອງຍາດ­ຕິພີ່­ນ້ອງຝ່າຍທາງແມ່ ແລະ ລາວກໍໄດ້ພັກອາ­ໄສຢູ່ກັບລຸງຂອງລາວ.

ພຣະເຈົ້າຊົງຢູ່ຄຽງຂ້າງພວກເຮົາສະ­ເໝີ

ພຣະເຈົ້າບໍ່ໄດ້ປະຖິ້ມຢາໂຄບ ພຣະອົງຊົງສຳ­ແດງຄວາມເມດຕາຕໍ່ລາວທີ່ໄດ້ຫຼົງເຮັດຜິດ­ພາດໄປ. ດ້ວຍຄວາມຮັກອັນໝັ້ນ­ຄົງຂອງພຣະເຈົ້າ ພຣະອົງຊົງເປີດ­ເຜີຍສິ່ງທີ່ຢາໂຄບຕ້ອງ­ການຄືພຣະຜູ້ຊ່ວຍໃຫ້ລອດ. ພຣະເຈົ້າຍັງໄດ້ສຳ­ແດງໃຫ້ຢາໂຄບເຫັນເຖິງແຜນ­ການຂອງການຊົງໄຖ່ໃຫ້ພົ້ນຈາກຄວາມບາບໃຫ້ແກ່ມະ­ນຸດ­ຊາດໂດຍການໃຊ້ຮູບພາບຂັ້ນ­ໄດທີ່ຢາໂຄບເຫັນຢູ່ໃນຄວາມຝັນນັ້ນເປັນສັນ­ຍາລັກບອກວ່າ ພຣະຜູ້ໄຖ່ບາບ. ພຣະຜູ້ໄຖ່ບາບເປັນຂັ້ນ­ໄດເຊິ່ງເປັນຜູ້ໄກ່ເກ່ຍລະ­ຫວ່າງພຣະເຈົ້າ ແລະ ມະນຸດ. ພຣະຄໍາພີກ່າວວ່າ “ດ້ວຍເຫດວ່າມີພຣະເຈົ້າອົງດຽວແລະ ມີຜູ້ກາງແຕ່ຜູ້ດຽວລະ­ຫວ່າງພຣະເຈົ້າກັບມະ­ນຸດ ຄືພຣະເຢຊູຄຣິດຜູ້ຊົງສະ­ພາບເປັນມະ­ນຸດ” (1 ຕີໂມທຽວ 2:5).

ຄຳສັນ­ຍາຂອງຢາໂຄບຕໍ່ພຣະເຈົ້າ

ໂດຍການເຮັດສັນ­ຍາກັບພຣະເຈົ້າ ຢາໂຄບບໍ່ໄດ້ຕໍ່ລອງກັບພຣະເຈົ້າເພື່ອໄດ້ຮັບຄວາມຊ່ວຍ­ເຫຼືອ ຢາໂຄບໄດ້ສັນ­ຍາກັບພຣະເຈົ້າເພື່ອຕອບແທນພຣະຄຸນຂອງພຣະເຈົ້າ ເພາະ­ວ່າຈິດ­ໃຈຂອງລາວເຕັມລົ້ນໄປດ້ວຍການຂອບພຣະຄຸນພຣະເຈົ້າທີ່ພຣະອົງຊົງຮັກ ແລະ ສະ­ແດງຄວາມເມດຕາຕໍ່ລາວ.

ເຊັ່ນດຽວກັນ ພວກເຮົາຄວນຈະຂອບພຣະຄຸນພຣະເຈົ້າສໍາລັບທຸກໆຄັ້ງທີ່ພວກເຮົາໄດ້ຮັບພຣະພອນຈາກພຣະອົງ ພວກເຮົາຄວນທົບທວນຊີ­ວິດຂອງພວກເຮົາຢູ່ເລື້ອຍໆ ແລະ ຂອບ­ຄຸນພຣະເຈົ້າສຳ­ລັບສິ່ງທີ່ພຣະອົງໄດ້ຊົງປະ­ທານໃຫ້ແກ່ພວກເຮົາ ບໍ່ວ່າຈະເປັນການຊ່ວຍຊູກໍາລັງໃນຍາມຕົກຢູ່ໃນຄວາມຍາກລໍາບາກ, ການຈັດຕຽມຫົນ­ທາງທີ່ດີໄວ້ລ່ວງໜ້າສໍາລັບພວກເຮົາ ແລະ ການຟື້ນຟູສັນ­ຕິສຸກໃນຈິດວິນຍານຂອງພວກເຮົາ. ພວກເຮົາຄວນຈະສຳ­ນຶກວ່າ ທັງໝົດນີ້ເປັນຫຼັກຖານຊີ້ໃຫ້ເຫັນເຖິງການທີ່ພຣະເຈົ້າຊົງເຝົ້າເບິ່ງ­ແຍງພວກເຮົາ.

ຖ້າ­ວ່າ ພວກເຮົາມີພາ­ລະໜັກຂອງຄວາມຜິດບາບ ຫຼືຄວາມຜິດ­ພາດຂະ­ໜາດໃຫຍ່ ພຣະເຈົ້າຊົງເອີ້ນໃຫ້ພວກເຮົາເຂົ້າມາຫາພຣະອົງ “ບັນ­ດາຜູ້ທີ່ເຮັດການໜັກ­ໜ່ວງ ແລະ ແບກພາ­ລະໜັກຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ” (ມັດທາຍ 11:28).

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 27:41-45; 28:1-5, 10-22.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 180,183-188} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ຢາໂຄບກັບຄືນສູ່ດິນ­ແດນການາອານ

ໃນຂະ­ນະທີ່ຢາໂຄບອາ­ໄສຢູ່ກັບລຸງຂອງລາວ ລາວກໍຮູ້­ສຶກຮັກນາງຣາເຊັນ ເຊິ່ງເປັນລູກສາວຂອງລຸງ. ແຕ່ຍ້ອນວ່າລາວບໍ່ມີ­ຄ່າດອງໃຫ້ລຸງຂອງລາວ. ດັ່ງ­ນັ້ນ ທັງສອງຝ່າຍຈຶ່ງໄດ້ຕົກ­ລົງກັນວ່າ ຖ້າຢາໂຄບເຮັດວຽກເປັນເວ­ລາເຈັດປີໃຫ້ລຸງຂອງລາວ. ຫຼັງຈາກນັ້ນ ລາວຈະສາ­ມາດແຕ່ງ­ງານກັບນາງຣາເຊັນໄດ້. ສະ­ນັ້ນ ຢາໂຄບຈຶ່ງເຮັດວຽກໃຫ້ລຸງຂອງລາວເປັນເວ­ລາເຈັດປີ. ຫຼັງຈາກເຈັດປີຜ່ານໄປແລ້ວ ຜູ້ເປັນລຸງກໍໄດ້ຫຼອກຫຼວງຢາໂຄບແຕ່ງ­ງານກັບນາງເລອາ ເຊິ່ງເປັນລູກສາວກົກຂອງເພິ່ນ. ແຕ່ຢາໂຄບບໍ່ໄດ້ຮັກນາງເລອາ. ຫຼັງຈາກອາ­ທິດໜຶ່ງຜ່ານໄປ ຜູ້ເປັນລຸງກໍໄດ້ມອບນາງຣາເຊັນໃຫ້ແກ່ຢາໂຄບ ແຕ່ຢາໂຄບຕ້ອງໄດ້ເຮັດວຽກໃຫ້ລຸງຂອງລາວເປັນເວ­ລາເຈັດປີອີກ ເພື່ອຈ່າຍສຳ­ລັບຄ່າດອງຂອງນາງຣາເຊັນ.

ແຕ່ພຣະເຈົ້າສົງ­ສານນາງເລອາ ແລະ ໄດ້ອວຍ­ພອນໃຫ້ນາງມີລູກຫຼາຍຄົນ ແຕ່ນາງຣາເຊັນມີລູກສອງຄົນເທົ່ານັ້ນ. ແລ້ວຄວາມ­ສຸກພາຍໃນເຮືອນກໍເລີ່ມເສື່ອມໂຊມລົງຍ້ອນຄວາມອິດ­ສາລະ­ຫວ່າງທັງສອງຝ່າຍ. ນາງເລອາມີຄວາມອິດ­ສານາງຣາເຊັນ ຍ້ອນວ່າຢາໂຄບຮັກນາງຣາເຊັນຫຼາຍ ແຕ່ນາງຣາເຊັນກໍມີຄວາມອິດ­ສານາງເລອາເຊັ່ນກັນ ຍ້ອນວ່ານາງມີລູກຫຼາຍຄົນ ແລະ ຕົນເອງນັ້ນມີລູກຍາກ. ຕອນນີ້ ຢາໂຄບມີຄອບ­ຄົວໃຫຍ່, ມີລູກຊາຍ 12 ຄົນ, ມີຄົນຮັບໃຊ້ ແລະ ມີຝູງສັດເປັນຈຳ­ນວນຫຼວງຫຼາຍ.

ໃນຊ່ວງໄລ­ຍະເວ­ລາ 20 ປີ ໃນການອາ­ໄສຢູ່ກັບລຸງ ຢາໂຄບໄດ້ພົບອຸ­ປະ­ສັກ ແລະ ຄວາມ­ທຸກຍາກລຳ­ບາກຢ່າງຫຼວງ­ຫຼາຍ ແຕ່ລາວກໍຜ່ານພົ້ນມັນມາໄດ້ເພາະພຣະເຈົ້າຊົງອວຍພຣະພອນ ແລະ ສະ­ຖິດຢູ່ນໍາລາວ.

ຢາໂຄບໄດ້ເຫັນອີກວ່າທ່າທີຂອງລຸງທີ່ມີຕໍ່ລາວນັ້ນບໍ່ດີຄືແຕ່ກ່ອນ. ແລ້ວພຣະເຈົ້າກໍໄດ້ບອກຢາໂຄບວ່າ: "ຈົ່ງກັບຄືນເມືອສູ່ດິນ­ແດນຂອງບັນ­ພະ­ບູລຸດ ແລະ ຍາດ­ຕິພີ່­ນ້ອງຂອງເຈົ້າສາ! ເຮົາຈະຢູ່ກັບເຈົ້າ." ດັ່ງ­ນັ້ນ ຢາໂຄບຈຶ່ງຕຽມຕົວກັບຄືນເມືອບ້ານພໍ່ຂອງລາວທີ່ດິນ­ແດນການາອານ.

ໃນຂະ­ນະທີ່ເດີນ­ທາງກັບບ້ານຕາມເສັ້ນ­ທາງເກົ່າທີ່ຢາໂຄບເຄີຍໜີມານັ້ນ ຄວາມຜິດບາບທີ່ເຄີຍຫຼອກລວງພໍ່ຍັງຄົງວົນ­ວຽນຢູ່ໃນໃຈຂອງຢາໂຄບຕະຫຼອດ. ຢາໂຄບຄິດເຖິງຄວາມຜິດບາບຂອງລາວທັງກາງ­ເວັນ ແລະ ທັງກາງ­ຄືນ ຈົນເຮັດໃຫ້ບັນ­ຍາ­ກາດໃນການເດີນ­ທາງເຕັມໄປດ້ວຍຄວາມໂສກເສົ້າ. ເມື່ອຢາໂຄບເດີນ­ທາງມາໃກ້ຈຸດ­ໝາຍ ລາວກໍຄິດເຖິງເອຊາວອ້າຍຂອງລາວ ຈົນເຮັດໃຫ້ລາວຮູ້­ສຶກຢ້ານຫຼາຍ. ແຕ່ເມື່ອລາວຄິດເຖິງຄວາມຝັນຢູ່ທີ່ເບັດເອນ ຈິດ­ໃຈທີ່ເປັນທຸກໜັກນັ້ນກໍຄ່ອຍໆເບົາລົງ. ໃນຂະ­ນະທີ່ຢາໂຄບລະ­ນຶກເຖິງຄວາມບາບຂອງຕົນເອງຢູ່ນັ້ນ ລາວກໍໄດ້ຄິດເຖິງຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ລາວ ລວມທັງພຣະສັນ­ຍາທີ່ພຣະອົງຈະຊົງຊ່ວຍ­ເຫຼືອ ແລະ ຊີ້ນຳທາງລາວ ແລະ ຢາໂຄບຍັງເຊື່ອວ່າພຣະເຈົ້າຈະຊົງປົກປັກຮັກ­ສາລາວ.

ຢາໂຄບຈຶ່ງສົ່ງຄົນຮັບໃຊ້ຂອງລາວໄປຫາເອຊາວ ເພື່ອໄກ່ເກ່ຍໃຫ້ທັງສອງຝ່າຍເຂົ້າ­ໃຈກັນ. ເມື່ອຄົນຮັບໃຊ້ຂອງຢາໂຄບກັບຄືນມາ ພວກເຂົາກໍລາຍງານໃຫ້ຢາໂຄບຟັງວ່າ: “ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ ແລະ ເພິ່ນກຳ­ລັງອອກເດີນ­ທາງມາພົບທ່ານ ພ້ອມທັງມີຄົນມານຳສີ່ຮ້ອຍຄົນ.”

ເມື່ອໄດ້ຍິນແນວນັ້ນ ຢາໂຄບກໍຮູ້ສຶກຢ້ານ ແລະ ອຸກໃຈຫຼາຍທີ່ເອຊາວບໍ່ໄດ້ຕອບຕົກ­ລົງເຫັນດີກັບເງື່ອນ­ໄຂຂອງລາວທີ່ຈະພະ­ຍາ­ຍາມຄືນດີກັນ ແຕ່ເອຊາວກຳ­ລັງອອກມາພ້ອມທັງມີຄົນມານຳສີ່ຮ້ອຍຄົນ.. ຢາໂຄບຈະຖອຍ­ຫຼັງກັບຄືນກໍບໍ່ໄດ້ ຈະເດີນໜ້າຕໍ່ໄປກໍບໍ່ກ້າ ສ່ວນຄົນທີ່­ຢູ່ກັບລາວບໍ່ມີອາ­ວຸດ ແລະ ປ້ອງກັນຕົວເອງບໍ່ໄດ້ເລີຍ. ຢາໂຄບຢ້ານເອຊາວບຸກເຂົ້າມາໂຈມຕີ. ສະ­ນັ້ນ ລາວຈຶ່ງແບ່ງຄົນຂອງລາວອອກເປັນສອງກຸ່ມ ເພື່ອວ່າຖ້າກຸ່ມໜຶ່ງຖືກໂຈມຕີ ອີກກຸ່ມໜຶ່ງຈະມີໂອ­ກາດໜີລອດໄປໄດ້.

ຫຼັງຈາກນັ້ນ ຢາໂຄບໄດ້ອະ­ທິ­ຖານຕໍ່ພຣະເຈົ້າວ່າ: “ໂອ! ພຣະເຈົ້າຂອງອັບຣາຮາມຜູ້ເປັນພໍ່­ເຖົ້າຂອງຂ້າ­ນ້ອຍ ແລະ ພຣະເຈົ້າຂອງອີຊາກຜູ້ເປັນພໍ່ຂອງຂ້າ­ນ້ອຍ ໂຜດຟັງຂ້າ­ນ້ອຍແດ່ທ້ອນ. ພຣະອົງຊົງບອກຂ້າ­ນ້ອຍວ່າ ‘ຈົ່ງກັບຄືນເມືອສູ່ດິນ­ແດນຂອງບັນ­ພະ­ບູລຸດ ແລະ ຍາດ­ຕິພີ່­ນ້ອງຂອງເຈົ້າ ແລະ ເຮົາຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີສຳ­ລັບເຈົ້າ.’ ຂໍພຣະອົງໂຜດຊ່ວຍຂ້າ­ນ້ອຍໃຫ້ພົ້ນຈາກເງື້ອມ­ມືຂອງອ້າຍເອຊາວແດ່ທ້ອນ. ຂ້າ­ນ້ອຍຢ້ານວ່າລາວຈະເຂົ້າມາບຸກ­ໂຈມ­ຕີ ແລະ ທຳ­ຮ້າຍພວກຂ້າ­ນ້ອຍທັງໝົດທັງຜູ້­ຍິງ ແລະ ເດັກນ້ອຍ. ຂໍພຣະອົງໂຜດຈົດຈຳຄຳສັນ­ຍາທີ່ວ່າ ພຣະອົງຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີສຳ­ລັບຂ້າ­ນ້ອຍ ແລະ ໃຫ້ຂ້າ­ນ້ອຍມີເຊື້ອ­ສາຍຢ່າງຫຼວງ­ຫຼາຍດັ່ງເມັດຊາຍທີ່ແຄມທະ­ເລເຊິ່ງບໍ່ອາດນັບໄດ້.”

ຫຼັງຈາກອະ­ທິ­ຖານແລ້ວ ຢາໂຄບກໍເລືອກເອົາເຄື່ອງຂອງທີ່ລາວມີໃນຝູງສັດ ເພື່ອເປັນຂອງ­ຕ້ອນໃຫ້ແກ່ເອຊາວອ້າຍຂອງລາວ. ຢາໂຄບຄິດວ່າ ຂອງ­ຕ້ອນທີ່ລາວຈະສົ່ງໄປໃຫ້ເອຊາວນັ້ນ ອາດຈະເຮັດໃຫ້ເອຊາວເຊົາຄຽດແຄ້ນ ຫຼືອາດຈະຍົກ­ໂທດໃຫ້ລາວໄດ້. ແລ້ວຢາໂຄບກໍໄດ້ມອບຝູງສັດແຕ່ລະຝູງໃຫ້ຄົນຮັບໃຊ້ແຕ່­ລະ­ຄົນ ແລະ ສັ່ງໃຫ້ພວກເຂົາເດີນ­ທາງອອກໄປກ່ອນເພື່ອນຳເອົາຂອງ­ຕ້ອນໄປມອບໃຫ້ເອຊາວ.

ແຜນ­ການຂອງຊາຕານ

ຊາຕານຮູ້ວ່າ ຜ່ານທາງຢາໂຄບ ປະ­ຊາ­ຊົນທົ່ວໂລກຈະໄດ້ຮັບພຣະພອນ. ມັນຈຶ່ງຫວັງຈະທຳ­ລາຍແຜນ­ການຂອງພຣະເຈົ້າທີ່ຈະອວຍ­ພອນຢາໂຄບນັ້ນ. ດັ່ງ­ນັ້ນ ຊາຕານຈຶ່ງຍຸແຍ່ໃຫ້ເອຊາວເດີນ­ທາງມາ ເພື່ອຕໍ່­ສູ້ຢາໂຄບ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 29:31-35; 30:1-24; 31:2,3; 32:3-21.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 193-196} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.

ພຣະເຈົ້າໃຫ້ຢາໂຄບປ່ຽນຊື່ໃໝ່ວ່າ ອິດສະຣາເອນ

ແຜນ­ການຂອງຊາຕານ

ຊາຕານພະ­ຍາ­ຍາມເຮັດໃຫ້ຢາໂຄບໝົດຫວັງ ໂດຍໃຫ້ລາວປັກຫຼັກຢູ່ກັບຄວາມຄິດທີ່ວ່າ ລາວເປັນຄົນບາບ; ເພື່ອຈະເຮັດໃຫ້ຢາໂຄບເລີກຢືດໝັ້ນໃນພຣະສັນ­ຍາຂອງພຣະເຈົ້າ.

ເມື່ອມາຮອດກາງ­ຄືນ ຄອບ­ຄົວຂອງຢາໂຄບກໍເດີນ­ທາງມາຮອດແມ່­ນ້ຳແຫ່ງໜຶ່ງ. ຢາໂຄບໄດ້ສົ່ງລູກ, ເມຍ ແລະ ຄົນຮັບໃຊ້ພ້ອມດ້ວຍຊັບສົມ­ບັດຂ້າມແມ່­ນ້ຳໄປ. ແຕ່ສ່ວນລາວເອງຢືນຢູ່ອີກຝັ່ງໜຶ່ງພຽງຄົນດຽວ ເພາະ­ວ່າລາວຕ້ອງ­ການຈະອະ­ທິ­ຖານໝົດຄືນ. ຢາໂຄບປາ­ຖະ­ໜາຢາກຢູ່ກັບພຣະເຈົ້າພຽງຕາມລໍາພັງ ເພາະພຣະອົງຜູ້ດຽວເທົ່ານັ້ນທີ່ຈະສາ­ມາດປ່ຽນ­ແປງຈິດ­ໃຈຂອງເອຊາວໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ເປັນ­ຄວາມຫວັງດຽວທີ່ຢາໂຄບມີຢູ່.

ໃນສະ­ຖານ­ທີ່ແຫ່ງນັ້ນເຕັມໄປດ້ວຍພູ­ເຂົາ ເຊິ່ງເປັນບ່ອນອາ­ໄສຂອງສັດ­ປ່າ ພ້ອມທັງເປັນຂົງ­ເຂດທີ່ບໍ່ມີຜູ້ຄົນຜ່ານໄປມາ ແລະ ຍັງເປັນບ່ອນທີ່ມີໂຈນດັກປຸ້ນຜູ້ຄົນທີ່ຜ່ານໄປມາເສັ້ນ­ທາງນັ້ນ ຢາໂຄບຢູ່ບ່ອນນັ້ນຄົນດຽວ ແລະ ບໍ່ມີອາ­ວຸດຫຍັງປ້ອງກັນຕົວເອງ. ໃນຂະ­ນະນັ້ນ ເປັນເວ­ລາທ່ຽງຄືນແລ້ວ ທຸກຄົນທີ່ລາວຮັກກໍຢູ່ຫ່າງໄກ ແລະ ພວກເຂົາອາດຈະພົບກັບໄພອັນຕະລາຍ. ຢາໂຄບກົ້ມລົງ­ພື້ນດິນດ້ວຍຄວາມກັງ­ວົນ ແລະ ທຸກໃຈທີ່ສຸດ ເພາະຄົນທີ່ລາວຮັກບໍ່ໄດ້ເຮັດຜິດຫຍັງ ແຕ່ຕ້ອງມາສ່ຽງໄພອັນ­ຕະ­ລາຍຍ້ອນຄວາມຜິດບາບຂອງລາວ. ແລ້ວຢາໂຄບກໍໄດ້ຮ້ອງ­ໄຫ້ອະ­ທິ­ຖານອ້ອນ­ວອນຕໍ່ພຣະເຈົ້າ.

ແຕ່ທັນ­ໃດນັ້ນ ກໍມີມືທີ່ແຂງ­ແຮງຈັບເທິງບາໄຫຼ່ຂອງຢາໂຄບ. ລາວຄິດວ່າແມ່ນສັດ­ຕູທີ່ໄດ້ເຂົ້າມາເພື່ອຈະເອົາຊີ­ວິດຂອງລາວ ລາວຈຶ່ງພະ­ຍາ­ຍາມຕໍ່­ສູ້ຈົນສຸດກຳ­ລັງທີ່ລາວມີ ທັງສອງໄດ້ຕໍ່­ສູ້ກັນໃນຄວາມມືດແຕ່ບໍ່ມີໃຜເວົ້າຫຍັງເລີຍ. ໃນຂະ­ນະທີ່ຢາໂຄບກຳ­ລັງຕໍ່­ສູ້ເພື່ອເອົາຊີ­ວິດຂອງລາວໃຫ້ລອດນັ້ນ ລາວກໍສຳ­ນຶກເຖິງຄວາມຜິດບາບຂອງລາວ ຈົນຮູ້­ສຶກວ່າລາວກຳ­ລັງຖືກແຍກອອກຈາກພຣະລັດ­ສະ­ໝີຂອງພຣະເຈົ້າ. ແຕ່ໃນລະ­ຫວ່າງທີ່ຢາໂຄບຕົກຢູ່ສະ­ຖາ­ນະການທີ່ທຸກໃຈຢ່າງໜັກນັ້ນ ລາວໄດ້ຈື່ຈໍາພຣະສັນ­ຍາຂອງພຣະເຈົ້າ. ລາວໄດ້ອ້ອນ­ວອນຂໍໃຫ້ພຣະເຈົ້າຊົງເມດຕາລາວ. ຫຼັງຈາກທີ່ທັງສອງໄດ້ຕໍ່­ສູ້ກັນຈົນຕາ­ເວັນໃກ້ຂຶ້ນ ຜູ້ທີ່ຕໍ່­ສູ້ຢາໂຄບນັ້ນກໍໄດ້ແຕະຢູ່ທີ່ຂໍ້ຕໍ່ສະໂພກຂອງຢາໂຄບ ຈົນຂໍ້ຕໍ່ສະໂພກຂອງຢາໂຄບເຄື້ອນ ແລະ ຂາຂອງລາວກໍເປທັນທີ.

ບັດນີ້ ຢາໂຄບຮູ້­ສຶກເຖິງຣິດອຳ­ນາດຂອງພຣະເຈົ້າທີ່ເຮັດໃຫ້ລາວຂາເປ ແລະ ລາວລະ­ນຶກໄດ້ວ່າ ລາວບໍ່ໄດ້ຕໍ່­ສູ້ມະ­ນຸດ ແຕ່ໄດ້ຕໍ່­ສູ້ພຣະເຈົ້າ. ດ້ວຍຄວາມ­ເຈັບປວດ, ຄວາມ­ທຸກທໍ­ລະ­ມານ ແລະ ຄວາມໂສກ­ເສົ້າເສຍໃຈທີ່ຢາໂຄບໄດ້ຮັບຈາກຄວາມບາບຂອງລາວນັ້ນ ລາວຈຶ່ງກອດຜູ້ທີ່ຕໍ່­ສູ້ລາວນັ້ນໄວ້ຢ່າງແໜ້ນ ແລະ ບໍ່ຍອມປ່ອຍໄປ ຈົນກວ່າຈະໄດ້ຮັບພຣະພອນ.

ແຕ່ຜູ້ທີ່ຕໍ່­ສູ້ຢາໂຄບນັ້ນ ພະ­ຍາ­ຍາມດຶງມືຂອງຢາໂຄບອອກ ແລະ ກ່າວວ່າ: “ປ່ອຍຂ້ອຍແມ! ເພາະຕາ­ເວັນຈວນຈະຂຶ້ນແລ້ວ.”

ແຕ່ຢາໂຄບຮ້ອງ­ໄຫ້ ແລະ ຕອບວ່າ: “ຂ້າ­ນ້ອຍຈະບໍ່ປ່ອຍທ່ານໄປ ຈົນກວ່າທ່ານຈະອວຍ­ພອນຂ້ານ້ອຍ.”

ຜູ້ທີ່ຕໍ່­ສູ້ຢາໂຄບຖາມວ່າ: “ເຈົ້າຊື່ຫຍັງ?”

ຢາໂຄບຕອບວ່າ: “ຢາໂຄບ.”

ຜູ້ທີ່ຕໍ່­ສູ້ຢາໂຄບນັ້ນໄດ້ກ່າວວ່າ: “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ ເຈົ້າໄດ້ຕໍ່­ສູ້ກັບພຣະເຈົ້າ ແລະ ມະ­ນຸດ ແລະ ເຈົ້າຊະ­ນະ; ສະ­ນັ້ນ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.” ແລ້ວຜູ້ທີ່ຕໍ່­ສູ້ຢາໂຄບນັ້ນກໍໄດ້ອວຍ­ພອນຢາໂຄບ ແລະ ຈາກໄປ.

ແລ້ວຢາໂຄບກໍເວົ້າຂຶ້ນວ່າ: “ຂ້ອຍໄດ້ເຫັນພຣະເຈົ້າຕໍ່­ໜ້າຕໍ່ຕາ ແລ້ວຂ້ອຍຍັງບໍ່ຕາຍ”

ຢາໂຄບໄດ້ຮັບພຣະພອນຕາມທີ່ລາວໄດ້ລໍ­ຄອຍມາເປັນເວ­ລາດົນນານ. ພຣະເຈົ້າໄດ້ໃຫ້ອະ­ໄພລາວສຳ­ລັບຄວາມບາບໃນອະດີດທີ່ລາວໄດ້ເຮັດຜິດທີ່ຜ່ານມານັ້ນ. ບັດນີ້ ການສຳ­ນຶກຜິດໃນຄວາມບາບຂອງລາວໄດ້ຜ່ານພົ້ນໄປແລ້ວ ແລະ ຕອນນີ້ສັນ­ຕິສຸກໄດ້ເກີດຂຶ້ນຢູ່ໃນຈິດ­ໃຈຂອງລາວເມື່ອລາວໄດ້ຄືນດີກັບພຣະເຈົ້າ ແລະ ລາວກໍບໍ່ມີຄວາມຢ້ານເອຊາວອ້າຍຂອງລາວອີກຕໍ່ໄປ.

ຕອນທີ່ຢາໂຄບຕໍ່­ສູ້ກັບຜູ້ທີ່ມາຈາກສະ­ຫວັນນັ້ນ ພຣະເຈົ້າໄດ້ສົ່ງທູດສະ­ຫວັນໄປຫາເອຊາວໃນຄວາມຝັນ ແລະ ໃຫ້ເອຊາວເຫັນພາບຊີ­ວິດຂອງຢາໂຄບທີ່ຕ້ອງໜີຈາກບ້ານເກີດຂອງລາວຈົນເຖິງຊາວປີ. ເອຊາວໄດ້ເຫັນຄວາມ­ທຸກຂອງຢາໂຄບໃນການໃຊ້ຊີ­ວິດຢູ່ບ້ານລຸງຂອງລາວ ແລະ ເປັນທຸກໂສກ­ເສົ້າເສຍໃຈເມື່ອຮູ້ວ່າແມ່ຂອງຕົນເສຍຊີ­ວິດແລ້ວ. ຫຼາຍກວ່ານັ້ນອີກ ເອຊາວຍັງໄດ້ເຫັນບັນ­ດາທູດສະ­ຫວັນຂອງພຣະເຈົ້າອ້ອມຮອບຢາໂຄບໄວ້. ດັ່ງ­ນັ້ນ ເອຊາວຈຶ່ງເລົ່າຄວາມຝັນນີ້ໃຫ້ພວກທະ­ຫານຂອງລາວຟັງ ແລະ ໄດ້ສັ່ງຫ້າມພວກເຂົາບໍ່ໃຫ້ທຳ­ຮ້າຍຢາໂຄບ ເພາະພຣະເຈົ້າຂອງພໍ່ຕົນຊົງສະ­ຖິດຢູ່ກັບຢາໂຄບ.

ໃນທີ່ສຸດ ເອຊາວ ແລະ ຢາໂຄບກໍໄດ້ມາພົບໜ້າກັນ. ເອຊາວຍ່າງມາພ້ອມດ້ວຍກອງ­ທັບທະ­ຫານສີ່ຮ້ອຍຄົນ ສ່ວນອີກຝ່າຍໜຶ່ງແມ່ນຢາໂຄບພ້ອມດ້ວຍເມຍ ແລະ ລູກ 12 ຄົນ ພ້ອມທັງຄົນຮັບໃຊ້ທີ່ເບິ່ງ­ແຍງຝູງສັດແຮ່ຂະ­ບວນຍາວມານຳອີກດ້ວຍ. ຢາໂຄບຈັບໄມ້ຄ້ຳໄວ້ຢ່າງແໜ້ນ ແລ້ວຄ່ອຍໆຍ່າງໄປຫາເອຊາວອ້າຍຂອງລາວທີ່ຢືນຢູ່ຕໍ່ໜ້າ. ຍ້ອນການຕໍ່­ສູ້ລະ­ຫວ່າງຢາໂຄບກັບພຣະບຸດຂອງພຣະເຈົ້າ ຈຶ່ງເຮັດໃຫ້ຢາໂຄບໄດ້ຮັບບາດ­ເຈັບຢູ່ທີ່ສະໂພກຂອງລາວ ເຊິ່ງເຮັດໃຫ້ລາວທັງຍ່າງໄປທັງຢຸດເທື່ອລະກ້າວຢ່າງຊ້າໆດ້ວຍຄວາມ­ເຈັບປວດ ແຕ່ໃບໜ້າຂອງລາວເຕັມໄປດ້ວຍແສງສະ­ຫວ່າງແຫ່ງສັນ­ຕິສຸກ. ເມື່ອເອຊາວເຫັນຢາໂຄບຍ່າງເຂົ້າມາຫາລາວດ້ວຍຄວາມລຳ­ບາກທໍ­ລະ­ມານຢູ່ນັ້ນ ລາວກໍແລ່ນເຂົ້າໄປຕ້ອນ­ຮັບຢາໂຄບນ້ອງຊາຍຂອງລາວພ້ອມທັງກອດ ທັງຈູບ ແລະ ທັງສອງຕ່າງກໍພາ­ກັນຮ້ອງໄຫ້. ເມື່ອພວກທະ­ຫານຂອງເອຊາວໄດ້ເຫັນຕ່າງກໍພາ­ກັນຮູ້­ສຶກປະ­ທັບໃຈ. ຫຼັງຈາກນັ້ນ ຢາໂຄບພ້ອມທັງຄອບ­ຄົວ ແລະ ຄົນຮັບໃຊ້ລວມທັງຝູງສັດ ກໍໄດ້ເຂົ້າໄປອາ­ໄສຢູ່ໃນດິນ­ແດນການາອານ.

ການປ່ຽນຊື່ຜູ້

ຜູ້ທີ່ຕໍ່­ສູ້ຢາໂຄບນັ້ນແມ່ນພຣະບຸດຂອງພຣະເຈົ້າ. ຢາໂຄບຕໍ່­ສູ້ພຣະເຈົ້າ ແລະ ລາວຊະນະ. ຄົນບາບຜູ້ນີ້ຊະ­ນະພຣະເຈົ້າໂດຍການຖ່ອມ­ຕົວ, ການກັບໃຈໃໝ່ ແລະ ການຍອມຈຳນົນ. ສະ­ນັ້ນ ພຣະເຈົ້າຈຶ່ງໄດ້ປ່ຽນຊື່ໃຫ້ຢາໂຄບໃໝ່ວ່າ ອິດສະຣາເອນ ເພື່ອເປັນຫຼັກຖານວ່າພຣະເຈົ້າໄດ້ໃຫ້ອະ­ໄພຢາໂຄບ.

ສິ້ນສຸດຂອງການຕໍ່­ສູ້

ກ່ອນທີ່ພຣະເຢຊູຈະສະ­ເດັດກັບມາຄັ້ງທີສອງ ປະ­ຊາ­ຊົນຂອງພຣະເຈົ້າຈະຕ້ອງຜ່ານປະ­ສົບການຄືກັນກັບຢາໂຄບທີ່ຕໍ່­ສູ້ກັບຄວາມ­ທຸກທໍ­ລະ­ມານໃຈດ້ວຍຄວາມ­ເຈັບປວດ. ຜູ້ປະ­ກາດພຣະຄຳເຢເຣມີຢາໄດ້ເຫັນນິ­ມິດກ່ຽວກັບເຫດ­ການໃນຄັ້ງນັ້ນວ່າ: “ເຮົາໄດ້ຍິນສຽງຮ້ອງແຕກຕື່ນຕົກ­ໃຈ ເປັນສຽງຮ້ອງຕົກ­ໃຈຢ້ານ ແລະ ບໍ່ມີຄວາມສະ­ຫງົບສຸກ.... ໃບໜ້າຂອງທຸກຄົນຊີດຂາວ. ມື້ອັນໜ້າຢ້ານກົວໃຫຍ່ນັ້ນ ກໍາລັງຈະມາເຖິງ ບໍ່ມີມື້ໃດເລີຍຈະປຽບ­ປານມື້ນັ້ນໄດ້ ເພາະ­ວ່າມັນເປັນເວ­ລາທຸກໃຈທີ່ຍິ່ງໃຫຍ່່ກວ່າສະ­ໄໝຂອງຢາໂຄບ ແຕ່ພວກເຂົາຈະຜ່ານພົ້ນວັນນັ້ນໄປໄດ້” (ເຢເຣມີຢາ 30:57)

ພວກເຮົາຕ້ອງໄວ້ວາງ­ໃຈໃນພຣະເຈົ້າ

ຊາຕານພະ­ຍາ­ຍາມເຮັດໃຫ້ພວກເຮົາທີ່ເປັນປະ­ຊາ­ຊົນຂອງພຣະເຈົ້າມີຄວາມຢ້ານໂດຍຄິດວ່າ­ຄວາມບາບຂອງພວກເຮົາຍິ່ງໃຫຍ່ເກີນກວ່າທີ່ຈະໄດ້ຮັບການອະໄພ. ໃນຂະ­ນະທີ່ພວກເຮົາຄິດເຖິງຄວາມຜິດບາບໃນຊີ­ວິດຂອງພວກເຮົາທີ່ເຮັດຜ່ານມາ ພວກເຂົາກໍໝົດຫວັງ. ແຕ່ພວກເຮົາຄວນຈະຈື່ຈຳຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ພວກເຮົາ. ພວກເຮົາຄວນຈະເຮັດໃຫ້ແນ່ໃຈວ່າ ພວກເຮົາໄດ້ສຳ­ນຶກຜິດດ້ວຍຄວາມຈິງໃຈສຳ­ລັບບາບຂອງພວກເຮົາ. ຫຼັງຈາກນີ້ ພວກເຮົາຈະຕ້ອງຄິດເຖິງພຣະສັນ­ຍາຂອງພຣະເຈົ້າທີ່ພຣະເຈົ້າໄດ້ສັນ­ຍາວ່າຈະໃຫ້ອະ­ໄພກັບທຸກໆຄົນທີ່ມາຫາພຣະອົງດ້ວຍຄວາມຈິງໃຈ. ຈາກນັ້ນ ພວກເຮົາສາ­ມາດໄວ້ວາງ­ໃຈໃນພຣະເຈົ້າເພື່ອຊ່ວຍພວກເຮົາໃນເວ­ລາທີ່ມີບັນຫາ. ເຖິງແມ່ນວ່າ ບັນ­ຫາຂອງພວກເຮົາເກີດຈາກຄວາມຜິດ­ພາດ ແລະ ຄວາມບາບຂອງພວກເຮົາເອງ. ພຣະເຈົ້າຈະເປີດຫົນ­ທາງໃຫ້ພວກເຮົາ ພວກເຮົາບໍ່ຕ້ອງໄວ້ວາງ­ໃຈໃນສະ­ຕິ­ປັນ­ຍາຂອງພວກເຮົາ ເພື່ອແກ້ໄຂບັນ­ຫາໃນຊີ­ວິດຂອງພວກເຮົາ. ແຕ່ພວກເຮົາຕ້ອງໄວ້ວາງ­ໃຈໃນພຣະເຈົ້າຢ່າງເຕັມ­ທີ່ວ່າພຣະອົງຈະຊົງເປີດທາງໃຫ້ ແລະ ພຣະອົງຈະຕອບຄຳອະ­ທິ­ຖານຂອງບັນ­ດາຜູ້ທີ່ໄວ້ວາງ­ໃຈໃນພຣະອົງຢ່າງແນ່ນອນ.

ອ້າງອີງຈາກປຶ້ມ "ພຣະຄຳພີ" ປະ­ຖົມມະການ 32:22-30; 33:1-17.

ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະ­ວະຈະນະ" (ສະ­ບັບພາ­ສາໄທ) {ໜ້າ 195-203} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.